ຊື່ປຶ້ມ : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ
ຂຽນໂດຍ ເຂີຍ ທ່າເມືອງ
ພະຍັນຊະນະ ຕ
ນີ້ກໍ່ແກະມາຈາກ ກາບເດີມທີ່ວ່າ ” ຕັກແຕນເຕັ້ນ ຕຳຕໍຕາແຕກ” ມີ 7 ຄຳແລະເອົາຂະຫຍາຍໄດ້ ໜື່ງບາດ
ຕັກແຕນເຕັ້ນ ຕົກຕື່ນຕຳຕໍ
ຕັກແຕນຕົກ ຕາກຕົມເຕັມຕື້ງ
ແຕນເຕັມຕ້າຍ ຕົກເຕັມຕົມຕາກ
ຕາແຕກຕາຍຕື້ມໆ ແຕນເຕັ້ນຕື່ນຕໍ
ຕ້າຍ : ຮົ້ວວັດ
ກອນນີ້ເວົ້າເຖິງຕັກແຕນ ຕື່ນຫລັກຕ້າຍ ຊື່ງແຕ່ກ່ອນຫຼັກຕ້າຍສ່ວນຫຼາຍເປັນຕໍໄມ້ ເຕັ້ນໄປຕົກຕົມ ຢູ່ແຄມວັດ ຕົກແລ້ວໄປບໍ່ໄດ້ ແດດອອກມາເຜົາ ເລີຍຕາກແດດພາກັນຕາຍຍ້ອນ ຕິດຕົມ ພ້ອມທັງຕາຍຕາກແດດ ຈົນໜົດ