ຊອກຫາ:
ຊອກຫາແບບລະອຽດ
ໜ້າທຳອິດ
ສົ່ງບັດເຊີນ
ໄດອາຣີ່
ແບບສຳຫຼວດ
ອັລບັ້ມພາບ
ຄລິບ
ເວັບບອດ
ເກມ
ລິ້ງ
ອື່ນໆ...
ກຸ່ມ
ສະໝັກສະມາຊິກ
ລັອກອິນ
ນ້ອງແຟນ
ຂຽນເມື່ອ: ສ.ຫ.. 4, 2008 | ມີ
7 ຄຳເຫັນ
ແລະ
0 trackback(s)
ອັນນີ້ເປັນເລື່ອງເກົ່າຕັ້ງແຕ່ສະໄໝພະເຈົ້າໄຕຣອັນທະພຸ້ນລະ
ມີບາງຄົນອາດຈະບໍ່ທັນໄດ້ອ່ານກະເລີຍເອົາມາໃຫ້ອ່ານນຳກັນ.
*ເລື່ອງ ນ້ອງແຟນ*
ຂ້ອຍເປັນຜູ້ຊາຍທີ່ໂຊກດີ ຂ້ອຍກັບແຟນຄົບກັນມາໄດ້ປີປາຍແລ້ວ ແລະເຮົາຕັດສິນໃຈຈະແຕ່ງດອງກັນ
ພໍ່ແມ່ຂອງຂ້ອຍຊ່ວຍເຫຼືອເຮົາໃນທຸກໆທາງ ໝູ່ເພື່ອນກໍ່ລ້ວນແຕ່ໃຫ້ກຳລັງໃຈ
ສ່ວນແຟນຂອງຂ້ອຍນັ້ນຫວາ? ນາງເປັນຄວາມຝັນຂອງຂ້ອຍເລີຍແຫຼະ.
ແຕ່ມີຢູ່ຢ່າງໜຶ່ງທີ່ລົບກວນຈິດໃຈຂອງຂ້ອຍເຫຼືອເກີນ ໃຫ້ຕາຍແມ໊ະ!
ສິ່ງດຽວນັ້ນກໍ່ແມ່ນນ້ອງສາວແຟນຂ້ອຍຫັ້ນເອງ.
ລາວອາຍຸ
໒໑ປີ
ແລະມັກນຸ່ງກະໂປງນ້ອຍໂຕບັກສັ້ນໆ ເວລາທີ່ລາວເຂົ້າມາໃກ້ຂ້ອຍລາວມັກຈະກົ້ມໂຕລົງ
ໃຫ້ຂ້ອຍໄດ້ລັກເຫັນໂສ້ງຊ້ອນບໍ່ມີຂາຂອງລາວທຸກເທື່ອ ຂ້ອຍຮູ້ວ່າລາວເຈຕະນາ ເພາະບໍ່ເຄີຍເຫັນລາວ
ເຮັດແບບນີ້ກັບໃຜເລີຍ.
ມີຢູ່ມື້ໜຶ່ງ ນ້ອງແຟນຂ້ອຍລາວກໍ່ໂທມາຫາຂ້ອຍ ແລະຂໍໃຫ້ຂ້ອຍໄປຊ່ອຍກວດບັດເຊີນແຕ່ງດອງທີ່ເຮືອນ
ພໍຂ້ອຍໄປຮອດຈຶ່ງໄດ້ຮູ້ວ່າ ລາວຢູ່ເຮືອນຄົນດຽວ ລາວຊື່ມໃສ່ຫູຂ້ອຍວ່າ
"ອີກບໍ່ດົນຂ້ອຍກໍ່ຈະແຕ່ງດອງກັບເອື້ອຍຂອງລາວແລ້ວ ລາວເອງມີຄວາມຮູ້ສຶກ ແລະຄວາມຕ້ອງການບາງຢ່າງ
ທີ່ເອົາຊະນະມັນບໍ່ໄດ້ ແລະລາວບໍ່ຕ້ອງການຈະເອົາຊະນະຄວາມຮູ້ສຶກນັ້ນນຳ"
ລາວບອກວ່າ
"ລາວຢາກຈະມີຫຍັງກັບຂ້ອຍພຽງແຕ່ຄັ້ງດຽວເທົ່ານັ້ນກ່ອນທີ່ຂ້ອຍຈະແຕ່ງດອງກັບເອື້ອຍຂອງລາວ"
.
ຂ້ອຍຕະລຶງໄປເລີຍ ເວົ້າຫຍັງບໍ່ອອກແມ່ນແຕ່ຄຳດຽວ
ລາວບອກວ່າ
"ລາວຈະຂຶ້ນໄປຖ້າຢູ່ຫ້ອງນອນຊັ້ນເທິງ ຖ້າຂ້ອຍຢາກໃຫ້ມັນເປັນໄປຢ່າງທີ່ລາວວ່າກໍ່ໃຫ້ນຳຂຶ້ນໄປ"
ຂ້ອຍຕະລຶງ+ອຶ້ງ ແລະເບິ່ງລາວຍ່າງຂຶ້ນຂັ້ນໄດໄປ.
ພໍລາວຂຶ້ນໄປເຖິງຂັ້ນເທິງສຸດ ລາວກໍ່ແກ້ໂສ້ງຊ້ອນບໍ່ມີຂາ ແລ້ວໂຍນມັນລົງມາທາງໜ້າຂ້ອຍ.
ໃນວິນາທີນັ້ນເອງ ຂ້ອຍລຸກຢືນຂຶ້ນ ແລະເປີດປະຕູເຮືອນອອກໄປ ຢ່າງກົງໄປທີ່ລົດທັນທີ
ສິ່ງທີ່ຂ້ອຍພົບແມ່ນ ວ່າທີ່ພໍ່ເຖົ້າຂອງຂ້ອຍກຳລັງຢືນຢູ່ທາງນອກເຮືອນ
ດວງຕາຂອງລາວເຕັມລົ້ນໄປດ້ວຍນ້ຳຕາ ລາວເຂົ້າມາກອດຂ້ອຍ ແລ້ວເວົ້າວ່າ
"ພວກເຮົາດີໃຈເຫຼືອເກີນທີ່ເຈົ້າຜ່ານການທົດສອບເລັກໆນ້ອຍໆຄັ້ງນີ້ມາໄດ້
ເຮົາຄົງຫາຜູ້ຊາຍທີ່ດີກວ່ານີ້ໃຫ້ລູກສາວຂອງເຮົາບໍ່ໄດ້ແລ້ວ... ຍິນດີຕ້ອນຮັບສູ່ຄອບຄົວຂອງເຮົາ..."
ເລື່ອງນີ້ ສອນໃຫ້ຮູ້ວ່າ:
(ອ່ານຕໍ່ທາງລຸ່ມ)
(ລຸ່ມອີກ)
(ລຸ່ມອີກໜ້ອຍໜຶ່ງ)
(ເກືອບຮອດແລ້ວ)
..."ຈົ່ງເກັບຖົງຢາງໄວ້ໃນລົດຂອງທ່ານສະເໝີ"...
(^_^)
ກັບໄປໄດອາຣີ່ຂອງ TINO
ແຈ້ງເນື້ອຫາບໍ່ເໝາະສົມ
ຄຳເຫັນ (
7
)
ທ່ານແນ່ໃຈບໍ່ວ່າຈະລຶບຄຳເຫັນນີ້ຖິ້ມ?
TINO
ເບິ່ງທັງໝົດ
ອ່ານຄືນຫຼັງ
2010
(4)
2009
(33)
2008
(39)
ໝວດໝູ່
ບໍ່ມີໝວດ
(4)
ເລື່ອງຕະລົກ/ຊວນຫົວ
(1)
ຄອມພິວເຕີ/ເທັກໂນໂລຢີ
(2)
ເລື່ອງຈິງ/ສາລະຄະດີ
(1)
ອື່ນ ໆ
(22)
ກາຕູນ/ອະນິເມຊັນ
(46)
Punlao.com
©2008-2020 Punlao.com
ບໍລິຈາກ
|
ລົງໂຄສະນາ
|
ທີມງານ
|
ກ່ຽວກັບພັນລາວ
|
ຕິດຕໍ່ທີມງານ
|
ຂໍ້ກຳນົດບໍລິການ
|
ຊ່ວຍເຫຼືອ