ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 12, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 

ແກ່ນ​ໝາກຂາມ​ເສີມ​ພູມຕ້ານທານ-ຢຸດ​ຢັ້ງ​ເຊ​ວມະ​ເຮັງ  ເກັບມາຈາກຫນງັສືພິມ

ຜົນ​ວິ​ໄຈກ່າວ​ວ່າ​ແກ່ນ​ໝາກຂາມ​ມີ​ປະ​ໂຫຍ​ດຫລາຍ​ຊ່ວຍ​ເສີມ​ພູມ​ຕ້ານທານ​ຕໍ່ສູ້​ກັບ​ເຊື້ອ​ໄວຣັສ ​ແລະ ຢຸດ​ຢັ້ງ​ເຊ​ວມະ​ເຮັງ​ໄດ້

ນຳ​ເຊີ່​ງຜົນ​ການ​ວິ​ໄຈ​ຢືນຢັນ​ວ່າ ບໍ່​ເປັນອັນຕະລາຍ​ຕໍ່​ຮ່າງ​ກາຍ.

      ​ໃນ​ງານ​ວິ​ໄຈ​ຂອງ​ຕ່າງປະ​ເທດ ຫລາຍ​ຢ່າງ​ທີ່​ໄດ້​ວິ​ໄຈ​ກ່ຽວ​ກັບ​ແກ່ນ​ຫມາກຂາມ​ພົບ​ວ່າ​ໃນ​ເນື້ອ​ແກ່ນ​ຫມາກຂາມ​ມີ​ໄຂມັນ ​ແລະ ສານ​ໂພ​ລີ​ແຊດ​ຄາ​ໄລ ​ເຊີ່ງ​ມີ​ລິດ​ເສີມ​ພູມ​ຕ້ານທານ​ໃນ​ຮ່າງກາຍ ​ໂດຍ​ໄຂມັນ​ຈະ​ໄປ​ກະ​ຕຸ້ນ​ໃຫ້​ພູມ​ຕ້ານທານ ​ໃນ​ຮ່າງກາຍ​ສູງ​ຂຶ້ນ​ເພື່ອ​ຕໍ່ສູ້​ກັບ​ເຊື້ອ​ພະຍາດ​ແລະ ສີ່​ງ​ແປກ​ປອມ ຕ່າງໆ​ທີ່​ເຂົ້າ​ສູ່​ຮ່າງກາຍ ​ໂດຍ​ສະ​ເພາະ​ເຊື້ອ​ໄວຣັສ.

      ນອກຈາກ​ນີ້​ສານ​ໂພ​ລີ​ແຊດ ຄາ​ໄລ ຍັງ​ເປັນນ້ຳຕາ​ໂມ​ເລ​ກຸນ​ດ່ຽວ​ທີ່​ບໍ່​ກໍ່​ໃຫ້​ເກີດ​ພະຍາດ​ເບົາຫວານ ຄື​ກັບ​ນ້ຳຕານ​ໂມ​ເລ​ກຸນ​ຄູ່ ​ເປັນ​ຕົ້ນ​ວ່າ ກລູ​ໂຄສ ​ໂດຍ​ຈາກ​ການ​ທົດ​ລອງ​ພົບ​ວ່າ​ແກ່ນ​ຂອງ​ຫມາກຂາມ​ສາມາດ​ປີ່​ນປົວ​ພາວະ​ເບົາຫວານ​ຂອງ​ໜູ ທົດ​ລອງ​ໄດ້​ສ່ວນ​ເປືອກ​ແກ່ນ​ຫມາກຂາມ​ທີ່​ມີ​ສີ​ນ້ຳຕານ​ນັ້ນ​ຈະ​ມີ​ສານ​ແທນ​ນິນ​ທີ່​ບໍ່​ລະລາຍ​ນ້ຳ​ເປັນ​ສ່ວນ​ປະກອບ​ເຖິງ35% ສາມາດ​ນຳ​ມາ​ພັດທະນາ​ເປັນ​ຢາ​ປິ່ນປົວ​ພະຍາດ​ໄດ້.

 

Delicious Digg Fark Twitter