ລຳຂອງສະອື້ນ
ນ້ຳຂອງຮ້ອງຮ່ຳໄຫ້ ອາໄລໝູ່ປູປາ
ອາໄລຫີນຜາຮຽງ ຫາກຊາຍຮົນຮ້ອນ
ເມື່ອກ່ອນເຄີຍນອນນີ້ງ ໃນນະທີສະຫງົບງຽບ
ເພາະນ້ຳຂອງລຽບຕັ້ງ ເຕັມຕື້ງຕາຝັ່ງຊັນ
ນ້ຳຂອງຜັນປ່ຽນປີ້ນ ລາຕາຝັ່ງລົງໂກນ
ຫາດຊາຍເປັນໂນນຂາວ ໄຫງ່ຜົງຜານຮ້ອນ
ກ້ອນຫີນເຄີຍຄຽງນ້ຳ ທົນລະກຳແລ້ງດ່າງ
ແດດເຜົາຜານແຜດຮ້ອນ ນ້ຳຕານອງອາບແກ້ມ
ເພາະນາແລ້ງເຂົ້າຫ່ຽວຕາຍ
ຄົນຮ້ອນຮົນ ພືດຫ່ຽວແຫ້ງ ນ້ຳຂອງຈາກຈອນວັງ
ຫລືມີຫຍັງອຸດຕັນ ຮ່ອມຮູທາງນ້ຳ
ເຮັດໃຫ້ລຳຂອງແຫ້ງ ໄຫລບໍ່ແຮງຄືຄາວກ່ອນ
ນ້ຳຂອງນອນແນບນີ້ງ ຄີງສະອື້ນເອີ່ຍໃສ່ປາ
ຄັນວ່າສາຍແມ່ນ້ຳ ຫາກລາລົດບົກລົງ
ມີຫລືສາຍລຳເຊ ຊິຕື່ງເຕັມຄືຄາວກີ້
ຫາກນ້ຳໜີໄລທ້າງ ທາງສາຂາບັນດາເຂື່ອນ
ຫາຍານະຊິມາເຢືອນ ຄັນເຂື່ອນເຂີນຂາດນ້ຳ
ຊິນຳໂທດໃສ່ຜູ້ໃດ
ຄັນຊິໄຂຄ່າສ້າງ ຜະລິດແຫລ່ງພະລັງງານ
ເປັນຫມໍ້ໄຟອາຊຽນ ກໍຫາກລົງມືໄດ້
ຄັນຫມໍ້ໄຟນ້ຳກົດແຫ້ງ ຊິແຍງເຫັນພໍພຸ່ມພູ່
ປຽບດັ່ງລຳແມ່ນ້ຳ ນັບວັນເຂີນຂາດແຫ້ງ
ຊິລາແກ້ງເຂື່ອນເຂີນຊັ້ນໃດ.
ຄັດຈາກໜັງສືພິມ ເສດຖະກິດ- ສັງຄົມ