ຊື່ປຶ້ມ : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ
ຂຽນໂດຍ ເຂີຍ ທ່າເມືອງ
ພະຍັນຊະນະ ຍ
ເວົ້າເຖິງຍຸງໂຕນ້ອຍ ແຕ່ມັນຈອບຂົບກັດເພື່ອດູດກິນເລືອດເປັນອາຫານ ເຖິງຍຸງໂຕນ້ອຍໆກັດຍັກຈົນນ້ຳຕາຕົກໄດ້ ເພາະຍຸງຫລາຍໂຕ ກອນນີ້ ຢາກບອກວ່າ ຢ່າດູດຖູກຄົນທີ່ຕ່ຳຕ້ອຍກວ່າ ດັ່ງກອນເພິ່ນວ່າ:
ຍັກໃຫຍ່ເຍື້ອນ ຍ້າຍຍ່າງຍີຍົກ
ຍຸງຍໍແຍງເຍືອງຍັງ ຍັກຍັງຍີຍ້າຍ
ຍຸງຍຳຍ້ຳ ຍີຍວນຍັກໃຫຍ່
ຍັກຍອມຍຸງຍີ່ຍ້ອຍ ຍຸງຍີ້ມຍັກຍົມ
ຍົມ: ໃຫ້ (ມາຈາກ ຍົມມະນາ)