![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມ.ກ.. 25, 2009
| ມີ
4 ຄຳເຫັນ
ແລະ
0 trackback(s)
Final Fantasy ໘
ຄຳສັນຍາ ແຫ່ງຊ່ວງເວລາອັນນິລັນດອນ
![alt](http://img.laoupload.com/images/vnytowhtqajrcpghr61.jpg)
Prologue
ຕັ້ງແຕ່ອະດິຕະການ ຈວບຈົນຮອດວັນທີ່ວິທະຍາການຈະເລີນກ້າວໜ້າເຖິງຂີດສຸດນີ້… ເປັນຕາຫົວຫຼາຍ ທີ່ຜູ້ດຳລົງຢູ່ໃນຈຸດສູງສຸດເໜືອສັບພະຊີວິດ ພັດບໍ່ແມ່ນມະນຸດຜູ້ຄົ້ນຄິດປະດິດສ້າງ ແຕ່ເປັນພວກສະຕຣີທີ່ມີພະລັງພິເສດເໜືອຈິນຕະນາການ ເຊິ່ງຖືກຮຽກດ້ວຍຊື່ລວມ ທີ່ສະທ້ອນເຖິງຄວາມຫວັ່ນວິຕົກ… ບັນດາ”ແມ່ມົດ”(Sorceress) ຜູ້ເປັນຕາຢ້ານ…
![alt](http://img.laoupload.com/images/7iu7uevpr3wkb9ttscx.jpg)
ກ່ອນໜ້າຍຸກປະຈຸບັນໄປພຽງແຕ່ໜ້ອຍດຽວ ທົ່ວທັງໂລກເຕັມໄປດ້ວຍຫາຍະນະຈາກ ແມ່ມົດອາເດລ(Adel)ຜູ້ຊົ່ວຮ້າຍ… ດ້ວຍພະລັງເວດທີ່ບໍ່ມີຜູ້ໃດທຽບທຽມ ແລະກອງທັບທີ່ເຕັມໄປດ້ວຍພະລັງແຫ່ງວິທະຍາສາດແລ້ວ ອາເດລສາມາດປົກຄອງຄົນດ້ວຍຄວາມຢ້ານກົວມາເປັນໄລຍະເວລາດົນນານ.
…ແຕ່ວ່າ ດ້ວຍທຳມະຊາດຂອງຜູ້ທີ່ເປັນແມ່ມົດນັ້ນ ເມື່ອເຖິງເວລາທີ່ສົມຄວນ ກໍ່ຈະຕ້ອງຖ່າຍທອດ”ພະລັງ”ຂອງຕົນ ໃຫ້ກັບຄົນສືບທອດທີ່ເໝາະສົມ… ກ່ອນຈະຈົບຊີວິດຂອງຕົນໄປໄດ້ຢ່າງສະຫງົບສຸກ.
![alt](http://img.laoupload.com/images/ohf1hcj43jt36zdf81a.jpg)
ຈຸດເລີ່ມຕົ້ນຂອງເລື່ອງລາວ ຢູ່ທີ່ວິກິດການຄັ້ງຍິ່ງໃຫຍ່ໃນຊີວິດຂອງສາວນ້ອຍ ເອລໂອເນ່(Ellone) ຜູ້ທີ່ມີຄວາມສາມາດໃນການ “ສົ່ງ” ຄວາມຮູ້ສຶກຂອງຄົນ ໃຫ້ຢ້ອນກັບໄປຊ່ວງເວລາຕ່າງໆໃນອະດີດໄດ້ຕາມຕ້ອງການ… ດ້ວຍພະລັງພິເສດທີ່ເໜືອມະນຸດທຸກຄົນນີ້ເອງ ເຮັດໃຫ້ເດັກຍິງຕົກເປັນເປົ້າສາຍຕາ ທັງໃນຖານະຕົວຢ່າງວິໄຈຊັ້ນເລີດ ແລະໃນຖານະ ວ່າທີ່“ໂຕແທນ”ແມ່ມົດຄົນຖັດໄປ ຕໍ່ຈາກອາເດລນັ້ນເອງ.
…ໃນທີ່ສຸດ ສາວນ້ອຍກໍ່ຖືກລັກພາໂຕໄປສູ່ມືຂອງແມ່ມົດ… ເຮັດໃຫ້ພໍ່ລ້ຽງຂອງນາງ “ລາກູນ່າ”(Laguna) ຕ້ອງຈາກພັນລະຍາແລະລູກໃນທ້ອງ ອອກເດີນທາງກວ່າເຄິ່ງໂລກ ເພື່ອໄລ່ຊອກຫາລູກສາວສຸດທີ່ຮັກຂອງຕົນກັບຄືນມາ.
ພາລະກິດໄລ່ນຳສາວນ້ອຍເອລໂອເນ່ຈົບລົງດ້ວຍດີ… ລາກູນ່າປະສົບຄວາມສຳເລັດໃນການເປັນຜູ້ນຳກອງທັບປົດແອກ ຜະນຶກແມ່ມົດອາເດລໄວ້ໃນຍານແຊ່ແຂງ ແລະຍິງຖິ້ມອອກໄປນອກອາວະກາດໄດ້ເປັນຜົນສຳເລັດ… ແຕ່ກຽດຕິຍົດ ແລະຕຳແໜ່ງຜູ້ປົກຄອງທີ່ລາວໄດ້ຮັບຕໍ່ມາຈາກແມ່ມົດອາເດລນັ້ນ… ເຮັດໃຫ້ລາວບໍ່ສາມາດຈະແຍກໂຕກັບບ້ານພ້ອມກັບເອລໂອເນ່… ຈົນບໍ່ໄດ້ແມ່ນກະທັ້ງຢູ່ເບິ່ງໃຈ ຍາມທີ່ພັນລະຍາເສຍຊີວິດ ແລະບໍ່ໄດ້ພົບໜ້າລູກຊາຍແທ້ໆແຕ່ຕອນເກີດ…
![alt](http://img.laoupload.com/images/gwj78fzp36olpcr8qvgs.jpg)
Shedding Tear
ຫຼັງຈາກສູນເສຍແມ່ຄົນສຳຄັນໄປ ເອລໂອເນ່ແລະນ້ອງຊາຍ ຜູ້ໄດ້ຮັບຊື່ທີ່ເຂັ້ມແຂງດັ່ງສິງວ່າ “ສຄອລລ໌ ເລອອນວຮາຣ໌ທ”(Squall Leohart) ກໍ່ພະເນຈອນໄປທີ່ບ່ອນລ້ຽງເດັກກ່ຳພ້າ ພ້ອມກັບເດັກນ້ອຍໄວໄລ່ລຽງກັນ ທີ່ລ້ວນແຕ່ສູນເສຍຄອບຄົວໄປໃນສົງຄາມແມ່ມົດອັນປ່າເຖື່ອນນັ້ນເອງ.
ແຕ່ຝັນຮ້າຍຍັງດຳເນີນຕໍ່ໄປ ເມື່ອການໄລ່ລ່າເອລໂອເນ່ເພື່ອໄປທົດລອງພະລັງພິເສດນັ້ນຍັງບໍ່ສິ້ນສຸດ… ອີເດຍ ເຈົ້າຂອງບ່ອນລ້ຽງເດັກກ່ຳພ້າຜູ້ອ່ອນໂຍນ ແລະເປັນອະດີດຜູ້ສືບທອດພະລັງແມ່ມົດ ໄດ້ເປັນຫ່ວງຄວາມປອດໄພຂອງສາວນ້ອຍ ຈຶ່ງສົ່ງໂຕເອລໂອເນ່ໄປລີ້ຢູ່ບ່ອນລ້ຽງເດັກກ້ຳພ້າກາງທະເລ… ແລະບໍ່ໄດ້ກັບມາພົບໜ້ານ້ອງຊາຍຂອງນາງເລີຍ ນັບແຕ່ນັ້ນເປັນຕົ້ນມາ.
ເດັກນ້ອຍສຄອລລ໌ເຕີບໃຫຍ່ມາຢ່າງໂດດດ່ຽວແລະໄຫວຫວັ່ນ.. ໂຕລາວເຊິ່ງບໍ່ເຄີຍໄດ້ຮັບຄວາມຮັກຈາກຜູ້ໃຫ້ກຳເນີດ ເມື່ອຕ້ອງສູນເສຍເອື້ອຍຄົນສຳຄັນໄປ… ທາງເລືອກທີ່ເຫຼືອຢູ່ ໃນການເຕີບໃຫຍ່ເປັນຜູ້ໃຫຍ່ຂອງລາວ… ຈຶ່ງຕ້ອງເປັນການ”ປິດຜະນຶກ” ອາລົມແລະຄວາມຮູ້ສຶກຂອງຕົນເອງ ປະຕິເສດທີ່ຈະສ້າງສາຍສຳພັນກັບໃຜໜ້າໃດ ພຽງແຕ່ເພື່ອຕົນເອງຈະບໍ່ໄດ້ເຈັບປວດຊ້ຳ໒ ກັບການແຍກຈາກຄົນທີ່ຕົນເອງຮັກ…
…ແລະແລ້ວ ຮອຍຍິ້ມທີ່ເປື້ອນໜ້າ ແລະນ້ຳຕາຂອງສິງໜຸ່ມ ກໍ່ແຫ້ງຫາຍໄປ ນັບແຕ່ນັ້ນເປັນຕົ້ນມາ…
![alt](http://img.laoupload.com/images/wwa3gwldlaul1nhhr8l4.jpg)
Tales from the Future
ເລື່ອງລາວບົດທີ່໒ເລີ່ມຕົ້ນຂຶ້ນ ເມື່ອ “SeeD” ທະຫານຮັບຈ້າງ ຜູ້ມີໜ້າທີ່ຫຼັກໃນການສັງຫານແມ່ມົດ ໄດ້ເດີນທາງໄລ່ລ່າ ແມ່ມົດອັລຕິມີເຊຍ(Ultimecia)ຈາກໂລກອະນາຄົດ ກັບມາທີ່ຍຸກປະຈຸບັນ ທາງໜ້າອິເດຍແລະເດັກນ້ອຍສຄອລລ໌.
…ອິເດຍຕັດສິນໃຈຈະຮັບມອບພະລັງເທື່ອສຸດທ້າຍຂອງແມ່ມົດຈາກອັລຕິມີເຊຍມາໄວ້ທີ່ຕົນເອງ ເພື່ອປົກປ້ອງພວກເດັກນ້ອຍຂອງນາງ… ແລະໄດ້ຮັບຮູ້ເຖິງການມີຢູ່ຂອງSeeDເປັນຄັ້ງທຳອິດ ຈາກປາກຂອງເດັກໜຸ່ມຈາກໂລກອະນາຄົດນັ້ນເອງ.
ອິເດຍແລະສາມີ ຕັດສິນໃຈກໍ່ສ້າງໂຮງຮຽນພິເສດ ພາຍໃຕ້ຊື່ “Garden”ຂຶ້ນມາ ຕາມຄຳແນະນຳຂອງຊາຍໜຸ່ມ ໂດຍການນຳເອົາເດັກກ່ຳພ້າມາບົ່ມເປັນກອງກຳລັງSeeD ໃນຖານະນັກຮຽນທະຫານທີ່ຮັບຈ້າງປະຕິບັດພາລະກິດສ່ຽງໄພຕ່າງໆ ແລະມີຈຸດໝາຍສູງສຸດທີ່ເຊື່ອງຢູ່ ເປັນການ”ກຳຈັດ”ແມ່ມົດກາລະກີນີ… ກຳຈັດໂຕ”ອິເດຍ”ທີ່ຖ້າມື້ຈະຖືກຄວບຄຸມນັ້ນເອງ!!
![alt](http://img.laoupload.com/images/01mg4k1nlkkh25jualu.jpg)
ສິງໜຸ່ມຜູ້ເຢັນຊາ ໄດ້ເຕີບໃຫຍ່ມາໃນຖານະSeeDຜູ້ມີສີມືດີ ແລະໄດ້ມີໂອກາດພົບກັບສາວນ້ອຍ ຣີນໍຣ໌ ຮາຣ໌ທທິລລີ່(Rinoa Heartily) ຜູ້ຈ້າງໃຫ້ລາວໄປຮ່ວມກັບກອງກຳລັງປົດປ່ອຍ ເພື່ອປະເຊີນໜ້າກັບ”ແມ່ມົດອິເດຍ” ຜູ້ຖືກຄວບງວຳຈາກພະລັງຂອງແມ່ມົດອັລຕິມີເຊຍແຫ່ງໂລກອະນາຄົດ.
…ອາດຈະກ່າວໄດ້ວ່າ ແຜນຮັບມືຂອງອິເດຍຕັ້ງແຕ່ຕອນນັ້ນ ດຳເນີນໄປດ້ວຍດີ… ບັນດາSeeDທີ່ບໍ່ຮູ້ຕື້ນ-ເລິກ ເຖິງໂຕຕົນທີ່ແທ້ຈິງຂອງແມ່ມົດຜູ້ເຄີຍເປັນແມ່ລ້ຽງຂອງພວກລາວ ໄດ້ຕໍ່ຂ້າຟັນກັນໄປຈົນບົດສະຫຼຸບ… ແມ່ມົດອິເດຍຖືກປົດປ່ອຍພະລັງດ້ານມືອໃນທີ່ສຸດ… ແຕ່ພະລັງແມ່ມົດນັ້ນ ພັດຖືກຖ່າຍທອດຕໍ່ໄປທີ່ສາວນ້ອຍຣີນໍຣ໌!!
![alt](http://img.laoupload.com/images/3kwdrpul0nox75840bd.jpg)
ສຸດທ້າຍ ແຜນການຂອງແມ່ມົດແຫ່ງໂລກອະນາຄົດ ອັລຕິມີເຊຍ ກໍ່ໄດ້ກະຈ່າງແຈ້ງຕໍ່ທຸກຄົນ… ນັ້ນແມ່ນຄວາມປາຖະໜາທີ່ຈະໃຊ້ພະລັງໃນການສົ່ງສະຕິຂອງເອລໂອເນ່ ເດີນທາງຢ້ອນກັບໄປຄວບງວຳແມ່ມົດຕ່າງຍຸກຕ່າງສະໄໝ… ເພື່ອເຮັດການ”ບີບອັດ”ມິຕິຫ້ວງເວລາ ທັງອະດີດ ປະຈຸບັນ ແລະອະນາຄົດ ໃຫ້ຄວບເຫຼືອແຕ່ຍຸກສະໄໝດຽວ.
… ແລະທີ່ຈຸດບັນຈົບ ແຫ່ງຊ່ວງເວລາທີ່ບີບອັດນັ້ນ… ສິ່ງມີຊີວິດພຽງ໑ດຽວທີ່ຈະຍັງເຫຼືອຢູ່ໄດ້ ທ່າມກາງຊາກຂອງການເວລາກໍ່ແມ່ນນາງ… ແມ່ມົດຜູ້ເປັນນິລັນດອນ!!!
![alt](http://img.laoupload.com/images/pt3xzr5vxpk8czfhafw3.jpg)
Behind the cover
Final Fantasy ໘ - “ບົດແຫ່ງຊ່ວງບັນຈົບ” ນີ້ ນັບເປັນອີກພາກ໑ ທີ່ປະຕິວັດນິຍາມຂອງໄຟນັລ ແຟນຕາຊີໃຫ້ປ່ຽນໄປຢ່າງຮຸນແຮງອີກຄັ້ງ໑ ດ້ວຍການປັບໂທນຂອງເລື່ອງ ໃຫ້ມີຄວາມ”ຮ່ວມສະໄໝ”ມາກມາຍຫຼາຍຢ່າງທີ່ບໍ່ເຄີຍເປັນມາກ່ອນ… ເນັ້ນການປະຍຸກລວມກັນ ລະຫວ່າງເທັກໂນໂລຢີສຸກລ້ຳຍຸກ ກັບສິ່ງເພີ້ຝັນທີ່ກັ່ນຕອງມາຈາກຈິນຕະນາການ.
…ແມ່ນວ່າຈະບໍ່ແມ່ນເທື່ອທຳອິດ ທີ່ມີການພະຍາຍາມໃສ່ “ວັດທະນະທຳ” ທີ່ລ້ຳສະໄໝ ຫຼື “ວິທະຍາການ” ໄຮເທັຄຈາກໂລກຄວາມຈິງເຂົ້າໄປໃນໂຕເກມ… ແຕ່ພາກນີ້ ກໍ່ນັບເປັນພາກທຳອິດ ທີ່ຈັບເອົາສິ່ງເຫຼົ່ານັ້ນມາສ້າງເປັນສາກໃຫຍ່ໂຕ ຈົນເຖິງຂັ້ນກາຍເປັນໂຄງຫຼັກຂອງພາກ… ແນ່ນອນວ່າ ແຟນໆຈຳນວນບໍ່ໜ້ອຍ ຍ່ອມຈະບໍ່ພໍໃຈເລີຍກັບການທີ່ຜູ້ສ້າງໄດ້ປິດກິ່ນອາຍແຫ່ງແຟນຕາຊີ ດ້ວຍບັນຍາກາດຂອງເທັກໂນໂລຢີສະໄໝໃໝ່ທີ່ຮຸນແຮງເປັນພິເສດ… ເປັນຕົ້ນແມ່ນ: ຍານອາວະກາດ ສະຖານນີພາກພື້ນດິນ ລິຟທ໌ແກ້ວທີ່ເຄື່ອນທີ່ຄວາມໄວສູງ ຯລຯ ທີ່ກໍ່ເກີດກະແສຕໍ່ຕ້ານໃນຊ່ວງເວລາດັ່ງກ່າວ.
![alt](http://img.laoupload.com/images/5ce21q66qb8k4b2x39.jpg)
ແຕ່ຖ້າເບິ່ງໃນອີກແງ່໑ ກໍ່ອາດຈະກ່າວໄດ້ວ່າ ນີ້ເປັນສະເໜ່ສະເພາະໂຕຂອງພາກ ທີ່ກ້ານຳເອົາແນວຄິດ”ຮ່ວມສະໄໝ”ເລັກໆນ້ອຍໆ ຈາກພາກກ່ອນໜ້າມາສານຕໍ່ ຈາກຮູບແບບຄວາມເປັນ”ແຟນຕາຊີຢ້ອນຍຸກ”ທີ່ຜູ້ຫຼິ້ນຕິດຕາມມາແສນດົນ… ເຊິ່ງກໍ່ໜ້າຈະເວົ້າໄດ້ເຕັມປາກວ່າ ເປັນການສ່ຽງທີ່ໄດ້ຜົນທີ່ໜ້າພໍໃຈເລີຍ… ຍ້ອນອົງປະກອບທີ່ເຫັນທັງໝົດນັ້ນ ລ້ວນແຕ່ເປັນຜົນລັບທີ່ໄດ້ກັ່ນຕອງມາຢ່າງພິຖີພິຖັນແລ້ວ ຈົນເກີດເປັນເອກະລັກທີ່ຕິດຕາຕິດໃຈບໍ່ມີໃຜຄື.
...ເມື່ອພິຈາລະນາຈາກຍຸກປະຈຸບັນ ແນວຄິດປະສົມປະສານຫຼາຍໆຢ່າງ ກໍ່ຍັງເດັ່ນເຫັນແຈ້ງໃນຄວາມຊົງຈຳ ເຊັ່ນ: ເຄື່ອງຈັກເວດມົນທີ່ສ້າງຂຶ້ນ ໂດຍຮຽນແບບຄື່ນສະໝອງຂອງຜູ້ມີພະລັງພິເສດ / ການຜະນຶກແມ່ມົດຜູ້ຊົ່ວຮ້າຍໃສ່ໂລງແຊ່ແຂງ ແລະຍິງຂຶ້ນໄປປ່ອຍໂຄຈອນໃນອາວະກາດ ຫຼືລວມຮອດອາຄານຂະໜາດໃຫຍ່ສີດຳມືດ ທີ່ໃຊ້ຄວບຄຸມປະກົດການເອີ້ນຫາສັດປະຫຼາດຈາກດວງຈັນ ເປັນຕົ້ນ.
ນອກຈາກສາກຫຼັກຂອງພາກທີ່ໃຫ້ອາລົມໄຊໄຟແລ້ວ ປະເດັນອື່ນໆທີ່ກໍ່ກະແສຕອບຮັບທີ່ຮຸນແຮງກໍ່ແມ່ນ: ຄວາມສຳພັນຂອງຄູ່ພະເອກ-ນາງເອກ ທີ່ຫຼາຍຄົນຄິດວ່າ ເນັ້ນຫຼັກໃນເລື່ອງຂອງ”ຄວາມຮັກ”ຫຼາຍຈົນອອກໜ້າອອກ... ເຊິ່ງໃນຄວາມເປັນຈິງ ປະເດັນເລື່ອງຄວາມຮັກນັ້ນ ໜ້າຈະເອີ້ນວ່າ ໄຟນັລ ແຟນຕາຊີ 6 ເມື່ອຄັ້ງກ່ອນນັ້ນຫຼາຍກວ່າ ທີ່ມີເລື່ອງລາວຄວາມຮັກຢູ່ຫຼາຍຮູບແບບ ແລະເນັ້ນຢ້ຳຫຼາຍສາຈົນເປັນປະເດັນຫຼັກຂອງພາກ.
![alt](http://img.laoupload.com/images/444j9hciksuhpdvjxvt.jpg)
“ຄວາມຮັກ” ໃນພາກ໘ນີ້ ແມ່ນວ່າຈະເບິ່ງປານກັບເປັນປະເດັນສຳຄັນ... ແຕ່ກໍ່ບໍ່ໄດ້ຖືກໃຫ້ຄວາມສຳຄັນສາເກີນພໍດີ ຈົບທັບແກນຫຼັກຂອງເນື້ອເລື່ອງໄປເລີຍ... ກົງກັນຂ້າມ ເລື່ອງລາວຄວາມຮັກໃນເຊີງໜຸ່ມ-ສາວຂອງຕົວລະຄອນຫຼັກນັ້ນ ຢູ່ໃນລະດັບທີ່ເລິກເຊິ່ງພໍເໝາະແລ້ວ ທີ່ຈະດຶງໂຕເນື້ອເລື່ອງ ແລະບັນຫາປົມທາງຈິດຂອງໂຕເອກ ໃຫ້ໄປສູ່ບົດສະຫຼຸບທີ່ລົງໂຕ ສົມເຫດສົມຜົນໄດ້ໃນຕອນທ້າຍເລື່ອງ.
...ເມື່ອພິຈາລະນາຈາກອົງປະກອບ ແລະບັນຍາກາດຫຼາຍຢ່າງແລ້ວ ອາດເວົ້າໄດ້ວ່າ ນີ້ແມ່ນອີກພາກ໑ ທີ່ມີສຽງຕອບຮັບຈາກຜູ້ຫຼິ້ນ ຫຼືຜູ້ຊົມທີ່ເປັນ”ຜູ້ຍິງ”ຫຼາຍທີ່ສຸດພາກ໑... ອາດຈະແມ່ນດ້ວຍການອອກແບບຕົວລະຄອນທີ່ເນັ້ນໜ້າຕາດີ ແລະການຂຽນບົດທີ່ຊວນໃຫ້ນຶກເຖິງເລື່ອງ ຫຼືໂທລະທັດສັນຊາດຕາເວັນອອກຢ່າງອົດບໍ່ໄດ້...
![alt](http://img.laoupload.com/images/rumxabxn3fycx4pvqhh9.jpg)
ທັງເລື່ອງລາວຄວາມຮັກທີ່ບໍ່ສົມຫວັງຂອງຫຼຸ້ນພໍ່ແມ່ ເລື່ອງການສານຕໍ່ໃນຫຼຸ້ນລູກ ຄວາມສຳພັນເລີ່ມຕົ້ນແບບຜິດກັນ ຊັງກັນຂອງຄູ່ພະເອກ-ນາງເອກ ລວມໄປເຖິງເລື່ອງຄວາມຂັດແຍ່ງລະຫວ່າງ໑ສາວກັບ໒ໜຸ່ມທີ່ເປັນຄູ່ຮັກຄູ່ແຄ້ນກັນເລື້ອຍມາ... ສິ່ງທັງຫຼາຍທັງປວງ ເຊິ່ງເກືອບຈະບໍ່ເຄີຍປະກົດໃນພາກກ່ອນນີ້ ຈະເບິ່ງວ່າມັນເຮັດໃຫ້”ຍຸ້ມ”ຫຼື”ປວດຮາກ”ກໍ່ດີ... ຢ່າງໜ້ອຍຜູ້ສ້າງກໍ່ປະສົບຄວາມສຳເລັດ ໃນການສ້າງບັນຍາກາດໂຣແມນຕິຄ ທີ່ຄົນຫຼຸ້ນໃໝ່ລື້ງເຄີຍ ເຂົ້າເຖິງງ່າຍ ແລະຂະຫຍາຍກຸ່ມເປົ້າໝາຍໄປໄດ້ຢ່າງທີ່ຕັ້ງໃຈ.
![alt](http://img.laoupload.com/images/6j2y57pebwuvjutsc0y.jpg)
ໂຕເກມກໍ່ພັດທະນາຈາກພາກກ່ອນຢ່າງເຫັນໄດ້ແຈ້ງ ທັງສັດສ່ວນຂອງຕົວລະຄອນ ການເຄື່ອນໄຫວທີ່ສົມຈິງ ແລະສາກMovieທີ່ສວຍງາມໂດດເດັ່ນ... ທັງສາກຕໍ່ສູ້ເປີດໂຕເກມ, ສາກເຕັ້ນລຳຂອງຄູ່ເອກ ແລະສາກທົ່ງດອກໄມ້ໃນຕອນຈົບ ຕ່າງກໍ່ລ້ວນແຕ່ເປັນພາບທີ່ຕິດຕາ ແລະຈື່ຈຳໄດ້ຈົນເຖິງທຸກມື້ນີ້.
...ແລະເໜືອສິ່ງອື່ນໃດ ນີ້ເປັນພາກທຳອິດຂອງຕະກຸນ ທີ່ມີເພງປະກອບຄຳຮ້ອງ(Vocal Song) ອອກມາໃນເກມຢ່າງເປັນທາງການ... ເພງສຳຄັນຈາກເນື້ອເລື່ອງທີ່ສະທ້ອນຄວາມສຸກ ຄວາມອົບອຸ່ນ ແລະຄວາມຮຽກຮ້ອງຫາ ຊວນໃຫ້ຜູ້ຫຼິ້ນລະນຶກເຖິງບົດສະຫຼຸບຂອງຄວາມຮັກທີ່ບໍ່ສົມຫວັງ... ເພງ “Eyes On Me” (ຄອຍວັນຮັກຫວນຄືນ-ເວີຣ໌ຊັ່ນລາວ ໂດຍ ອາເລັກຊານດຣາ) ທີ່ໂດ່ງດັງນັ້ນເອງ.
![alt](http://img.laoupload.com/images/ywfou3z3ljs69lbx6l.jpg)
ລະບົບເກມທີ່ອາດຈະມີພຽງແຕ່ລະບົບການຕໍ່ສູ້ແບບຍາດຊິງເວລາ(Ative Time Battle)ເທົ່ານັ້ນທີ່ຍັງສືບຕໍ່ມາ ແຕ່ສິ່ງຫຼັກທີ່ເຫຼືອ... ທັງໜ້າຕາເມນູສີຟ້າໃນຕອນຕໍ່ສູ້ ເງິນທີ່ໄດ້ຈາກການຂ້າມອນສເຕີຣ໌ ອຸປະກອນເຄື່ອງປ້ອງກັນທີ່ຫຼາກຫຼາຍ ແລະການຕັ້ງໜ້າຕັ້ງຕາເກັບເລເວລ... ທັງໝົດນັ້ນລ້ວນແຕ່ປ່ຽນໂສມໜ້າໄປ ແທນທີ່ດ້ວຍລະບົບເງິນເດືອນ ທີ່ຈະເພີ່ມຂຶ້ນຈາກການປະຕິບັດພາລະກິດແລະເຮັດຂໍ້ສອບເສັງ / ອາວຸດໃໝ່ທີ່ຈະໄດ້ຈາກການລວມວັດຖຸດິບມາຕີອັພເກຣດຂອງເກົ່າ / ພັດທະນາການຂອງມອນສເຕີຣ໌ທີ່ຈະເກ່ງຂຶ້ນເລື້ອຍໆຕາມໂຕເຮົາ / ການນຳມົນອະສູນມາເຊື່ອມຕໍ່ກັບຕົວລະຄອນ ໃຫ້ໄດ້ອະບີລິຕີໃໝ່ໆມາໃຊ້...
![alt](http://img.laoupload.com/images/ygjmko8y9yveak0mtus.jpg)
ແລະທີ່ລືມບໍ່ໄດ້ເລີຍກໍ່ແມ່ນ ລະບົບການDraw – “ດຶງ”ເວດມົນຈາກສັດຕູມາສະສົມໄວ້ໃຊ້ ຫຼືຕິດຕັ້ງເພື່ອເພີ່ມຄວາມສາມາດໃຫ້ກັບຕົວລະຄອນ... ເຊິ່ງເປັນລະບົບທີ່ແຟນເກມຫຼາຍຄົນຕ່າງເຫັນພ້ອມກັນວ່າ ເປັນລະບົບທີ່ບໍ່ໄດ້ເລື່ອງຫຼາຍທີ່ສຸດລະບົບ໑ໃນປະຫວັດສາດຕະກຸນໄຟນັລເລີຍແຫຼະ.
ເລື່ອງຂອງອະບີລິຕີ ແລະທ່າພິເສດໃນພາກນີ້ ມີການພັດທະນາໃຫ້ໜ້າສົນໃຈຂຶ້ນໄປອີກຂັ້ນ ດ້ວຍການພະຍາຍາມສ້າງ “Interaction” - ປະຕິສຳພັນລະຫວ່າງເກມກັບຜູ້ຫຼິ້ນໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການໃຊ້ທ່າໄມ້ຕາຍທີ່ຕ້ອງກົດປຸ່ມຕາມຈັ່ງຫວະ ກົດບີບໄວໆ ກົດຫ້ອງແບບສລອຕແມຊຊີນ ຫຼຶກົດຊຸດຄຳສັ່ງໃນເວລາຈຳກັດ ລວມໄປຮອດການຮຽນຮູ້ອະບີລິຕີຈາກການຍ່າງໄປມາ ອ່ານໜັ່ງສື ຫຼືການໃຊ້ໄອເທັມ ເປັນຕົ້ນ.
![alt](http://img.laoupload.com/images/vt3j5kbx1abl61ec741b.jpg)
Last page’s story – The Junction of Time
ແມ່ນວ່າຈະມີຄົນພະຍາຍາມຫຼາຍຕໍ່ຫຼາຍຄັ້ງ... ແຕ່ຣີນໍຣ໌ ຮາຣ໌ທີລີ່ ພັດເປັນຜູ້ຍິງຄົນທຳອິດແລະຄົນດຽວ ທີ່ສາມາດທຳລາຍໂສ້ແຫ່ງຄວາມຊົງຈຳອັນປ່ຽວເຫງົາຂອງຊາຍໜຸ່ມຈົນສຳເລັດ... ສຄອລລ໌ຮູ້ສຶກເຖິງຄວາມປາຖະໜາ ແລະຄວາມຮູ້ສຶກອັນຮຸນແຮງທີ່ເກີດຂຶ້ນໃນໃຈເປັນຄັ້ງທຳອິດ... ລາວສັນຍາຈາກຫົວໃຈ ວ່າຈະກັບໄປຫາຍິງສາວຄົນສຳຄັນຂອງຕົນໃຫ້ໄດ້.
...ປະຕິບັດການຄັ້ງໃຫຍ່ຂອງເຫຼົ່າSeeDເລີ່ມຕົ້ນຂຶ້ນເປັນຄັ້ງສຸດທ້າຍ... ທຸກຄົນຈັດການແມ່ມົດອາເດລທີ່ຖືກປຸກຂຶ້ນມາໄດ້ສຳເລັດ ອັລຕິມີເຊຍບໍ່ມີທາງເລືອກອື່ນ ຈຶ່ງຕ້ອງອາໄສຮ່າງຂອງຣີນໍຣ໌ເປັນພາຫະນະແຫ່ງແມ່ມົດປະຈຸບັນ... ເອລໂອເນ່ບໍ່ລໍຖ້າ ສົ່ງຈິດຂອງທັງ໒ກັບໄປທີ່ຮ່າງຂອງແມ່ມົດໃນຍຸກອະດີດ... ອັລຕິມີເຊຍຍິ້ມ ແຜນການບີບອັດເວລາຕ່າງຍຸກຕ່າງສະໄໝ... ປະສົບຜົນສຳເລັດແລ້ວ...
ແຕ່ກ່ອນທີ່ແມ່ມົດຮ້າຍຈະທັນຮູ້ໂຕ ເອລໂອເນ່ຕັດການເຊື່ອມຕໍ່ຂອງສະຕິທັງໝົດ... ດຶງຣີນໍຣ໌ກັບຍຸກປະຈຸບັນ ແລະລາກອັລຕິມີເຊຍກັບໄປທີ່ໂລກອະນາຄົດໄດ້ສຳເລັດ... ສຄອລລ໌ເດີນທາງຜ່ານຫ້ວງເວລາທີ່ຖືກບີບອັດນັ້ນ ໄປປະກົດກາຍຕໍ່ໜ້າແມ່ມົດຮ້າຍໃນຍຸກອະນາຄົດ... ແລະກຳຈັດນາງລົງໄດ້ສຳເລັດ.
![alt](http://img.laoupload.com/images/cge6an2zuk33xw9dv7g1.jpg)
......ພາບອ້ອມຂ້າງມົວໆ... ຊາຍໜຸ່ມຫຼົງທາງກັບໝູ່ເພື່ອນ ໃນມິຕິເວລາທີ່ແສນສັບສົນ... ສິ່ງທີ່ປະກົດຢູ່ທາງໜ້າຂອງລາວ ຄືຮ່າງທີ່ເຈັບຊ້ຳກ່ອນສິ້ນລົມຂອງອັລຕິມີເຊຍ ໃນບ່ອນລ້ຽງເດັກກ່ຳພ້າທີ່ລາວລື້ງເຄີຍເມື່ອໃນອະດີດ... ພ້ອມກັບອິເດຍ ແລະໂຕຂອງລາວເອງ ໃນຍາມນ້ອຍ.
...ທີ່ຈຸດບັນຈົບແຫ່ງຊ່ວງເວລາທັງໝົດນັ້ນເອງ ສິງໜຸ່ມເຂົ້າໃຈໄດ້ທັນທີວ່າ ໜ້າທີ່ໃນຍຸກສະໄໝຂອງລາວ ກຳລັງຈະສິ້ນສຸດລົງໃນບໍ່ດົນ ແລະເຖິງເວລາແລ້ວ ທີ່ລາວຈະສົ່ງຕໍ່ ບອກຜ່ານເລື່ອງລາວທັງປວງ ໃຫ້ກັບ”ຕົວຕົນ”ຂອງ”ຕົນເອງ”ທີ່ກຳລັງໄລ່ນຳມາຈາກຫ້ວງອະດີດທີ່ຫ່າງໄກ...
![alt](http://img.laoupload.com/images/pmiszp3qwwoqu2vdj2j.jpg)
Closing Comment
ກ່າວໂດຍສະຫຼຸບ... ພາກທີ່໒ຂອງໄຕຣພາກທີ່໓ໃນຕະກຸນFFນີ້ ເປັນອີກ໑ຈຸດບັນຈົບ ທີ່ເຊື່ອງຕໍ່ອົງປະກອບລວມທັງໝົດຂອງຕະກຸນສະໄໝເກົ່າກ່ອນເຂົ້າກັບເສັ້ນທາງທີ່ໂຕມັນຈະມຸ້ງໜ້າຕໍ່ໄປໃນອະນາຄົດ... ເປັນການປ່ຽນແປງໃນຫຼາຍໆດ້ານ ທີ່ຍ່ອມຈະຫຼີກກະແສທີ່ຮຸນແຮງບໍ່ໄດ້... ແຕ່ຖ້າເບິ່ງຢ້ອນໄປຈາກທຸກມື້ນີ້ ພາກນີ້ນັບວ່າເປັນພາກສຳຄັນ ທີ່ມີບົດບາດຕໍ່ທິດທາງຂອງຕະກຸນໃນຍຸກຕໍ່ໆມາ ແລະຊ່ອຍຂະຫຍາຍກຸ່ມເປົ້າໝາຍຂອງໂຕເກມໃຫ້ກ້ວາງໄກຂຶ້ນຫຼາຍ ຈົນເຖິງຂັ້ນເປັນປະກົດການເລີຍກໍ່ວ່າໄດ້.