ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

"Squall" - ຄວາມຊົງຈຳດັ່ງພາຍຸປັ່ນປ່ວນ

 

alt

ຕັ້ງແຕ່ເກີດ ສຄອລລ໌ ເລອອນຮາຣ໌ທ ກໍ່ເປັນດັ່ງເດັກນ້ອຍອີກມາກມາຍໃນຊ່ວງເວລາດຽວກັນ ເຊິ່ງບໍ່ມີໂອກາດໄດ້ສຳຜັດຄວາມອົບອຸ່ນຈາກຜູ້ໃຫ້ກຳເນີດ... ເພາະວ່າ ຂະນະນັ້ນ ເປັນຍຸກທີ່ການປົກຄອງແບບຜະເດັດການ ໄດ້ແຜ່ຂະຫຍາຍສ້າງຄວາມເດືອດຮ້ອນໄປທົ່ວ ໂດຍຜູ້ນຳສູງສຸດ ແມ່ນຍິງສາວຜູ້ໂຫດຫ້ຽມ ແລະຊົງພະລັງປານວ່າອອກມາຈາກໂລກແຫ່ງຈິນຕະນາການ ທີ່ໄດ້ຮັບການຂະໜານນາມວ່າ ແມ່ມົດອາເດລ.

ພໍ່ຂອງເດັນນ້ອຍ ໄດ້ຈາກບ້ານໄປຕັ້ງແຕ່ກ່ອນທີ່ໂຕລາວຈະທັນມືນຕາມາເບິ່ງໂລກ ດ້ວຍພາລະກິດໄລ່ນຳຫາເດັກສາວອີກຄົນ໑ ທີ່ລາວຮັກດັ່ງລູກແທ້ໆເຊັ່ນກັນ... ເດັກສາວຄົນນັ້ນ ຖືກຍາດຊິງໄປໂດຍກອງກຳລັງແມ່ມົດ ເພື່ອທົດລອງເຖິງພະລັງເໜືອທຳມະຊາດບາງຢ່າງ... ເປັນພະລັງທີ່ພ້ອມຈະປ່ຽນແປງ ຍຸກສະໄໝ ແລະມີບົດບາດຢ່າງຫຼວງຫຼາຍ ຕໍ່ຊ່ວງຊີວິດຂອງໂຕເດັກໜຸ່ມເອງໃນພາຍຫຼັງ...

ການເດີນທາງອັນຍາວນານເພື່ອຍາດຊິງເດັກສາວນັ້ນ ແມ່ນວ່າຈະບໍ່ງ່າຍດາຍ ແຕ່ກໍ່ສາມາດຈົບລົງດ້ວຍດີ... ສາວນ້ອຍ "ເອລໂອເນ່" ໄດ້ກັບມາທີ່ບ້ານເກີດໃນທີ່ສຸດ... ແຕ່ວ່າ ຊາຍໜຸ່ມຜູ້ປຽບດັ່ງພໍ່ລ້ຽງທີ່ແສນໃຈດີ ພັດມີພັນທະສຳຄັນອີກມາກມາຍ ໃນການເປັນຜູ້ນຳກອງກຳລັງປົດແອກຈາກແມ່ມົດ ເຮັດໃຫ້ບໍ່ສາມາດເດີນທາງກັບບ້ານພ້ອມກັບລູກສາວຜູ້ໜ້າຮັກ... ໂຕລາວພາດໂອກາດ ສຳຄັນຍິ່ງ ທີ່ຈະໄດ້ເຫັນໜ້າລູກຊາຍຄົນສຳຄັນເມື່ອເກີດ... ແລະທີ່ຮ້າຍກວ່ານັ້ນ ໂຕລາວບໍ່ໄດ້ຢູ່ເບິ່ງໃຈ ເມື່ອຄາວທີ່ພັນລະຍາສຸດທີ່ຮັກຂອງລາວ ເສຍຊີວິດລົງ... ບໍ່ດົນຫຼັງຈາກທີ່ເກີດລູກຊາຍອອກມາ.

 

alt

...ເດັກຊາຍຜູ້ທີ່ພວກລາວຄາດຫວັງຈະໃຫ້ມີຫົວໃຈທີ່ແຂງແກ່ນກວ່າໃຜ ອ່ອນໂຍນຍິ່ງກວ່າຄົນອື່ນ ແລະເປັນທີ່ເພິ່ງຂອງຄົນອ້ອມຂ້າງໄດ້ຫຼາຍກວ່າຄົນອື່ນໆ... ສຄອລລ໌ ເລອອນຮາຣ໌ທ.

ເມື່ອມານດາຈົບຊີວິດລົງຕັ້ງແຕ່ຍັງຈື່ຄວາມບໍ່ໄດ້ ສຄອລລ໌ຈຶ່ງຖືກພາໂຕໄປທີ່ສະຖານທີ່ລ້ຽງເດັກກຳພ້າ ພ້ອມກັບເອລໂອເນ່ຜູ້ເປັນເອື້ອຍ ເຊິ່ງເປັນດັ່ງສາຍສຳພັນສຸດທ້າຍທີ່ລາວເຫຼືອຢູ່.

ບ່ອນລ້ຽງເດັກກຳພ້າແຫ່ງນີ້ ດຳເນີນການໂດຍຍິງກາງຄົນຜູ້ອ່ອນໂຍນ ນາມວ່າ "ອີເດຍ" ແລະສາມີຂອງນາງ... ແມ່ນວ່າໂຕນາງຈະສືບທອດພະລັງເໜືອທຳມະຊາດຈາກແມ່ມົດມາຕັ້ງແຕ່ຍັງນ້ອຍ ແຕ່ກໍ່ຍັງສາມາດຄວບຄຸມພະລັງນັ້ນໄວ້ ແລະຕ້ອງການຈະຖ່າຍທອດຄວາມຮັກ ແລະຕອບແທນຄວາມຮູ້ສຶກຜິດຂອງນາງ ໃຫ້ກັບເຫຼົ່າເດັກນ້ອຍທີ່ສູນເສຍພໍ່ແມ່ໄປກັບສົງຄາມທີ່ໄຮ້ຄວາມໝາຍໃນຍຸກປະຈຸບັນ.

ແມ່ນວ່າຈະຖືກລ້ຽງໂດຍຄູ່ຜົວເມຍທີ່ໜ້າຮັກພຽງໃດ ຖືກຫຸ້ມລ້ອມດ້ວຍໝູ່ເພື່ອນໄວໃກ້ຄຽງຈຳນວນມາກມາຍເທົ່າໃດ... ໂຕເດັກນ້ອຍ ສຄອລລ໌ເອງ ພັດບໍ່ຮູ້ສຶກວ່າ ຕົນຈະສາມາດຫາຄວາມອົບອຸ່ນອື່ນໃດໄດ້ນອກຈາກການຢູ່ໃກ້ຊິດກັບເອລໂອເນ່... "ເອື້ອຍ" ພຽງຄົນດຽວຂອງຕົນ.

ສັນຊາຕະຍານທຳອິດຂອງສິ່ງທີ່ມີຊີວິດ ຕ່າງກໍ່ຕ້ອງການສະແຫວງຫາຄວາມຮູ້ສຶກ "ອົບອຸ່ນ" ແລະ "ປອດໄພ" ເຊິ່ງເປັນພື້ນຖານສຳຄັນ ໃຫ້ພັດທະນາມາເປັນການປັບຕົວດີ້ນຮົນ ຕໍ່ສູ້ເພື່ອທີ່ຈະມີຊີວິດຢູ່ຕໍ່ ກ່ອນທີ່ຈະເຕີບໃຫຍ່ ເຂົ້າສັງຄົມ ແລະສືບທອດຜ່ານເຜົ່າພັນຕໍ່ໄປ...

ໜ້າເສຍດາຍ ທີ່ສຄອລລ໌ບໍ່ໄດ້ຮັບສິ່ງເຫຼົ່ານີ້ໃນລຳດັບຂັ້ນທີ່ເໝາະສົມ... ໂຕລາວເລິ່ມຕົ້ນຊີວິດແຕ່໐ ໂດຍທີ່ບໍ່ໄດ້ຮັບຮູ້ຄວາມຮັກຈາກຜູ້ໃຫ້ກຳເນີດ.

"ຄວາມຊົງຈຳ" ອັນດັບທຳອິດຂອງລາວ ຈຶ່ງບໍ່ແມ່ນສຳຜັດທີ່ອົບອຸ່ນຈາກພໍ່ແລະແມ່ ອັນເປັນສິ່ງເລີ່ມຕົ້ນທີ່ສຳຄັນທີ່ສຸດທີ່ຄົນເຮົາຈະຕ້ອງຄອບຄອງ ກ່ອນຈະຖ່າຍທອດຄວາມອົບອຸ່ນນັ້ນໃຫ້ຄົນອ້ອມຂ້າງ.

 

alt
...ເມື່ອບໍ່ໄດ້ເລີ່ມຕົ້ນກ້າວທຳອິດຈາກການໄດ້ຮັບຄວາມຮັກ ຈຶ່ງຍາກຫຼາຍທີ່ຈະສົ່ງຄວາມຮັກໃຫ້ຄົນອື່ນ... ສຄອລລ໌ພັດທະນາຄວາມຮູ້ສຶກທີ່ຈະຖ່າຍທອດ "ຄວາມຮັກ" ແລະ "ຄວາມຫ່ວງໃຍ" ຕໍ່ຄົນອ້ອມຂ້າງ ບໍ່ເຊັນເຈນເທົ່າທີ່ຄວນຈະເປັນ...

ກ່ອນທີ່ຕົວເຮົາຈະຮັກ ໄວ້ວາງໃຈ ແລະມີປະຕິສຳພັນກັບຜູ້ອື່ນນັ້ນ ຕົວເຮົາເອງ ຕ້ອງເລີ່ມຈາກໄດ້ຮັບສິ່ງເຫຼົ່ານັ້ນມາເປັນພື້ນຖານກ່ອນ... ຄ່ອຍໆສຶກສາ ແລະຮັບຮູ້ແບບຂອງສາຍສຳພັນທີ່ຫຼວງຫຼາຍ ເຊິ່ງຜ່ານເຂົ້າມາໃນໂຕ... ເຂົ້າໃຈໄດ້ເອງວ່າ ຄວາມຮູ້ສຶກໃດສ້າງປະໂຫຍດ ຄວາມຮູ້ສຶກໃດກໍ່ໂທດ... ສິ່ງໃດເຮັດໃຫ້ອົບອຸ່ນ ສິ່ງໃດເຮັດໃຫ້ອ້າງວ້າງ...

ແຕ່ວ່າ ສຄອລລ໌ເຊິ່ງມີ "ຄວາມຊົງຈຳ" ອັນດັບທຳອິດ ເປັນຄວາມໂດດດ່ຽວບໍ່ມີໃຜ ຈຶ່ງເຮັດໃຫ້ລາວຢ້າຍກົວທີ່ຈະຮັບຮູ້ ສຶກສາ ແລະຖ່າຍທອດອາລົມຄວາມຮູ້ສຶກຕ່າງໆຂອງຕົນເອງ ໃຫ້ກັບຄົນອ້ອມຂ້າງ.

ໂຕລາວເລີ່ມຕົ້ນຈາການຢູ່ພຽງຄົນດຽວ ແລະປະເຊີນໜ້າກັບຫຼາຍຄວາມຮູ້ສຶກທີ່ຖ່າຍທອດເຂົ້າມາຈາກຄົນອ້ອມຂ້າງ... ຄວາມເຫັນອົກ ເຫັນໃຈ ຄວາມສົງສານ ຄວາມກ້າ ຄວາມອ່ອນແອ ຄວາມສົມເວທະນາ ຄວາມຢ້ານກົວ ຯລຯ ບໍ່ວ່າມັນຈະເປັນຄວາມຮູ້ສຶກດ້ານບວກຫຼືດ້ານລົບກໍ່ຕາມ ສຳຫຼັບເດັກນ້ອຍຜູ້ໂດດດ່ຽວແລ້ວ ສິ່ງເຫຼົ່ານັ້ນກໍ່ໃຫ້ຜົນທີ່ບໍ່ຕ່າງກັນ... ມັນເຮັດໃຫ້ໂຕລາວຢ້ານກົວ ແລະຮູ້ສຶກບໍ່ໝັ້ນຄົງ.

"ຄວາມອົບອຸ່ນ" ແລະ "ຄວາມປອດໄພ" ສຳຫຼັບເດັກກຳພ້າເຊັ່ນໂຕລາວ ເຊິ່ງຖືກໂຍນເຂົ້າມາໃນກຸ່ມຄົນຢ່າງມາກມາຍທັນທີທັນໃດນັ້ນ... ຈະມີ ກໍ່ພຽງແຕ່ຈາກ"ເອື້ອຍ"ຄົນສຳຄັນ... ຄົນໆດຽວທີ່ຢູ່ໃນຄວາມຊົງຈຳຂອງໂຕລາວ ຕັ້ງແຕ່ຄັ້ງເຍົາໄວ.

...ເອລໂອເນ່ ເປັນ"ສາຍສຳພັນ"ແຕ່ພຽງ໑ດຽວ ທີ່ສຄອລລ໌ຍຶດໄວ້ສຸດແຮງ.

ເອລໂອເນ່ເປັນເດັກຍິງທີ່ມີອາຍຸຫຼາຍກວ່າຄົນສ່ວນໃຫຍ່ໃນສະຖານທີ່ລ້ຽງເດັກກຳພ້າແຫ່ງນີ້... ຄົນເກືອບທັງໝົດ ຈຶ່ງຮັກ ແລະນັບຖືນາງຄືກັບເປັນເອື້ອຍກົກຂອງທຸກໆຄົນ ແຕ່ມີສຄອລລ໌ເທົ່ານັ້ນ ທີ່ຍຶດໝັ້ນ ແລະຕິດພັນເອລໂອເນ່ຫຼາຍກວ່າຄົນອື່ນໆ... "ນ້ຳໜັກ"ຂອງຄວາມຮູ້ສຶກທີ່ມີໃຫ້ໜຽວແໜ້ນກວ່າທີ່ຄົນອື່ນໆຈະຢັ່ງເຖິງ...

ແຕ່ແລ້ວ ເໝືອນດັ່ງໂຊກຊະຕາແກ້ງ... ການນຳລ່າເດັກສາວ ເພື່ອນຳໄປທົດລອງເລື່ອງ "ພະລັງເໜືອທຳມະຊາດ"ຂອງນາງ ຍັງຄົງດຳເນີນຕໍ່ໄປ... ອີເດຍແລະສາມີ ສົ່ງໂຕເອລໂອເນ່ໃຫ້ເດີນທາງໜີໄປນຳເຮືອຂະໜາດຍັກ ທີ່ເປັນດັ່ງສະຖານທີ່ລ້ຽງເດັກກຳພ້າກາງທະເລ... ແລະປ່ອຍໃຫ້ເດັກສາວເຕີບໃຫຍ່ ຢູ່ທີ່ນັ້ນເປັນເວລາອີກກວ່າ໑໐ປີ...

"ເອື້ອຍ" ແລະ "ສາຍສຳພັນ" ອັນເປັນດັ່ງຫຼັກຖານພຽງ໑ດຽວ ທີ່ຢັ້ງຢືນກັບຕົວສຄອລລ໌ວ່າ ລາວຍັງມີຄົນທີ່ຮັກ ຍັງມີຄົນທີ່ປົກປ້ອງ ແລະຍັງມີຄົນໃຫ້ຍຶດເກາະໄວ້... ພັດຫາຍສາບສູນໄປຕໍ່ໜ້າຕໍ່ຕາ... ດັ່ງຟ້າຖະຫຼົ່ມ ແຜ່ນດິນທະລາຍ ເດັກນ້ອຍທີ່ຄວ້າຄວາມຮັກມາຈາກຈຸດເລີ່ມຕົ້ນທີ່ບໍ່ມີໃຜຄຽງຂ້າງ... ພັດຖືກຖິ້ມໃຫ້ຢູ່ພຽງລຳພັງອີກຄັ້ງ...

ສຄອລລ໌ເສົ້າເສຍໃຈ ແລະຍຶດຕິດຢູ່ກັບຄວາມຜິດຫວັງທີ່ເກີດຂຶ້ນຢ່າງປະຈຸບັນທັນດ່ວນ... ໄດ້ແຕ່ຮຽກຫາເອື້ອຍຄົນສຳຄັນຂອງລາວຊ້ຳແລ້ວຊ້ຳອີກ ພ້ອມກັບຍອມເຮັດທຸກຢ່າງ ເພື່ອໃຫ້ໄດ້ໂຕເອລໂອເນ່ກັບຄືນມາ... ລາວຈະບໍ່ຮ້ອງໄຫ້ ລາວຈະເຂັ້ມແຂງ ແລະຕໍ່ສູ້ໃຫ້ໄດ້ຫຼາຍກວ່າທີ່ເຄີຍ...

ບໍ່ມີສຽງຕອບຮັບ ເອລໂອເນ່ບໍ່ໄດ້ກັບມາພົບກັບນ້ອງຊາຍຄົນນີ້ອີກເລີຍ.

ຈາກພຶດຕິກຳການຮຽນຮູ້ ບົ່ງບອກວ່າ ສິ່ງມີຊີວິດທີ່ພັດທະນາມາຈົນມີສະຕິປັນຍາຄວບຄູ່ກັບສັນຊາຕະຍານ ຈະຮຽນຮູ້ແລະເຕີບໃຫຍ່ຈາກຄວາມຜິດພາດທີ່ເຄີຍພົບ ແລະເມື່ອພົບກັບບັນຫາເກົ່າອີກຄັ້ງ ກໍ່ພ້ອມທີ່ຈະມີການຕອບສະໜອງທີ່ປ່ຽນແປງໄປ... ບໍ່ວ່າຈະດີຂຶ້ນຫຼືຮ້າຍລົງກໍ່ຕາມແຕ່.

ດ້ວຍເຫດນີ້ ສຳຫຼັບສຄອລລ໌ແລ້ວ... "ການແຍກຈາກ" ຈຶ່ງເປັນສັນຍາລັກແຫ່ງຄວາມອັນຕະລາຍ ຄວາມບໍ່ໝັ້ນຄົງ ແລະຄວາມຮູ້ສຶກທີ່ແຕກສະຫຼາຍ... ຫົນທາງດຽວທີ່ຈະປ້ອງກັນການສູນເສຍ "ສາຍສຳພັນ" ໄປໄດ້ ໃນສາຍຕາຂອງເດັກນ້ອຍຜູ້ໂດດດ່ຽວແລ້ວ... ກໍ່ມີພຽງແຕ່ການ"ບໍ່ສ້າງ"ມັນຂຶ້ນມາເລີຍຕັ້ງແຕ່ຕົ້ນເທົ່ານັ້ນ...

ສຄອລລ໌ເຕີບໃຫຍ່ມາ ດ້ວຍການສ້າງຂອບປ້ອງກັນຢ່າງທີ່ລາວຕ້ອງການ ລາວການເປັນຄົນງຽບຂຶມ ບໍ່ສົນໃຈໃຜ ແລະພະຍາຍາມມີຊີວິດຢູ່ຜູ້ດຽວ ບໍ່ມີປະຕິສຳພັນກັບຄົນອື່ນ.

...ລາວເຮັດຕາມສິ່ງທີ່ລາວເຊື່ອໄດ້ຢ່າງດີ ແລະເຕີບໃຫຍ່ມາເປັນທະຫານຮັບຈ້າງທີ່ມີສີມືສູງສົ່ງ... ແຕ່ຊາຍໜຸ່ມພະຍາຍາມເຮັດເປັນຄົນໂດດດ່ຽວຫຼາຍເທົ່າໃດ ມັນກໍ່ຍິ່ງດຶງດູດຄວາມສົນໃຈຂອງຄົນອ້ອມຂ້າງ ແລະກາຍເປັນສະເໜ່ອັນໜ້າອັດສະຈັນ ທີ່ເຮັດໃຫ້ຜູ້ອື່ນຢາກເຂົ້າຫາຫຼາຍຍິ່ງຂຶ້ນ... ຍັງບໍ່ຕ້ອງເວົ້າເຖິງ"ສີມື"ແທ້ໆ ທີ່ໄດ້ຮັບການຜັດສີ ຈົນໂດດເດັ່ນກວ່າໝູ່ຮ່ວມຫຼຸ້ນທຸກໆຄົນ.

ແຕ່ແລ້ວມື້໑ ເປືອກໜາໆ ທີ່ຊາຍໜຸ່ມສ້າງຂຶ້ນມາຢ່າງເລັ່ງຮ້ອນ ກໍ່ຖືກເຮັດໃຫ້ສັ່ນໄກວ... ເມື່ອຍິງສາວນາມ "ຣີນໍຣ໌ ຮາຣ໌ທທິລລີ່" ໄດ້ປະກົດຕົວຂຶ້ນ.

 

alt

...ສາວນ້ອຍຜົມດຳຍາວ ຄົນທີ່ເຮັດໃຫ້ລາວເກີດຄວາມຮູ້ສຶກທຳອິດວ່າ... ນາງໜ້າອ່ອນຕໍ່ໂລກແທ້ໆ... ທັງບໍ່ຍອມຮັບດ້ານທີ່ໂຫດຮ້າຍຂອງສັງຄົມ ແລະພະຍາຍາມຢ່າງເອົາເປັນເອົາຕາຍ ທີ່ຈະຕໍ່ສູ້ເພື່ອສິ່ງທີ່ນາງຄິດວ່າບໍ່ຖືກຕ້ອງ.

...ຍິງສາວເວົ້າຈົ່ມແຕ່ເລື່ອງໃນອຸດົມຄະຕິ ເຊັ່ນການພະຍາຍາມປົດປ່ອຍຄົນທີ່ທຸກທໍລະມານ ການຕໍ່ສູ້ໂດຍທີ່ມີຄົນສູນເສຍໜ້ອຍທີ່ສຸດ ຫຼືຈົນເຖິງການປະຕິບັດພາລະກິດທີ່ເຕັມໄປດ້ວຍອຸດົມການກ້າແກ່ນ... ແຕ່ພັດເຕັມໄປດ້ວຍແຜນການທີ່ບໍ່ຮອບຄອບແລ້ວບໍ່ເຂົ້າທ່າ.

ແລະຍິ່ງກວ່ານັ້ນ... ບໍ່ວ່າຈະດີຫຼືຮ້າຍກໍ່ຕາມ... ນາງເລີ່ມທີ່ຈະສົນໃຈໂຕຊາຍໜຸ່ມ ແລະຕ້ອງການທີ່ຈະຮູ້ຈັກໂຕລາວໃຫ້ຫຼາຍຍິ່ງຂຶ້ນ...

ສຳຫຼັບໂຕສຄອລລ໌ທີ່ປິດກັ້ນຕົນເອງຈາກຄົນອື່ນໃນສັງຄົມແລ້ວ ສິ່ງທີ່ລາວຈະຍອມຮັບບໍ່ໄດ້ທີ່ສຸດ ກໍ່ແມ່ນການປ່ອຍໃຫ້ໃຜບາງຄົນ "ເຂົ້າມາ" ໃນຊີວິດ ແລະຫວຸ້ນວາຍກັບສິ່ງທີ່ລາວຈະຄິດ ສິ່ງທີ່ລາວຈະກະທຳ ແລະສິ່ງທີ່ລາວຈະຮູ້ສຶກ.

 

alt

"ກ່ອນທີ່ຕົວເຮົາຈະຮູ້ຮັກ ໄວ້ວາງໃຈ ແລະມີປະຕິສຳພັນກັບຜູ້ອື່ນນັ້ນ ຕົວເຮົາເອງ ຕ້ອງເລີ່ມຈາກໄດ້ຮັບສິ່ງເຫຼົ່ານັ້ນມາເປັນພື້ນຖານເສຍກ່ອນ"... ຄວາມຊົງຈຳທີ່ລົບເລືອນ ແລະຄວາມຢ້ານກົວຕໍ່ຄວາມບໍ່ໝັ້ນຄົງ ໄດ້ບົດບັງສາຍຕາຂອງຊາຍໜຸ່ມມາດົນນານ...

ໜຳຊ້ຳ ຜົນຂ້າງຄຽງຈາກການເຝິກຝົນເພື່ອເປັນທະຫານຮັບຈ້າງຂອງລາວ ຍິ່ງກັດກິນຄວາມຊົງຈຳຕັ້ງແຕ່ຄັ້ງເຍົາໄວໄປເທື່ອລະໜ້ອຍ... ເຫຼືອພຽງແຕ່ຄວາມຮູ້ສຶກທີ່ຈາງໆ ແລະຢ້ານກົວທີ່ຈະສ້າງຄວາມສຳພັນກັບຄົນໃດໆ...

 

alt

ຣີນໍຣ໌ເປັນຍິງທີ່ກົງກັນຂ້າມຢ່າງສິ້ນເຊີງ... ນາງບໍ່ເຫັນວ່າ ການພະຍາຍາມປິດກັ້ນຄວາມຮູ້ສຶກຂອງຕົນເອງ ແລະບົດບັງຕົວຕົນຈາກສັງຄົມພາຍນອກ ມັນຈະມີປະໂຫຍດບ່ອນໃດ... ນາງພະຍາຍາມຢ່າງສຸດຄວາມສາມາດ ທີ່ຈະເຂົ້າມາເປັນສ່ວນ໑ໃນ "ໂລກ" ຂອງຊາຍໜຸ່ມ.

ສຸດທ້າຍ ທ້າຍສຸດ... ອາດຈະກ່າວໄດ້ວ່າ ນາງເຮັດສຳເລັດ... ຫຼືຢ່າງໜ້ອຍ ຣີນໍຣ໌ກໍ່ກ້າວຜ່ານເກາະກຳບັງ ແລະເຂົ້າເຖິງຕົວຕົນຂອງ ສຄອລລ໌ ເລອອນຮາຣ໌ທ ໄດ້ຫຼາຍກວ່າຄົນອື່ນໆ ຈະເຄີຍເຮັດໄດ້ສຳເລັດ...

 

alt

ສຳຜັດທີ່ຫ່າງຫາຍໄປດົນນານ ທັງຄວາມຮັກ ຄວາມຫ່ວງໃຍ ຄວາມອົບອຸ່ນ ແລະຄວາມຮູ້ສຶກປອດໄພ... ໄດ້ກັບຄືນມາທີ່ໂຕຂອງຊາຍໜຸ່ມເທື່ອລະໜ້ອຍ... ເຊິ່ງ ຫາກຈະວ່າກັນແທ້ໆແລ້ວ ມັນກໍ່ເປັນສິ່ງທີ່ຄົນທົ່ວໄປ ເພິ່ງຈະພັດທະນາໃຫ້ມີຂຶ້ນ ຕັ້ງແຕ່ກ່ອນທີ່ຈະກ້າວພົ້ນໄວເດັກ...

...ແມ່ນວ່າຈະຊ້າໄປນັບສິບໆປີ... ແຕ່ທີ່ສຸດແລ້ວ ມັນກໍ່ໄດ້ເລີ່ມຕົ້ນຂຶ້ນໃນຫົວໃຈຂອງລາວ... "ສາຍສຳພັນ" ທີ່ລາວລຶບເລືອນໄປແສນດົນ.

ຕະຫຼອດເວລາທີ່ຜ່ານມາ ສຄອລລ໌ໃຊ້ຊີວິດໂດຍການ "ເບິ່ງເຂົ້າມາ" ພາຍໃນຈິດໃຈຂອງຕົນເອງເປັນຫຼັກໃຫຍ່... ແລະພະຍາຍາມຢ່າງຍອດຍິ່ງ ທີ່ຈະປົກປິດບໍ່ໃຫ້ໃຜເຂົ້າມາກ້າວກ່າຍອານາເຂດພາຍໃນຫົວໃຈຂອງລາວ.

...ແຕ່ເມື່ອປົມແຫ່ງຄວາມສູນເສຍທີ່ຊຸກເຊື່ອງຢູ່ນັ້ນ ໄດ້ຄາຍອອດມາຢ່າງຊ້າໆ... ແລະພາບທີ່ຈາງໆໃນຄວາມຊົງຈຳ ເລີ່ມກະຈ່າງແຈ້ງ... ຊາຍໜຸ່ມກໍ່ເລີ່ມທີ່ຈະເລີກຢ້ານກົວ ແລະກ້າທີ່ຈະ "ເບິ່ງອອກໄປ" ທີ່ຜູ້ຄົນ ແລະຄວາມເປັນຈິງທີ່ຢູ່ພາຍນອກ.

"ຄວາມຊົງຈຳ" ທີ່ຫວຸ້ນວາຍສັບສົນ ດັງພາຍຸທີ່ພັດປັ່ນປ່ວນ... ເລີ່ມທີ່ຈະສະຫງົບລົງຢ່າງຊ້າໆ... ຄວາມຮູ້ສຶກຜິດ ຄວາມຮູ້ສຶກອ່ອນແອ ແລະຄວາມຄຽດຊັງ ທີ່ຖືກສ້າງຂຶ້ນຈາກຈິດໃຈເມື່ອຄັ້ງຍັງເປັນ "ເດັກນ້ອຍສຄອລລ໌" ຜູ້ໄຮ້ພະລັງແລະຂາດຄວາມຮັກ ໄດ້ເຜີຍຂຶ້ນມາອີກຄັ້ງ ຕໍ່ໜ້າ "ສຄອລລ໌" ທີ່ເຕີບໃຫຍ່ ເຂັ້ມແຂງ ແລະພ້ອມທີ່ຈະເຂົ້າຕຳກັບພາບອະດີດ.

...ຜ່ານມາດົນນານ... ຊາຍໜຸ່ມໄດ້ປະເຊີນກັບພາບແຫ່ງບັນຫາທີ່ແທ້ຈິງເປັນຄັ້ງທຳອິດ... ຄວາມຮູ້ສຶກໂດດດ່ຽວ ແລະຢ້ານກົວການສູນເສຍ ທີ່ໂຕລາວຫຼີກໜີມັນມາຕັ້ງແຕ່ໄວເດັກ... ໄດ້ປະກົດຂຶ້ນທາງໜ້າອີກຄັ້ງ... ແຕ່ເທື່ອນີ້ "ຫຍັງ"... ທີ່ປ່ຽນໄປ?

 

alt

ຊາຍໜຸ່ມກ້າວເຂົ້າປະເຊີນກັບພາບແຫ່ງຄວາມຊົງຈຳອັນຂົມຂື່ນນັ້ນ ດ້ວຍຫົວໃຈທີ່ເຕີບໃຫຍ່ ແລະດ້ວຍຄວາມມຸ້ງໝັ້ນທີ່ກ້າແຂງ ດັ່ງຫົວໃຈຂອງສິງ.

...ອາດຈະບໍ່ມີໃຜມາມາດບອກໄດ້ເຖິງບົດສະຫຼຸບທີ່ແທ້ຈິງ ຂອງເລື່ອງລາວການປະເຊີນໜ້າຄັ້ງນັ້ນ...

ແຕ່ວ່າ ທ້າຍທີ່ສຸດແລ້ວ... "ຮອຍຍິ້ມ" ທີ່ປະກົດເປັນຄັ້ງທຳອິດ ເທິງໜ້າຂອງຊາຍໜຸ່ມ... ອາດຈະເປັນ"ຄຳຕອບ"ທີ່ຊັດເຈນທີ່ສຸດ ທີ່ລາວຈະສົ່ງມອບໃຫ້ກັບຜູ້ຄົນອ້ອມຂ້າງ... ຄົນທີ່ລາວຮັກ... ແລະຄົນທີ່ແຜ່ປະກາຍຢູ່ໃນຄວາມຊົງຈຳ...

Delicious Digg Fark Twitter