ຂຽນເມື່ອ: ກ.ພ.. 25, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ອາທິດແລ້ວນີ້ແມ່ນວັນເກີດຂ້ອຍ ເຊົ້າວັນນັ້ນຕື່ນມາຮູ້ສຶກບໍ່ສະບາຍປານໃດ. ລົງໄປກິນເຂົ້າເຊົ້າຊັ້ນລຸ່ມ ຄາດຫວັງວ່າ
ເມັຍຄົງຈະທັກທາຍດ້ວຍຄວາມຍິ້ມແຍ້ມເບີກບານແລະກ່າວອວຍພອນ “ສຸກສັນວັນເກີດ“ ອາດຈະມີຂອງຂວັນນ້ອຍໃຫ້ຂ້ອຍ ນຳບໍ່ຈັກເດ໋. ຜາກົດວ່າ ຜິດຄາດໝາຍ. ຂນາດ “ອາລຸນສະຫວັດ“ ກໍຄ່ອຍໆເກືອບບໍ່ໄດ້ຍິນ ສ່ວນ “ສຸກສັນວັນເກີດ“
ຫັ້ນແມ່ນເຊົາຝັນໄດ້ເລີຍ. ຄິດໃນໃຈ…ໂອເຄ…ກໍບໍ່ເປັນຫຍັງ…ນັ້ນກໍຄືຊີວິດສົມລົດຂອງເຮົາ ບາງທີພວກລູກເຕົ້າເຂົາອາດ ຊິຈື່ວັນດກີດເຮົາໄດ້. ພວກລູກໆພາກັນຫລຸລັ່ງລົງມາກິນເຂົ້າເຊົ້າຊັ້ນລຸ່ມ ບໍ່ມີໃຜເອີ່ຍປາກຈັກຄຳເລີຍ. ຂ້ອຍອອກຈາກບ້ານ ໄປການວັນນັ້ນດ້ວຍຫົວໃຈຫົດຫູ່. ເຂົ້າໄປໃນຫ້ອງການ ນາງ ເຈັນນີ ເລຂາຂ້ອຍທັກທາຍໜ້າຕາຍິ້ມແຍ້ມແຈ່ມໃສ
“ນາຍ… ອາລຸນສະຫວັດ ແລະ…ເອີ້…ສຸກສັນວັນເກີດ!“ ຂ້ອຍຮູ້ສຶກດີຂຶ້ນນ້ອຍນຶ່ງ ຄິດໃນໃຈ…ຢ່າງນ້ອຍກະມີຜູ້ຈື່ໄດ້.
ເຮັດການໄປຈົນຮອດບ່າຍໂມງ ເຈັນນີ ມາເຄາະປະຕູ
ເຈັນນີ: ມື້ນີ້ອາກາດທາງນອກດີຂະໜາດ ໄປກິນເຂົ້າທ່ຽງກັນເທາະ ເຈົ້າກັບຂ້ອຍສອງຄົນ.
ຂ້ອຍ: ບ໋ະ…ວິເສດເລີຍ…ໄປກະໄປ.
ພວກເຮົາສອງຄົນພາກັນໄປກິນອາຫານທ່ຽງ ແຕ່ບໍ່ແມ່ນບ່ອນເຄີຍໄປ ເປັນອີກບ່ອນນຶ່ງທີ່ງຽບສະຫງົບຢູ່ບ່ອນສອກຫລີກແດ່ ມີໂຕະເປັນສ່ວນບຸກຄົນ ກຳບັງຈົບດີ ພວກເຮົາດື່ມ ມາທີນີ ຄົນລະສອງຈອກ ແລະອີ່ມໜຳສຳລານປູ່ກັບອາຫານລົດເລີດ. ຂາກັບໄປໂຮງການ:
ເຈັນນີ: ອາກາດດີອີ່ຫລີ ພວກເຮົາບໍ່ຕ້ອງຟ້້າວກັບໂຮງການໄດ້ບໍ່?
ຂ້ອຍ: ກະບໍ່ຟ້້າວຫຍັງດອກ…ນ້ອງມີຫຍັງໃນໃຈບໍ່ ?
ເຈັນນີ: ແວ່ໄປບ້ານພັກນ້ອງຈັກບຶດນໍ ຢູ່ຫົວມຸມຖະໜົນໃກ້ໆນີ້ນ່າ.
ມາຮອດບ້ານ ເຈັນນີ.
ເຈັນນີ: ຍາອ້າຍ…ນ້ອງຂໍໂຕເຂົ້າຫ້ອງນອນບຶດນຶ່ງ…ດຽວຊິອອກມາເດີ້!
ຂ້ອຍ: ໂອເຄ (ຕອບສຽງສັ່ນ ດ້ວຍຄວາມຄາດໝາຍ)
ເຈັນນີຫາຍເຂົ້າໄປຫ້ອງນອນ ສອງນາທີກັບອອກມາດ້ວຍຂະໜົມເຄກຖາດບັກໃຫຍ່ ຕິດຕາມເປັນແຖວອອກມາປານງູກິນຫາງ
ແມ່ນ ເມັຍຂ້ອຍ ລູກຂ້ອຍ ໝູ່ເພື່ອນ ແລະເພື່ອນຮ່ວມງານອີກເປັນໂຫລໆ ຮ້ອງເພງເຂົ້າຈັງຫວະກັນ
“ສຸກສັນວັນເກີດ! “
“ສຸກສັນວັນເກີດ! “
ຂ້ອຍເອງ … ຕົກຕະລຶງ...ເຢັນສັນຫລັງວາບ...ເຫື່ອແຕກ...
… ຕາຄ້າງ
… ນັ່ງຊຶງລຶງຢູ່ໂຊຟາ
… ແກ້ສົ້ງລຽບລ້ອຍ … ເປືອຍລ້ອນຈ້ອນປານຜີເຜດ!
ຈົບ.