
ຂຽນເມື່ອ: ມ.ກ.. 25, 2009
| ມີ
25 ຄຳເຫັນ
ແລະ
0 trackback(s)
ຜູ້ຍິງທຸກຄົນແມ່ນຈະມີຄວາມມັກຫຼືຮູບແບບການແຕ່ງຕົວທີ່ແຕກຕ່າງກັນ ແຕສີ່ງໜື່ງທີ່ຜູ້ຍິງທຸກຄົນປາດຖະໜາ ກໍ່ຄືການມີຊີວິດທີ່ສົມບູນແບບ ມີຄົນຮັກທີ່ຈິງໃຈແລະ ຮັກດຽວໃຈດຽວ. ແຕ່ເນື່ອງຈາກວ່າປະຈຸບັນນີ້ ເປັນຊ່ວງເວລາທີ່ມີການປ່ຽນແປງຫຼາຍ ການທີ່ຈະຊອກຫາ ຫຼືພົບປະ ກັບຜູ້ຊາຍ ທີ່ດີແລະມີຄວາມຈິງໃຈນັ້ນ ມັນເປັນເລື່ອງທີ່ຍາກພໍສົມຄວນສຳລັບເອື້ອຍນ້ອງຍິງຂອງພວກເຮົາ ໂອກາດທີ່ຈະຖຶກຫຼອກລວງຈາກຜູ້ຊາຍແມ່ນມີຫຼາຍທີ່ສຸດ ໃນສັງຄົມປະຈຸບັນນີ້ ແຕ່ຂ້າພະເຈົ້າກໍ່ບໍ່ໄດ້ໝາຍຄວາມວ່າຜູ້ຊາຍທຸກຄົນບໍ່ດີ ບາງຄົນກໍ່ເປັນຜູ້ຊາຍທີ່ດີ ແລະໃສ່ໃຈຄົນຮັກ.
ອີງຕາມການສຳຫຼວດຂອງຂ້າພະເຈົ້າ ຜູ້ຍິງແມ່ນຕ້ອງການຄົນຮັກທີ່ຈິງໃຈ ສຳຫຼັບໜ້າຕາກໍ່ບໍ່ສຳຄັນປານໃດ ສຳລັບຖານະກໍ່ມີຄວາມສຳຄັນໃນຂັນໜື່ງ( ຄົນເຮົາບໍ່ສາມາດດຳລົງຊີວິດຢູ່ໄດຫາກມີແຕ່ ຄວາມຮັກພຽງຢ່າງດຽວ ບໍ່ມີໃຜດອກທີ່ບໍ່ຕ້ອງການເງິນ ແລະຄວາມໝັ້ນຄົງໃນຊີວິດ ) ຜູ້ຍິງສ່ວນຫຼາຍຄັນໃດຮັກໃຜແລ້ວ ສ່ວນຫຼາຍແມ່ນຈະຮັກຈົນບໍ່ມືນຫູມືນຕາ ແຕ່ໃນທາງກັບກັນ ຜູ້ຊາຍຈະເປັນຝ່າຍທີ່ເຂົ້າມາສົນໃຈຜູ້ຍິງກ່ອນ ແຕ່ຫຼັງຈາກນັ້ນຄວາມຮັກຂອງຜູ້ຊາຍກໍ່ຈະເລີ່ມລົດ ນ້ອຍຖອຍລົງຕາມການເວລາ ແຕ່ຄວາມຮັກຂອງຍິງຊ້ຳພັດເພີ່ມຂື້ນ ສຳລັບຄຳເວົ້າທີ່ວ່າ ຜູ້ຊາຍເລີ່ມຈາກ 100 ແຕ່ຜູ້ຍິງເລີ່ມຈາກ 0 ແມ່ນເປັນຄຳເວົ້າທີ່ຖຶກ ຕ້ອງທີ່ສຸດທີ່ຈະນຳມາປຽບທຽບກັບຄວາມຮັກຂອງຍິງແລະຊາຍ.
ສຸດທ້າຍນີ້ຂ້າພະເຈົ້າຫວັງວ່າທຸກໆຄົນຈົງມີຄວາມຮັກທີ່ສົມບູນແບບ.