ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 3, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ເລື້ອງທີຂ້າພະເຈົ້າຈະເລົ່ນໃນຕໍ່ໄປນີ້ແມ່ນຊີວິດຈິງຂອງເດັກຊາຍຄົນໜຶ່ງ

   ທີ່ນະຄອນຫຼວງວຽງຈັນມີ ຊາຍໜຸ່ມແລະ ຍິງສາວ ຄູ່ໜຶ່ງເປັນ ຄົນມາຈາກຕ່າງແຂວງ ໄດ້ມາຄົບຮັກກັນທີ່ນະຄອນຫຼວງວຽງຈັນ ຈາກນັ້ນທັງຄູ່ກໍ່ໄດ້ແຕ່ງງານກັນ

ເລີ່ມຈາກການຢູ່ເຮືອນຫໍຫ້ອງເຊົ່າ ພວກເຂົາທັງຄູ່ໄດ້ສ້າງເນື້ອສ້າງຕົວຈົນສາມາດຊື້ດິນແລະປຸກເຮືອນເປັນຂອງຕົວເອງໄດ້ໜຶ່ງຫຼັງເຖິງຈະບໍ່ໃຫຍ່ແຕ່ກໍ່ເປັນນ້ຳເຮື່ອ

ນ້ຳແຮງທີ່ທັງຄູ່ສ້າງຮ່ວມກັນມາ. ຫຼັງນັ້ນທັງຄູ່ກໍ່ຕັດສິນໃຈທີ່ຈະມີສາຍຍາດເອົາໃວ້ສືບພັນ ປະກົດວ່າທັງຄູ່ໄດ້ລູກຊາຍຄົນໜຶ່ງ ມີນາມວ່າ ທ້າວ ຮ  (ນາມສົມມຸດ)

ພໍທ້າວ ຮ ອາຍຸໄດ້ 5 ປີ ພໍ່ແລະແມ່ກໍ່ພາໄປຮຽນຢູ່ໂຮງຮຽນປະຖົມ ປ  (ນາມສົມມຸດຂອງໂຮງຮຽນ)  ແຕ່ໃນຂະນະທີ່ ທ້າວ ຮ ໄປຮຽນໄດ້ປະມານ 2 ເດືອນ ແມ່ຂອງ

ທ້າວ ຮ  ກໍ່ໄດ້ລົ້ມປ່ວຍ ດ້ວຍໂລກ ມະເຮັງ ເຕົ້ານົມ  ແລະແລ້ວກໍ່ເສຍຊີວິດລົງ . ພໍເປັນຢ່າງນັ້ນ ພໍ່ ຂອງ ທ້າວ ຮ ກໍ່ ແບກຮັບພາລະລ້ຽງລູກຄົນດຽວ ຈົນວັນໜຶ່ງລາວໄດ້

ມາເຈີຍິງສາວຄົນໜຶ່ງ ຊື່ ນາງ ເປດ  (ນາມສົມມຸດ) ທີ່ໄດ້ຮັບປາກຮັບຄຳວ່າຈະດູແລລ້ຽງດູ ທ້າວ ຮ ໄປຊ່ວຍກັນກັບລາວ.ດ້ວຍຄວາມທີ່ຕົນເອງກໍ່ເປັນພະນັກງານລັດຖະກອນ

ຄົນໜຶ່ງ  (ຕໍາຫຼວດ) ເຊິ່ງບາງຄັ້ງກໍ່ຖືກປະຈຳການອາດຈະບໍ່ມີເວລາຢູ່ກັບລູກ ສະນັ້ນ ຈຶ່ງໄດ້ຕັດສິນໃຈ ແຕ່ງາງນ ກັບ ນາງ  ເປດ  .ພໍແຕ່ງານກັນໄປ ນາງ ເປດເອງກໍ່ໄດ້

ດູແລເອົາໃຈໃສ່ ທ້າວ ຮ  ຊ່ວຍລາວເປັນຢ່າງດີ ແລະ ທ່້າວ ຮ ກໍ່ເປັນເດັກດີ ຕັ້ງໃຈຮ້ຳຮຽນຈນໄດ້ເປັນທີ່ 1 ຂອງຫ້ອງເປັນປະຈຳ. ແຕ່ແລ້ວ ໂຊກຮ້າຍກໍ່ເກີດຂື້ນກັບ ຄອບຄົວຂອງ

ທ້າວ ຮ ອີກຄັ້ງ ພໍ່ ຂອງທ້າວ ຮ ໄດ້ຮັບ ອຸປະຕິເຫດ ຈາກ ການປະຕິບັດໜ້າທີ່ ຈົນເສຍຊິວິດ. ເຫຼືອພຽງ ນາງເປດ (ແມ່ລ້ຽງ) ໃຫ້ຢູ່ກັບ ທ້າວ ຮ ພຽງສອງຄົນ...ພໍພໍ່ຂອງທ້າວ ຮ

ໄດ້ເສຍຊີວິດລົງ  ນາງ ເປດ ກໍ່ ເລີ່ມອອກລາຍ ດ້ວຍທີ່ໂຕເອງກໍ່ຍັງສາວຍັງງານຢູ່ ແລະພໍ່ຂອງທ້າວ ຮ ກໍ່ພໍມີເງິນເກັບເຫຼືອໃວ້ໃຫ້ຈຳນວນໜຶ່ງ. ນາງ ເປດ ກໍ່ ເລີ່ມອອກທ່ຽວຫຼີ້ນ

ກິນຟຸມເຟີຍ ໂດຍບໍ່ໄດ້ສົນໃຈໄຍດີກັບ ທ້າວ ຮ ວ່າຈະຢູ່ຈະກິນແນວໄດ.ບາງຄັ້ງກັບມາກໍ່ດ່າກໍ່ຕີ ທ້າວ ຮ ຈົນ ຊາວບ້ານໄດ້ໄປທົດເອົາ.ແຕ່ເຖິງຈະເກີເຫດການແບບນັ້ນຂື້ນ

ກັບຊິວິດຂອງ ທ້າວ ຮ ທ້າວ ຮ ກໍ່ຍັງໄປໂຮງຮຽນເປັນປົກກະຕິ  ແຕ່ ທາງໂຮງຮຽນ ກໍ່ໄດ້ສັງເກດເຫັນວ່າ ການຮຽນຂອງ ທ້າວ ຮ ເລີ່ມ ອ່ອນລົງ  ແລະ ທ້າວ ຮ ກໍ່ ມີອາການ ຊຶມເຊົ້າ

ພໍສັງເກດເຫັນເປັນຢ່າງນັ້ນດ້ວຍຄວາມທີ່ທາງໂຮງຮຽນກໍ່ມີທຶນຊ່ວຍເຫຼືອຈາກອົງການໃຈກ່າຂອງບີ່ປຸ່ນແລະທ້າວ ຮ ເອງກໍ່ເປັນຄົນໜຶ່ງທີ່ເຄີຍໄດ້ຮັບທຶນນັ້ນຈຶ່ງໄດ້ແຕ່ງຄູປະຈຳຫ້ອງ

ຂອງທ້າວ ຮ ຕິດຕາມເບິ່ງພຶດຕິກຳຂອງທ້າວ ຮ ຈົນໄດ້ໄປເຫັນວ່າ ນ ເປດ ຜູ້ເປັນແມ່ລ້ຽງນັ້ນໄດ້ເອົາຜົວໃໝ່ເຂົ້າມາຢູ່ເຮື່ອນ ແລະ ໄດ້ ກົດຂີ່ຂົ່ມເຫັງທ້າວ ຮ ເໝືອນ ໝາ ຕົວໜຶ່ງທີ່

ລ້ຽງໃວ້ໃນບ້ານ  ນ ເປດ ແລະ ຜົວໃໝ່ ບ່າງມື້ກໍ່ບໍ່ໃຫ້ທ້າວ ຮ ກິນເຂົ້າ ຈົນກວ່າຈະຊັກເຄື່ອງໃຫ້ຕົວເອງແລະຜົວແລ້ວ ບາງມື້ກໍ່ຂັບໄລ່ໃຫ້ອອກໄປນອນນອກບ້ານ. ມື້ໜຶ່ງ ດ້ວຍຄວາມ

ຢາກຮຽນ ແຕ່ບໍ່ມີເງິນຊື້ອຸປະກອນຮຽນ ທ້າວ ຮ ຈຳເປັນຕ້ອງໄດ້ຕັດສິນໃຈໄປນຳຂໍທານ ນຳເດັກນ້ອຍ...ທີ່ເຮືອນຢູ່ໄກ້ຄຽງກັນພໍຈະໄດ້ເອົາເງິນມາຊື້ປື້ມຊື້ສໍ ,ວັນນັ້ນ ທ້າວ ຮ ກໍ່ຂໍທານ

ໄດ້ເງິນມາ 20.000 ກີບ ຫຼັງຈາກໄດ້ເງິນມາດ້ວຍຄວາມອິດເມື່ອຍຈາກການຢ່າງຂໍທານ ຕາມ ເສັ້ນທາງໝົດມື້ ພໍມາຮອດເຮືອນ ນ ເປດ ກໍ່ໄດ້ ຮ້າຍຕີ ດ່າວ່າ ທ້າວ ຮ ວ່າໄປຫຼີ້ນຕາຍໃສ

ໝົດມື້ໝົດເວັນວຽກເຮື່ອນວຽກຊານກໍ່ບໍ່ເຮັດ ໃນຂະນະທີ່ ກະຊາກລາກດຶງທູບຕີທ້າວ ຮ ຢູ່ນັ້ນ ທັງຄູ່ກໍ່ໄດ້ເຫັນເງິນທີ່ ທ ຮ ຂໍທານມາໄດ້ 20.000ກີບ ແລ້ວໄດ້ສໍ້ໄດ້ຖາມຈົນ ຮູ້ໄດ້ວ່າ

ທ້າວ ຮ ໄປ ຂໍທານຈຶ່ງໄດ້ເງິນມາ.ພໍເຫັນແນວນັ້ນທັງສອງເຫັນວ່າທ້າວ ຮ ຍັງພໍມີປະໂຫຍດ ຢູ່ ກໍ່ ໄດ້ເອົາເຂົ້າໃຫ້ກິນ ແລະ ມື້ຕໍ່ມາກໍ່ໄດ້ບັງຄັບໃຫ້ໄປຂໍທານທຸກໆວັນເສົາທິດເພື່ອເອົາ

ເງີນມາໃຫ້ຕົນໂດຍອ້າງກັບ ທ້າວ ຮ ວ່າເປັນຄ່າກູລ້ຽງດູປູເສື່ອມຶງ.ເຖິງຈະເມື່ອຍແສນເມື່ອຍແຕ່ທ້າວ ຮກໍ່ບໍ່ເຄີຍ ຂາດ ຮຽນ ແຕ່ເນື່ອງຈາກວ່າ ໃນຂະນະນັ້ນທ້າວ ຮ ກໍ່ຍັງເປັນເດັກ

ຫາຈະຮຽນຢູ່ຫ້ອງ ປ 3 ດ້ວຍຄວາມຮູ້ເທົ່າບໍ່ເຖິງການຈຶ່ງຖືກໝູ່ຄູ່ທີ່ໄປຂໍທານຊັກຊວນໃຫ້ລອງເສບຢາໂດຍຕົວວ່າເປັນ ຊອກກໍແລດ ບອກວ່າ ເສບເຂົ້າໄປແລ້ວຈະເຊົາເມື່ອຍເຊົາພຽງ

ທຸກຢ່າງ.ທ້າວ ຮ ກໍ່ໄດ້ ຕິດແລະເສບນຳພວກເຂົາເຖິງແມ່ນວ່າ ທ້າວ ຮ ຈະເປັນຄົນດີປານໄດກໍ່ຕາມແຕ່ພິດຂອງຢາເສບຕິດກໍ່ໄດຄອບງຳເດັກຊາຍຄົນນັ້ນ. ຈົນມາວັນໜຶ່ງ  ທາງເຈົ້າໜ້າທີ່

ປກສ ໄດ້ເຂົ້າໄປກວດລ້າງກຸ່ມຢາເສດຕິດແລະທ້າວ ຮ ກໍ່ຕິດຢູ່ໃນກຸ່ມນັ້ນ.ຫຼັງຈາກນັ້ນທາງເຈົ້າໜ້າທີ່ໄດ້ປະສານໄປທາງຜູ້ປົກຄອງ ປະກົດວ່າ. ນ ເປດ ແລະ ຜົວໃໝ່ບໍ່ຢູ່ບ້ານມາຫຼາຍວັນ

ແລ້ວ ສະນັ້ນເຈົ້າໜ້າທີ່ຈຶ່ງ ປະສານໄປທາງໂຮງຮຽນ ທາງໂຮງຮຽນຈຶ່ງໄດ້ເຂົ້າໄປຊ່ວຍເຫຼືອເພາະເຫັນວ່າ ທ້າວ ຮ ເຄີຍເປັນນັກຮຽນດີ ຫຼັງຈາກເສັດສິ້ນຄະດີ ຢ່າເສບຕິດແລ້ວ ທາງໂຮງຮຽນ

ໄດ້ໃຫ້ ເອື້ອຍຄູ ຊື່ ນ  ແກ້ວ  ແອບຕິດຕາມໄປເບິ່ງເຫັນວ່າທ້າວ ຮ ຖືກແມ່ລ້ຽງລັງແກຈົນເກີນກວ່າມະນຸດນ້ອຍໆຄົນໝຶ່ງຈະຮັບໃຫວ.ຈຶ່ງໄດ້ແອບຖ່າຍ ຄຣິບ ວີດີໂອ ມາໃຫ້ທາງໂຮງຮຽນເບິ່ງ

ແລະສະເໜີໃຫ້ ອົງການໃຈກ່າເຂົ້າຊ່ວຍເຫຼືອເນື່ອງຈາກ ທ້າວ ຮໍ ບໍ່ມີທີ່ຢູ່ເພາະກັບບ້ານບໍ່ໄດ້ຈຶ່ງໃຫ້ ພັກຢູ່ໂຮງຮຽນສ່ວນຄ່າລ້ຽງດູແມ່ນທາງໃຈກ່າຈະອອກໃຫ້ດ້ວຍຄວາມເຫັນໃຈແລະຄວາມ

ມີນ້ຳໃຈຂອງ ຄູ ແກ້ວ ຈຶ່ງໄດ້ຂໍເອົາ ທ້າວ ຮ ມາລ້ຽງດູເອງຢູ່ທີ່ ບ້ານ ເພາະເອື້ອຍຄູແກ້ວເອງກໍ່ບໍ່ທັນມີລູກ...ຈົນເຖິງປະຈຸບັນນີ້ ຄູ ແກ້ວ ກໍ່ໄດ້ເອົາໄປໂຮງຮຽນນຳທຸກວັນ ,ແຕ່ພຶດຕິກຳຂອງ ທ້າວ ຮ

ກໍ່ບໍ່ສົມ ບູນເໝືອນ ເດັກນ້ອຍ ທົ່ວໄປ ບາງຄັ້ງກໍ່ມີ ອາການສະລຶມສະເລີ.ແຕ່ດ້ວຍຄວາມເອົາໃຈໃສ່ຜົນການຮຽນກໍ່ກັບມາດີຄືນຄືເກົ່າ,ມີບາງຄັ້ງ ທ້າວ ຮ ກໍ່ລັກອອກໄປຫາໝູ່ກຸ່ມທີ່ເຄີຍເອົາຢາ

ໃຫ້ເສບພໍຈັບໄດ້ກໍ່ບອກວ່າ ຊອກໂກແລດໝູ່ເອົາໃຫ້. (ພາສາເດັກນ້ອຍ ອາຍຸ 8 ປີ ) ຊິວິດ ແລະ ອານາຄົດຂອງທ້າວ ຮ ຈະເປັນແນວໄດນັ້ນກໍ່ຄົງຕ້ອງຕິດຕາມອີກຕໍ່ໄປ 

    (ຂອບໃຈທຸກຄົນທີ່ສະລະເວລາມາອ່ານ , ຖ້າຜິດພາດໄປການໄດກໍ່ຊ່ວຍແນະນຳໄດ້ເດີ ເພາະຂ້າພະເຈົ້າກໍ່ບໍ່ແມ່ນນັກຂຽນ ຕອນຮຽນເສັງຫັດແຕ່ງສູງສຸດກໍ່ໄດ້ແຕ່6  ຂອບໃຈຫຼາຍໆໆ)

 

Delicious Digg Fark Twitter