ຊື່ປຶ້ມ : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ
ຂຽນໂດຍ ເຂີຍ ທ່າເມືອງ
ພະຍັນຊະນະ “ນ- ຫນ”
ນົກນ້ອຍໆ ນອນແນບໃນໜອງ
ໜອງໃນນາ ນັກນອນແນນິ້ງ
ນາຍແນໜ້າ ແນນຳນົກໜຶ່ງ
ໜ້າໜ້ອງເນັ້ນ ນາຍນ້ອຍນັ່ງແນ
ໜ້ອງແມ່ນຢາພິດທີ່ໝໍພານເອົາທາໃສ່ປາຍລູກໜ້າເພື່ອໃຫ້ສັດທີ່ຖືກຍິງນັ້ນສິ້ນໃຈດ້ວຍພິດນັ້ນ. ກອນທີ ສອງ ທີ່ໃຊ້ ພະຍັນຊະນະ ນ,ໜ ຈະອະທິບາຍເຖິງຄົນຂັບລົດທີ່ພານາຍ ໄປກິນເຫລົ້າຢູ່ເຮືອນຄູ່ຮັກຂອງຕົນ ເມື່ອເຫັນຄວາມໃກ້ ຊິດລະຫວ່າງນາຍແລະຄູ່ຮັກຂອງຕົນ ເປັນໄປຢ່າງເລິກເຊິ່ງລາວຈຶ້ງໄດ້ລະບາຍອອກເປັນຄຳກອນດັ່ງນີ້:
ນວນນາງນ້ອງ ນັ່ງແນບນຳນາຍ
ແນມນຳນຶກ ເນົ່າໃນແນນິ້ງ
ນາຍນຳເນັ້ນ ນົມນາງນຶກໜ່າຍ
ໜີໜ່າຍໜ້າ ນາຍເນັ້ນເໜົ່າໃນ
ເໜົ່າໃນ= ເຈັບໃຈ