ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2009 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

FF - Yasumi Matsuno ຜູ້ສ້າງໂລກ Ivalice

alt
ປະຫວັດ
Yasumi Matsuno ເກີດເມື່ອປີ ໑໙໖໖໕ ທີ່ແຂວງ Nigata ປະເທດຍີ່ປຸ່ນ. ຕອນທີ່ລາວກຳລັງຮຽນຢູ່ລະດັບມະຫາວິທະຍາໄລ ລາວມັກນິຍາຍຂອງ AD&D novels ແລະມັກ Freddie Mercury ນັກຮ້ອງນຳວົງ Queen ເປັນພິເສດ, ເຮັດໃຫ້ລະຫວ່າງທີ່ຮຽນນັ້ນເອງລາວກໍ່ໄດ້ຂຽນນິຍາຍແຟນຕາຊີຂອງລາວເອງ ຄວາມຍາວ໘ຕອນ ໃນຊື່ວ່າ “Ogre Battle Saga” ເຊິ່ງຕໍ່ມາຊື່ນີ້ກໍ່ໄດ້ກາຍມາເປັນຊື່ເກມທີ່ສ້າງຊື່ໃຫ້ກັບລາວ.

ຫຼັງຈາກທີ່ຈົບການສຶກສາໃນປີ ໑໙໘໙ ລາວກໍ່ໄດ້ເລີ່ມສ້າງຄວາມຝັນຂອງລາວໃນການເປັນ Game Designer ໂດຍວຽກທຳອິດທີ່ບໍລິສັດກໍ່ແມ່ນການເຮັດເກມ ທີ່ມີຊື່ວ່າ Matendouji (ຫຼືໃນຊື່ອັງກິດວ່າ Conquest of the Crystal Palace) ໃນເຄື່ອງເກມ NES, ຕໍ່ຈາກນັ້ນກໍ່ມີ Dungeon KiD ໃນ NES ແລະ Battle Pingpong ໃນ GB. ຈົນໃນປີ ໑໙໙໑ ລາວໄດ້ເຮັດວຽກຮ່ວມກັບ Hiroshi Managawa ໃນເກມທີ່ຊື່ວ່າ Magical Chase ແລະເປັນການພົບກັນຂອງທີມງານທີ່ຂ້າພະເຈົ້າມັກທີ່ສຸດ.
alt
ຫຼັງຈາກນັ້ນ໒ປີ Matsuno ກໍ່ໄດ້ນຳສະເໜີຜົນງານເຂົ້າບ່ອນປະຊຸມຂອງບໍລິສັດ ແລະແນວຄິດຂອງຜົນງານໃນເທື່ອນີ້ກໍ່ແມ່ນນິຍາຍແຟນຕາຊີທີ່ລາວຂຽນຂຶ້ນເອງເມື່ອຕອນທີ່ຍັງຮຽນບໍ່ທັນຈົບນັ້ນເອງ ໂດຍໄດ້ພົບກັບ Akihiko Yoshida ນັກອອກແບບຕົວລະຄອນທີ່ພາຍຫຼັງກາຍມາເປັນນັກອອກແບບຄູ່ໃຈຂອງລາວໃນທຸກໆໂຄງການ ບວກກັບນັກອອກແບບສິລະປະ Hiroshi Minagawa ເຮັດໃຫ້ເກມທີ່ຊື່ວ່າ Ogre Battle: March of the Black Queen ໄດ້ອອກມາໃຫ້ນັກຫຼິ້ນເກມໃນຍຸກນັ້ນໄດ້ສຳຜັດ.
alt
ການປະກົດໂຕຂອງຕະກຸນເກມໃໝ່ຄັ້ງນັ້ນສ້າງກະແສຄວາມນິຍົມຢ່າງເຫຼືອເຊື່ອ ຈົນທາງບໍລິສັດຕ້ອງຂໍຮ້ອງໃຫ້ Matsuno ເຮັດພາກຕໍ່ຂອງເກມໂດຍທັນທີ. ລະຫວ່າງທີ່ລາວເຮັດພາກຕໍ່ນັ້ນ ລາວໄດ້ອອກທ່ຽວໄປຫຼາຍໆບ່ອນໃນປະເທດຢູໂຣບເພື່ອເກັບຂໍ້ມູນ ແລະວັດທະນະທຳ ສະຖາປັດຕະຍະກຳ ແລະຄວາມເຊື່ອທາງສາດສະໜາມາເປັນຂໍ້ມູນໃນການເຮັດເກມ ແລະຂໍ້ມູນເຫຼົ່ານັ້ນກໍ່ມີອິດທິພົນຕໍ່ເກມທີ່ລາວສ້າງ. ນັບຈາກນັ້ນ໒ປີຜ່ານໄປ Tactics Ogre: Let Us Cling Together ກໍ່ສ້າງສຳເລັດ ແລະສ້າງລາຍໄດ້ໃຫ້ບໍລິສັດຫຼວງຫຼາຍ ແຕ່ໂຕລາວພັດລາອອກຈາກບໍລິສັດພ້ອມໝູ່ຄູ່ໃຈທີ່ສ້າງເກມມານຳກັນ ໂດຍຈຸດໝາຍບ່ອນຕໍ່ໄປແມ່ນບໍລິສັດ Squaresoft (ໃນຂະນະນັ້ນ).
alt
ຫຼັງຈາກເຂົ້າມາຢູ່ໃນບໍລິສັດໃໝ່ໄດ້ບໍ່ດົນ ລາວກໍ່ໄດ້ຮັບໜ້າທີ່ສ້າງເກມທີ່ເປັນພາກຍ່ອຍຂອງຕະກຸນດັງ Final Fantasy ໃນຊື່ໂຄງການທີ່ວ່າ Final Fantasy Tactics ໂດຍທີມງານຂອງລາວກໍ່ຍັງມີແຕ່ໝູ່ທີ່ລາອອກມານຳກັນເຊັ່ນ: Hiroshi Minagawa ກັບ Akihiko Yoshida ເປັນກຳລັງຄົນສຳຄັນໃຫ້ ແລະອີກ໒ປີຕໍ່ມາ Final Fantasy Tactics ກໍ່ສຳເລັດສົມບູນ ໂດຍເກມນີ້ນັ້ນມີລະບົບການຫຼິ້ນ ແລະການອອກແບບຄືກັບ Tactics Ogre ຕະກຸນສ້າງຊື່ຂອງລາວເລີຍ ແລະກໍ່ໄດ້ຮັບຄວາມນິຍົມຕາມເຄີຍ. ແຕ່ຍັງບໍ່ໝົດເທົ່ານັ້ນ ໃນປີ໒໐໐໐ ລາວຍັງໄດ້ສ້າງ Vagrant Story ຂຶ້ນມາອີກເກມ໑ ແລະເກມນີ້ເອງກໍ່ແມ່ນເກມທີ່ໄດ້ຮັບຄະແນນວິຈານເຕັມຈາກ”ຟາມິສຶ” ແລະຄະແນນລະດັບເກືອບເຕັມຈາກຫຼາຍໆບ່ອນ ທີ່ສຳຄັນກໍ່ຍັງຖືກເລືອກເປັນ "Best PlayStation Game" ໃນງານ E3 ປີ ໒໐໐໐.
alt
Publication Score
Famitsu 40 of 40
IGN 9.6 of 10
GameSpot 9.6 of 10
EGM 9.0 of 10
OPM 4.5 of 5
Edge 7 of 10
AllRPG.com 8.7 of 10
PSXExtreme.com 9.6 of 10
Quote Form IGN "in spite of the occasional typo or grammatical hiccup",
"Best PlayStation Game" In E3 2000 IGN Awards
nominated for Best Console Action/Adventure in the 4th Annual Interactive Achievements Awards held by the Academy of Interactive Arts & Sciences.

ຍອດຂາຍກໍ່ບໍ່ແມ່ນຂອງຄ່ອຍ ສາມາດຂາຍໄດ້ ໑ແສນກ໊ອປປີ່ໃນ໒໐ມື້ທຳອິດ ຫຼາຍກວ່າເກມຊື່ດັງຂອງຄ້າຍ Final Fantasy IX ແລະ Chrono Cross ຊ້ຳອີກ.
alt
ນອກຈາກນີ້ Matsuno ຍັງເປັນຄົນຊ່ອຍວາງລະບົບ PlayOnline ໃນປີ໒໐໐໑ ໃຫ້ບໍລິສັດນຳອີກ. ຫຼັງຈາກລວມບໍລິສັດກັບ Enix ລາວກໍ່ໄດ້ຮັບເລືອກເປັນຫົວໜ້າທີມພັດທະນາທີ່ ໔ (ກ່ອນໜ້າລວມບໍລິສັດກັບ Enix ທາງດ້ານ Square ໄດ້ໄປຊື້ບໍລິສັດ Quest ມາເປັນສ່ວນ໑ຮຽບ໑໐໐ແລ້ວ). ໂຄງການທຳອິດຫຼັງຈາກລວມບໍລິສັດຂອງລາວກໍ່ແມ່ນ Final Fantasy Tactics Advance ໃນເຄື່ອງເກມ GBA ແລະໂຄງການໃຫຍ່ກັບຕະກຸນFFພາກລຸນເປັນຄັ້ງທຳອິດ ໂດຍທີມງານຫຼັກຂອງພາກນີ້ກໍ່ເປັນທີມດຽວກັບລາວຕອນສະໄໝເຮັດເກມ Ogre Battle ນັ້ນເອງ. ແຕ່ໂຕເກມພັດມີບັນຫາຫຼ້າຊ້າ ຍ້ອນບັນຫາດ້ານສຸຂະພາບຂອງ Matsuno ເອງ ຈົນເຮັດໃຫ້ລາວຕ້ອງລາອອກຈາກບໍລິສັດໃນວັນທີ່ ໓໑ ສິງຫາ ໒໐໐໕ ໂດຍມີ Akitoshi Kawazu ຜູ້ໃຫ້ກຳເນີດຕະກຸນ Saga ເປັນຄົນມາຮັບວຽກຕໍ່ໃຫ້ ແຕ່ກໍ່ຍັງຄົງແນວທາງເກົ່າທີ່ Matsuno ໄດ້ວາງໄວ້.
alt
Matsuno`s Game for Wii ???
ປະຈຸບັນ ບັນຫາດ້ານສຸຂະພາບຂອງລາວດີຂຶ້ນມາແລ້ວ ແລະໄດ້ກັບມາສ້າງເກມຕໍ່ ໂດຍປະກົດໂຕໃນງານສຳມະນາຂອງ Nitendo ແລະກ່າວເຖິງຄວາມສາມາດຂອງ Wii controller (ຢາກຕິດຕາມໄປຫຼິ້ນຢູ່ຄືກັນ).

ສິ່ງທີ່ໜ້າສົນໃຈກ່ຽວກັບ Matsuno:
-    ໂລກແຫ່ງ Ivalice ເປັນໂລກທີ່ສ້າງຈາກຈິນຕະນາການຂອງ Matsuno ທັງໝົດ ໂດຍສິ່ງຕ່າງໆໃນ Ivalice ໄດ້ຮັບອິດທິພົນມາຈາກທະວີບຢູໂຣບປະສົມປະສານຂໍ້ມູນໃໝ່ທີ່ທີມງານຈະອອກໄປຊອກມາເພີ່ມເລື້ອຍໆ.
-    ໂລກແຫ່ງ Ivalice ມີ Timeline ດັ່ງນີ້:
Final Fantasy XII --> Final Fantasy XII: Revenant Wings --> Final Fantasy Tactics Advance 1,2 (ຕອນທີ່ເຂົ້າມາຢູ່ໃນໂລກຂອງປຶ້ມ) --> Final Fantasy Tactics --> Final Fantasy Tactics Advance ແລະ Final Fantasy Tactics Advance 2 (ຕອນເລີ່ມເກມ ກ່ອນພົບປຶ້ມ)

(ໂດຍ Vagrant Story ບໍ່ໄດ້ບອກເວລາແນ່ນອນ ແຕ່ເກີດກ່ອນຍຸກ Final Fantasy Tactics ຍ້ອນວ່າຕຳນານVagrant Story ບໍ່ມີການກ່າວເຖິງສາດສະໜາ Ajora )

-    ມັງກອນຮ້ອຍລ້ານທີ່ຊື່ YazMat ເອົາມາຈາກຊື່ຂອງ Yasumi Matsuno ໂດຍລາວບໍ່ໄດ້ເປັນຜູ້ຄິດຂຶ້ນມາ ແຕ່ເປັນທີມງານຂອງລາວເປັນຜູ້ຄິດ ໂດຍປຽບລາວເປັນຄືພະເຈົ້າຂອງໂລກ Ivalice.
-    ຄວາມບ້າວົງດົນຕີ Queen ຂອງ Matsuno ນັ້ນມີໃຫ້ເຫັນໄດ້ໃນເກມຂອງລາວເກືອບທັງໝົດ.
1. Ogre Battle: March of the Black Queen ຊື່ເກມທຳອິດທີ່ສ້າງຊື່ຂອງລາວ ຄຳວ່າ Ogre Battle ກັບ March of the Black Queen ນັ້ນເອົາມາຈາກເພງໃນຊຸດ Queen II.

Queen II Track listing
Side "White"
"Procession" (May) – 1:12
"Father to Son" (May) – 6:14
"White Queen (As It Began)" (May) – 4:33
"Some Day One Day" (May) – 4:21
"The Loser in the End" (Taylor) – 4:01
Side "Black"
"Ogre Battle"  (Mercury) – 4:08
"The Fairy Feller's Master-Stroke" (Mercury) – 2:41
"Nevermore" (Mercury) – 1:17
"The March of the Black Queen" (Mercury) – 6:33
"Funny How Love Is" (Mercury) – 2:48
"Seven Seas of Rhye" (Mercury) – 2:48

2. Tactics Ogre: Let Us Cling Together ຄຳວ່າ Let Us Cling Together ນັ້ນເອົາມາຈາກເພງໃນຊຸດ A Day at the Races.
3. Final Fantasy Tactics chapter ທີ່ຊຶ່ວ່າ "Somebody to Love" ນັ້ນເອົາມາຈາກເພງໃນຊຸດ A Day at the Races.

A Day at the Races Track listing
Side one
"Tie Your Mother Down" (May) – 4:47
"You Take My Breath Away" (Mercury) – 5:08
"Long Away" (May) – 3:33
"The Millionaire Waltz" (Mercury) – 4:54
"You and I" (Deacon) – 3:25
Side two
"Somebody to Love" (Mercury) – 4:56
"White Man" (May) – 4:59
"Good Old-Fashioned Lover Boy" (Mercury) – 2:54
"Drowse" (Taylor) – 3:45
"Teo Torriatte (Let Us Cling Together)" (May) – 5:57

4. Vagrant Story ພະເອກຂອງເກມຖືດາບເຫຼັ້ມທຳອິດຊື່ Fandango ເຊິ່ງເປັນສ່ວນ໑ຂອງເພງ Bohemian Rhapsody ໃນຊຸດ A Night at the Opera.
alt
5. Final Fantasy XII ມົນອະສູນລາສີ Leo ທີ່ຊື່ Hashmal ນັ້ນມີທ່າໄມ້ຕາຍທີ່ຊື່ວ່າ Rock You ເຊິ່ງເປັນສ່ວນ໑ຂອງເນື້ອເພງ We Will Rock You ຈາກຊຸດ News of the World.

ຜົນງານຂອງ Yasumi Matsuno ຕັ້ງແຕ່ອະດີດຈົນເຖິງປະຈຸບັນ:

- Ogre Battle: March of the Black Queen
ໜ້າທີ່ Director, scenario and game design
- Tactics Ogre: Let Us Cling Together
ໜ້າທີ່ Director, scenario and game design
- Final Fantasy Tactics
ໜ້າທີ່ Director, script and game design
- Vagrant Story (ຄະແນນວິຈານ 40/40 ຈາກແຟມິສຶ)
ໜ້າທີ່ Producer, director and battle design
- Ogre Battle 64
ໜ້າທີ່ Person of Lordly Caliber: Script, scenario design
- Final Fantasy Tactics Advance
ໜ້າທີ່ Producer, original concept
- Final Fantasy XII (ຄະແນນວິຈານ 40/40 ຈາກແຟມິສຶ)
ໜ້າທີ່ Original concept, scenario plotter, and supervisor.

Delicious Digg Fark Twitter