ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ຊື່ປຶ້ມ  : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ

ຂຽນໂດຍ ເຂີຍ ທ່າເມືອງ

ພະຍັນຊະນະ” ຄ “

ກອນບາດນີ້ ອະທິບາຍເຖິງນິໄສຄົນລາວ ທີ່ມັກທ້ອນໂຮມເງິນດ້ວຍການຊື້ຄວາຍມາລ້ຽງ ແລ້ວເວລາ ຄຸງຄາຄິດ ຫັຍງບໍ່ອອກກໍ່ເອົາຄວາມເປັນຫລັກຊັບໃນການແຕ່ງດອງ ເຮັດບຸນຜູກແຂນ ແລະໃຊ້ໜີ້ສິນຕ່າງໆ ດັ່ງນັ້ນ ຕົວ ຄ ນີ້ ຈຶ່ງເວົ້າເຖິງຄຸນຄ່າຂອງຄວາຍ.

ຄວາຍຄູນຄ້ຳ               ຄຸນຄ່າຄວນຄິດ

ຄ້ຳຄວ່າຄວາຄວາມຄຸງຄາ            ຄອບຄືນຄາວແຄ້ນ

ຄິດໄຄ່ຄົວຄຸງຄ້ວາງ          ຄວາຍຄືຄຸນຄ່າ

ຄຳຄືຄວາຍຄູ່ຄ້າງ                 ຄາແຄ້ນຄຶດຄືນ

 

ຄວ່າ= ຊອກ(ຢ່າງກວ້າງຂວາງ)

ໄຄ່= ຄວາມຢາກ,ຕັນຫາ

ຄວ້າງ= ບໍ່ມີຈຸດໝາຍ

Delicious Digg Fark Twitter
ຄຳເຫັນ (4)