ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 25, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ເລື້ອງມີຢູ່ວ່າ:ມື້ຫນຶ່ງຂອ້ຍຢາກປ່ຽນຊື້ໃນປຶ້ມສຳມະໂນຄົວ ກະບໍ່ຮູ້ຕອ້ງເຮັດຈັ່ງໃດ ຫມູ່ແນະນຳໃຫ້ໄປຫານາຍບ້ານ ເພິ່ນກະຂຽນໃບຢັ້ງຢືນໃຫ້ ເຮົາກະໄປຢືນຢູ່ ປກສມ ເພິ່ນກະວ່າຊິເຮັດໃຫ້ແບບໄວໆ ແຕ່ເພິ່ນຕອ້ງການເງິນຈຳນວນຫນຶ່ງ ເຮົາກະຄິດວ່າບໍ່ແມ່ນຕິ....ເຮົາກະເລີຍບອກເພິ່ນວ່າຢ່າລະຊັນຊິໄປເຮັດຕາມຂັດຕອນ ຄືຊິດີກອ່ນ ລະຫມູ່ບອກວ່າເລົາຮູ້ຈັກຄົນຫນຶ່ງຄືຊິຊວ່ຍໄດ້ກະເອົາໄປໃຫ້ລາວ

ລາວກະວ່າຊິຊວ່ຍໄດ້ ເວລາຜ່ານໄປ ໒-໓ ທິດລາວຈັ່ງບອກໄປເຮັດໃບແຈ້ງໂທດ ເຮັດໄປໃຫ້ແລ້ວ ຫລາຍມື້ຕໍ່ມາວ່າຕອ້ງໃຊ້ເງິນອີກຈຳນວນຫນຶ່ງ ເຮົາກະໄປໃຫ້ ຫລາຍມື້ຕໍ່ມາກະນັດໄປເອົາ ບາດໄປເອົາກະ

ຍັງບໍ່ແລ້ວລາວວ່າຕອ້ງການຫນັງສືອີກ ເຮົາກະເຮັດໄປໃຫ້ອີກ ເອົາໄປເອົາມາເສຍຫລາຍກົ່ວ ເກົ່າອີກທັງເສຍເວລາ ຂີ່ລົດໄປກະບໍ່ແມ່ນໄກໆ ເວລາຜ່ານໄປຈົນ ໒ເດືອນປາຍລະ ລາວຍັງເຮັດບໍ່ໄດ້

ມື້ເຊົ້ານິກະເລີຍໄປຖາມເອົາຫນັງສືຄືີຊະ ລະກະໄປຢືນຢູ່ ປກສມ ເອງລອງເບິ່ງ ເພິ່ນກະນັດມື້ອື່ນ ເສຍຄ່າທຳນຽມຫນອ້ຍຫນື່ງ ຮູ້ຈັ່ງຊິລະເຮັດເອງແຕ່ດົນລະແລ້ວ

ແຕ່ກະຖືວ່າເປັນບົດຮຽນເພື່ອມື້ຫນ້າalt

Delicious Digg Fark Twitter