
ຂຽນເມື່ອ: ມ.ນ.. 1, 2009
| ມີ
6 ຄຳເຫັນ
ແລະ
0 trackback(s)
FF - Yo****aka Amano ເອກະລັກຂອງFinal Fantasyທຸກພາກຕ້ອງມີ
ຜົນງານຂອງນັກພັດທະນາຜູ້ນີ້ທີ່ຂ້າພະເຈົ້າຈະກ່າວເຖິງນັ້ນ ຖືວ່າເປັນວຽກງານທີ່ມີເອກະລັກສ່ວນໂຕຫຼາຍວຽກ໑ ລາຍເສັ້ນທີ່ອອກແບບໂຕລະຄອນນັ້ນເບິ່ງມີພະລັງຢ່າງປະຫຼາດ ໂທນສີແບບມືດຄຶ້ມ ປານກັບວ່າພາບນັ້ນມີຊີວິດ ແລະລາວຜູ້ນີ້ຍັງເຮັດວຽກໃຫ້ກັບຕະກຸນມີຊື່ສຽງເຊັ່ນ Final Fantasy ນຳນັ້ນເອງ ຍິ່ງເຮັດໃຫ້ນັກຫຼິ້ນຫຼາຍໆຄົນໄດ້ຜ່ານຕາແລະຄຸ້ນເຄີຍບໍ່ຫຼາຍກໍ່ໜ້ອຍ ລາວຜູ້ນີ້ແມ່ນ Yo****aka Amano.
ປະຫວັດຫຍໍ້
Yo****aka Amano ເກີດເມື່ອວັນທີ່ ໒໘ ພືດສະພາ ໑໙໕໒ ຢູ່ເມືອງ Shizuoka ປະເທດຍີ່ປຸ່ນ. ຕອນຍາມນ້ອຍລາວຮັກການແຕ້ມຮູບເປັນຊີວິດຈິດໃຈ ຈົນອາຍຸໄດ້ ໑໕ປີ ລາວເລີ່ມເຮັດວຽກໃຫ້ກັບບໍລິສັດ Tatsunoko Productions (Tatsunoko Pro.) ໃນຜະແນກອະນິເມຊັ່ນ ນັ້ນເປັນກ້າວທຳອິດໃນວົງການຂອງລາວ. ວຽກຕ່ອນທຳອິດແມ່ນອະນິເມະທີ່ຊື່ Speed Racer (ຫຼື March Go Go Go ໃນພາສາຍີ່ປຸ່ນ) ແລະວຽກຕໍ່ໆມາກໍ່ແມ່ນອອກແບບໂຕລະຄອນໃຫ້ອະນິເມະເຊັ່ນ: ຕະກຸນ Time Bokan, ຕະກຸນ Getchaman ,ຕະກຸນ Tekkaman ແລະ ຕະກຸນ Honey Bee ເປັນຕົ້ນ.

ໃນຊ່ວງນີ້ເອງ ລາວເລີ່ມຫຼົງໃນສິລະປະແບບ Psychedelic (ແບບທີ່ເຫັນໃນປະຈຸບັນນີ້ແຫຼະ) ໂດຍມີ Peter Max ນັກແຕ້ມຮູບແບບ Psychedelic ເປັນບຸກຄົນທີ່ມີອິດທິພົນຕໍ່ວຽກຂອງລາວ ແຕ່ລາວກໍ່ຍັງເຮັດວຽກໃຫ້ Tatsunoko Pro. ຈົນຮອດປີ ໑໙໘໒.

ຜົນງານທີ່ສ້າງຊື່ໃຫ້ລາວ
ຊ່ວງປີ໑໙໘໐ ລາວເລີ່ມສົນໃຈແຕ້ມຮູບໃຫ້ກັບນິຍາຍວິທະຍາສາດ ແລະ ແຟນຕາຊີ ແຕ່ຍັງຄົງເກັບຄວາມມັກນັ້ນໄວ້ ໃນຊ່ວງທີ່ເຮັດວຽກດ້ານອະນິເມະ ແລະເມື່ອລາອອກໃນປີ ໑໙໘໓ ລາວໄດ້ໂອກາດແຕ້ມຮູບໃຫ້ນັກແຕ່ງນະວະນີຍາຍ Hideyuki Kikuchi ກັບນິຍາຍທີ່ຊື່ວ່າ Demon City Shinjuku ເຊິ່ງເປັນຕອນທຳອິດຂອງ Vampire Hunter D ແລະເລື່ອງນີ້ເອງທີ່ເລີ່ມສ້າງຊື່ສຽງໃຫ້ລາວ ເມື່ອນິຍາຍຖືກນຳໄປເຮັດເປັນເລື່ອງໃນປີ ໑໙໘໕ ແລະລາວໄດ້ຮັບໜ້າທີ່ອອກແບບໂຕລະຄອນ ເປັນເລື່ອງອະນິເມະເລື່ອງທຳອິດທີ່ມີການສົ່ງອອກນອກປະເທດຍີ່ປຸ່ນ ແຕ່ໃນບົດສຳພາດຂອງລາວກ່ຽວກັບວຽກນີ້ ລາວພັດບໍ່ຄ່ອຍພໍໃຈກັບຜົນງານປານໃດ.

Yo****aka Amano ກັບ Final Fantasy
ລາວໄດ້ເຂົ້າຮ່ວມກັບບໍລິສັດ Square (ເຊິ່ງປະຈຸບັນແມ່ນ Square Enix) ໃນປີ໑໙໘໗ ແລະໄດ້ມີໂອກາດ. Final Fantasy ເກມທີ່ເປັນຄວາມຫວັງສຸດທ້າຍຂອງບໍລິສັດໃນຂະນະນັ້ນ ປະກົດວ່າເກມໄດ້ຮັບຄວາມນິຍົມເກີນຄວາມຄາດໝາຍ ແນວການແຕ້ມຮູບຂອງລາວກໍ່ໄດ້ຮັບຄວາມນິຍົມໄປນຳ ຈຶ່ງເຮັດໃຫ້FFພາກຫຼັກທຸກພາກ ໂລໂກ່ຂອງເກມຈະເປັນການອອກແບບໂດຍລາວທັງໝົດເປັນອີກ໑ເອກະລັກຂອງFFໄປແລ້ວ.

ວຽກອິດສະລະ
ໃນປີ ໒໐໐໐ ລາວໄດ້ແຕ້ມຮູບໃຫ້ກັບນັກແຕ່ງນະວະນິຍາຍລາງວັນ Hugo Award (ລາງວັນສຳຫຼັບນິຍາຍແຟນຕາຊີດີເດັ່ນ) ຊື່ Neil Gaiman ກັບເລື່ອງທີ່ຊື່ວ່າ Sandman: The Dream Hunters, ໃນປີຖັດມາກໍ່ມີຜົນງານເຊັ່ນ: Vampire Hunter D: Bloodlust ພາກຕໍ່ຈາກຜົນງານສ້າງຊື່ຂອງລາວ ແລະຍັງມີຜົນງານກັບ Greg Rucka ກັບໜັ່ງສືກາຕູນຂອງ Marvel Comics ຊື່ວ່າ Elektra and Wolverine: The Redeemer, ປະຈຸບັນລາວເຮັດວຽກໃນໂຄງການ Final Fantasy XIII ແລະອອກແບບໜ້າປົກໃຫ້ກັບວົງດົນຕີ Power Metal ທີ່ຊື່ວ່າ Galneryus.
ຜົນງານຂອງລາວຕັ້ງແຕ່ອະດີດຈົນຮອດປະຈຸບັນ:
Illustrations
Genji
Rampo
Chimera
Vampire Hunter D
Guin Saga
The Sandman: The Dream Hunters
The Heroic Legend of Arslan
Sohryuden
Elektra and Wolverine: The Redeemer
Yo****aka Amano: The Sky (ລວມຮູບແຕ້ມທີ່ແຕ້ມໃຫ້ກັບ Final Fantasy ຕັ້ງແຕ່ Final Fantasy ຈົນເຖິງ Final Fantasy X)
Galneryus
Elric's saga
Video Games
- Final Fantasy I (1987) Famicom
ໜ້າທີ່ Character Designer, Title Logo Designer & Graphic Designer
- Final Fantasy II (1988) Famicom
ໜ້າທີ່ Character Designer, Title Logo Designer & Graphic Designer
- First Queen (1988) PC98 & X68000
ໜ້າທີ່ Box cover artist
- Duel (1989) PC88
ໜ້າທີ່ Box cover artist
- Duel98 (1989) PC98
ໜ້າທີ່ Box cover artist
- Final Fantasy III (1990) Famicom
ໜ້າທີ່ Character Designer & Title Logo Designer
- First Queen 2 (1990) PC98 & X68000
ໜ້າທີ່ Box cover artist
- Final Fantasy IV (1991) Super Famicom
ໜ້າທີ່ Character Designer, Image Designer & Title Logo Designer
- Final Fantasy V (1992) Super Famicom
ໜ້າທີ່ Character Designer, Image Designer & Title Logo Designer
- Kawanakajima Ibunroku (1992) PC98
ໜ້າທີ່ Box cover artist
- First Queen 3 (1993) PC98
ໜ້າທີ່ Box cover artist
- Final Fantasy VI (1994) Super Famicom
ໜ້າທີ່ Character Designer, Image Designer & Title Logo Designer
- Front Mission (1995) Super Famicom
ໜ້າທີ່ Character Designer
- Maten Densetsu (1995) Super Famicom
ໜ້າທີ່ Character Designer
- Front Mission: Gun Hazard (1996)
ໜ້າທີ່ Super Famicom Character Designer
- Final Fantasy VII (1997) PlayStation
ໜ້າທີ່ Promotional Artwork, Image Illustrator, Title Logo Designer & Character Artwork
- Kartia: World of Fate (1998) PlayStation
ໜ້າທີ່ Art Designer
- Final Fantasy VIII (1999) PlayStation
ໜ້າທີ່ Promotional Artwork, Image Illustrator, Title Logo Designer & Character Artwork
- Final Fantasy IX (2000) PlayStation
ໜ້າທີ່ Character Illustrations & Original Character Designer
- l Dorado Gate Vol. 1 to 7 (2000-2001) Sega Dreamcast
ໜ້າທີ່ Creative Director & Additional Design
- Final Fantasy X (2001) PlayStation 2
ໜ້າທີ່ Promotional Artwork, Image Illustrations, Title Logo Designer & Character Artwork
- Final Fantasy X-2 (2001) PlayStation 2
ໜ້າທີ່ Promotional Artwork, Title Logo Designer & Image Illustrator
- Final Fantasy XI (2002) MS Windows, PlayStation 2 & Xbox 360
ໜ້າທີ່ Promotional Artwork, Title Logo Designer & Image Illustrator
- Final Fantasy XII (2006) PlayStation 2
ໜ້າທີ່ Promotional Artwork, Title Logo Designer & Image Illustrator
- Final Fantasy XIII (?) PlayStation 3
ໜ້າທີ່ Promotional Artwork, Title Logo Designer & Image Illustrator
- Final Fantasy Agito XIII (?) Mobile
ໜ້າທີ່ Promotional Artwork, Title Logo Designer & Image Illustrator
- Final Fantasy Versus XIII (?) PlayStation 3
ໜ້າທີ່ Promotional Artwork, Title Logo Designer & Image Illustrator
- Dissidia: Final Fantasy (?) PlayStation Portable
ໜ້າທີ່ Title Logo Designer
Animation
Kagaku Ninja Tai Gatchaman (1972)
Genesis Climber Mospeada (1983)
Okawari Boy Starzan-S (1984)
Sei Jūshi Bismarck (1984)
The Space Knight Tekkaman (1976)
Hurricane Polymer (1977)
Angel's Egg (1985)
Amon Saga (1986)
Casshern TV series (1975)
Time Bokan (1974)
Fantascope ~Tylostoma~ (2006)
Vampire Hunter D (1985)