ຊື່ປຶ້ມ : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ
ຂຽນໂດຍ ເຂີຍ ທ່າເມືອງ
ພະຍັນຊະນະ ລ
ກອນນີ້ ບັນລະຍາຍເຖິງໄວໜຸ່ມລອງຂີ່ລົດຈັກ ແລ່ນໄວເອົາແທ້ ເອົາວ່າ ໂດຍບໍ່ຄຳນຶງ ວ່າບ້ານເຮົາ ນຳທາງມີສັດ ແກ່ລໍ້ຢູ່ນຳຖະໜົນ.ເມື່ອລົດລົ້ມແລ້ວ ຫົວພັດກະທົບຫົນທາງ ຕື່ນມາຫຼົງໜ້າ ຫຼົງຫຼັງຍ້ອນເລັ່ງລົດໄວເກີນຄວນ ເຊິ່ງກອນຂຽນໄວ້ດັ່ງນີ້:
ລົດແລ່ນລິ້ວ ລາວເລັ່ງລອງລາຍ
ລາວເລີຍຫຼົບ ຫຼີກລາລວມລໍ້
ຫຼາຍລາຍລົ້ມ ລອງລາຍລອງເລັ່ງ
ລຸກແລ້ວລົ້ມ ຫຼົງແລ້ວລ່ຽມລາຍ
ລາລວມລໍ້: ລາແກ່ລໍ້ໄປນຳທາງ