ພະຍາດທີ່ມາຈາກການໃຊ້ໂທລະສັບສາທາລະນະ.
ສີ່ງຂອງໃດກໍ່ຕາມທີ່ຂື້ນຊື່ວ່າເປັນຂອງສາທາລະນະກໍ່ມັກຈະມີການໃຊ້ງານຈາກຄົນຫລາຍຄົນທີ່ບໍ່ສາມາດຮູ້ໄດ້ວ່າຄົນເຫລົ່ານັ້ນປ່ວຍເປັນພະຍາດຫັຍງແນ່ ແລະນີ້ຄືສີ່ງທີ່ທ່ານອາດໄດ້ຮັບການແພ່ເຊື້ອຈາກການໃຊ້ໂທ ລະສັບສາທາລະນະ ທີ່ທ່ານອາດບໍ່ເຄີຍຄິດມາກ່ອນ
ໄຂ້ຫັວດ: ເປັນເຊື້ອໄວຣັສ ເຊີ່ງສາມາດ ມີຊີວິດຢູ່ໄດ້ຫລາຍຊົ່ວໂມງຖ້າມີເຊື້ອຢູ່ບໍລິເວນຕູ້ໂທລະສັບແລະ ມີຜູ້ໃຊ້ມາສຳຜັດຖືກ ມາແລ້ວໄປຈັບດັງຂອງຕົນເອງກໍ່ເຮັດໃຫ້ທ່ານຕິດເຊື້ອໄດ້
ວັນນະໂລກ: ຕາມທິດສະດີ ແລ້ວເຊື້ອນີ້ຈະຕິດຕໍ່ກັນຈາກການໄອ ຈາມຂອງຜູ້ປ່ວຍຈາກການດົມ ສູບລົມ ຫາຍໃຈເຂົ້າໄປຕໍ່ໜ້າກັນ ແຕ່ຖ້າຜ່ານການສຳຜັດອາດບໍ່ສາມາດຕິດໄດ້.
ໜັງສືພິມ ເສດຖະກິດ - ສັງຄົມ