ຊອກຫາ:
ຊອກຫາແບບລະອຽດ
ໜ້າທຳອິດ
ສົ່ງບັດເຊີນ
ໄດອາຣີ່
ແບບສຳຫຼວດ
ອັລບັ້ມພາບ
ຄລິບ
ເວັບບອດ
ເກມ
ລິ້ງ
ອື່ນໆ...
ກຸ່ມ
ສະໝັກສະມາຊິກ
ລັອກອິນ
ນະຮົກໃນໃຈ ໃຜຊ່ວຍໄດ້?
ຂຽນເມື່ອ: ສ.ຫ.. 2, 2008 | ມີ
6 ຄຳເຫັນ
ແລະ
0 trackback(s)
ຄວາມຮ້ອນ ຈາກໃນໃຈ ໃຜຊ່ວຍໄດ້
ຄວາມທຸກ ກໍ່ຈາກໃຈ ໃຜຊ່ວຍໄດ້
ຄວາມເສົ້າ ເກາະກິນໃຈ ໃຜຊ່ວຍໄດ້
ຄວາມເຫງົາ ພາຍໃນໃຈ ໃຜຊ່ວຍໄດ້
ຄວາມງຽບ ທາງໃນໃຈ ໃຜຊ່ວຍໄດ້
ຄວາມມືດ ຢູ່ໃນໃຈ ໃຜຊ່ວຍໄດ້
ຄວາມຫຼົງ ຝັງໃນໃຈ ໃຜຊ່ວຍໄດ້
ສິ່ງເຫຼົ່ານີ້ ຢູ່ໃນໃຈ ໃຜຊ່ວຍໄດ້
ສຸດທ້າຍ ຕ້ອງດັບມອດທີ່ໃຈ ແລ້ວໃຜຈະຊ່ວຍໄດ້
ຄົງມີແຕ່ຕົວເຮົາ ທີ່ຕ້ອງຊ່ວຍຕົນເອງ
ນັ້ນເພາະວ່າໃຈເຮົາບໍ່ແມ່ນໃຈໃຜ ແລະບໍ່ມີໃຜຮູ້ເລິກເຊິ່ງເລື່ອງລາວໃນໃຈ ໄດ້ເທົ່າໃຈຂອງເຮົາເອງ
ຖ້າດັບມອດເອງບໍ່ໄດ້ ນະຮົກໃນໃຈ ນະຮົກທັງເປັນ ຕົກເອງ ເຂົ້າໄປເອງ ແລ້ວຈະຮ້ອງຫາໃຫ້ໃຜຊ່ວຍໄດ້
ຕົນເຕືອນຕົນຂອງຕົນໃຫ້ພົ້ນຜິດ
ຕົນເຕືອນຈິດຕົນໄດ້ໃຜຈະເໝືອນ
ຕົນເຕືອນຕົນບໍ່ໄດ້ໃຜຈະເຕືອນ
ຕົນບິດເບືອນເຕືອນຕົນໃຫ້ພົ້ນໄພ
ຕົນຕົ້ນຄິດຕິດຢ້ຳພາຍໃນຈິດ
ຕົນຕົ້ນຄິດຕິດເລິກເກີນແກ້ໄຂ
ຕົນຕົ້ນຄິດບໍ່ສຳນຶກຈະໂທດໃຜ
ຕົນເຕືອນຕົນບໍ່ໄດ້ໃຜຈະເຕືອນ
ຕົນເຫຼືອຕົນເງົາຕົນທີ່ຄຽງຄູ່
ຕົນເຫຼືອຢູ່ພຽງຕົນທີ່ເປັນເພື່ອນ
ຕົນເຫຼືອໃຈຂອງຕົນຍັງເຊເຊືອນ
ຕົນເຫຼືອຢູ່ພຽງເພື່ອນກັບເງົາຕົນ
ຕົນມີຕົນເຫຼືອຕົນເພື່ອນຄູ່ຄິດ
ຕົນມີຕົນເຫຼືອຈິດຕິດສັບສົນ
ຕົນມີຕົນເຫຼືອຕົນທີ່ກັງວົນ
ຕົນມີຕົນເຫຼືອແຕ່ຕົນເພື່ອນຕົນເອງ
ແລ້ວໃຜຊິຊ່ວຍໄດ້...?
ກັບໄປໄດອາຣີ່ຂອງ TINO
ແຈ້ງເນື້ອຫາບໍ່ເໝາະສົມ
ຄຳເຫັນ (
6
)
ທ່ານແນ່ໃຈບໍ່ວ່າຈະລຶບຄຳເຫັນນີ້ຖິ້ມ?
TINO
ເບິ່ງທັງໝົດ
ອ່ານຄືນຫຼັງ
2010
(4)
2009
(33)
2008
(39)
ໝວດໝູ່
ບໍ່ມີໝວດ
(4)
ເລື່ອງຕະລົກ/ຊວນຫົວ
(1)
ຄອມພິວເຕີ/ເທັກໂນໂລຢີ
(2)
ເລື່ອງຈິງ/ສາລະຄະດີ
(1)
ອື່ນ ໆ
(22)
ກາຕູນ/ອະນິເມຊັນ
(46)
Punlao.com
©2008-2020 Punlao.com
ບໍລິຈາກ
|
ລົງໂຄສະນາ
|
ທີມງານ
|
ກ່ຽວກັບພັນລາວ
|
ຕິດຕໍ່ທີມງານ
|
ຂໍ້ກຳນົດບໍລິການ
|
ຊ່ວຍເຫຼືອ