ຄວາມເດີມ: ຂະໜະທີ່ໝູ່ຮວ່ມຫອ້ງອີກສອງຄົນພາກັນຫົວຂວັນໃຫ້ມະນີ...
.ແຕ່ເວລາທີ່ຫົວນັ້ນກໍມີສຽງດັ່ງ”ເຕີງ” ຈາກຫອ້ງສ່າງທາງຂ້າງຂື້ນຢ່າງແຮງ..ຈົນເຮັດໃຫ້ທຸກຄົນເຖີງກັບຕົກໃຈ ແລະ
ພາກັນຢຸດຫົວໄປຕາມໆກັນ,"ປອ໋ບປີ້": ພຸດໂທ, ສຽງຫຍັງຕົກໃຈໝົດ,
ແມ່ນໃຜມາທຸບຝາເກາະ. "ວັນເພັນ": ອາດຈະແມ່ນຄົນມາເອົາເຄື່ອງໃນສ່າງຕິເບາະ,
ວ່າແລ້ວດວ້ຍຄວາມສົ່ງໃສສີ່ສາວກໍເລີຍພາກັນລຸກພອ້ມພາກັນໄປເບີ່ງທີ່ຫອ້ງສ່າງຂ້າງຫອ້ງຂອງຕົນ,
ແຕ່ທຸກຄົນກໍຕອ້ງຕົກຕະລືງເມື່ອໄປຮອດແລ້ວປະຕູຫອ້ງສ່າງທີ່ມີສຽງດັ່ງນັ້ນມີໜວ່ຍກຸນແຈໃສ່ລອ໋ກຢູ່,
ດ້ານ "ພິດຕີ້":ມະນີ, ມະນີ, ເຂົາໄດ້ຍິນວ່າເພີ່ນມີສຳຜັດພິເສດລອງມາເບີ່ງດຸ.
ແຕ່ພໍຫລຽວໄປເບີ່ງມະນີກໍບໍ່ຢູ່ບອ່ນນັ້ນແລ້ວ,
ຫລຽວໄປເບີ່ງອີກບາດໜື່ງກໍເຫັນມະນີໂບກມືທັງຍີ້ມຢູ່ທີໜ້າປະຕູຫອ້ງ,
ດັ່ງນັ້ນທັງສາມສາວກໍເລີຍຟ້າວແລ່ນກັບມາທີ່ຫອ້ງຍອ້ນຮູ້ສືກຂົນລຸກ. ໃນເຊົ້າຂອງວັນດັ່ງກ່າວ
ທີ່ຫໍພັກທັງຍິງ ແລະ ຊາຍຕ່າງກໍຄືກຄື້ນເປັນພິເສດ, ນັກສືກສາໃໝ່ຕ່າງກໍຈັດແຈງເຄື່ອງຂອງກັນຢ່າງເມົາມັນ,
ບາງຄົນກໍມາໄດ້ຮູ້ຈັກກັບເພື່ອນໃໝ່ໆສະພາບແວດລອ້ມໃໝ່ການດຳລົງຊີວິດແບບໃໝ່ໆໃນຖານະນັກສືກສາ.
ຈົນເວລາຜ່ານມາຮອດຄອ້ຍຄ່ຳຍາມແລງທອ້ງຟ້າແດງເປັນສີສົ້ມແສດແດງເພາະຕາເວັນກຳລັງຈະລາຂອບຟ້າ
..ທີ່ຫໍພັກນັກສືກສາຊາຍ ”ບອ໋ບບີ້”: ຍ່າງຖືເຄື່ອງອາບນ້ຳວ່າຈະໄປລ້າງເນື້ອລ້າງໂຕຈາກທີ່ມ້ຽນເຄື່ອງມາເມື່ອຍໆ,
ທີ່ຫອ້ງນ້ຳລວມຊາຍຊັ້ນສອງນັ້ນຫລາຍຄົນກໍຄົງຈະຮູ້ດີວ່າອະດີດຜ່ານມາເປັນແນວໃດ,
ແຕ່ສຳລັບນັກສືກສາໃໝ່ແລ້ວພວກເຂົາກໍປຽບດັ່ງຄົນທີ່ຖືກປິກຫູປິດຕາ,
ບອ໋ບບີ້ຍ່າງທັງຜິວປາກຢ່າງມີຄວາມສຸກມາເຖີງຫອ້ງນ້ຳ
, ບໍ່ລໍຊ້າບອ໋ບບີ່ຮີບແລ່ນເຂົ້າຫອ້ງຖ່າຍທັນທີເນື່ອງຈາກຂ້າເສີກໂຈມຕີກະທັນຫັນ
, ແຕ່ລະຫວ່າງທີບອ໋ບບີ້ເຮັດພາລະກິດຢູ່ນັ້ນ, ກໍມີສຽງດັ່ງຂື້ນຫອ້ງນ້ຳຂ້າງຫອ້ງວ່າ: ຕື່ງໆໆ,
ຕື່ງໆໆຊອ່ຍແນ່ເປີດບໍ່ອອກ, ຊວ່ຍແນ່ເປີດບໍ່ອອກດັງຂື້ນຄ້າຍເປັນສຽງຜູ້ຍິງ,
ໄດ້ຍິນແນວນັ້ນບອ໋ບບີ້ກໍບໍ່ລໍຊ້າດວ້ຍຄວາມຢ້ານລຸກຈາກໂຖສວ້ມແລ້ວຮີບຟ້່າວແລ່ນອອກມາ
ຈາກຫອ້ງນ້ຳດວ້ຍຄວາມທີເປັນຄົນຢ້ານເລື່ອງຜີໆຢ່າງຮຸນແຮງອີກຢ່າງນີ້ເປັນຫອ້ງນ້ຳຊາຍລວ້ນແລ້ວມີສຽງຜູ້ຍິງດັງຂື້ນມາກໍຫຍິ່ງເຮັດໃຫ້ຂວັນເສຍ,
ບອ໋ບບີ້: ຮອ້ງເອີ້ນ, ແມ່ນໃຜຫັ້ນໜະ; ບອ໋ບບີ້ຮອ້ງຖາມດວ້ຍສຽງສັ່ນໆ,
ແຕ່ພໍເມື່ອໄດ້ຍິນສຽງບອ໋ບບີ້ເອີ້ນສຽງນັ້ນກໍມິດໄປ..ບອ໋ບບີ້ກໍເລີຍຕັດສິນໃຈສອ່ງເບີ່ງທີ່ກອ້ງ
ປະຕູປະກົດວ່າບໍ່ເຫັນຕີນ ຫຼື ສີ່ງໃດໆຢືນຢູ່ພື້ນນັ້ນເລີຍ, ບອ໋ບບີ້ກໍຫຍິ່ງເຫືອແຕກອອກປານນ້ຳ, ແຕ່ກໍລວບລວມຄວາມກ້າຖາມອີກຄັ້ງ:
ແມ່ນໃຜຫັ້ນບໍ່ຕະຫລົກໄດ໋ມາຢອກກັນແນວນີ້ຫນະສູ, ຄັນບໍ່ບອກມາກູດືກໂອອາບນ້ຳເຂົ້າໄປເດີ້,
ເມື່ອບໍ່ໄດ້ຍິນສຽງຕອບກັບບອ໋ບບີ້ກໍດືກໂອຂື້ນເທີງເພດານເພື່ອໃຫ້ຕົກໃສທາງໃນຈະໄດ້ຮູ້ວ່າມືຄົນບໍ່,
ແຕ່ກໍປະກົດວ່າມີສຽງສະອື້ນທັງໄຫ້ຂື້ນຈາກຄອ່ຍໆຈາກເລີ່ມແຮງຂື້ນດວ້ຍຄວາມເຈັບປວດ,
,ເປັນແນວນັ້ນບອ໋ບບີ້ກໍແລ່ນພຸ້ງອອກຈາກຫອ້ງນ້ຳຢ່າງໄວທັນໃດ, ທັງໄປທີ່ຫອ້ງຂອງຕົນແລ້ວຮອ້ງວ່າ: ຊວ່ຍແນ່ຜະຜະຜະຜີ,
ຫລອກກູຢູ່ທີ່ຫອ້ງນ້ຳລວມຊາຍ, ດ້ານ ນິລຸດ, ຕົ້ນ ແລະ ຈອນນີ້ເພື່ອນຮວ່ມຫອ້ງໄດ້ຍິນກໍວ່າ: ແທ້, ຕົວະຕິເບາະ,
ຜີບ້າລະມືງຫນິ,, ແຕ່ບອ໋ບບີ້ກໍຢືນຢັນທັງດືງໝູ່ໄປພິສູດນຳກັນ,
ແຕ່ເມື່ອໄປຮອດຫອ້ງນ້ຳກໍເຫັນອາຈານເຄນຜູ້ຄຸມຫໍພັກອູ້ມລູກສາວໄວ 5 ປີທີ່ຫອ້ງໄຫ້ເປັນວັກເປັນເວນ,
ອີກທັງຫົວກະໂນນູນບັກໃຫຍ່ປານວ່າໜວ່ຍມາກນາວງອຍຢູ່ໜ້າຜາກ,
ອາຈານເຄນກໍທັງອອ່ຍທັງແພງໃຫ້ລູກສາວເຊົ່າໄຫ້ ແລະ ກໍຖາມວ່າໃຜເຮັດຫຍັງລູກບອກພໍ່ມາດຸ,
ກໍພໍດີເຫັນທັງສີ່ໜຸ່ມພາກັນແລ່ນໜ້າຕາຕື່ນມາຮອດຫອ້ງນ້ຳອາຈານເຄນກໍເລີຍຖາມວ່າ: ພວດເຈົ້າມາກໍດີລະ,
ໃຜເປັນຄົນດືກໂອອາບນ້ຳເຂົ້າໄປໃນຫອ້ງນ້ຳຖືກຫົວລູກອາຈານຈົນໂນ່ຫນິຫນະ..
.ໄດ້ຍິນແນວນັ້ນທັງສາມໜຸ່ມກໍພາກັນຫົວຂວັນໃຫ້ບອ໋ບບີ້ທັງເວົ້າວ່າ: ຮ່າຮ່າຮ່າຢູ່ໃສພີ່ມື່ງຫນະ, ຮັບຜິດຊອບເລີຍມືງນະ,
ອາຈານເຄນກະບັກບອ໋ບບີ້ຫນິແຫລະມັນວ່າລູກອາຈານເປັນຜີຫອ້ງນ້ຳ..ຮ່່າຮ່າຮ່າ,
ດ້ານອາຈານເຄນກໍເວົ້າທັງຢາກຮ້າຍນອ້ຍໜື່ງວ່າ:
ຜີຢູ່ໃສມື້ນີ້ອາຈານມີເວນມາກວດກາຫໍພັກພໍດີລູກສາວບໍ່ມີໃຜເບີ່ງກໍເລີຍເອົາມັນມານຳ,
ແຕ່ມັນເຈັບທອ້ງກະທັນຫັນກໍເລີຍມາເຂົ້າຫອ້ງນ້ຳຢູ່ນີ້,
ລະລອ໋ກປະຕູມັນບໍ່ດີມັນກໍເລີຍອອກບໍ່ໄດ້ພໍດີອາຈານຂື້ນມາເບີ່ງກະມາຊວ່ຍມັນລະກະເຫັນມັນໄຫ້ຢູ່ຫນິເດະ
..ທາງບອ໋ບບີ້ກໍທັງກ່າວຂໍໂທດທັງເສຍໜ້າ: ອາຈານຂໍໂທດຫລາຍໆ,
ກະແນວໃຜຊິຮູ້ເນາະເຫັນເປັນສຽງຜູ້ຍິງໃນຫອ້ງນ້ຳຊາຍນອ້ງກະສະຕິແຕກເລີຍແຫລະເນາະ
, ຂໍໂທດເດີ້ນອ້ງສາວໂອໆໆ, ເມື່ອປັບຄວາມເຂົ້າໃຈກັນແລ້ວທຸກຄົນກໍແຍກຍ້າຍກັນໄປເຮັດໜ້າທີ່ຂອງໃຜລາວຕໍ່;
..ໃນຍາມຄ່ຳຄືນທີ່ຫໍພັກນັກສືກສາຍິງຫອ້ງນອນຂອງທັງສີ່ສາວ,
ຂະໜທີ່ມະນີອາບນ້ຳແລ້ວກຳລັງວ່າຈະໄປຕາກເຄື່ອງທີ່ລະບຽງ,
ເນື່ອງຈາກວ່າດ້ານຫລັງຂອງຫໍພັກຈະມີລະບຽງທີ່ຕິດກັນເປັນເວັ້ນຫວ່າງຫອ້ງຕໍ່ຫອ້ງເພື່ອໃຫ້ນັກສືກສາຕາກເຄື່ອງ, ມະນີກໍບັງເອີນໄດ້ຍິນສຽງເປີດນ້ຳໄຫລເໝືອນຄົນເປີດນ້ຳທີ່ຫອ້ງສ່າງເກັບເຄື່ອງຂ້າງຫອ້ງມະນີກໍເລີຍຍືນຂໍປອ່ນໜ້າໄປຊອ່ງເບີ່ງ, ຕາກໍຈອ້ງມອງຜ່ານທາງແວ່ນບານປະຕູປອ່ງຢ້ຽມຢ່າງສົນໃຈຈົນໃນທີ່ສຸດມະນີກໍພົບກັບເງົາດຳໆຜ່ານກາຍຕາໄປ,
ມະນີຕົກໃຈງວກໜ້າກັບມາຮີບແລ່ນໄປບອກໝູ່ຮວ່ມຫອ້ງຊຸມເພີ່ນເຂົາເຫັນຜີໆ,
ຜີຢຸູ່ຂ້າງຫອ້ງສ່າງ,,ຮືຮື..ເມື່ອຊາບທັງສີ່ສາວກໍພາກັນແລ່ນໄປເບີ່ງທີ່ລະບຽງແຕ່ທັງສີ່ສາວກໍຕອ້ງ
ຕົກໃຈເມື່ອເຫັນຍິງສາວໄວກາງຄົນຢືນທີ່ລະບຽງສະພາບຜົມຫຍຸ້ງໆ, ທັງສີ່ສາວກໍຫອ້ງເປັນສຽງດຽວກັນ: ອ່າໆໆ, ຜີຫລອກ.
ເປັນແນວນັ້ນທາງດ້ານສາວໄວກາງຄົນທີ່ກຳລັງຢືນປີ່ນຫລັງຢູ່ກໍຕົກໃຈທັງຫອ້ງອ່າໆໆເໝືອນກັນ,
ຜີຜີໃສຜີ,,ທາງດ້ານສີ່ສາວເຫັນແນວນັ້ນກໍເລີຍຢຸດຮອ້ງ, "ວັນເພັນ": ດຽວອັນນັ້ນຄົນຕິເບາະສູ,
ຜີຫັຍງສິມາຢ້ານຜີ..ເອີ, ນ້ານ້າ, ນ້າເປັນຄົນແມ່ບໍ່ດ້ານສາວໄວກາງຄົນໄດ້ຍິນກໍປີ່ນໜ້າມາໂອ້ຍຕົກໃຈໝົດ,
ກະຄົນຕົວະບໍ່ແມ່ນຜີທາງໄດ໋ດອ໋ກ,
ໂອ້ຍມື້ນີ້ແຫ່ງວ່າມາປຽນທຳຄວາມສະອາດແທນແມ່ເຈົ້າຂອງຮອ້ງນີ້ຢູ່..”ປອ໋ບປີ້”:
ຫຶແມ່ເຈົ້າຂອງຫອ້ງນີ,,ແມ່ນຫຍັງປ້າບໍ່ເຂົ້າໃຈ..ທັງສີ່ສາວກໍທຳໜ້າງົງ ແລະ ສົງໃສ,
ແຕ່ຍອ້ນຜູ້ອຳນວຍການໂຮງຮຽນບອກວ່າຫ້າມເລົ່າປະຫວັດກ່ຽວກັບຫໍນີ້ໃຫ້ໃຜຟັງທາງປ້າກໍເລີຍ
ເກັບປາກງຽບແລ້ວຕອບປະຕິເສດວ່າບໍ່ມີຫຍັງແລ້ວຮີບປິດລອ໋ກປະຕູແລ້ວກໍອອກໄປ, ປອ່ຍໃຫ້ສາວໆພາກັນງົງ ແລະ ສົງໃສໄປຕາມໆກັນ,
ໃນຄ່ຳຄືນວັນດັ່ງກ່າວທີ່ຫອ້ງນອນຂອງສາມສາວ, ແຈ່ມຈັນ, ອາລັ່ນ ແລະ ຮອນນີ້, ເຊີ່ງໂດຍມີທັງສີ່ສາວ ວັນເພັນ,
ປອ໋ບປີ້, ພິດຕີ້ ແລະ ມະນີທີ່ໄດ້ທຳຄວາມຮູ້ຈັກກັນໃນຕອນເວັນວັນດັ່ງກ່າວ
, ດັງນັ້ນພວກເຂົາກໍເລີຍຈັດງານປາຕີນອ້ຍໆທີ່ຫອ້ງນອນເພື່ອສະຫລອງວັນນັດພົບມິດຕະພາບ
ແລະ ໝູ່ໃໝ່ທີ່ຫາກໍຮູ້ຈັກກັນ..ຫລັງຈາກທີ່ກິນເຂົ້າແລງແລ້ວໃນຊີວິດນັກສືກສາຫໍພັກໃນເວລາຫວ່າງແນວ
ນີ້ທ່ານຄິດບໍ່ວ່າພວກເຂົາ
ຈະຢູ່ລ້າໆ. “ອາລັ່ນ”: ຊຸມເພີ່ນເຂົາມີຫຍັງມວ່ນໆມານຳສະເໜີ, ວ່າແລ້ວອາລັ່ນກໍຈັບຜ້າມາປູເປັນສີ່ຫລຽມ
ແລ້ວກໍຖີ້ມກັບສີ່ດຳສີ່ຫລຽມລົງກາງຜ້າ..!!! ຊຸມເພີ່ນເຄີຍຫລີ້ນປອ໋ກຊອ໋ດບໍ່... ....ຕິດຕາມຕອນຕໍ່ໄປ..........