ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2008 | ມີ 3 ຄຳເຫັນ ແລະ 0 trackback(s)

ກັບມາແລ້ວ ອີກ ບາດ1 ຊິມາເລົ່າເລື່ອງຊີ ວິດຂອງຂ້ອຍໃຫ້ ຟັງກ່ອນຈະຫາຍໄປ ອີກຮອບ1

ບໍ່ຮູ້ວ່າຊິທ່າຍທອດຄວາມຮູ້ສຶກນີ້ອກໃຫ້ໃຜ  ກະເລີຍ ໂດດມາໃສ່ພັນລາວນີ້ແຫະ ເອົາລ່ະ ເຂົ້າເລື່ອງເລີຍ ເນາະ ເລື່ອງມັນເສົ້າຫຼາຍສຳລັບຂ້ອຍ ແຕ່ ຕຽງແຜ້ເຊັດນ້ຳຕາໃວ້ແນ່ ເດີ

 ໃນຊ່ວງເວລາ1ທີ່ມີຄວາມສຸກຂອງຊີວິດເຮົາ ຂ້ອຍຍັງຈື່ຈຳໄດ້ເປັນຢ່າງດີ ມີໃບໜ້າຍິ້ມແຍ່ມແຈ່ມໃສ ຂອງໝູ່ເພື່ອນມິດສະຫາຍ

ຕ່າງໆ ຂ້ອຍກະຈື່ໄດ້ ຊື່ໝູ່ທຸກຄົນກະຍັງຕຣາຕຣຶງຢູ່ໃນສະໝອງບໍ່ເຄີຍລືມ ຊ່ວງເວລາທີ່ເຮົາຫຼິ້ນ ເຮົາຄົບກັນມາມັນຈັ່ງແມ່ນມີຄວາມສຸກຫຼຍ ຄິດເຖິງຄາວຍັງນ້ອຍ ພວກເຮົາພາກັນຫຼິ້ນ ໝາກລີ້ ໝາກຈາດ ..... ພວກເຮົາລັກລົງອາບນ້ຳຂອງນຳກັນ ຕອນພວກເຮົາຍ່າງເລາະຫຼິ້ນແຄມຂອງນຳກັນ ເມື່ອຄິດແລ້ວ ມັນກໍ່ຍິ້ມທັງນ້ຳຕາ າໃນຊ່ວງເວລາດັງກວ່າຂ້ອຍມີຄວາມສຸກັບຊີວິດທີ່ຂີ້ດື້ຫຼາຍ ແຕ່ມາໃນວັນນີ້ ການຈາກໄປແລະນຳຕາແຫ່ງຄວາມເສຍໃຈເລິ່ມຈະອົດກັນບໍ່ໄຫວ ແລ້ວ

- ພວກເຈົ້າເຄີຍສູນເສຍຄົນທີ່ຮັກບໍ? ໂອ້ເລື່ອງນີ້ມັນເປັນຕາຕົກໃຈຫຼາຍ ຂ້ອຍເອງຍອມຮັບມັນຍັງບໍ່ໄດ້ ເມື່ອໄດ້ຍິມຂ່າວ ໝູ່ຊະນິດຜູ້1 ໄດ້ຈາກເຮົາໄປແລ້ວ ຮອຍຍິ້ມຂອງເຂົາ ສຽງຫົວຂອງເຂົາກໍ່ຍັງດັງກ້ອງໃນໃຈສະເໝີ ຂ້ອຍບໍ່ຄິດເລີຍ ວ່າພວກເຮົາຈະຕ້ອງຈາກັນໄປແບບນີ້ ແຕ່ກໍ່ຕ້ອງທຳໃນ ຄືໃນຫນັງຈີນເພິ່ນວ່າ * ບໍ່ມີງານລຽງໃດ ທີ່ບໍ່ເລີກລາ* ນີ້ແມ່ນຄວາມເສົ້າເລື່ອງທີ1ຂອງຂ້ອຍ

ແຕ່ອີກບໍ່ດົນ ຂ້ອຍກະມີຮອຍຊ້ຳອີກເທື່ອ1 ນັ້ນກໍ່ແມ່ນ ເສີຍໝູ່ອີກຜູ້1 ຫຼັງຈາກຜູ້ທຳອິດຈາກໄປໄດ້1ອາທິດ ຜູ່ສອງກະຕາມໄປສົມທົບ ເຮັດໃຫ້ຄວາມອຸກໃຈຂອງຂ້ອຍເພິ່ມທະວີຂື້ນຢ່າງສູງ(ເພາະໝໍຄົນທີສອງຕາຍໄປຕິດໜີ້ຂ້ອຍ 2000ກີບ) ພວກທ່ານຈະຮູ້ສຶກແນວໃດ ໃນເມື່ອໝູ່ທັງສອງຈາກເຮົາໄປແລ້ວ ຂ້ອຍຮູ້ສຶກເຫງົາຫຼາຍ ຢາກຈະຍ້ອນເວລາກັບໄປ ຫາພວກເຂົາອີກເທື່ອ1 ເພາະຕອນເຂົາມີຊີວິດຢູ່ໜ້າທີຂອງໝູ່ແມ່ບົກພອງຫຼາຍ ແມ້ແຕ່ວັນທີ່ເຂົາເສຍແລະງານສົບ ກະບໍ່ຮູ້ ບໍ່ໄດ້ໄປຮວມ

ບໍ່ຮູ້ວ່າ ພວກເຈົ້າມີໝູ່ທີ່ລະຫຼວມແບບ ຂ້ອຍ ຢູ່ ບໍ...........

ຫຼັງຈາກໝູ່ທັງສອງໄດ້ຈາກເຮົາໄປແລ້ວ ຂ້ອຍກະຮູ້ສຶກເສົ້າຢ່າງມະຫາສານເກີນຄຳບັນຍາຍ ໂອ້ພຣະເຈົ້າບໍ່ຄຸ້ມຄອງເລີຍ ....

ມີວັນ1ຂ້ອຍໄດ້ກັບ ໄປທີ່ບ້ານເພື່ອຫາພໍ່ແລະແມ່(ແຍກຕົວອອກມາຢູ່ຜູ້ດຽວແລ້ວ) ກໍ່ໄດ້ຮັບຂ່າວ ແຕ່ກະບໍ່ຮູ້ວ່າຂ່າວດີຫຼືຮ້າຍກັນແນ່ ແຕ່ເທົ່າທີ່ໄດ້ນິນກະເສຍໃຈຫຼາຍ ເມື່ອໄດ້ຍິນແມ່ເລົ່າວ່າ ຜູ້ເປັນນ້ອງສາວກຳລັງມີຄົນມາຂໍ ຮືຮືຮືຮື..... ນ້ຳຕາມັນໄຫຼອອກມາຍິບໆ ຂ້ອຍນອນບໍ່ັບຕັ້ງຫຼາຍມື້(ເພາະຫຼິ້ນເກມອອນໄລນ໌ໂຕ້ລຸ້ງ)

ຈົບເທົ່ານີ້ດີກວ່າ....

ຂ້ອຍພະຍາຍາມເລົ່າໃຫ້ມັນຕະລົກໄດ້ເທົ່ານີ້ແຫລະ ແຕ່ພວກເຈົ້າບໍ່ຣູ້ດອກວ່າຕອນພມໄດຣີ ນີ້ຂ້ອຍນ້ຳຕາໄຫຼ ປານໃດ :(

ບໍ່ຮູ້ວ່າຈະໄດ້ເຂົ້າມາພັນລາວ ອີກເມື່ອໃດ ເຂົ້າມາຫຼາຍ ສົ່ງຂໍຄວາມຫຼາຍ ມີຄົນລຳຄານ .....

ອໍ່ລືມບອກວ່າ ຂ້ອຍໄດ້ສ້າງເວັບຂື້ນເອງແລ້ວ ເດີ ລອງໆເຂົ້າໄປເບິ່ງແນ່ www.jilormusic.site40.net ກົດເຂົ້າໄປເບິ່ງເລີຍ