ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 13, 2018 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ຫາກຊີວິດນີ້ມີສິດໄດ້ເລືອກສິ່ງທີ່ດີກວ່າ ເຮົາກໍຄວນເລືອກມັນ. ການຕັດສິນໃຈທຸກຢ່າງມີຜົນຕໍ່ຊີວິດເຮົາ ອີກຢ່າງຂ້ອຍເອງບໍ່ຄ່ອຍຈະມີສິດໄດ້ເລືອກສິ່ງທີ່ມີຜົນຕໍ່ຊີວິດເທົ່າໃດດອກ! ຊີວິດໜຶ່ງມັນສັ້ນເກີນທີ່ເຮົາຈະດີ້ນຮົນພໍໃຫ້ຊີວິດໄດ້ມີຄວາມສຸກ ຫຼື ດີຂຶ້ນກວ່າເດີມ. ຫາກໄດ້ເລືອກຂ້ອຍຈະຮັບເອົາມັນໄວ້ດ້ວຍຄວາມຈຽມຕົວ ພ້ອມໆກັບການເກັບຮັກສາມັນໄວ້ດ້ວຍຄວາມທະນຸຖະໜອມດ້ວຍໃຈຈິງ.
ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2018 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ຫາກຈຳເປັນຕ້ອງເດີນຈາກໄປ ໃຫ້ເດີນໄປຂ້າງໜ້າໃຫ້ໄກເທົ່າທີ່ຈະໄກໄດ້ ເພື່ອວ່າ ຫາກວັນໜຶ່ງໃຈຄິດທີ່ຈະກັບໄປຈະໄດ້ຮູ້ວ່າ ເຮົາມາໄກເກີນກວ່າຈະເດີນກັບຫຼັງແລ້ວ! ຄວາມຮັກທີ່ແທ້ຈິງຍ່ອມຕັດໃຈໄດ້ຍາກ ແຕ່ເພື່ອຄົນທີ່ເຮົາຮັກນັ້ນໄປໄດ້ດີມັນກໍກຸ້ມຄ່າທີ່ຍອມເຊັດນ້ຳຕາແລ້ວໜີຈາກໄປ. ບໍ່ແມ່ນຄວາມເຫັນແກ່ຕົວ ບໍ່ແມ່ນການໄຮ້ເຫດຜົນ ແຕ່ມັນຄືຄວາມຫວັງດີທີ່ເຮັດເພື່ອເຈົ້າເປັນຄັ້ງສຸດທ້າຍໃນຊີວິດນີ້. ຈຳໜ້າເຈົ້າໄວ້ຊ້ຳແລ້ວ ຊ້ຳອີກໄວ້ໃນໃຈເພື່ອວ່າຊີວິດນີ້ບໍ່ໄດ້ພົບໜ້າເຈົ້າແຕ່ກໍມີຮູບພາບທີ່ຊັດເຈນຂອງເຈົ້າຢູ່ໃນໃຈໃຫ້ໄດ້ຄິດເຖິງຕະຫຼອດໄປ...!
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2017 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ການເວລາຜ່ານໄປວັນແລ້ວ ວັນອີກຈົນນານແສນນານ ແຕ່ເຈົ້າຍັງຢູ່ໃນຄວາມຊົງຈຳຂອງຂ້ອຍສະເໝີມາ ມັນຄືຄວາມຊົງຈຳທີ່ງົດງາມ ຊົງພະລັງ ແລະ ບໍ່ມີວັນຈະເລືອນຫາຍໄປຈາກຂ້ອຍຈົນຊົ່ວກາລະນານ. ມີຮອຍຍິ້ມທຸກຄັ້ງທີ່ນຶກເຖິງມັນຂຶ້ນມາ ແຕ່ກໍແປກທີ່ບາງຄັ້ງກັບເຮັດໃຫ້ຂ້ອຍມີນ້ຳຕາ ແລະ ຂ້ອຍພໍໃຈທີ່ຈະນຶກເຖິງມັນຄັ້ງແລ້ວຄັ້ງອີກແບບນີ້ຕະຫຼອດໄປ. ມັນຊັດເຈນແລ້ວວ່າຂ້ອຍຍັງລືມເຈົ້າບໍ່ໄດ້ ຂ້ອຍຍັງຄົງຮັກ ຫວັງດີຕໍ່ເຈົ້າຕະຫຼອດມາ ແລະ ຈະຕະຫຼອດໄປ.
ຂຽນເມື່ອ ຂຽນເມື່ອ: ທ.ວ.. 5, 2017 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ກ່ອນຈະຜ່ານແຕ່ລະຄືນວັນໄປໄດ້ມັນເໜື່ອຍເຫຼືອເກີນ...ຊີວິດກໍແບບນີ້ແລະ! ຢ່າຄາດຫວັງສູງຈົນເກີນໄປ ເພາະໂລກໃບນີ້ເອົາແນ່ເອົານອນບໍ່ໄດ້...ແຕ່ສິ່ງທີ່ເຮັດໄດ້ຄື ເຮັດດີກັບຄົນຮອບຂ້າງ ຮັກຕົວເອງໃຫ້ຫຼາຍໆ. ເພື່ອວ່າ ຖ້າເຮົາບໍ່ເປັນຄົນທີ່ຖືກເລືອກຢ່າງໜ້ອຍເຮົາກໍຍັງຮັກຕົວເອງເປັນພູມຄຸມກັນ!