ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 15, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ມີເດັກນ້ອຍ 3 ຄົນ ໄປສາລະພາບບາບກັບຄູບາ (ຄຸນພໍ່)

ຄຸນພໍ່: "ລູກໄປເຮັດຫຍັງມາ?

ເດັກຜູ້ທີ່1: "ລູກເວົ້າຈາບໍ່ສຸພາບກັບ ພໍ່-ແມ່!....

ຄຸນພໍ່: "ໄປລູກໄປດືມນ້ຳສັກສິດລ້າງບາບເດີ!.....

ເດັກຜູ້ທີ່2: "ລູກໄປຫຼັກເຂົ້າໜົມ ຢູ່ຮ້ານຄ້າມາ?...

ຄຸນພໍ່: ໄປໆໆ ຮິບໄປດືມນ້ຳສັກສິດໄວ້ໆໆໆ.....

ຄຸນພໍ່:"""ແລ້ວລູກເດລະ ໄປເຮັກບາບຫຍັງລະບາດນີ?

ເດັກຜູ້ທີ່3: ອິອິ ຄືວ່າ ລູກໄປຮາກໃສ່ ໂອນ້ຳສັກສິດຂອງຄູບາ ມາ...55555...5555.....

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ມີພໍ່ເຖົ້າຄົນໜື່ງລົງຈາກລົດເມ ຄິວລົດ ຕະຫຼາດເຊົ້າ

ສາວເສື້ອສາຍດ່ຽວ: ພໍ່ເຖົ້າ ໆ! ເຈົ້າ ມາແຕ່ຊຽງຂວາງ ແມ່ນບໍ່?

ພໍ່ເຖົ້າ: ແມ່ນແລ້ວ!

ສາຍສາຍດ່ຽວ: ຮິຮີໆໆ ! ບໍ່ບອກກະຮູ້, ຊຽງຂວາງມັນໜາວຫຼາຍແມ່ນບໍ? ພໍ່ເຖົ້າ ຈື່ງນຸ່ງເຄື່ອງກັນໜາວໜາຂະໜາດນີ້

ພໍ່ເຖົ້າ: ໜາວແທ້ໃດລູກ. ຄົນທຸກຄືລູກທີ່ບໍມີເງິນຊື້ເສື້ອກັນໜາວ ໄປບໍ່ໄດ້ດອກ.....555555555

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ລູກສາວຄົນລວຍ ຈາກຕ່າງແຂວງ ທີ່ມາຮຽນ ຢູ່ວຽງຈັນ

    ສົ່ງຂໍຄວາມຫາແມ່, ຈາກລຸກ : ແມ່ໆ !! ລຸກຂໍເງິນຊື້ເຄື່ອງຊຸດໃໝ່ແດ່, ຊຸດທີ່ລຸກໃຊ້ຫັນ ຜ່ານມາ ແຟນເຮົາຈື່ໄດໝົດແລ້ວ.

ຂໍຄວາມຈາກແມ່: ລຸກເອີຍ ແມ່ບໍ່ມີເງິນເທືອ ລຸກ ກະຫາແຟນໃໝ່ ແລ້ວກະນຸ່ງຊຸດເກົ່າກະໄດ້ ລຸກເອີຍ......! .....5555555.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ໃນງານແຕ່ງງານແຫ່ງໜື່ງ ມີແຂກຜູ້ໃຫຍ່ຂື້ນ ກ່າວຄຳໂອວາດແລະຄຳອວຍພອນ ສຳເລັດລົງແລ້ວ ກໍເຖິງຄິວເຈົ້າບາວເຈົ້າສາວ ກ່າວຂອບໃຈແຂກທີ ມາຮວມໃນງານ

ເຈົ້າບ່າວກ່າວກ່ອນ ໂດຍເປັນຄຳກ່ອນ...

   ມື້ນີ້ດີໃຈທີ່ໄດ້ເມຍ       ເຄີຍໄດ້ເສຍກັນມາກໍຫຼາຍຫົນ

   ມື້ນີ້ໄດ້ເມຍເປັນຕົວເປັນຕົນ      ຂໍຂອບໃຈທຸກຄົນທີ່ມາຮ່ວມງານ.....!

ເຈົ້າສາວ ຟັງແລ້ວກໍແຄ້ນໃຈ ທີ່ເຈົ້າບ່າວ ກີນໃນທີ່ລັບ ໄຂໃນທີ່ແຈ້ງ ແບບນີ້ຈື່ງ ຄິດແກ້ເຜັດ ໃຫ້ເຈົ້າບ່າວຄືນ ເປັນຄຳກ່ອນ ຕອບຄືນໄປ...

   ມື້ນີ້ດີໃຈທີ່ໄດ້ຜົວ         ເຄີຍເສຍຕົວໃຫ້ກໍຫຼາຍຄົນ

  ໂຊກດີມີຜົວເປັນຕົວເປັນຕົນ       ແຕ່ເປັນຄົນທີ່ເທົ່າໃດຈື່ບໍ່ໄດ້...!!...!!! 55555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 ມີ: ທ.ຈູ ກັບ ທ.ຈ່ອຍ. ( ນາມ ສົມມຸດ )ສອງສ່ຽວໄດ້ນັ່ງລົມກັນເລື່ອງເມຍ

ຈູ: ເຮົາຄິດວ່າ ເມຍຂອງເຮົານອກໃຈເຮົາແລະ......!

ຈ່ອຍ: ອ້າວ!..ແລ້ວເລື່ອງລາວມັນເປັນມາຈັງໃດຊັນ....?

ຈູ: ມື້ຄືນນີ້ ລາວບໍ່ຍອມກັບເຮືອນ ໂດຍໂທມາບອກເຮົາວ່າ:  ຈະໄປນອນຍາມນ້ອງສາວວ່າຊັ້ນ.....!

ຈ່ອຍ: ມັນກະດີແລ້ວເດສ່ຽວ ບໍເຫັນຊິເປັນເລື່ອງເປັນລາວ ອິຫຍັງ....!!

ຈູ: ລາວຕົວະເຮົາ ເພາະມື້ຄືນນີ້ ເຮົານອນນຳ ນ້ອງສາວ ລາວໝົດຄືນ ກະບໍ່ເຫັນລາວມາ......!!!!!!   555555555

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ມີຜົວກັບເມຍຄູ່ໜື່ງ

ຜົວ: ສົມມຸດວ່າ ....ຖ້າອ້າຍຕາຍໄປນ້ອງຈະແຕ່ງງານໃໝ່ບໍ...?

ເມຍ: ໜ້າຈະແຕ່ງ! ອ້າຍກະຮູ້ວ່າ ນ້ອງບໍ່ມັກເຫງົາ....

ຜົວ: ແລ້ວນ້ອງກະຈະໃຫ້ຜົວໃໝ່ ນ້ອງມາຂັບລົດຂອງອ້າຍບໍ່ລະ.....?

ເມຍ: ກໍຄືຊິໃຫ້ຂັບ!.........

ຜົວ:ແລ້ວຊຸດສຳລັບໄປງານລ້ຽງທີ່ ລາຄາແພງຂອງອ້າຍເດລະ ນ້ອງກະຊິໃຫ້ເຂົານຸ່ງຢູ່ຫວາ....?

ເມຍ: ບໍ່ດອກ ..... ເພາະເຂົາສູງ, ໃຫຍ່....ກວ່າອ້າຍ....! 55555

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ຊາຍໜຸ່ມ ຄົນໜື່ງໄດ້ຕາຍໄປ ລະໄດ້ໄປພົບ ພະເຈົ້າ,

ລະກຳລັງຖາມ ພະເຈົ້າດ້ວຍຄວາມອ່ອນນ້ອມ.

ຊາຍໜຸ່ມ: ໃນສາຍຕາຂອງພະອົງເຫັນວ່າ ໃນໄລຍະ ເວລາ 100 ປີ ປຽບຄືໄລຍະເວລາເທົ່າໃດ?...

ພະເຈົ້າ: ຄື..ກັບພຽງແຕ່ 1 ນາທີເທົ່ານັ້ນແຫຼະ!...

ຊາຍໜຸ່ມ: ແລ້ວເງິນ 100 ລ້ານກີບ ໃນສາຍຕາຂອງພະອົງ ທ່ານຄິດເຫັນວ່າ ມີຄ່າເທົ່າໃດ....?

ພະເຈົ້າ: ກໍຄືກັບເງິນ 100 ກີບ ເທົ່ານັນລະ ..!

ຊາຍໜຸ່ມ: ໂອ...!ພະອົງເປັນຜູ້ສົງເມດຕາ ຂໍຈົ່ງປະທານເງິນ 100 ກີບ ຂອງທ່ານ ໃຫ້ຂ້ານ້ອຍແດ່ ໄດ້ບໍ່....?

ພະເຈົ້າ: ໄດ້ໆ......! ແຕ່ເຈົ້າຕ້ອງອົດໃຈລໍຖ້າອີດ 1 ນາທີກ່ອນເດີ......555555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

 ທ້າວແດງ ປ່ວຍໃກ້ຕາຍ ຈຶ່ງສັ່ງລາກັບສ່ຽວ 3 ຄົນ

ຄື: ທ. ດຳ, ທ. ດົງ, ທ.ດີ.

ທ.ແດງ ບອກສ່ຽວທັງສາມວ່າ ເມື່ອເຮົາຕາຍໄປແລ້ວ ຂໍໃຫ້ສ່ຽວທັງສາມ ຊ່ວຍເຮັດທານຫາເຮົາແດ່ ຫຼັງຈາກຄົບຮອບວັນຕາຍ 1 ປີ.

ຈາກນັ້ນເວລາກໍ່ຜ່ານໄປ 1ປີ ຕາມຄຳຂໍຂອງສ່ຽວທ ແດງ ,ສ່ຽວທັງ3 ຄົນຈຶ່ງໄປຢາມຂຸມຝັງສົບຂອງເຂົາ

  ທ ດຳ,ເປັນຄົນໄປຍາມກ່ອນໝູ່ ແລ້ວເອົາເງິນວາງໄວ້ຂຸມຝັງສົບ 1 ລ້ານກີບ. ທ ດີ ໄປຢາມເປັນຄົນທີ 2 ແລະກໍເອົາເງິນ 1 ລ້ານກີບ ມອບໃຫ້ຄືກັນກັບ ທ ດຳ ,

ສຸດທ້າຍທ ດົງ ຄິດວ່າທັງສອງຄົນມາຮອດກ່ອນ ແລະ ຄົງມອບເງິນໃຫ້ ທ ແດງ ຜູ້ລະ 1 ລ້ານກີບ.

ສະນັ້ນ ເຂົາຈຶ່ງຈົກແຊັກ ອອກມາຂຽນ 3 ລ້ານກີບ ເພື່ອມອບໃຫ້ສ່ຽວ ແລ້ວກໍທອນຄືນ 2 ລ້ານກີບ. ..... 55555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

 ອາຈານ:..ໃຜທີ່ຄິດວ່າ ໂຕເອງໂງ່ຕ້ອງຢືນ!....

    ນັກຮຽນໃນຫ້ອງພາກັນມິດ ແລະ ຫຼຽວໜ້າຫຼຽວຫຼັງ.

30 ວິນາທີຜ່ານໄປ ນັກຮຽນ ຄົນໜື່ງໄດ້ຄ່ອຍໆ ຢືນຂື້ນ

ອາຈານ:.. ເຈົ້າຄິດວ່າໂຕເອງໂງ່ ແມ່ນບໍ່?....

     ນັກຮຽນຄົນນັ້ນ:  " ບໍ່ໆ! ນ້ອງພຽງແຕ່ຢາກຢືນ ເປັນຄູ່ ອາຈານຊື້ໆໆ........."55555

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຄູບາ ກັບ ຄົນຂັບລົດ (ໂຊເຟີລົດ2 ແຖວ) ຕາຍໃນວັນເວລາດຽວກັນ

ແຕ່ແທນທີຄູບາຈະໄດ້ຂື້ນສະຫວັນ ຊ້ຳພັດໄດ້ ຕົກນະລົກ ກາຍເປັນໂຊເຟີລົດ ໄດ້ຂື້ນສະຫວັນແທນ

ຄູບາ ຮູ້ສືກຜິດຫວັງ ຈື່ງ ໂວ້ຍວ້າຍ ກັບ ຈາຍົມພິບານ : ...ແນວນີ້ມັນບໍ່ຍຸດຕິທຳ ກັບຂ້ອຍ ເພາະຂ້ອຍ ເປັນຄົນເທດສະໜາ ສັງສອນໃຫ້ຄົນກາຍເປັນຄົນດີ

ສ່ວນ ໂຊລົດຄົນນັ້ນ ມັນມີແຕ່ຂັບລົດໄວ້ ຍາມໃດກະຜູ້ໂດຍສານ ຈົນຫົວໃຈຊິວາຍຕາຍ, ຫຼອດຕາຍ ຕະຫຼອດ... ມັນຊ້ຳພັດໄດ້ ຂື້ນສະຫວັນ!...

 ຍົມພິບານ: ເຈົ້າເວົ້າຖືກແລ້ວ!...

ທຸກຄັງທິເຈົ້າເທດ ຄົນຊຳພັດຫຼັບໝົດ....

ໂຊລົດ 2 ແຖວ ຄົນນັ້ນມັນຂັບລົດໄວ້ຈົນເຂົາຍ້ານ ຈົນເຂົາຄິດເຖິງແຕ່ ພະເຈົ້າຕະຫຼອດເວລາ ເພາະ ເຂົາຍ້ານຕາຍ. 555555

 

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

   ມີນ້ຳສ້າງສັກສິດແຫ່ງໜື່ງ ທີ່ມີຄົນມັກໄປໃຊ້ ເພື່ອຂໍພອນ ອະທິຖານເອົາໂຊກເອົາລາບ.

ມື້ໜື່ງມີຜົວເມຍຄູ່ໜື່ງໄດ້ຍີນຄຳກ່າວລື ກໍ່ໄດ້ພາກັນໄປ ຂໍພອນຢູ່ນ້ຳສ້າງແຫ່ງນັ້ນ, ຜູ້ເປັນເມຍອະທິຖານກ່ອນ, ຈາກນັ້ນ ຝ່າຍຜົວກໍກົ້ມຫົວລົງເພື່ອ ຈະຂໍອະທິຖານ ແຕ່ບັງເອີນກົ້ມແຮງ ຍ້ອນຄວາມຟ້າວ ຈື່ງ ຫົວສັກລົງນ້ຳສ້າງຕາຍ...

        ຜູ້ເປັນເມຍຕົກໃຈ!....ເລີຍກ່າວຂື້ນວ່າ : ປະຕິໂທ! ຄຳອະທິຖານຂອງຂ້ອຍຄືເຫັນຜົນໄວ້ແທ້ 555555......

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ໃນມື້ໜື່ງແມ່ໃຊ້ທ້າວນ້ອຍ ໄປຊື້ຜັກກາດ ຢູ່ຕະຫຼາດ

ແມ່: " ເປັນຫຍັງລູກຄືໄປຕະຫຼາດດົນແທ້?"....

ລູກ:"ມີຄົນເຮັດເງິນເສຍ 10,000ກີບ...."

ແມ່:...ລູກກະເລີຍຊອກຊ່ວຍເຂົາເຈົ້າ, ...ແມ່ນບໍ່...(ລູກເປັນຄົນດີແທ້ ຄືແມ່ສອນໄວ້)...

ລູກ:"... ບໍ່ໆໆ ລູກບໍ່ໄດ້ຊອກຊ່ວຍເຂົາເຈົ້າດອກແມ່...! ລູກຢຽບເງິນໄວ້ ຈົນກວ່າ ເຈົ້າຂອງເຂົາເຈົ້າຈະໜີ ລູກຈື່ງໄດ້ມາ....555555...

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ທ້າວ ນ້ອຍ: ແມ່ຄ້າໄຂ່ໜ່ວຍຈັກກີບ?"

ແມ່ຄ້າ: ໜ່ວຍລະ 2000 ກີບ...."

ທ້າວ ນ້ອຍ: ໂອ!... ຄືມາແພງແທ້ ..... ໜ່ວຍລະ 2000 ກີບພຸ້ນຫວາ...

ແມ່ຄ້າ: ໄຂ່ຖ້າຊື້ໃຫ້ແພງ ມັນກະແພງ... ຊື້ໃຫ້ຖືກມັນກະຖືກ.... ລະເຈົ້າຊິຈ່າຍ 2000 ກີບລະຢາກໄດ້ໄຂ່ຫຼາຍໆໆ ໜ່ວຍຊຳເບາະ...

ທ້າວ ນ້ອຍ:( ກະຟ້າວຕອບແມ່ຄ້າ) ... ແມ່ນແລ້ວ!... ເຮົາຍາກໄດ້ຫຼາຍໆໜ່ວບ...

ແມ່ຄ້າກະເລີຍຊີບອກ ທ້າວນ້ອຍ ໄປທີ່ຮ້ານນ້ອຍໆໆ ຂ້າງຮ້ານລາວ ແລ້ວບອກ ທ້າວ ນ້ອຍວາ່ "ຫັນເດ ໄຂ່ໝົດສົ້ມ!""" 5555555