ບ່າວສາວລົມກັນ
ຜູ້ສາວ: ໂທ… ອ້າຍນີ້ຈັ່ງແມ່ນຫລາຍໃຈເນາະ ເປັນຕາຊັງແທ້ໆໆ
ຜູ້ບ່າວ: ໂອຍ…. ເປັນຕາຮັກກໍ່ວ່າແດ່ ເພາະຫລາຍໃຈ ກະຍັງດີກວ່າໃຈດຽວ
ຜູ້ສາວ: ເພາະຫຍັງ?
ຜູ້ບ່າວ: ເພາະນ້ອງໄດ້ຊາຍຫລາຍໃຈເປັນສາມີ ຈະອາຍຸຍືນ
ຜູ້ສາວ: ຕາຍໄວກະວ່າແດ່
ຜູ້ບ່າວ: ບໍ່ດອກ ເພາະໃຈໜື່ງຫມົດລົມ ຫລາຍໃຈກໍ່ຍັງອີກໃຈໜື່ງທົດແທນ
ຜູ້ສາວ: …..!!!!
ໜັງສືພິມ ເສດຖະກິດ -ສັງຄົມ