ຂຽນເມື່ອ: ທ.ວ.. 6, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ການໃຫ້ອະໄພຄືໄຊຊະນະຂອງຜູ້ມີປັນຍາ,
ຍອມກັນແນ່ກໍ່ເປັນຄວາມສຸກອີກຢ່າງໜຶ່ງການປານີປານອມອາດໝາຍເຖິງໄຊຊະນະອັນຍິງໃຫຍ່ຄື ການໃຫ້ອະໄພ,ການໃຫ້ອະໄພ ເບີ່ງຄືວ່າເຮົາຍອມ,ບໍ່ໃສ່ໃຈ,ບໍ່ເອົາເລື່ອງແລ້ວເຂົາຈະກຳເລີບເຕີບສານ.ສວ່ນເຮົາເສຍປຽບ.
ຕາມຄວາມເປັນຈິງແລ້ວ,ບໍ່ເປັນເຊັ່ນນັ້ນມັນເປັນໄລຍະທີ່ເຮົາກຳລັງບຳເພັນບາລະມີຄື:”ອະໄພຍະທານ” ອັນເປັນ ທານທີ່ມີບາລະມີທີ່ສູງສົ່ງ.ຜົນຂອງການບໍ່ໃຫ້ອະໄພກໍ່ເໜືອນກັບການຜູກສີ່ງທີ່ເຮົາບໍ່ມັກໄວ້ກັບຕົນເອງຕະຫລອດ,ຄ້າຍກັບການຜູກເວນຈອງເວນບໍ່ມີທີ່ສິ້ນສຸດ.
ການໃຫ້ອະໄພເປັນການຝຶກຈິດໃຈ,ອົບຮົມຈິດ,ເປັນການຊຳລະໃຈເປັນການຍຸຕິບັນຫາຕ່າງໆ ເປັນການສະແດງກຳລັງໃຈທີ່ຍິ່ງໃຫຍ່ບໍ່ແມ່ນການເສຍຫນ້າຫລືບໍ່ແມ່ນການໄດ້ປຽບເສຍປຽບແຕ່ເປັນການຊຳລະລ້າງສີ່ງທີ່ບໍ່ດີອອກຈາກໃຈເຫມືອນການລ້າງພາຊະນະທີ່ສົກກະປົກ.
ການໃຫ້ອະໄພ,ເວົ້າງ່າຍແຕ່ເຮັດຍາກເຖິງແມ່ນຈະຍາກເພາະໃຈບໍ່ຢາກເຮັດກໍ່ຕ້ອງຝືນໃຈເພາະຄວາມເມດຕາແລະການໃຫ້ອະໄພເປັນຄຸນປະໂຫຍດແກ່ພວກເຮົາເປັນຄວາມສຸກຮົ່ມເຢັນຂອງພວກເຮົາເອງ,ບໍ່ແມ່ນຂອງຄົນອື່ນ ສະນັ້ນການໃຫ້ ອະໄພຈຶ່ງເປັນໄຊຊະນະຂອງຜູ້ມີປັນຍາ
ທີ່ມາ ໜັງສືພິມແຮງງານ