ຊື່ປຶ້ມ : ພິເສດອີ່ຫຼີ່ ພາສາລາວ ຂອງຂ້ອຍນີ້ເອີຍ
ຂຽນໂດຍ ເຂີຍ ທ່າເມືອງ
ພະຍັນຊະນະ ຮ
ເວົ້າເຖິງແຮງຂອງຄົນມີຄວາມຮູ້ ແມ່ນໃຜກໍ່ຕ້ອງການຫຼາຍກວ່າແຮງຂອງຄົນທີ່ມີຄວາມຮູ້ຕ່ຳ ໝາຍຄວາມວ່າ ຖ້າມີ ຄວາມຮູ້ແລ້ວ ໃຜໆກໍ່ຢາກຊ່ວຍແຮ ເວລາເຮັດມັນງ່າຍໆໄປໝົດ ດັ່ງກອນທີ່ວ່າ:
ຮຽນຮ່ຳຮູ້ ຮູ້ຮ່ອມແຮງແຮ
ຮີບຮັບໂຮມແຮງເຮົາ ເຮັດແຮງໂຮມເຮົ້າ
ຮຽມຮຽນໄຮ້ ແຮງເຮົາຮາມຮ່ວມ
ຮຽມຮອບແຮຮາດຮ້າງ ເຮັງຮ້ອນເຮັດຮາມ
ຮຽມຮຽນໄຮ້ : ບໍ່ໄດ້ຮ່ຳຮຽນ
ຮາມ : ຂ້າມ,ປະລະ
ໄຮ້: ຂາດເຂີນ ,ບໍ່ມີ