
ຂຽນເມື່ອ: ກ.ຍ.. 22, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ຕິດຕັ້ງເຈັດປ່ອງຢ້ຽມ (Windows 7) ຜ່ານ USB Flash Drive.
ບໍ່ໄດ້ຂຽນຕັ້ງດົນ... ມາມື້ນີ້ເກີດປ່ວງບ້າກະເລີຍຊອກໆແນວມາຂຽນເບິ່ງ ເພື່ອວ່າບາງທີອາດຈະເປັນຄວາມຮູ້ເພີ່ມເຕີມສຳລັບບາງຄົນ.
ບໍ່ຢາກຝອຍຫຼາຍ ມາເລີ່ມກັນເລີຍເນາະ.
ອຸປະກອນ:
1. USB Flash Drive ຢ່າງໜ້ອຍ 4 GB.
2. ແຜ່ນຕິດຕັ້ງເຈັດປ່ອງຢ້ຽມ (Windows 7).
3. ເຄື່ອງຄອມພິວເຕີຣ໌ທີ່ BIOS ສາມາດບູຕຜ່ານ USB Flash Drive ໄດ້.
ໝາຍເຫດ: ຕອນເຮັດນີ້ ຂະນ້ອຍໃຊ້ເຈັດປ່ອງຢ້ຽມຢູ່.
ເຮັດ:

1. ປ່ອນແຜ່ນເຈັດປ່ອງຢ້ຽມເຂົ້າໄປ, ສຽບ USB Flash Drive (ຈຶ໊ກ)ເຂົ້າໄປນຳ (ຕອນນີ້ກຳລັງບ້າ Gaia Memory ແຮງ ກະເລີຍມີໄອຄອນ Fang ຮ່າໆໆໆ).

2. ຄລິກ Start>All Programs>Accessories (ຂອງຂະນ້ອຍປ່ຽນຊື່ແລ້ວ ຮ່າໆໆໆ!)>ຄລິກຂວາຢູ່ Command Prompt ເລືອກ Run as administrator.

3. ຢູ່ທີ່ Command Prompt ພິມ DISKPART
ຫຼັງຈາກນັ້ນພິມ LIST DISK ເພື່ອເບິ່ງວ່າ USB Flash Drive ຢູ່ Disk ໃດນັ້ນເອງ (ຂອງຂະນ້ອຍຢູ່ Disk 6).

4. ພິມ SELECT DISK 6 (ເລືອກເປົ້າໝາຍ)
CLEAN (ເຮັດໃຫ້ຄວາມຈຳເສື່ອມ)
CREATE PARTITION PRIMARY (ສ້າງ Partition ເປັນແບບ Primary ຫຼືເປັນເດັກນ້ອຍປະຖົມ)

5. SELECT PARTITION 1
ACTIVE (ເຮັດໃຫ້ບູຕໄດ້)
FORMAT FS=NTFS (Format ໃຫ້ເປັນແບບ NTFS ນອນຖ້າເລີຍພີ່ນ້ອງ)

6. ASSIGN
EXIT(ແຕ່ຢ່າຟ້າວປິດ Command Prompt ເທື່ອ)

7. ພິມ H: (ຍ້ອນ DVD Drive ຂອງຂະນ້ອຍເປັນ H)
CD BOOT
ພິມ BOOTSECT.EXE /NT60 M: ເພື່ອສ້າງ Bootcode ໄປໄວ້ໃນ USB Flash Drive (ຂອງຂະນ້ອຍເປັນ M: ແຕ່ກ່ອນໜ້ານັ້ນເປັນ N: ງົງເລີຍ) ພໍແລ້ວໆກໍ່ບອກເລີກ Command Prompt ໄປໄດ້ເລີຍ.

8. Copy ຂໍ້ມູນທັງໝົດທີ່ຢູ່ໃນແຜ່ນເຈັດປ່ອງຢ້ຽມໄປໄວ້ໃນ USB Flash Drive (ຈົບ)
ເທົ່ານີ້ເຮົາກໍ່ຈະໄດ້ເຈັດປ່ອງຢ້ຽມທີ່ສາມາດຕິດຕັ້ງຜ່ານ USB Flash Drive ໄດ້ແລ້ວ (ຕັ້ງຜ່ານ USB Flash Drive ນີ້ໄວພີລຶກເລີຍ)