ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 13, 2008 | ມີ 3 ຄຳເຫັນ ແລະ 0 trackback(s)

ສະບາຍດີ ພໍ່ແມ່ ພີ່ນ້ອງ ຫລານສາວຫລານຊາຍ ຜູ້ເປັນລູກ ແລະເປັນຫລາຍ(ພ້ອມທັງເປັນບ້າ)

ເຫີໆໆໆ

ສະບາຍດີ ຂອງແທ້ ບາດ ນິ່

ມື້ນີ້ ວັນທີ12ຕິ! ວັນສຸກ ເດືອນສິບ2 ປີ2000ແປດ

ຂ້ອຍໄດ້ຮຽນກ່ຽວກັບ ພື້ນຖານການສ້າງໂປຣແກຣັມ ພວກເຮົາ ໝູ່ເພື່ນທັງຫລາຍ (24ຄົນ ຍິງ4(ບໍ່ມີໃຜງາມ))

ພາກັນຕັ້ງໃຈຮຽນຂຽໜ ແລະ ກ່າຍກັນ ຢ່າຕັ້ງໜ້າ .... ຈົບ ລັດໆ ເລີຍ

# ໃຜຮູ້ ນິຍາມ ຂອງ ຟັງຊັ້ນif 1ທາງເລືອກ 2ທາງເລືອກ ຫລາຍທາງເລືອກ ພ້ອມທັງ ໂຄດ ຮູບ ແບບ ກາຣທຳງານຂອງ ມັນ ເລຍ ເດີ ຊ່ວຍຂຽນໆລົງໃຫ້ແນ່ເດີ

ຂອບໃຈ

# ຢາກຮູ້ນິກຍາມ ຂອງ ຟັງຊັ້ນ for ວົນຮອບການທຳງານ ຊ່ວຍຂຽນໃຫ່ເລີຍ

ພ້ອມທັງ ໂຄ ແລະ ຣູບ ແບບ ການທຳງານເລີຍ ເດີ ຂອບໃຈ ຫຼາຍໆ

ໄປລ່ະ ແລ້ວ ຊິເຂົ້າມາເອົາ

ບາຍໆ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 20 ຄຳເຫັນ ແລະ 0 trackback(s)

ສະບາຍດີ ພໍ່ແມ່ ພີ່ນ້ອງ ຫລານສາວຫລານຊາຍ ຜູ້ເປັນລູກ ແລະເປັນຫລາຍ(ພ້ອມທັງເປັນບ້າ)

ເຫີໆໆໆ

ສະບາຍດີ ຂອງແທ້ ບາດ ນິ່

ມື້ນີ້ ວັນທີ12ຕິ! ວັນສຸກ ເດືອນສິບ2 ປີ2000ແປດ

ຂ້ອຍໄດ້ຮຽນກ່ຽວກັບ ພື້ນຖານການສ້າງໂປຣແກຣັມ ພວກເຮົາ ໝູ່ເພື່ນທັງຫລາຍ (24ຄົນ ຍິງ4(ບໍ່ມີໃຜງາມ))

ພາກັນຕັ້ງໃຈຮຽນຂຽໜ ແລະ ກ່າຍກັນ ຢ່າຕັ້ງໜ້າ .... ຈົບ ລັດໆ ເລີຍ

# ໃຜຮູ້ ນິຍາມ ຂອງ ຟັງຊັ້ນif 1ທາງເລືອກ 2ທາງເລືອກ ຫລາຍທາງເລືອກ ພ້ອມທັງ ໂຄດ ຮູບ ແບບ ກາຣທຳງານຂອງ ມັນ ເລຍ ເດີ ຊ່ວຍຂຽນໆລົງໃຫ້ແນ່ເດີ

ຂອບໃຈ

# ຢາກຮູ້ນິກຍາມ ຂອງ ຟັງຊັ້ນ for ວົນຮອບການທຳງານ ຊ່ວຍຂຽນໃຫ່ເລີຍ

ພ້ອມທັງ ໂຄ ແລະ ຣູບ ແບບ ການທຳງານເລີຍ ເດີ ຂອບໃຈ ຫຼາຍໆ

ໄປລ່ະ ແລ້ວ ຊິເຂົ້າມາເອົາ

ບາຍໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2008 | ມີ 3 ຄຳເຫັນ ແລະ 0 trackback(s)

ກັບມາແລ້ວ ອີກ ບາດ1 ຊິມາເລົ່າເລື່ອງຊີ ວິດຂອງຂ້ອຍໃຫ້ ຟັງກ່ອນຈະຫາຍໄປ ອີກຮອບ1

ບໍ່ຮູ້ວ່າຊິທ່າຍທອດຄວາມຮູ້ສຶກນີ້ອກໃຫ້ໃຜ  ກະເລີຍ ໂດດມາໃສ່ພັນລາວນີ້ແຫະ ເອົາລ່ະ ເຂົ້າເລື່ອງເລີຍ ເນາະ ເລື່ອງມັນເສົ້າຫຼາຍສຳລັບຂ້ອຍ ແຕ່ ຕຽງແຜ້ເຊັດນ້ຳຕາໃວ້ແນ່ ເດີ

 ໃນຊ່ວງເວລາ1ທີ່ມີຄວາມສຸກຂອງຊີວິດເຮົາ ຂ້ອຍຍັງຈື່ຈຳໄດ້ເປັນຢ່າງດີ ມີໃບໜ້າຍິ້ມແຍ່ມແຈ່ມໃສ ຂອງໝູ່ເພື່ອນມິດສະຫາຍ

ຕ່າງໆ ຂ້ອຍກະຈື່ໄດ້ ຊື່ໝູ່ທຸກຄົນກະຍັງຕຣາຕຣຶງຢູ່ໃນສະໝອງບໍ່ເຄີຍລືມ ຊ່ວງເວລາທີ່ເຮົາຫຼິ້ນ ເຮົາຄົບກັນມາມັນຈັ່ງແມ່ນມີຄວາມສຸກຫຼຍ ຄິດເຖິງຄາວຍັງນ້ອຍ ພວກເຮົາພາກັນຫຼິ້ນ ໝາກລີ້ ໝາກຈາດ ..... ພວກເຮົາລັກລົງອາບນ້ຳຂອງນຳກັນ ຕອນພວກເຮົາຍ່າງເລາະຫຼິ້ນແຄມຂອງນຳກັນ ເມື່ອຄິດແລ້ວ ມັນກໍ່ຍິ້ມທັງນ້ຳຕາ າໃນຊ່ວງເວລາດັງກວ່າຂ້ອຍມີຄວາມສຸກັບຊີວິດທີ່ຂີ້ດື້ຫຼາຍ ແຕ່ມາໃນວັນນີ້ ການຈາກໄປແລະນຳຕາແຫ່ງຄວາມເສຍໃຈເລິ່ມຈະອົດກັນບໍ່ໄຫວ ແລ້ວ

- ພວກເຈົ້າເຄີຍສູນເສຍຄົນທີ່ຮັກບໍ? ໂອ້ເລື່ອງນີ້ມັນເປັນຕາຕົກໃຈຫຼາຍ ຂ້ອຍເອງຍອມຮັບມັນຍັງບໍ່ໄດ້ ເມື່ອໄດ້ຍິມຂ່າວ ໝູ່ຊະນິດຜູ້1 ໄດ້ຈາກເຮົາໄປແລ້ວ ຮອຍຍິ້ມຂອງເຂົາ ສຽງຫົວຂອງເຂົາກໍ່ຍັງດັງກ້ອງໃນໃຈສະເໝີ ຂ້ອຍບໍ່ຄິດເລີຍ ວ່າພວກເຮົາຈະຕ້ອງຈາກັນໄປແບບນີ້ ແຕ່ກໍ່ຕ້ອງທຳໃນ ຄືໃນຫນັງຈີນເພິ່ນວ່າ * ບໍ່ມີງານລຽງໃດ ທີ່ບໍ່ເລີກລາ* ນີ້ແມ່ນຄວາມເສົ້າເລື່ອງທີ1ຂອງຂ້ອຍ

ແຕ່ອີກບໍ່ດົນ ຂ້ອຍກະມີຮອຍຊ້ຳອີກເທື່ອ1 ນັ້ນກໍ່ແມ່ນ ເສີຍໝູ່ອີກຜູ້1 ຫຼັງຈາກຜູ້ທຳອິດຈາກໄປໄດ້1ອາທິດ ຜູ່ສອງກະຕາມໄປສົມທົບ ເຮັດໃຫ້ຄວາມອຸກໃຈຂອງຂ້ອຍເພິ່ມທະວີຂື້ນຢ່າງສູງ(ເພາະໝໍຄົນທີສອງຕາຍໄປຕິດໜີ້ຂ້ອຍ 2000ກີບ) ພວກທ່ານຈະຮູ້ສຶກແນວໃດ ໃນເມື່ອໝູ່ທັງສອງຈາກເຮົາໄປແລ້ວ ຂ້ອຍຮູ້ສຶກເຫງົາຫຼາຍ ຢາກຈະຍ້ອນເວລາກັບໄປ ຫາພວກເຂົາອີກເທື່ອ1 ເພາະຕອນເຂົາມີຊີວິດຢູ່ໜ້າທີຂອງໝູ່ແມ່ບົກພອງຫຼາຍ ແມ້ແຕ່ວັນທີ່ເຂົາເສຍແລະງານສົບ ກະບໍ່ຮູ້ ບໍ່ໄດ້ໄປຮວມ

ບໍ່ຮູ້ວ່າ ພວກເຈົ້າມີໝູ່ທີ່ລະຫຼວມແບບ ຂ້ອຍ ຢູ່ ບໍ...........

ຫຼັງຈາກໝູ່ທັງສອງໄດ້ຈາກເຮົາໄປແລ້ວ ຂ້ອຍກະຮູ້ສຶກເສົ້າຢ່າງມະຫາສານເກີນຄຳບັນຍາຍ ໂອ້ພຣະເຈົ້າບໍ່ຄຸ້ມຄອງເລີຍ ....

ມີວັນ1ຂ້ອຍໄດ້ກັບ ໄປທີ່ບ້ານເພື່ອຫາພໍ່ແລະແມ່(ແຍກຕົວອອກມາຢູ່ຜູ້ດຽວແລ້ວ) ກໍ່ໄດ້ຮັບຂ່າວ ແຕ່ກະບໍ່ຮູ້ວ່າຂ່າວດີຫຼືຮ້າຍກັນແນ່ ແຕ່ເທົ່າທີ່ໄດ້ນິນກະເສຍໃຈຫຼາຍ ເມື່ອໄດ້ຍິນແມ່ເລົ່າວ່າ ຜູ້ເປັນນ້ອງສາວກຳລັງມີຄົນມາຂໍ ຮືຮືຮືຮື..... ນ້ຳຕາມັນໄຫຼອອກມາຍິບໆ ຂ້ອຍນອນບໍ່ັບຕັ້ງຫຼາຍມື້(ເພາະຫຼິ້ນເກມອອນໄລນ໌ໂຕ້ລຸ້ງ)

ຈົບເທົ່ານີ້ດີກວ່າ....

ຂ້ອຍພະຍາຍາມເລົ່າໃຫ້ມັນຕະລົກໄດ້ເທົ່ານີ້ແຫລະ ແຕ່ພວກເຈົ້າບໍ່ຣູ້ດອກວ່າຕອນພມໄດຣີ ນີ້ຂ້ອຍນ້ຳຕາໄຫຼ ປານໃດ :(

ບໍ່ຮູ້ວ່າຈະໄດ້ເຂົ້າມາພັນລາວ ອີກເມື່ອໃດ ເຂົ້າມາຫຼາຍ ສົ່ງຂໍຄວາມຫຼາຍ ມີຄົນລຳຄານ .....

ອໍ່ລືມບອກວ່າ ຂ້ອຍໄດ້ສ້າງເວັບຂື້ນເອງແລ້ວ ເດີ ລອງໆເຂົ້າໄປເບິ່ງແນ່ www.jilormusic.site40.net ກົດເຂົ້າໄປເບິ່ງເລີຍ

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2008 | ມີ 17 ຄຳເຫັນ ແລະ 0 trackback(s)

ເອົາກ່ອນມາກແລກກັນ ໃຜທີ່ເຂົ້າມາແລ້ວບໍ່ຂຽນກອນຝາກໄວ້ໃຫ້ຂື້ນຄານ

ເຂົ້າມາ1ຄັ້ງກະໃຫ້ຂຽນ1ກອນ

ຝ່າຝືນ ຂໍໃຫ້ເປັນໝັນ

 ເອົາຕົວຢ່າງໄປ

 *ຍາມເຈົ້າຍິ້ມຊັ່ງລະໄມຄາຍໝາໝາ ຍາມເຈົ້າເສົ້າຊັ່ງລະໄມຄ້າຍຜີເນົ່າ

ຍາມເຈົ້າຍິ້ມຈັ່ງແມ່ນເຍົ້າຍວນ ກວນຕີນດີ

ຍິ້ມບໍ່ດີ ເຕະຄໍພັບຫຼັບຄາຕີນ *

ມ່ວນເນາະ 555555555555+

ໃຜຮັກແຟນຕ້ອງສົ່ງກອນນີ້ໄປໃຫ້ແຟນເດີ  ໂດນນນນ ໂດນຕີແຟນໄປເຕັມໆໆ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2008 | ມີ 6 ຄຳເຫັນ ແລະ 0 trackback(s)

ຊິເວົ້າສູ່ຟັງອັນນີ້ ຂ້ອຍຮຽນມາ

ແນະນຳຕົວກ່ອນເນາະ ຂ້ອຍມີຊື່ວ່າ ຖຣັງຄ໌ສ ນາມສະກຸນ ຊາຍງາມ ຄັນເອີ້ນຊືຍາກຫຼາຍເອີ້ນໝານ້ອຍກະໄດ້

ຂ້ອຍເປັນ ອະດີນັກກິລາສະຫະພັນກິລາປິງປອງ ແຂວງ ສະຫວັນນະເຂດ

ມືອັນດັບສີຂອງສະມສອນ ລົງແຂ່ງ ສາມສະໜາມ

- ສະໜາມກິລາເດີນຮົ່ມເກົ່າ ເສຍຕົກຮອບ

-ສະໜາມກິນລາເດີນຮົມໃໝ່ ຕົກຮອບ ອີກແລ້ວ

-ສະໜາມກິລາຫຼງບ້ານໄດ້ທີສາມ

ອ່າວ ບາດນິຊິບອກເຕັກນິກຄວ້າແຊ້ມທີມຊາດໃຫ້

ງ່າຍໆ ເນາະ ການຕີປິງປອງເຮົາຕ້ອງຕີໃຫ້ຖືກລູກ ຖ້າຕີບໍ່ຖືລູກມັນກໍ່ຈະບໍ່ໄປ ອັນນີ້ໃຜກະຮູ້ແມ່ນບໍ່ ຮູ້ແລ້ວກະດີ ສະນັ້ນຕ້ອງຕີໃຫ້ຖືກເດີ

ການຫຼິນກິລາຊະນິດນີ້ ເຮົາຕ້ອງໃຊ້ສາຍຕາທີ່ໄວ ແລະສຳພັດຄວາມຮູ້ສຶກ ສະຕິຫຼາຍໆໆໆໆໆໆໆ

ເລື່ອງສະຕິນິ ເວລາອາຈານຂ້ອຍ ສອນນິ ລາວຊິໃຫ້ຈັບຄູ່ກັບສາວງາມໆໆໆໆ  ທົດສອບ ສະຕິຂອງເຮົາວ່າຊິແນມໝາກປິງປອງ ຫຼືຊິແນມແນວອື່ນ

ມັນກະມີທໍນີ້ແລ້ວ ເລື່ອງເຕັນິກການຕີປິງປອງ ລະດັບທີມຊາດ ຊາດໜ້າພຸ້ນແຫຼະ

ທີ່ວ່າມືອັ່ນດັບ4ຂອງສະໂມສອນນ່ະ ບໍ່ໄດ້ຕົວະ ເດີຂ້ອຍເກ່ງອີ່ຫຼີບໍ່ໄດ້ໂມ້ ໄດ້ຮອດທີສີ່ພຸ້ນນ່ະ

(ໃນສະໂມສອນມີນັກກິລາ 4ຄົນ)

ດ່ຽ%ນີ້ແມ່ນເລິ່ມເຊົາຫຼິ້ນແລ້ວ ຮູ້ສຶກວ່າມັນບໍ່ລຸ້ງ ກະເລີຍຈັບກີຕາ ຮ໊ອງເພງ ເທື່ອມັນລຸ່ງນຳໝູ່

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2008 | ມີ 8 ຄຳເຫັນ ແລະ 0 trackback(s)

ອ່ານແລ້ວຕ້ອງຫົວ 555+ ນຳເດີ

 ເຊົ້າວັນໜຶ່ງຢູ່ເຂດບົນນະບົດຫ່າງໄກຄວາມຈະເລີນ ໄດ້ມີຄອມຄົວໜຶ່ງອາໃສຢູ່ໃນບ້ານທີ່ມີແຕ່ຄວາມສຸກ

ແລະເຊົ້າວັນນັ້ນ ພໍ່ແມ່ລູກທັງຄອມຄົວໄດ້ຊ່ວກັນເຮັດວຽກອານາໄມບ້ານຄົວເຮືອນ......ຂີ້ຄ້ານເວົ້າຍາວເດ ຍ້ານຄົນອ່ານເບື່ອ ລັດໆເລີຍ ເນາະ

ພາຍຫຼັງທີ່ທຳຄວາມສະອາດ ແລ້ວວຽກເຮືອນຊານ ພວກເຂົາກໍ່ໄດ້ຕົ້ມກິນ ແມ່ກະເລຍຖາມລູກຊາຍວ່າ

ລູກມື້ນີ້ຢາກກິນເຂົ້າກັບຫຍັງ (ຫາໝາຍຖາມຢູ່ແປ້ນພິມ ບໍ່ເຫັນ ບໍ່ໃສກະໄດ້ເນາະ)

ລູກໄດ້ຕອບແມ່ວ່າ * ແມ່ລູກຢາກກິນປາ

ແມ່ເວົ້າ * ໂອ໋ ລູກຢາກກິນປາ ບໍ

ລູກຊາຍ * ແມ່ນແລ້ວ

 ແມ່ກໍ່ໄດ້ຕາມໃຈຜູ້ເປັນລູກຊາຍ ໂດຍໃຊ້ຜູ້ເປັນ ພໍ່ໄປຊື້ປາ

 ຜູ້ເປັນພໍ່ ຂ້ອນຂ້າງໂງ່ໜອຍໜຶ່ງ *

ໂດຍ ດ໋ຽວ ພໍ່ຊິໄປຊື້ໃຫ້ *

 ວ່າແລ້ວ ຜູ້ເປັນພໍ່ກະອອກໄປທັນທີ

ພໍ່ໄປຮອດຕະຫຼາດນ້ອຍແຫ່ງໜຶ່ງ ກໍ່ໄດ້ເລາະຫາຊື້ປາເມືອ ແກງໃຫ້ລູກກິນ ເລາະໄປ ເລາະມາ ກະບໍ່ມີ

ຈຳໃຈຕ້ອງກັບບ້ານມືເປົ່າ

ຜູ້ເປັນພໍ່ຈົ່ມວ່າ* ຕາຍກູ! ຫາຊື້ປາກະບໍ່ມີ ເມື້ອນິ ເມຍແລະລູກກູຊິບໍ່ນ້ອຍໃຈ ບໍ.

ລາວໄດ້ຂັບລົດກັບບ້ານຂອງລາວ ທັນໃດນັ້ນລາວກໍ່ເຫັນແມ່ຄ້າຂາຍປາ ຢູ່ລໍ້ຂາຍແຄມທາງ

ລາວກໍ່ໄດ້ ເຂົ້າໄປແວ່ເບິ່ງ

ຮອດຕອນສົນຖະນາແລ້ວ ເດີ ເພື່ອອ່ານງ່າຍ ຜູ້ເປັນພໍ່ໃສ່ຫນັງສື ສີຟ້າເນາະ

ຄົນຂາຍສີບົວເນາະ * ອື່ *

 ບາຍດີສາວ ຂາຍຈັ່ງໃດປານິ

ອ້າຍອັ່ນນີ້ໂງ່ແທ້ ເຈົ້າເອົາເງິນມາຂ້ອຍກະເອົາປາໃຫ້ເຈົ້າ .... 5555+

ປາໂທ້ ນ້ອງສາວນີ້ຂາວງາມເນື້ອຫອມອົມຊົມພູເຫັນລ່ະເປັນຕາກິນກວ່າປາເນາະ ເສຍດາຍແຕ່ຢອກແຮງແທ້.

ຊິເອົາປາຫຍັງອ້າຍຍຍ

ເວົ້າຫວານໆແນວນີ້ ພໍເປັນຕາຟັງແດ່

ຈ້າວ....

ປານິນ ນິໂຕເທົ່າໃດ

ປານິນ ນີ້ຫວາ 13500 ອ້າຍ

ມັນກະສົດຢູ່ ຫວາ

ຫາກໍ່ຕາຍກີ່ນີ້ ອ້າຍຍຍຍ

ຮັບປະກັນສົດຮ້ອຍ ເປີເຊັນ ເອົາຕົວເປັນປະກັນອ້າຍ

ບໍ່ສົດຍິນດີສົ່ງເງິນ ຈ້າວວວວ

ໂອ້ຄັກເນາະ ຊັ້ນຕົກລົງ ຄົວໃຫ້ເລີຍ ເດີ

ຈ້າວວວວວວວວວ

ເຊາະແຊະ ເຊາະແຊະ ຊີດ ປ໊ອກໆໆ ແປ໊ກໆໆ ( ສຽງເອັຟເຟັກ ປະກອບ )

ແລ້ວ ລ່ະອ້າຍຍຍຍຍ

ແລ້ວ ລ່ະຫວາ ຂອບໃຈ ຂອບໃຈ

 ກຳຈະຢ່າງອອກໄປຈາກລໍ້ຂາຍປາ ທັນໃດນັ້ນລາວກໍ່ເຫັນບາງຢ່າງໃນຂຽງຄົວປາ

ໂອ້ນ້ອງ ອັ່ນເມັດສີສົ້ມໆ ຕິດໃນຂຽນນັ້ງແມ່ນຫຍັງ

ໂອ໋ ໄຂ່ປາອ້າຍ

ອ່າວປາມີໄຂ່ແລ້ວ ຫວາ

ຈ້າວວວວວວວວວວ

ໃສນ້ອງວ່າປາສົດ

ອ່າວ ກະສົດຢູ່ເດ ອ້າຍ ຫາກະຕາຍວ່າງໃດນິໜາ

ມັນຊິສົດໄດ້ຈັງໃດ ໃນເມື່ອໄຂ່ມັນເຫ່ຍຢູ່ເຕັມຂຽງຢູ່ແບບນີ້

ອ່າວກະໄຂປາ ມັນຊິກ່ຽວຫຍັງ ກັບປາສົດ ອ້າຍຍຍຍຍຍຍ.

ໂທ້ບໍ່ກ່ຽວ ວ່າແຫຼະມັນບໍ່ກ່ຽວ ຄິດໄດ້ຈັ່ງໃດ ອ້າຍກະຜູ້ຊາຍຄົນໜຶ່ງໃດ ນ້ອງ

ຊິມາຕົວະກັນງາຍໆ ເມຍອ້າຍກະມີ ຮູ້ຂອງສົດ ບໍ່ສົດ

ເມຍອ້າຍນິ ຕອນເອົາກັນໃໝ່ ນະກະສົດ ດີ

ຫຼັງແຕ່ງດອງ 3ເດືອນ ແຫຼະເລິ່ມປຸ້ງ

ອີ່ ອີ່ແທ່ອ້າຍ ເດັກນ້ອຍ ແຖວເຮືອ ເຂົາກະຮູ້ວ່າເສຍສົດແລ້ວ

ປາໂທ້ !

ນ້ອງຊິມາຕົວະ ອ້າຍໄດ້ຈັ່ງໃດວ່າ ປາສົດ ເປັນແບບນີ້

ອ້າຍນີ້ ຄິດໄດ້ຈັ່ງໃດ

ກະຈ໊ະ ວ່າໄຂ່ເຕັມທ້ອງ ຊິວ່າສົດ ຊ່ຳ ເບ່າະ

ຂີ້ຄ້ານພິມ ເວີຍ ເອົາໄເປັນວ່າ ໄປແຕ່ງໃສເອງ ແລ້ວກັນ

ຈົບແບບ ດື້ໆ ນີ້ ລ່ະ 555555+

ບາຍໆ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2008 | ມີ 2 ຄຳເຫັນ ແລະ 0 trackback(s)

ເນື້ອຮ້ອງແຕ່ງໂດຍ ແອນ້ອຍ ແລະ ໝານ້ອຍ

ທຳນອງແຕ່ງໂດຍ ແອນ້ອຍ

ຮຽບຮຽງໂດຍ ອ້າຍບຸນລ້ອມ

ສິນລະປິນມືສະໝັກຫລິ້ນ ວົງ DemoN Rock

ຄ້າຍ JiloR Records

ເພງ 1ຄຳຈາກຫົວໃຈ

ມອງຕົວເອງຜ່ານແວ່ນຢູ່ໃນຫ້ອງນອນ ທີ່ສະທ້ອນເອົາຮອຍຍິ້ມເກົ່າໆ ທີ່ຢູ່ໃນຄວາມຊົງຈຳ
ຈາກວັນນັ້ນທີ່ເຮົາໄດ້ພົບກັນ ຈົນມາເຖິງວັນນີ້ ເຮົາຕ້ອງຈາກກັນໄປ ແສນໄກ
+ ມັນມີໜຶ່ງຄຳ ຈາກຫົວໃຈ ຢາກໃຫ້ເຈົ້າໄດ້ຮູ້ ຢາກໃຫ້ເຈົ້າໄດ້ຟັງ ຈາກປາກຂ້ອງຄົນ ຄົນນີ້
++ ວ່າມັນຄິດເຖິງໃຈຈະຂາດຢາກພົບໜ້າກັນທຸກໆວັນ ຢາກໃຫ້ເວລາຍ້ອນກັບໄປເປັນເໝືອນເກົ່າ
ແຕ່ວ່າຄວາມຈິງມັນຊັ່ງຫ່າງໄກ ກັບຄວາມຝັນທີ່ເຮົາເພີ້ຢູ່ ຕ້ອງເກັບມັນໃວ້ ສ່ວນເລິກຂອງຫົວໃຈ

- ຫາກມີໂອກາດອີກຄັ້ງ ໃຫ້ເຮົາກັບຄົນຮັກກັນ ເຮົາຈະທຳເວລາຕອນນັ້ນໃຫ້ດີກວ່ານີ້

......ຊ້ຳ.....

link ( Demo ) Song : http://www.imeem.com/people/eAdrzbZ/music/X_YsxcNl/demon_rock_1_kham_jark_hua_jai/

<object width="300" height="110"><param name="movie" value="http://media.imeem.com/m/D2sId1sV6z"></param><param name="wmode" value="transparent"></param><embed src="http://media.imeem.com/m/D2sId1sV6z" type="application/x-shockwave-flash" width="300" height="110" wmode="transparent"></embed><a href="http://www.imeem.com/people/eAdrzbZ/music/T7BKlK_H/demon_rock_1_kham_jark_hua_jai_demo/">1 Kham jark hua jai ( DEMO) - DemoN Rock</a></object>

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2008 | ມີ 2 ຄຳເຫັນ ແລະ 0 trackback(s)

ເລື່ອງພວກນີ້ ຂ້ອຍ ໄດ້ຂຽນເປັນເພງ ແລ້ວລຽບ100ເຊີນອ່ານໄດ້

ມີບາງຄົນທີ່ຫ່ວງໃຍ ທີ່ເຈົ້າບໍ່ເຄີຍຈະມອງເຫັນຕົວເຂົາ ເພາະຄຳວ່າເພື່ອນມັບັງຢູ່

ໄດ້ແຕ່ເກັບຄວາມຮູ້ສຶກທີ່ມັນມີຢູ່ໃນໃຈເອົາໃວ້ ເພາະມັບໍ່ກ້າບອກ

+  ແຕ່ມາວັນນີ້ມັນຍາກເກີນຈະເກັບໃວ້ ຢູ່ໃນໃຈຕະຫຼອດໄປ ມັນຕ້ອງບອກອອກໄປວັນນີ້

++ ເຖິງຈະຜິດຫວັງກໍ່ບໍ່ເສຍໃຈ ທີ່ໄດ້ບອກເຈົ້າອອກໄປ ວ່າຮັກ ດີກວ່າຈະເກັບໃວ້

ຖາບໍ່ບອກເຈົ້າອອກໄປ ກໍ່ຄົງເສຍໃຈໄປຈົນວັນຕາຍ ດີໃຈທີ່ໄດ້ຮັກ ເຈົ້າຄົນນີ້

- ວັນທີ່ເຮົໄດ້ພົບກັນ ກໍ່ຮູ້ສຶກກັບເຈົ້າເປັນພຽງແຕ່ເພື່ອນ ບໍ່ກ້າຄິດເກີນເລີຍ

ແຕ່ມາວັນນີ້ ມັນກັບແປກໄປ ຈາກທີ່ເຄີຍຄິດວ່າເຈົ້າເປັນເພື່ນ ໂອ້...ໃຈ ບໍ່ເຫມືອນເດີມອິກແລ້ວ ...

ຊ້ຳ----------

ບົດເພງນີ້ ຄືຊິຖືກກັບໃຜຫລາຍຄົນ ທີ່ແອບຮັກໝູ່ຕົວເອງແລ້ວບໍ່ກ້າ ເປີດໃຈເວົ້າກັນ

ທ່ານສາມາດໃຊ້ເພງນີ້ ບອກຮັກກັນໄດ້

ຄັນຢາກຟັງເພງ ນີ້ແຫລະ ຝາກເມລ ໄວ້ເດີ ຊິສົ່ງໃຫ້

ຈາກວົງ DemoN Rock