ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 11, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຜົນກະທົບຂອງການນອນໂກນ.

ຄວາມຮູ້ສຶກຢາກນອນໃນເວລາເຮັດວຽກຫລື ຂະນະກຳລັງຂັບລົດ ອາດເປັນຜົນມາຈາກການນອນໂກນກໍ່ ເປັນໄດ້ ເນື່ອງຈາກພະວະການນອນໂກນ ບໍ່ໄດ້ສ້າງບັນຫາພຽງສົ່ງສຽງລົບກວນຄົນທີ່ນອນຂ້າງໆເທົ່ານັ້ນ ແຕ່ມັນຍັງອັນຕະລາຍສົ່ງຜົນກະທົບຕໍ່ສະຫມອງນຳ.

ຜົນກະທົບອາດເຮັດໃຫ້ຜູ້ປວ່ຍຢຸດຫາຍໃຈ ບາງເທື່ອສ້າງບັນຫາສຸຂະພາບ ແລະການດຳເນີນຊີວິດ ປະຈຳວັນເຊັ່ນມັກເຫງົານອນຕອນສວາຍ ສະມາທິສັ້ນ ອ່ອນເພຍຈົນກາຍເປັນຊຳເຮື້ອ ມັກໃຈຮ້າຍງ່າຍ ແລະເຮັດໃຫ້ປະສິດທິພາບໃນການເຮັດວຽກຫລຸດລົງ ຄົນນອນໂກນຍັງມີໂອກາດສ່ຽງໃນການເປັນຫລອດ ເລືອດສະໝອງແຕກ ສະໝອງເສື່ອມ ພະຍາດຫົວໃຈຂາດເລືອດ ພະຍາດເບົາຫວານ ຄວາມດັນເລືອດສູງ ແລະສົ່ງຜົນຕໍ່ຄວາມສາມາດ ໃນການຈື່ຈຳ ແລະອາດແລະການໃຊ້ຄວາມຄິດນຳອີກ.

ການນອນໂກນທີ່ມີພາວະ ການຫາຍໃຈທີ່ຜິດປົກກະຕິ ແລະຢຸດຫາຍໃຈຂະນະນອນຫລັບຈະເປັນອັນຕະ ລາຍຕໍ່ຮ່າງກາຍ ຜູ້ປວ່ຍຫລາຍເຊີ່ງຜູ້ປ່ວຍທີ່ມີທາງເດີນຫາຍໃຈແຄບຫລາຍ ໃນເວລານອນຫລັບ ເມືອ່ຍັງ ນອນຫລັບສະຫນິດດີ ຈະເກີດການອັດຕັນທາງເດີນຫາຍໃຈ ມີສຽງດັງຂຶ້ນເລື້ອຍໆ ໂດຍມີການຢຸດຫາຍໃຈ ຜູ້ປ່ວຍຈະຫາຍໃຈຕິດຂັດ ຄືກັບຄົນສະໝັກນ້ຳແລະຈະເຮັດໃຫ້ລະດັບ ອອ໋ກຊີເຈນ ໃນເລືອດຫລຸດລົງ ເປັນຜົນເຮັດໃຫ້ ຂາດອອ໋ກຊີເຈນໄປລ້ຽງສະຫມອງລະຫວ່າງນັ້ນອາດ ເຮັດໃຫ້ສະຫມອງເຊື່ອມໄດ້ ເພື່ອ ບັນເທົາອາການນອນໂກນໃຫ້ຫລຸດລົງ ທ່ານຄວນຄວບຄຸມນ້ຳໜັກຢ່າໃຫ້ຕຸ້ຍຫລາຍ,ອອກກຳລັງກາຍເພື່ອ ໃຫ້ຮ່າງກາຍແລະ ກ້າມຊີ້ແຂງແຮງ ຫລີກເວັ້ນການນອນຫງາຍ ພະຍາຍາມ ນອນແຄງແລະຫມູນຫມອນ ສູງຫນ້ອຍໜື່ງ,ຫລີກເວັ້ນການດື່ມນ້ຳເມົາ ແລະບໍ່ຄວນກິນຢານອນຫັລບຫລືຢາກ່ອມປະສາດກ່ອນນອນ ຖ້າ ໃຜນອນໂກນຊະນິດອັນຕະລາຍ ຢຸດຫາຍໃຈຂະນະນອນ ຄວນໄດ້ຮັບການປີ່ນປົວຈາກແພດຜູ້ຊ່ຽວຊານຈະ ດີທີ່ສຸດ.

ໜັງ ສືພິມ ເສດຖະກິດ - ສັງຄົມ

Delicious Digg Fark Twitter
ຄຳເຫັນ (6)