ບົດຄວາມຈາກ :ວາລະສານ ມະຫາຊົນ
ນາງ ສັງຂານ
ນາງສັງຂານ ເປັນນາງໃນວັນນະຄະດີ ເລື່ອງ ປະຫວັດບຸນປີໃໝ່ລາວ
ນາງສັງຂານນອກຈາກຈະມີຮູບໂສມທີ່ສວຍງາມແລ້ວ,ສີ່ງທີ່ສຳຄັນແມ່ນຄວາມກະຕັນຍູຕໍ່ຜູ້ມີບຸນຄຸນ ດັ່ງເຮົາຈະເຫັນ ໃນປີໃໝ່ແຕ່ລະປີ ຈະເຫັນນາງສັງຂານ ທັງເຈັດ ຜັດປ່ຽນກັນໄປຫົດສົງພໍ່ຂອງເຂົາ ໃນຂະນະດຽວກັນ ນາງສັງຂານ ກໍ່ເປັນຕົວແທນທາງດ້ານ ສືບທອດ ຮີດຄອງປະເພນີ ອັນດີງາມ ຂອງລາວເຊັ່ນການແຕ່ງຕົວ ການເຮັດບຸນປີໃໝ່ ລາວ
ທ່ານຜູ້ອ່ານ ທ່ານໃດຢາກເຫັນກິດຈະກຳຕ່າງໆ ຂອງນາງສັງຂານຢ່າງແທ້ຈິງຕ້ອງອົດໃຈລໍຖ້າ ແລະຕ້ອງໄປເບີ່ງ ໃຫ້ໄດ້ທີ່ ເມືອງຫລວງພະບາງ ໃນໄລຍະບຸນປີໃໝ່ລາວເທົ່ານັ້ນ ແລ້ວທ່ານຈະໄດ້ຮ່ວມເຮັດກິດຈະກຳຕ່າງໆກັບນາງ ສັງຂານຢ່າງແນ່ນອນ
ສັງຂານມີ ກະຕັນຍູ ຄູ່ປະເພນີ