ປະຫວັດໂຈໂຄໂບະ
ຂ້າພະເຈົ້າເຊື່ອວ່າແຟນເກມຕະກຸນFFຕ້ອງຮູ້ຈັກກັບໂຈໂຄໂບະ(「チョコボ」, Chocobo?) ນົກຂະໜາດໃຫຍ່ແນ່ນອນ ແຕ່ຈະມີຈັກຄົນທີ່ຮູ້ວ່າໂຕນົກໃຫຍ່ສີເຫຼືອງ (ຫຼືສີອື່ນໆ) ນັ້ນມີທີ່ມາແບບໃດ ມື້ນີ້ຂ້າພະເຈົ້າຈຶ່ງຂໍນຳມາສະເໜີປະຫວັດຂອງໂຕນີ້. ໂຈໂຄໂບະ ນົກໃຫຍ່ສີເຫຼືອງທີ່ປະກົດໂຕໃນຕະກຸນFFເກືອບທຸກພາກນັ້ນ ເປັນນົກຕະກຸນດຽວກັນກັບນົກກະຈອກເທດ ໂດຍທົ່ວໄປຈະມີສີເຫຼືອງ ແຕ່ກໍ່ມີສີອື່ນນຳ ເຊິ່ງພວກທີ່ມີສີແຕກຕ່າງຈາກປົກກະຕິຈະມີຄວາມສາມາດພິເສດ ໃນເກມນັ້ນຈະຖືກໃຊ້ໃນຫຼາຍປະເທດເຊັ່ນ ພາຫະນະຂົນສົ່ງ ພາຫະນະສົງຄາມ ຈົນກະທັ້ງເປັນມົນອະສູນກໍ່ມີ ສຽງຮ້ອງຂອງນົກໂຕນີ້ຈະອອກສຽງໄດ້໒ແບບຄື: ແບບຍີ່ປຸ່ນຈະເປັນ “ຄູເອະ” (クエ, Kue) ແຕ່ໃນພາກອັງກິດຈະຖືກປ່ຽນເປັນ “ວ໊າກ” (Wark) ໂຈໂຄໂບະເປັນສີມືການອອກແບບຂອງ Koichi Ishii ໑ໃນທີມງານສ້າງFFຫຼາຍພາກທີ່ຜ່ານມາແລະເກມຕະກຸນSeiken ໂດຍຕົ້ນແບບຂອງນົກໂຕນີ້ມາຈາກPresenterຊັອກໂກແລັດໂຕ໑ເຊິ່ງເປັນນົກຄືກັນ ຊື່ວ່າ “ຄຽວໂຣະ ຈັງ” (Kyoro Chan) ແລະຊື່ຂອງສິນຄ້ານັ້ນກໍ່ແມ່ນ “ໂຊໂຄບອລ” (Chocoball) ເຊິ່ງເປັນທີ່ມາຂອງນົກໂຕນີ້ເອງ. ການປະກົດໂຕຄັ້ງທຳອິດຂອງນົກເຫຼືອງໂຕນີ້ແມ່ນ FF II ໃນຖານະເປັນແຕ່ພາຫະນະໃຊ້ເດີນທາງໄດ້ວ່ອງໄວກວ່າຍ່າງ ແລະບໍ່ຕ້ອງພົບສັດຕູ ແຕ່ເມື່ອລົງຈາກຫຼັງແລ້ວມັນຈະແລ່ນຫາຍໄປທັນທີ. ແລະນັບຈາກນັ້ນເປັນຕົ້ນມາFFເກືອບທຸກພາກກໍ່ຕ້ອງມີມັນເປັນສ່ວນ໑ຂອງເກມ ບໍ່ເວັ້ນແມ່ນແຕ່ໜັງເລື່ອງ The Spirits Within ກໍ່ຍັງມີມັນປະກົດໂຕນ້ອຍໆໃຫ້ໄດ້ເຫັນ. ເຫັນບໍ່ວ່າຢູ່ບ່ອນໃດ? ນອກຈາກຈະປະກົດໂຕຢ່າງຕໍ່ເນື່ອງໃນຕະກຸນFFແລ້ວ ມັນຍັງອອກໄປອາລະວາດຕາມຕະກຸນອື່ນໆຂອງຄ້າຍເຊັ່ນ: - ເປັນຕົວລະຄອນລັບໃນເກມຕໍ່ສູ້ຊື່ Tobal 2, - ເປັນມອນສເຕີຣ໌ໃນເກມຕະກຸນ Seiken Densetsu, - ເປັນຍານອາວະກາດໃນ Kingdom Hearts. ຍັງບໍ່ລວມຕະກຸນຂອງຕົນເອງແຍກອອກມາອີກຕ່າງຫາກນຳ.