.ຂໍຂອບໃຈບັນດາທ່ານທີ່ຕິດຕາມ......................... ຄວາມເດີມ:
ຕົ້ນແລ່ນເຂົ້າມາໃນຫອ້ງປະຊຸມຢ່າງຟ້າວຟັງທາມກາງສາຍຕາຈອ້ງມອງຈາກຄົນເປັນຮອ້ຍຍອ້ນວ່າມາຊ້າ. ”ອາຈານຄຳສະອອນ”:
ເລີ່ມຕົ້ນກະຊ້າແຕ່ຫົວທີ່ລະເດ້ຊິລອດບໍ່ຫນໍ, ໄປກຽມໂຕສະແດງ...ຜ່ານການສະແດງຂອງບັນດາຜູ້ເຂົ້າຄັດເລືອກໄປຫລາຍຕໍ່ຫລາຍຄົນເຊີ່ງໃນນັ້ນກໍມີທັງ: ຕົ້ນ, ຈອນນີ້,
ບອ໋ບບີ້, ນິລຸດ, ວັນເພັນ, ມະນີ, ປອ໋ບປີ້, ພິດຕີ້ ແລະ ນັກສືກສາໂຕເກງອີກອື່ນໆຈົນມາຮອດຜູ້ເຂົ້າຄັດເລືອກອີກສາມຄົນສຸດທ້າຍນັ້ນກໍຄື: “ລູລູ່=ແຈ່ມຈັນ”, “ອ້ຳ=ອາລັນ ”
, “ສິນ=ຮອນນີ້”, ສາມສາວທີ່ເປັນສ່ຽວຮັກສ່ຽວແພງກັນຮຽນມານຳກັນແຕ່ຊັ້ນມັດທະຍົມທີ່ຢາກມາຖາມຫາຄວາມຝັນໃນການເປັນດາຣາດວ້ຍການເຂົ້າຮຽນທີ
່ຮງຮຽນແຫ່ງນີ້, ເຊີ່ງຕອນນີ້ກໍເຫລືອພຽງສະຫລາກເພື່ອຈົກລຸ້ນໃນການສະແດງເປັນໂຕລະຄອນແຕ່ 3 ໃບເທົ່ານັ້ນ, ເຊີ່ງທັງແຈ່ມຈັນ ແລະ
ອາລັນຕ່າງກໍຈົກຖືກໄດ້ໂຕລະຄອນດີໆທັງນັ້ນ, ສວ່ນຮອນນີ້ຊ້ຳພັດຈົກໄດ້ໂຕລະຄອນທີ່ຕອ້ງສະແດງເປັນໃບໄມ້, ຮອນນີ້ກໍຟ້າວປີ່ນໜ້າໄປຫາໝູ່ທັງເວົ້າວ່າ: ອຸ້ຍ, '
ຕາຍແທ້ສູ່ບົດຜີບ້າຫຍັງໃຫ້ສະແດງເປັນໃບໄມ້, ໃຫ້ກູເປັນໂຕບົ້ງຍັງໃຄກອ່ນ ”ແຈ່ມຈັນກໍສອດໃສວ່າ: ຄືວ່າແຫລະໜ້າໂຕຄືໃດຫັ້ນ,,ຫ່າຫ່າ” ຮອນນີ້ກໍວ່າ:
ອຸ້ຍບໍ່ແມ່ນເວລາຕະຫລົກໄດ໋ຫນິຄັນເຂົາບໍ່ຜ່ານມາຫນິເຂົາບໍ່ຍອມໄດ໋..ແຕ່ກົດກໍເປັນກົດຖຽງໄປກໍຄົງເຮັດຫຍັງບໍ່ໄດ້ຄືເກົ່າແລ້ວການສະແດງກໍດຳເນີນໄປ,
ແຕ່ລະຫວ່າງທີ່ຜູ້ເຂົ້າຄັດເລືອກກຳລັງສະແດງຢູ່ນັ້ນ, ກໍມີສາຍຕາດຳໆຄູ່ໜື່ງທີ່ຈອ້ງມອງຢູ່ດ້ານນອກຢ່າງໜ້າສົງສານ ແລະ ໜ້າເອັນດູ, “ໂບໂບ້=ທອງດີ”:
ລູກແມ່ຄ້າຂາຍເຂົ້າຂາໝູ່ທີ່ມີຄວາມຝັນຢາກຈະເປັນນັກຮອ້ງມືອາຊີບແຕ່ຍອ້ນທາງຄອບຄົວບໍ່ມີເງີນສົ່ງ ແລະ ທາງພໍ່ຕູ້ກໍບໍ່ຢາກໃຫ້ລູກຫລານເຕັ້ນກິນລຳກິນ,
ທອງດີກໍເລີຍຕອ້ງຢູ່ຊວ່ຍທຸລະກິດເຂົ້າຂາໝູ່ທີ່ໂດ່ງດັງ ແລະ ແຊບທີ່ສຸດໃນຍຸກນັ້ນເລີຍກໍວ່າໄດ້, ເຊີ່ງທອງດີກໍໄດ້ມາຊວ່ຍແມ່ຂາຍທີ່ສາຂາທີ່ 10 ໃນໂຮງອາຫານຂອງໂຮງຮຽນ.
ຂະໜະທີ່ທອງດີກຳລັງເບີ່ງ ແລະ ນຶກພາບຈິນຕະນາການວ່າແມ່ນຕົນເອງກຳລັງຢືນຮອ້ງຢູ່ບອ່ນນັ້ນ, ແມ່ທອງດີກໍຍ່າງມາດຶງຫູ: ມືງຢູ່ໜີ້ໜໍຊອກຫາຈົນຕາປີ້ນ,
ຄົນເຂົ້າຮ້ານບັກຫລາຍໆ, ມືງກັບມາຢືນລະເມີເພີ້ຝັນຢູ່ແຖວນີ້ເນາະ, ກັບຮ້ານດຽວນີ້ໄປຕົ້ມຂາໝູ່...”ທອງດີ”: ໂອ້ຍແມ່ນະ, ລູກຢາກເປັນນັກຮອ້ງເນາະ,
ຄືບໍ່ຕົ້ມລູກລົງໝໍ້ຫັ້ນເປັນໂຕລະກະແລ້ວເຮີ້ຍ...ແລ້ວສອງແມ່ລູກກໍຍ່າງກັບຮ້ານນຳກັນໄປຕອ້ຍ,ຕອ້ຍເວລາຜ່ານໄປເກືອບສາມຊົ່ວໂມງໃນທີສຸດລາຍຊື່ນັກສືກສາ
50/100 ກໍຖືກປະກາດ, ເຊີ່ງໃນນັ້ນ 50 ຄົນທີ່ເຫລືອແນ່ນອນວ່າຕອ້ງນ້ຳຕາໄຫລກັບບ້ານແນ່ນອນ, ກອ່ນທີ່ຈະປະກາດລາຍຊື່: “ເອື້ອຍປຸກ=ອາຈານຄຳແດງ”
ຜູ້ອຳນວຍການໃຫຍ່ຂອງໂຮງຮຽນກໍຖືກເຊີນຂື້ນກ່າວຄຳປາໄສ. “ອາຈານຄຳແດງ”: ອາໂຫລ, ຈຸຈຸຈຸ..ອາໂລ..ແຕ່ສຽງໄມກໍບໍ່ດັ່ງ,
ອາຈານເລີຍລວບລວມພະລັງສຽງ,,ອາໂຫລລລ..! ນັກຮຽນຜູ້ໃດຢູ່ແຖວໜ້າຕອນນັ້ນກໍພາກັນຕື່ນຍຸບບາດໜື່ງ. ດ້ານເລຂາສຸດຊື່ທີ່ຍ່າງຕິດຕາມມາ”ອາລີສ= ໃຈດີ”
ອາຈານຄຳແດງ, ໄມບໍ່ທັນເປີດອາຈານ..! ແຕ່ເບີ່ງຈາກສຽງກີ້ນີ້ຄືສິບໍ່ຕອ້ງການ. ແລ້ວໃຈດີກໍແອບລັກຍີ້ມຢູ່ຄົນດຽວ,ສວ່ນອາຈານຄຳແດງກໍເສຍຟອມນອ້ຍໜື່ງ,
ແລ້ວອາຈານຄຳແດງກໍກ່າວຕໍ່: ສະບາຍດີນັກສືກສາທຸກທ່ານ....ແລ້ວການປາໄສຂອງອາຈານກໍຜ່ານໄປ, ຕໍ່ມາກໍແມ່ນໜ້າທີ່ຂອງ”ອາຈານຄຳສອນ= ເອື້ອຍໂຕເລັກ”
ເອົາລະຕັ້ງໃຈຟັງໃຫ້ດີຕໍ່ໄປນີ້ອາຈານຄຳສະອອ່ນຂໍອ່ານຊື່ບັນດານັກສືກສາທີ່ຈະໄດ້ເຂົ້າມາເປັນນັກສທກສາສົກໃໝ່ໃນປີນີ້ທຸກຄົນກະລຸນາຢູ່ໃນຄວາມສະຫງົບ,
ຜ່ານຈາກການອ່ານຊື່ທັງ ຕົ້ນ, ຈອນນີ້, ບອ໋ບບີ້, ນິລຸດ, ວັນເພັນ, ມະນີ, ປອ໋ບປີ້, ພິດຕີ້ ແລະ ແຈ່ມຈັນ, ອາລັນ, ອີກທັງນັກສືກສາອີກຈຳນວນໜື່ງ,
ແຕ່ໜື່ງໃນນັ້ນກັບບໍ່ມີຊື່ຂອງ: ຮອນນີ້ເລີຍ, ດວ້ຍຄວາມໃຈຮ້າຍຮອນນີ້ກໍຊີມືຂື້ນ: ອາຈານນອ້ງຂໍປະທວ້ງນອ້ງສະແດງຜິບອ່ນໃດເປັນຫຍັງນອ້ງຈື່ງບໍ່ໄດ້ເຂົ້າ,
“ອາຈານຄຳສະອອນ”: ຂໍໂທດນໍ້ນອ້ງແມ່ນຜູ້ທີ່ໄດ້ຮັບບົດສະແດງເປັນໃບໄມ້ແມ່ນບໍ່, ກໍເນື່ອງຈາກວ່ານອ້ງສະແດງເປັນໃບໄມ້ບໍ່ຄືອາຈານຄຳແດງເພີ່ນຈື່ງບໍ່ໃຫ້ຜ່ານ,
ໄດ້ຍິນແນວນັ້ນຮອນນີ້ກໍໂຕ້ຂື້ນທັນທີ່ວ່າ: ອຸ້ຍ, ອາຈານບົດອີ່ຫຍັງບຸມາໃຫ້ນອ້ງສະແດງເປັນໃບໄມ້ນອ້ງກໍຢືນຢູ່ຊື່ໆຄືໃບໄມ້ລະເດະ, ບໍ່ຢຸດຕິທຳເລີຍ, ນອ້ງຈະຟອ້ງແມ່ !
ເປັນແນວນັ້ນທາງອາຈານຄຳແດງກໍລຸກຂື້ນທັງເວົ້າວ່າ: ໂທ້ນັກສືກສາເຄົາລົບໃນການຕັດສີນແນ່,
ແມ່ນອ້ງໃຫຍ່ມາແຕ່ໃສຄືວ່າກ້າເອົາເພີ່ນມາອ້າງເວົ້າແລ້ວທາງໃຈດີເລຂາກໍຊືມໃສ່ຂ້າງຫູວ່າ:
ອາຈານນອ້ງວ່ານັກສືກສາຄົນນັ້ນຄືລູກຂອງຍ່າແມ່ອອ່ນນອ້ມສ່ຽວຂອງອາຈານເນາະ,
ນອ້ງລັກໄດ້ຍິນມາວ່າມື້ນັ້ນແມ່ຂອງນັກສືກສາຜູ້ນັ້ນຈ່າຍເງີນຄ່າເຂົ້າຮຽນໃຫ້ອາຈານລະຕົວະອາຈານລືມແລ້ວຫວ່າ,
ດ້ານອາຈານຄຳແດງໄດ້ຍິນແນວນັ້ນກໍນືກອອກແຕ່ກໍຮ້າຍສຽງຄອ່ຍໃສໃຈດີວ່າ: ສົມພໍອັນສຽງຮອ້ງ ແມວໆ ແມວໆ
ຢູ່ຫລັງໂຊຟາມື້ນັ້ນຫັ້ນແທ້ຈິງລະແມ່ນສຽງແມວໂຕນີ້ໜີ້ເນາະ, ສຸດທ້າຍຮອນນີ້ກໍໄດ້ຮັບພິຈາລະນາເຂົ້າມາເປັນນັກສືກສາໃນໂຮງຮຽນດັ່ງກ່າວ;
ໂດຍຫັລງຈາກເຊົ້າວັນນັ້ນໄດ້ຜ່ານພົ້ນອີກໜື່ງອາທິດຕໍ່ມານັກສືກສາທີ່ໄດ້ຜ່ານການຄັດເລືອກກໍຕອ້ງຍ້າຍເຂົ້າມາຢູ່ໃນຫໍພັກ
ຂອງມະຫາໄລທຸກຄົນເນື່ອງຈາກເປັນກົດໃໝ່ບໍ່ວ່າໃກ້ ຫຼື ໄກກໍຕອ້ງເຂົ້າມາພັກ.
ເຊີ່ງຫລັງຈາກທີ່ນັກສືກສາທຸກຄົນເຂົ້າມາເຕົ້າໂຮມກັນຮຽບຮອ້ຍທາງຜູ້ຄຸມກໍພານັກສືກສາໄປເລືອກຫອ້ງຢູ່ຂອງຕົນໂດຍ ”ອາຈານຄຳສະອອນ”
ແມ່ນນຳນັກສືກສາຍິງໄປທີ່ຫໍພັກຍິງ ແລະ “ອາຈານເຄນ=ກີ່ໂຕ້” ກໍພານັກສືກສາຊາຍໄປທີ່ຫໍພັກຊາຍເຊີ່ງທາງກຸ່ມຍິງຄື: ວັນເພັນ, ພິດຕີ້, ປອ໋ບປີ້ ແລະ
ມະນີສີ່ສາວງາມແມ່ນໄດ້ຢູ່ດຽວກັນເຊີ່ງຢູ່ຂ້າງຫອ້ງກັບຫອ້ງເກົ່າຂອງຟ້າໃສ, ເຊີ່ງໃນຕອນນີ້ເປັນຫອ້ງສ່າງເກັບເຄື່ຶງໄປແລ້ວ, ສວ່ນດ້່ານ ອາລັ່ນ, ແຈ່ມຈັນ
ຮອນນີ້ກໍໄດ້ຢູ່ຫອ້ງຂ້າງກັນຕໍ່ຈາກຫອ້ງຂອງສີ່ສາວງາມນັ້ນ. ດ້ານຝ່າຍຊາຍ: ສີ່ໜຸ່ມເຮົາກໍໂຊກດີໄດ້ຢູ່ຫອ້ງດຽວກັນທີ່ຫອ້ງເກົ່າຂອງສິນທອນທີ່ຊັ້ນສອງຂອງຫໍພັກ...,
ທີ່ຫອ້ງຂອງສາມສາມສາວ: ອາລັ່ນ, ແຈ່ມຈັ່ນ ແລະ ຮອນນີ້: ອາລັ່ນກ່າວສູຫໍນີ້ງາມດີເນາະ, ຊຸມເພີ່ນວ່າຊິມີຜີບໍ່ວະ,
ສວ່ນດ້ານມະນີທີ່ຢູ່ຫອ້ງຂ້າງກໍກ່າວຍອ້ນມີຄວາມຮູ້ສືກສຳພັດແປກຈາກຂ້າງຫອ້ງຕິດກັນທີ່ເປັນຫອ້ງສ່າງນັ້ນໂດຍມະນີກໍກ່າວວ່າ:
ເພີ່ນເຂົາຮູ້ສືກໜາວໆເຢັນຈັງໃດກໍບໍ່ຮູ້ແຫລະ, ເຂົາວ່າຢູ່ຫໍນີ້ມີແນ່ນອນ, ທາງພິດຕີ້ສາວປາກກ້າໄດ້ຍິນແນວນັ້ນກໍເວົ້າວ່າ:
ບໍ່ເຢັນແນວໃດຝົນຕົກຫາກໍເຊົາລະເພີ່ນໄປຢືນອີງຝາຊິມັງແນວນັ້ນເນາະຊິບໍ່ເຢັນແນວໃດ,
ວ່າແລ້ວໝູ່ຮວ່ມຫອ້ງອີກສອງຄົນກໍພາກັນຫົວຂວັນໃຫ້ມະນີ....ແຕ່ເວລາທີ່ຫົວນັ້ນກໍມີສຽງດັ່ງ”ເຕີງ”
ຈາກຫອ້ງສ່າງທາງຂ້າງຂື້ນຢ່າງແຮງ............ຕິດຕາມຕອນຕໍ່ໄປ..........