ທ່ານຄົງເຄີຍເຫັນຕົວລະຄອນ໒ໂຕທີ່ປະກົດຢູ່ໃນFFພາກຫຼັງໆທີ່ຂ້າພະເຈົ້າຈະກ່າວເຖິງແນ່ນອນ ໂດຍການປະກົດໂຕຄັ້ງທຳອິດຂອງຄູ່ນີ້ນັ້ນ ຜູ້ຫຼິ້ນສາມາດບັງຄັບໄດ້ນຳອີກ ແລະຕົວລະຄອນທີ່ຈະເວົ້າເຖິງກໍ່ແມ່ນ໒ໂຕທາງລຸ່ມນີ້ແຫຼະ. ໒ຄົນນີ້ຊື່ວ່າ Vicks ກັບ Wedge ແຕ່ຄວາມຈິງແລ້ວຄົນທຳອິດຊື່ Biggs ຍ້ອນນັກແປເກມ FF VI ນັ້ນໄດ້ແປຜິດ ເນື່ອງຈາກສຽງໃນພາສາຍີ່ປຸ່ນນັ້ນ ໂຕ V ບໍ່ສາມາດອອກສຽງໄດ້ ໃຊ້ໂຕ B ແທນ, ຄົນແປກໍ່ເຂົ້າໃນຜິດວ່າຄົນສ້າງຕ້ອງການໃຫ້ສຽງອອກຕາມແບບນັ້ນ ເລີຍຈັດການປ່ຽນສຽງຈາກ Biggs ກາຍເປັນ Vicks. ນອກຈາກພາກ໖ແລ້ວ ໒ຄົນນີ້ຍັງໄປປະໂລໃນພາກຫຼັງໆແລະເກມຂອງຄ້າຍ Square ຈົນເປັນເຫດໃຫ້ຫຼາຍຄົນສົງໄສວ່າ໒ຄົນນີ້ມາແບບໃດ ຈະຄື ຊິດ, ໂຈໂຄໂບະ ລວມໄປຈົນເຖິງ ໂມລໂບນ ຍ້ອນຖືເປັນຕົວລະຄອນທີ່ຈະປະໂລມາຫຼາຍໆພາກໃນFF. ຈາກການສືບໄປ-ສືບມາຂອງແຟນໆຢູ່ຕ່າງປະເທດກໍ່ເຮັດໃຫ້ໄດ້ຮູ້ວ່າ ໒ຄົນນີ້ມາຈາກເລື່ອງ Star Wars ນັ້ນເອງ. ໒ຄົນນີ້ປະກົດໂຕໃນ Star Wars ຖານະນັກບິນຮ່ວມຝູງຮົບ X-Wing ຂອງ Luke ທີ່ໄປຖະຫຼົ່ມດາວມໍລະນະໃນພາກ A New Hope (Episode IV: A New Hope) Biggs Darklighter ກັບ Wedge Antilles. ໂດຍBiggsແມ່ນຄົນທີ່ເຂົ້າໄປຊ່ອຍLukeບໍ່ໃຫ້ຖືກດາຣ໌ທ ເວເດີຣ໌ໄລ່ຕິດຕາມ ແລະຍອມສະລະຊີບເພື່ອໃຫ້ວຽກສຳເລັດຜົນ, ສ່ວນWedgeນັ້ນລອດຈາກເສິກຄັ້ງນີ້ໄປໄດ້ ແລະມີບົດບາດໃນພາກຫຼັງໆນຳອີກ (໒ພາກຕໍ່ມາ ແລະພາກນິຍາຍ) ແລະຂ້າພະເຈົ້າຂໍສະຫຼຸບບົດບາດຂອງ໒ຄົນນີ້ໃນFFອີກເທື່ອ໑ ເພື່ອມີຄົນຕ້ອງການຢາກຮູ້ລາຍລະອຽດເດີ້.
- Final Fantasy VI ໃນບົດບາດທະຫານຂອງຈັກກະພັດ ທີ່ໄດ້ຮັບພາລະກິດຮ່ວມກັບ Terra Branford ຕົວລະຄອນເອກໃຫ້ມາຄົ້ນຫາພະລັງ Esper ໃນເມືອງ Narshe, ແຕ່ເມື່ອເຂົ້າໃກ້ຫີນ Esper ທັງ໒ຄົນກໍ່ຖືກພະລັງເລິກລັບດູດຫາຍໄປຕະຫຼອດການ. - Final Fantasy VII ໃນບົດບາດຂອງສະມາຊິກກຸ່ມກໍ່ການຮ້າຍ AVALANCE ຫຼຸ້ນທີ່ມີ Barret Wallance ເປັນຫົວໜ້າ.
- Final Fantasy VIII ໃນບົດບາດທະຫານ Galbadian ທີ່ກຸ່ມຂອງພວກ Squall ໄດ້ພົບໃນພາລະກິດທີ່ຫໍຄອຍເມືອງ Dollet ໃນແຜ່ນທີ່໑ (ເຊິ່ງຖືກBossເປົ່າໄປໃສກະບໍ່ຮູ້) ຫຼັງຈາກນັ້ນກໍ່ໄປພົບອີກເທື່ອ໑ຢູ່ຄຸກ D-District ໃນແຜ່ນທີ່໒ ແລະເທື່ອສຸດທ້າຍຢູ່ Lunatic Pandora ນອກຈາກນັ້ນຍັງເປັນຄົນປ້ອງກັນອີກນຳ.
- Final Fantasy X ແລະ X-2 ໃນບົດບາດຄົນຍາມໜ້າສະໜາມແຂ່ງຂັນ Blitzball ຢູ່ເມືອງ Luca ແລະຍັງສາມາດຊວນມາຫຼິ້ນໃນທີມໄດ້ນຳ (ຍັງເກ່ງອີກຕ່າງຫາກ). - Final Fantasy XII ໃນບົດບາດທະຫານ Archadian ຊື່ Gibbs ກັບ Deweg (ເອົາມາຮຽງແບບAnagram) ທີ່ຢູ່ເມືອງ Nalbina. - Final Fantasy Tactics ໃນບົດບາດອັດສະວິນທີ່ບໍ່ມີບົດບາດ ແລະຕາຍທີ່ວິຫານ Orbonne Monastery. - Final Fantasy Tactics Advance ຈະປະກົດເປັນຕົວລະຄອນຊື່ໂລເລ. ນອກຈາກນີ້ຍັງມີບົດບາດໃນເກມອື່ນໆອີກເຊັ່ນ: