ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ໝາກເຂື່ອເຜາະ ຊ່ວຍຕ້ານມະເຮັງ-ບຳລຸງຫົວໃຈ

ໃນປະເທດເຮົາມີພືດຜັກຫລາຍໆຊະນິດທີ່ເຮັດໃຫ້ອາຫານມີລົດຊາດແຊບ ທັງຍັງມີປະໂຫຍດແກ່ຮ່າງກາຍ ຫລາຍອີກນຳເຊັ່ນໝາກເຂືອເຜາະເປັນຜັກອີກຊະນິດໜື່ງທີ່ເຮົານິຍົມນຳມາປະກອບໃສ່ໃນອາຫານ ບໍ່ວ່າຈະ ເປັນແກງເຜັດຫລືນຳມາຮັບປະທານສົດໆກັບລາບກັບແຈ່ວກໍ່ແຊບຄືກັນ.ໃນອິນເດຍ ນຳເອົາໝາກເຂື່ອ ເຜາະມາເຮັດເປັນຢາຫລຸດອາການອັກເສບຊ່ວຍຍ່ອຍອາຫານແລະຊ່ວຍຂັບຖ່າຍ ໝາກເຂືອ ເຜາະຍັງ ມີລິດການບີບຕົວກ້າມຊີ້ນຕ້ານມະເຮັງບຳລຸງຫົວໃຈຫລຸດຄວາມດັນເລືອດ ແລະຫລຸດປະລິມານນ້ຳຕານ ໃນເລືອດສຳລັບຜູ້ທີ່ເປັນເບົາຫວານໄດ້ອີກ. ໂດຍສານສະກັດໝາກເຂືອເຜາະນັ້ນຈະອອກລິດຄ້າຍຄືອິນຊູ ລິນທີ່ຊ່ວຍເສີມການໃຊ້ງານທີ່ຊ່ວຍເສີນສ້າງການໃຊ້ງານ ກລູໂຄສຢ່າງມີປະສິດທິພາບ ແລະມີຜົນໃນທາງ ທີ່ດີຕໍ່ການເຮັດວຽກຂອງຕັບອອ່ນນອກຈາກນັ້ນໝາກເຂືອເຜາະຍັງມີວິຕາມິນ B1,B2 ແລະC ນຳ ເຫັນບໍ່ວ່າ ໝາກເຂືອໜ່ວຍນ້ອຍໆສາມາດເປັນຢາປີ່ນປົວເຮົາໄດ້ ຖ້າທ່ານສາມາດຮັບປະທານໝາກເຂືອ ເຜາະໄດ້ທຸກມື້ຍີ່ງເປັນການດີເພາະວ່າໃນໝາກເຂືອມີສານ ແລະວິຕາມິນທີ່ຈຳເປັນຕໍ່ຮ່າງກາຍທຸກຄົນສາ ມາດຮັບປະທານໄດ້ ເພາະວ່າໝາກເຂືອເຜາະມີລົດຊາດຫວານແລະກອບ.

ຂໍ້ມູນຈາກໜັງສືພິມ ເສດຖະກິດ- ສັງຄົມ

Delicious Digg Fark Twitter