
ຂຽນເມື່ອ: ຕ.ລ.. 28, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ທ້າວ ດຳ ເປັນຊາຍໂສດ ອາໃສຢູ່ໃນຫມູ່ບ້ານແຫ່ງຫນຶ່ງເຊິ່ງຢູ່ໃນເຂດຫ່າງໄກຄວາມຈະເລີນ ຄືນກ່ອນ ທ້າວດຳ ໄດ້ຝັນເຫັນປູ່ຂອງລາວທີ່ຫາກໍ່ເສຍຊີວິດໄປຫວ່າງບໍ່ດົນມານີ້ ໃນຝັນ ທ້າວດຳ ເຫັນປູ່ ພຽງແຕ່ເລືອນລາງ ແຕ່ກັບໄດ້ຍິນສຽງຊັດເຈນຫລາຍ ໃນຝັນ ປູ່ຂອງລາວບອກວ່າເພິ່ນຫນາວຫລາຍ ແລະຢາກໄດ້ຜ້າຫົ່ມຈັກ ຫນຶ່ງຜືນ ຈະໄດ້ເຊົາຫນາວຈັກເທື່ອ.
ເຊົ້າມື້ຕໍ່ມາ ພໍ ທ້າວດຳ ຄິດເຫັນຄວາມຝັນແລ້ວກໍ່ຄິດອີຕົນສົງສານ ປູ່ຂອງລາວຫລາຍ ລາວຈຶ່ງໄດ້ກຽມຜ້າຫົ່ມໄວ້ຫນຶ່ງຜືນ ເພື່ອຈະເອົາໄປໃຫ້ປູ່ຂອງລາວ ແຕ່ກໍ່ເກີດບັນຫາເສັຍກ່ອນ ບັນຫາກໍ່ຄື ໃນຄວາມຝັນນັ້ນລາວລືມຖາມປູ່ວ່າ ຕອນນີ້ປູ່ຢູ່ໃສ ແລ້ວຈະສົ່ງຜ້າຫົ່ມໃຫ້ປູ່ໄດ້ແນວໃດ. ນັ່ງຄິດຢູ່ດົນເຕີບ ລາວກໍ່ນຶກຂຶ້ນໄດ້ວ່າ ປູ່ຂອງລາວເປັນຄົນດີຫລາຍ ຕາຍໄປປູ່ຂອງລາວຕ້ອງຢູ່ສະຫວັນ ແນ່ນອນ.
ຄິດໄດ້ແນວນັ້ນ ທ້າວດຳ ກໍ່ຟ້າວແຕ່ງໂຕ ແລ້ວກໍ່ຈັບເອົາຜ້າຫົ່ມເພື່ອໄປສົ່ງໃຫ້ປູ່ຂອງລາວຢູ່ສະຫວັນ ແຕ່ໄຊ້ເວລາເກືອບຫມົດມື້ ລາວກໍ່ຫາທາງໄປສະຫວັນບໍ່ເຫັນ ເຫັນໃຜກາຍມາ ຫລື ລາວຍ່າງ ກາຍ ເຮືອນໃດ ລາວກໍ່ຈະຖາມທາງໄປສະຫວັນ ແຕ່ກໍ່ບໍ່ມີໃຜຊ່ວຍລາວໄດ້ເລີຍ ທ້າວດຳ ຍ່າງຄໍຕົກຢ່າງຫມົດຫວັງມາຮອດຕູບນ້ອຍຫລັງຫນຶ່ງ ລາວນັ່ງຖອນຫາຍໃຈເຫມືອນກັບວ່າ ປົງຕົກ ແຕ່ແລ້ວລາວກໍ່ໄດ້ຍິນສຽງດັງມາຈາກທາງໃນຕູບວ່າ:
ອ້າຍອົດບໍ່ໄຫວແລ້ວ ອ້າຍຊິພານ້ອງໄປສະຫວັນລະເດີ້
ໄປເລີຍອ້າຍນ້ອງກະພ້ອມແລ້ວ
ໄດ້ຍິດແນວນັ້ນ ທ້າວດຳ ກໍ່ຟ້າວຖີບປະຕູຕູບນ້ອຍເຂົ້າໄປ ແລ້ວເວົ້າຂຶ້ນສຽງດັງວ່າ
ຢ່າຟ້າວໄປ ຂ້ອຍຂໍຝາກຜ້າຫົ່ມນີ້ໄປໃຫ້ປູ່ຂ້ອຍແດ່ !!!!!!!!!!!! ສອງຜົວເມຍໄດ້ແຕ່ອ້າປາກຄ້າງ ໃນຂະນະທີ່ ທ້າວດຳ ກຳລັງບອກຊື່ສຽງຮຽງນາມປູ່ຂອງລາວ ພ້ອມສະແດງຄວາມຂອບໃຈ ແລ້ວກໍ່ຈາກໄປ
ທ້າວດຳ ຈົ່ມພຶມພຳ ຄົນດຽວວ່າ ສົມພໍດອກປູ່ຈຶ່ງຫນາວ ກະແນວວ່າຄົນໄປສະຫວັນຕ້ອງໄດ້ແກ້ເຄື່ອງໄປ!!!!!!!!!!!!!!!!!!!!!!!
ແປມາຈາກເລື່ອງຕະຫລົກທີ່ຂົ້າພະເຈົ້າອ່ານພົບໃນເວບໄຊແຫ່ງຫນຶ່ງເຫັນວ່າມັນຕະຫລົກດີ ກະເລີຍເອົາມາລົງໃຫ້ອ່ານນຳກັນອ່ານແລ້ວບໍ່ຕ້ອງຄິດຫຍັງຫລາຍ ຄິດວ່າເປັນເລື່ອງຄາຍຄຽດແລ້ວກັນ ເນາະ