![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 18, 2017
| ມີ
0 ຄຳເຫັນ
ແລະ
0 trackback(s)
ທຸກຄົນຍ່ອມຢາກເລືອກສິ່ງທີ່ດີທີ່ສຸດໃຫ້ກັບຕົວເອງ ແຕ່ບາງຄົນກັບບໍ່ມີໂອກາດພໍທີ່ຈະໃຫ້ຊີວິດໄດ້ເລືອກດອກ! "ທຸກກໍຊີວິດ ສຸກກໍຊີວິດ" ຈະໂທດພໍ່ ແມ່ ສະພາບແວດລ້ອມ ຫຼື ໂຊກຊະຕາທີ່ເຮັດໃຫ້ຊີວິດເຮົາເປັນເຊັ່ນນີ້? ແໜງວ່າກົ້ມໜ້າຍອມຮັບຊະຕາຊີວິດທີ່ເປັນຢູ່ "ຍອມຮັບ ບໍ່ແມ່ນຍອມແພ້" ດ້ວຍຄວາມເຕັມໃຈ. ນັ້ນໝາຍຖຶງວ່າເຮົາຮູ້ຈັກຊີວິດ ທີ່ມາຂອງຊີວິດ ພ້ອມທັງເລີ່ມລົງມືແກ້ໄຂ ພັດທະນາຊີວິດໃຫ້ດີຂຶ້ນເປັນກ້າວໆ ສູ້ກັບບັນຫາດ້ວຍຫົວໃຈ ແລະ ວິນຍານ ຊີວິດທີເຕັມໄປດ້ວຍອຸປະສັກຄືຊີວິດທີ່ເຂັ້ມແຂງທີ່ສຸດ.
|