![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມ.ກ.. 4, 2009
| ມີ
0 ຄຳເຫັນ
ແລະ
0 trackback(s)
ບົດແປເນື້ອເລື່ອງ SRW OG ສາຍຣິວເຊຍ໌
![alt](http://img.laoupload.com/images/p3kav43w5hb9ptnecpbl.jpg)
ສາກທີ່໒໗
ແອດເລີຫ໌ສ້າງອາວຸດໃໝ່ທີ່ຮ້າຍແຮງໄດ້ສຳເລັດແລະສັ່ງໃຫ້ເທມເປສຕ໌ນຳອອກໄປໃຊ້ວຽກເພື່ອທົດສອບ ພ້ອມກັນນັ້ນກໍ່ໄດ້ສັ່ງໃຫ້ຮັນສ໌ໄປທຳລາຍເຮືອຮົບຮາງາເນະແລະຮິຣິວໄຄເພື່ອພິສູດຕົນເອງ.
ທາງດ້ານຮາງາເນະແລະຮິຣິວໄຄ ເມື່ອໄດ້ຮູ້ເຖິງແຜນການຂອງDCທີ່ເຊນກາຣ໌ຫຼູດປາກມາແລ້ວ, ພວກລາວກໍ່ຮີບມຸ້ງໜ້າໄປທີ່ເມືອງຫຼວງທັນທີ. ແນ່ນອນວ່າDCໄດ້ຖິ້ມກຳລັງດັກຖ້າໄວ້ກ່ອນແລ້ວ.
ທຸກຄົນຕົກຕະລຶງເມື່ອໄດ້ເຫັນວາລຊິອອນ ທີ່ເຄີຍເປັນຂອງບິອັນອີກຄັ້ງ ແຕ່ຄັ້ງນີ້ມັນເປັນສີຟ້າຂັບໂດຍເທມເປສຕ໌ທີ່ຍັງຈະປະກາດລ້າງແຄ້ນອີກຕາມເຄີຍ. ຣິວເນ່ໂມໂຫຫຼາຍທີ່ຜົນງານສຸດຮັກຂອງພໍ່ຖືກຮຽນແບບແລະອອກມາສູ່ສະໜາມຮົບພ້ອມກັບມາຊາຄີທັນທີ. ເທມເປສຈື່ຈິກັນສຄູໂດຂອງທາສຸຄຸໄດ້ ລາວບອກວ່າຈິກັນສຄູໂດນີ້ແຫຼະແມ່ນສາເຫດແຫ່ງການສູນເສຍເມື່ອ໑໖ປີກ່ອນ. ທາສຸຄຸຄິດອອກວ່າເຄີຍໄດ້ຍິນຄົນອື່ນເວົ້າເຖິງອະດີດທີ່ເສົ້າຂອງຈິກັນສຄູໂດ ແຕ່ລາວຈະຂໍໃຊ້ຈິກັນສຄູໂດນີ້ຕໍ່ໄປເພື່ອຊົດໃຊ້ອະດີດຂອງມັນກໍ່ແລ້ວກັນ.
ເມື່ອເທມເປສຕ໌ໄດ້ຮັບຄວາມເສຍຫາຍໄດ້ລະດັບ໑ ເທມເປສຕ໌ກໍ່ປ່ວງບ້າແລະຄິດແຕ່ເລື່ອງລ້າງແຄ້ນພຽງແຕ່ເລື່ອງດຽວ. ລາທູນີ່ຄິດອອກວ່ານາງເຄີຍຮູ້ຈັກລະບົບນີ້ ມັນແມ່ນKeimຊິສເຕັມ ລະບົບທີ່ເຮັດວຽກແບບMan-Machine Interface, ເຊິ່ງໃຊ້ເຊື່ອມຕໍ່ສະໝອງຂອງມະນຸດໃຫ້ຮັບການປະມວນຜົນຈາກຄອມພິວເຕີຣ໌ໂດຍກົງ ແຕ່ມັນກໍ່ສົງຜົນໃຫ້ຜູ້ໃຊ້ບໍ່ສາມາດຄວບຄຸມສະຕິຂອງຕົນເອງໄດ້ ແລະຄິດແຕ່ເລື່ອງທີ່ຕັ້ງໃຈໄວ້ໃນເວລານັ້ນແຕ່ພຽງຢ່າງດຽວ ສຳຫຼັບເທມເປສຕ໌ນັ້ນແມ່ນການລ້າງແຄ້ນ.
ຮັນສ໌ໄດ້ໂອກາດປະໂລອອກມາຈາກບ່ອນລີ້ພ້ອມກັບກອງທະຫານຂອງDCທີ່ດັກຖ້າຢູ່ກ່ອນແລ້ວ, ໄດເທັຕສຶຖາມເຫດຜົນຂອງຮັນສ໌ ຄຳຕອບກໍ່ແມ່ນສະຫະພັນໂລກນັ້ນອ່ອນແອເກີນກວ່າຈະຕໍ່ຕ້ານແອໂຣເກເຕີຣ໌ໄດ້ ຕ້ອງDCຕ່າງຫາກ ນັບຕັ້ງແຕ່ບິອັນຈາກໄປແລະDCເສື່ອມອຳນາດລົງ ກໍ່ໄດ້Earth Ceadleຄ້ຳຊູກຳລັງທີ່ຍັງເຫຼືອຢູ່ ໂດຍມີເປົ້າໝາຍໃນການຄັດເລືອກມະນຸດທີ່ມີຄ່າພຽງພໍໃຫ້ແຊ່ແຂງເກັບໄດ້ເພື່ອລໍຖ້າວັນທີ່ມະນຸດຕ່າງດາວຈະຖິ້ມໂລກນີ້ໄປ. ຮັນສ໌ເອງກໍ່ຕ້ອງການເປັນຜູ້ຖືກເລືອກນຳເຊັ່ນກັນ.
ຄຽວສຸເກະໃຊ້ໂອກາດນີ້ຊຳລະເລື່ອງທີ່ຄ້າງຄາລະຫວ່າງລາວກັບຮັນສ໌ດ້ວຍຄວາມຄຽດແຄ້ນທີ່ເກັບໄວ້ມາດົນນານ ອະສູນບ້າRampage Ghostແຜງລິດແລ້ວ. ຮັນສ໌ບໍ່ຢາກຈະເຊື່ອວ່າຈະຕ້ອງຕາຍແບບນີ້ ຈຶ່ງໄດ້ແຕ່ຫົວຂັວນຢ່າງປ່ວງບ້າກ່ອນເຮືອດຳນ້ຳຈະລະເບີດໄປ.
ສ່ວນເທມເປສຕ໌ນັ້ນແມ່ນວ່າວາລະສຸດທ້າຍກໍ່ຍັງຮ້ອງລ້າງແຄ້ນບໍ່ເລີກບໍ່ແລ້ວ. ລາທູນີ່ໄຫວ້ອາໄລໃຫ້ກັບພວກເຂົາກ່ອນຕາຍວ່າສົງຄາມຂອງເຈົ້າມັນຈົບລົງຕັ້ງແຕ່໑໖ປິກ່ອນແລ້ວ. ໃນທີ່ສຸດເທມເປສຕ໌ກໍ່ໄດ້ໄປພົບພັນລະຍາແລະລູກ.
ຫຼາຍຄົນກັງວົນກ່ຽວກັບວາລຊິອອນໄຄ ຍ້ອນເປັນໄປໄດ້ວ່າຍັງມີເຄື່ອງອື່ນໆເຫຼືອຢູ່ອີກ ແລະເຈົ້າຍິງໄຊນ໌ກໍ່ອາດຈະຖືກໃຊ້ເພື່ອໃຫ້ລະບົບKeimສົມບູນກໍ່ໄດ້.