ຊື່ປຶ້ມ : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ
ຂຽນໂດຍ ເຂີຍ ທ່າເມືອງ
ພະຍັນຊະນະ ບ
ກອນນີ້ເວົ້າເຖິງສະຖາປະນິກຜູ້ອອກແບບເຮືອນ ແລະ ເອົາໄປໃຫ້ຫົວໜ້າເບີ່ງ ຫົວໜ້າຖາມຂໍ້ມູນສະຖາປະນິກຕອບ ແບບບິດເບືອນຂໍ້ມູນ ເມື່ອນາຍຈັບໄດ້ກໍ່ຄຶດວ່າສະຖາປະນິກຜູ້ນີ້ເປັນບ້າ ທີ່ບອກໄປ ໂລເລ ຫຼື ບິດເບືອນຂໍ້ມູນ ກອນ ບັນລະຍາຍດັ່ງນີ້:
ບາບ່າວບ້າ ບາບ່າວບິດເບືອນ
ໄບ່ແບບແບບໍບົນ ບອກເບືອນບາບ້ຽວ
ບົນແບເບື້ອງ ບົນແບແບບເບີ່ງ
ແບບບໍ່ເບືອນບິ່ນບ້ຽວ ບາບ້າບອກເບືອນ
ໄບ່ = ເວົ້າຫລາຍ(ສັບທ້ອງຖິ່ນ ໂພນໂຮງ)
ບົນ = ຂັ້ນເທິງ
ບາ = ທ້າວ(ເປັນຄຳແທນນາມຜູ້ຊາຍ)