
ຂຽນເມື່ອ: ພ.ຈ.. 12, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ເຕືອນ: ຊານົມເຢັນ-ກາເຟນົມເຢັນ ເຮັດໃຫ້ມີຫນ້າທ້ອງໃຫຍ່ (ກັບມາແຕ່ຫັນງສືພິມ ບໍ່ຈື່ວ່າສະບັບໃດ)
ນັກວິຊາການຈາກປະເທດເຢຍລະມັນ ໄດ້ອອກມາເຕືອນວ່າຈຳພວກຊາໄຂ່ມຸກ,ຊານົມເຢັນ,ກາເຟນົມເຢັນ ເປັນອີກປັດໄຈ ໜຶ່ງທີ່ເຮັດໃຫ້ຕຸ້ຍໂດຍສະເພາະຫນຸ່ມສາວນິຍົມດື່ມກັນ,ຫລາຍບາງຄົນວັນລະ 3 ຈອກກໍ່ມີການສຳຫລວດຫາຂໍ້ມູນທີ່ແຈ່ມແຈ້ງຂໍແນະນຳໃຫ້ຫລີກເວັ້ນ ຫລຸດການດື່ມ ຊານົມເຢັນ,ຊາຂຽວສີເຂັ້ມໆ ເພາະຄາດວ່າຈະເປັນ ຊາຂຽວໃສ່ສີອາດເປັນອັນ ຕະລາຍຕໍ່ຮ່າງກາຍ.
ວິທີປ້ອງກັນຄືດື່ມໃຫ້ຫນ້ອຍລົງ ບໍ່ຄວນດື່ມໃຫ້ຫນ້ອຍລົງ ບໍ່ຄວນດື່ມຕິດກັນເປັນເວລາດົນໆ ເພາະເຄື່ອງດື່ມປະເພດນີ້ມີຄວາມຫວານຫລາຍມີທັງນົມ ມີທັງນ້ຳຕານ ແລະອື່ນໆທີ່ສຳຄັນເດັກອາຍຸຕໍ່າກວ່າ 4 ປີບໍ່ຄວນໃຫ້ດື່ມເດັດຂາດ ໂດຍສະເພາະຊາໄຂ່ມຸກ ເພາະຫລາຍຄົນຄິດວ່າບໍ່ເປັນອັນຕະລາຍແຕ່ຊາໄຂ່ມຸກທີ່ເຮັດຈາກແປ້ງມັນຕົ້ນຈະມີຄວາມຫນຽວຫລາຍການດູດໂດຍໃສ່ທໍ່ດູດໃຫຍ່ເດັກນ້ອຍອາດດູດແຮງຈົນຄາຄໍກໍ່ເປັນໄດ້.
ຈາກການສອບຖາມຄົນທີ່ຫລຸດນ້ຳໜັກຕົວພົບວ່າຄົນທີ່ມີນ້ຳໜັກຕົວຫລາຍຈະມັກດື່ມກາເຟນົມເຢັນ ວັນລະ 3 ຈອກ
ນອກຈາກເລື່ອງຄ່າໃຊ້ຈ່າຍແລ້ວຍັງເຮັດໃຫ້ນ້ຳຫນັກເພີ່ມຫລາຍຂຶ້ນ ຜູ້ຊ່ຽວຊານແນະນຳໃຫ້ດື່ມວັນລະ1 ຈອກ ປະກົດວ່າ ນ້ຳໜັກຕົວຫລຸດລົງ 5 ກິໂລກຣາມ ໃນ 1 ເດືອນ ແລະຍັງປະຫຍັດເງິນນຳອີກ ດັ່ງນັ້ນຜູ້ຊ່ຽວຊານຈິ່ງຢາກໃຫ້ທຸກທ່ານຄຳນຶງເຖິງຄ່າໃຊ້ຈ່າຍ ແລະພາວະນ້ຳໜັກເກີນ ດ້ວຍເຫດນີ້ນັກວິໄຈກຳລັງຈະທຳການສຳຫລວດການບໍລິໂພກກາເຟວ່າມີຄວາມສຳພັນກັບພາວະນ້ຳຫນັກໂຕເກີນ ຂອງຄົນຫລື ບໍ່.
ໃຜທີ່ຮູ້ຕົວວ່າດື່ມວັນລະຫລາຍຈອກຄວນຫລຸດປະລິມານລົງ ເພາະວ່າເຄື່ອງດື່ມປະເພດນີ້ຈະມີທັງຄວາມຫວານ ແລະຄວາມມັນສູງ ຄວນຈະຫັນມາດື່ມນ້ຳສະອາດແທນດີກວ່າ ຮ່າງກາຍຈະໄດ້ຫ່າງໄກຈາກພະຍາດຕ່າງໆທີ່ຈະຕາມມາກັບ ຄວາມຕຸ້ຍຂອງຮ່າງກາຍທ່ານ.