ຊື່ປຶ້ມ : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ
ຂຽນໂດຍ ເຂີຍ ທ່າເມືອງ
ພະຍັນຊະນະ ດ
ຕົວ ດ ນີ້ຖ້າອ່ານໄວ ອາດຈະຄ້າຍ ສຳນຽງຫວຽດນາມ ແບບ ດີເດົາ ດີເດືອກ ແຕ່ຖ້າອ່ານຄ່ອຍໆ ອ່ານຊ້າໆ ແລ້ວ ຈະເຮັດໃຫ້ໄດ້ ກອນມ່ວນ ສົມຄວນ
ເດັກດື້ດ້ານ ດຸດດັ່ງເດືອນດັບ
ໂດດດ່ຽວເດີນດຽວດາຍ ດັ່ງດຽວດູດ້ອຍ
ເດັກດີດຸດເດືອນດົ້ວ ແດງດີດູເດັ່ນ
ເດີນດຸ່ງໃດເດື່ອງດ້າມ ດີດ້ວຍດັ່ງດຽວ
ສະແດງໃຫ້ເຫັນວ່າເດັກບໍ່ດີ ບໍ່ມີໃຜຢາກເປັນໝູ່ ແລະຈະມີປົມດ້ອຍ ສ່ວນເດັກດີໄປທາງໃດກໍ່ເດັ່ນເປັນສະຫງ່າ ເປັນແບບຢ່າງໃຫ້ຄົນອື່ນຊຶ່ງເຂົາເອີ້ນວ່າ ໄປທາງໃດກໍ່ຢຽບ ດິນກະເດື່ອງ