ຊື່ປຶ້ມ : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ
ຂຽນໂດຍ ເຂີຍ ທ່າເມືອງ
ພະຍັນຊະນະ ອ
ແມ່ນເວົ້າເຖິງຄົນເຈັບແຂ້ວ ພັດແມ່ນຄົນຊຳເໜືອ ໝໍຢາຊຳເໜືອ ໃຫ້ອົມໝາກພິກ ເຊີ່ງໄທດຳເອີ້ນວ່າ ໝາກເອືອດ ຜູ້ເຈັບແຂ້ວພັດບໍ່ກ້າອົມ ແລະຢາກໃຫ້ເອົາແນວອື່ນໃຫ້ອົມ ແລະໜ້າອາຍທີ່ຈະບອກ ວ່າອົມໝາກພິກບໍ່ໄດ້ ຈິ່ງຂຽນ ກອນຄວາມຮູ້ສຶກ ຂອງຜູ້ກ່ຽວວ່າ:
ອ້າຍອູດເອົ້າ ອຸກອັ່ງອົນເອີກ
ອິດອອດອຸກອຽງອາຍ ອັ່ງອວນອົງອ້າຍ
ເອົາອື່ນອຽງອົມອ້ອນ ອຽງອໍອຸກອັ່ງ
ອົມເອືອດອວນອັ່ງເອົ້າ ອົງອ້າຍອີ່ນອາຍ