
ຂຽນເມື່ອ: ມ.ກ.. 18, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ຄຸນປະໂຫຍດຂອງເຫັດແລະຜັກກາດນາ.
ຮຽບຮຽງໂດຍ: ຕາດຳ ໜັງ ພິມເສດຖະກິດ-ສັງຄົມ
ສຳລັບໃຜທີ່ມັກເຂ່ຍຜັກໄປໄວ້ຂ້າງຈານ ຫລືບໍ່ຮັບປະທານຜັກເລີຍ ແຕ່ມື້ນີ້ເປັນຕົ້ນໄປ ທ່ານອາດສົນໃຈ ແລະຢາກລອງຮັບປະທານອາຫານທີ່ມີຜັກເປັນສ່ວນປະກອບ ກໍ່ເປັນໄດ້ ຫລັງຈາກທີ່ທ່ານໄດ້ຮູ້ເຖິງຄຸນປະ ໂຫຍດຂອງດເຫັດແລະຜັກທີ່ນຳມາສະເໜີໃນມື້ນີ້.
ເລີ່ມຈາກຜັກຊະນິດທຳອິດ ທີ່ຈະນຳສະເໜີຄື ເຫັດ ເຊີ່ງມີຄຸນສົມບັດຊ່ວຍໃນການປ້ອງກັນບໍ່ໃຫ້ກະດູກ ຜ່ອຍ ໂດຍມີນັກວິໄຈສຶກສາ ພົບວ່າການຮັບປະທານ ອາຫານເຊັ່ນ: ເຫັດ,ປາ,ປູແລະຫອຍ ນາງລົມ ເປັນປະຈຳຈະ ຊ່ວຍເພີ່ມຄວາມຫນາແຫນ້ນຂອງກະດູກ ແລະເຮັດໃຫ້ກະດູກແຂງແຮງ, ສ່ວນຜັກຊະນິດ ທີ່ຈະສະເຫນີ ຕໍ່ໄປໄດ້ແກ່ ຜັກກາດນາ ເຊີ່ງເປັນຜັກທີ່ມີຫລາຍສາມາດຫາຊື້ໄດ້ງ່າຍໃນຕະຫລາດ ຫລື ຮ້ານຂາຍຜັກທົ່ວໄປ ແຕ່ຫລາຍໆຄົນບໍ່ມັກຮັບປະທານເພາະວ່າ ມີລົດຊາດຂົມຫນ້ອຍໜຶ່ງ ແຕ່ຖ້າຮູ້ ຈັກວິ ທີການປຸງແຕ່ງ ກໍ່ເຮັດໃຫ້ຄວາມຂົມຫາຍໄປມີແຕ່ຄວາມແຊບເຂົ້າມາແທນຄົນສ່ວນຫລາຍນິຍົມ ນຳໄປປະ ກອບເປັນອາຫານໄດ້ຫລາຍ ຊະນິດໂດຍສະເພາະຂົ້ວຜັກກາດນາໃສ່ໝູກອບ ຫຼືຊີ້ນໝູ ,ເຂົ້າຜັດ,ຂົ້ວເຝີ ແລະ ອື່ນໆກໍ່ເຮັດໃຫ້ອາຫານຈານນັ້ນມີລົດຊາດແຊບ. ນອກຈາກຈະມີລົດຊາດຖຶກປາກແລ້ວຜັກກາດນາ ຍັງອຸດົມໄປດ້ວຍວິຕາມິນ ຊີ ,ວິຕາມິນ ອີ ,ໂຟເລດ, ແລະ ລູທີນ ເຊີ່ງເປັນສານສຳຄັນ ງານວິໄຈໃຫມ່ໄດ້ ສຶກສາພົບວ່າການຮັບປະທານຜັກທີ່ມີລູທີນສູງຈຳພວກຜັກກາດນາ ຈະຊ່ວຍຫລຸດຄວາມສ່ຽງຂອງການເກີດ ພະຍາດແກ້ວຕາເຊື່ອມໄດ້ເຖິງ 20% ເມື່ອທຽບກັບຄົນທີ່ບໍ່ຮັບປະທານ ຫລືຮັບປະທານໃນປະລິມານໜ້ອຍ ເມື່ອທ່ານຮູ້ເຖິງຄຸນປະໂຫຍດຂອງເຫັດ ແລະຜັກກາດນາແລ້ວ ເມື່ອຮັບປະທານຄາບຕໍ່ໄປຢ່າເຂ່ຍຜັກອອກ ໄວ້ຂ້າງຈານອີກເດີ ເພາະວ່າສີ່ງນັ້ນມີຄຸນປະໂຫຍດຕໍ່ຮ່າງກາຍຂອງເຮົາຄວນຈະຝຶກຮັບປະທານ ຜັກໄປ ເທື່ອລະໜ້ອຍເພາະຮ່າງກາຍຕ້ອງການວິຕາມິນຈາກຜັກຫລາຍຊະນິດ ເພື່ອໄປບຳລຸງແລະປົກປ້ອງບໍ່ໃຫ້ ເກີດພະຍາດບາງຊະນິດໃນຮ່າງກາຍ. ຖ້າເປັນໄປໄດ້ລອງນຳເອົາສອງຊະນິດທີ່ກ່າວມານີ້ີນຳປະສົມໃສ່ກັນ ເຮັດເປັນອາຫານຊະນິດດຽວກັນ ເມື່ອຮັບປະທານ ແລ້ວຮ່າງກາຍຍີ່ງຈະໄດ້ຮັບປະໂຫຍດຫລາຍ.