ມື້ນິ້ທອງໃສມີພາບການເຄື່ອນໄຫວກິດຈະກຳທັດສະນະສຶກສາ ພ້ອມທັງມອບເຄື່ອງຊ່ວຍເຫຼືອ ອຸປະກອນການສຶກສາ ອຸປະກອນກິລາ ແລະເຄື່ອງຮັບໃຊ້ຫ້ອງການ ທີ່ເມືອງກາສີ ແລະ ເມືອງວັງວຽງ ແຂວງວຽງຈັນ
ຂອງນັກສຶກສາລຸ້ທີ4 ພາກວິຊາ ພົວພັນສາກົນ ຄະນະ ນິຕິສາດ ແລະ ລັດຖະສາດ ມະຫາວິທະຍາໄລແຫ່ງຊາດ ມາໃຫ້ເບິ່ງ
ເລີ່ມກັນເລືຍ
ເວລາ 7:00am ຂອງເຊົ້າວັນທີ 30 /4 /2010 ລົດອອກເດີນທາງ
ກິດຈະກຳເທິງລົດ ຮ້ອງເພງ ຫຼິ້ນດົນຕີ ສ້າງຄວາມມ່ວນຊື່ນລະຫວ່າງການເດີນທາງ

ເມື່ອໄປຮອດເມືອງກາສີ ເວລາ 10:30 ກໍ່ໄດ້ພັກກິນເຂົ້າສວາຍ ແລະ ຈາກນັ້າ ເວລາ 1:30 ກໍ່ໄດ້ລົງໄປທີ່ໂຮງຮຽນປະຖົມໂພນສີດາ.
*ເຄື່ອງຊ່ວຍເຫຼືອ ແລະ ບັນດາ staff

ແຈກປຶ້ມ ບິກ ສໍ ຂະໝົມ ແລະ ໜັງສື ມີນາງແບບນຳ 55+

ຈາກນັ້ນກໍ່ມີການເຜືຍແຜ່ວິທີປ້ອງກັນພະຍາດໄຂ້ຍຸງ ແລະໄຂ້ເລືອດອອກໂດຍການການສະແດງລະຄອນຈາກນັກສະແດງມືອາຊີບ 

ຫລັງຈາກແລ້ວພິທີໝົດແລ້ວ ກໍ່ມີການຖ່າຍຮູບໄວ້ເປັນທີລະທຶກ ເອື້ຍ ທີ່ລະນຶກ

ສັງເກດເຫັນວ່າແຕ່ລະຄົນຈະມີແພໝັດຄໍສີບໍ່ຄືກັນ ໝາຍເຖິງ ສີຂອງແຕ່ລະກຸ່ມ

ອັນນິແຟນຄັບສ່ວນຕົວເດີ້ 

ກິດຈະກຳທີ່ໂຮງຮຽນປະຖົມໂພນສີດາກໍ່ຈົບລົງ
ຕອນຄ່ຳຂອງມື້ນັ້ນ ມີກິດຈະກຳແຄັ້ມໄຟ ມີການໂຊທ່າເຕັ້ນ ເພງປະຈຳກຸ່ມຂອງແຕ່ລະກຸ່ມ ສິ່ງສຳຄັນ ມີການປະກວດ MR and MISS KASEE CAMP
ຕົວຢ່າງ ກຸ່ມສີແດງ ເຊິ່ງເປັນກຸ່ມຂອງທອງໃສເອງ (ບໍ່ກ່ຽວກັບການເມືອງປະເທດເພື່ອນບ້ານເດີ້
)

ໜ້າເສຍດາຍ ບໍ່ມີຮູບ MR and MISS KASEE CAMP ມາໃຫ້ເບິ່ງຊ້ຳ
ຈົບກິດຈະກຳຂອງມື້ທຳອິດ ແຕ່ລະຄົນກໍ່ແຍກຍ້າຍກັນເຂົ້າຫ້ອງນອນ
ເຊົ້າຂອງມື້ຕໍ່ມາ ວັນທີ 1/ 5 /2010 ເວລາ 8:00ໂມງ ກໍ່ໄດ້ອອກເດີນທາງໄປ ໂຮງຮຽນປະຖົມໂພນສີດາ ແລະກໍ່ເຮັດກິດຈະກຳແບບເກົ່າ
ສະພາບຫ້ອງຮຽນ

ແຈກປຶ້ມ ບິກ ສໍ

ສະແດງລະຄອນ

ແລະ ກໍ່ຖ່າຍຮູບເປັນທີ່ລະນຶກ

ເປັນອັນວ່າກິດຈະກຳທີ່ໂຮງຮຽນໂພນສີດາໄດ້ຈົບລົງ ເວລາ 10:30ໂມງ
ຈາກນັ້ນພວກເຮົາກໍ່ອອກເດີນທາງຕໍ່ໄປຍັງໂຮງຮຽນ ປາກເປາະ ທີ່ເມືອງວັງວຽງ
ແລະກໍ່ມີກິດຈະກຳຄືກັບສອງໂຮງຮຽນຂ້າງເທິງ
*ນ້ອງນັກຮຽນຢືນລຽນແຖວຕ້ອນຮັບພວກເຮົາ ໜ້າປຶ້ມປິຕິຂະໜາດເລືຍ

ສີ່ສາວ ສຸດຮ໋ອດ ປະຈຳໂຮງຮຽນ ວ່າຊັ້ນ 

ຈົບກິດຈະກຳທັງໝົດແລ້ວ ພວກເຮົາພັກທີ່ວັງວຽງ 1ຄືນ
ກິດຈະກຳທີ່ໜ້າຕື່ນເຕັ້ນທີ່ສຸດກໍ່ມາເຖິງໃນຕອນຄ່ຳຂອງມື້ນັ້ນ
ຄື ມີການປະກວດການແຕ່ງກາຍ FANCY NIGHT PARTY ແຕ່ໜ້າເສຍດາຍອີກຄັ້ງເຮົາບໍ່ສາມາດເຜືຍແຜ່ຮູບອອກສູ່ສາທາລະນະຊົນໄດ້ 
ເຊົ້າຂອງມື້ຕໍ່ມາ ວັນທີ 2 /5 /2010 ພວກເຮົາກໍ່ໄດ້ແວ່ທ່ຽວຊົມສະຖານທີ່ທ່ອງທ່ຽວໃນຕົວເມືອງວັງວຽງ ເຊັ່ນ ຖ້ຳຈັງ ຖ້ຳລົມ

ແລະ ກໍ່ເດີນທາງກັບຄືນສູ່ນະຄອນຫຼວງວຽງຈັນໃນຕອນສວາຍຂອງມື້ນັ້ນຢ່າງປອດໄພ. ຂໍຂອບໃຈທີ່ຕິດຕາມ ແຕ່ຕົ້ນຈົນຈົບ