ຊື່ປຶ້ມ : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ
ຂຽນໂດຍ ເຂີຍ ທ່າເມືອງ
ພະຍັນຊະນະຕົວ ສ
ກອນພະຍັນຊະນະ ສ ນີ້ເປັນການຂະຫຍາຍກອນທີ່ ພວກເຮົາເຄີຍຮູ້ກັນມາແລ້ວ ຄື:” ສາວສົມສີໃສ່ເສື້ອສີ ແສດ ໃສ່ສາຍສອ້ຍສສາມສິບສອງເສັ້ນ” ໃຫ້ເປັນວັກຫຼືໜຶ່ງບາດ ດັ່ງນີ້:
ສາວສົມສີໃສ່ເສື້ອ ສີແສດສຸດສວຍ
ໃສ່ສາຍສ້ອຍສາມສິບສອງ ເສັ້ນສວຍສົມສິ້ງ
ສົດໃສແສງສາຍສ້ອຍ ສີແສງສົມສ່ວນ
ສ້ອຍເສື້ອສົມສີ່ງສ້າງ ສູນສ້ຽງເສື່ອມເສຍ
ຈະເຫັນວ່າຕົວ ສ ນີ້ສາມາດໃຫ້ກອນທີ່ພັນລະນາເຖິງຄວາມງົດງາມໄດ້ດີທີ່ສຸດ ອ່ານແລ້ວເຫັນຮູນພາບ ຕັວລະຄອນ ຢ່າງງ່າຍດາຍ,