ຂ້ອຍມືນຕາຂື້ນມາ ແຕ່ກໍ່ຕ້ອງໄດ້ຫຼັບລົງຄືນເມື່ອແສງສະຫວ່າງຈາກປ່ອງຢ້ຽມແຍງມາໃສ່ຕາ ເມື່ອປັບລະດັບສາຍຕາໄດ້ຂ້ອຍກໍ່ຟ້າວລຸກຈາກບ່ອນນອນທັນທີ ຂ້ອຍສໍາຫຼວດເບິ່ງຫ້ອງແລະພະຍາຍາມນຶກຫາເຫດການທີ່ເກີດຂຶ້ນ ຂ້ອຍຍ່າງມາໄຂປະຕູຫ້ອງນອນອອກແລະເຫັນ ເຈົ້າຂອງຫ້ອງນອນຫຼັບຢູ່ເທິງໂຊຟາ ແຕ່ຂ້ອຍກໍ່ຕ້ອງຫັນໜ້າໜີທັນທີ ເມື່ອກາຍສະດຸ້ງຕື່ນຂຶ້ນມາ ກາຍຍ່າງມາຫາຂ້ອຍພ້ອມກັບດຶງຂ້ອຍເຂົ້າໄປກອດ ໃຈຂ້ອຍສັ່ນບໍ່ເປັນຈັງຫວະເລີຍ ແຕ່ຂ້ອຍກໍ່ຕ້ອງສະຫຼັດຄວາມຄິດນັ້ນຖິ້ມເມື່ອຄິດເຫັນພາບທີ່ອ້າຍຂ້ອຍຖືກຕີ
ກາຍຈູບລົງທີ່ຫົວຂອງຂ້ອຍຄ້າຍກັບວ່າແທນຄໍາຂໍໂທດ
“ກາຍ ຂໍໂທດເດີ ຂ້ອຍຕ້ອງຟ້າວໄປ ຂ້ອຍຕ້ອງໄປຫາອ້າຍຂ້ອຍ”
“ນໍ້າຕານ”
“ມື້ຄືນນີ້ເຈົ້າເຮັດເກີນໄປ” ກາຍຄາຍອ້ອມກອດອອກແລ້ວຂ້ອຍກໍ່ຍ່າງອອກຈາກບ້ານກາຍທັນທີ ນະຕອນນີ້ ຂ້ອຍບໍ່ຮູ້ວ່າຈະຮູ້ສຶກແນວໃດກັບກາຍດີ ມັນເວົ້າບໍ່ໄດ້ ແລ້ວຈຶ່ງວ່າກັນເດີ
“ຕາມ” ພໍມາຮອດໂຮງໝໍ ຂ້ອຍກໍ່ແລ່ນນໍ້າຕາໄຫຼເຂົ້າໄປກອດອ້າຍທັນທີ
“ເຮີຍໆ ຍັງບໍ່ຕາຍ ບໍ່ຕ້ອງມາເຮັດຊຶ້ງ” ຂ້ອຍຍິ້ມໃຫ້ຕາມ ນີ້ແຫຼະອ້າຍຂ້ອຍລະ
“ເຈັບຫຼາຍບໍ”
“ລອງມາຖືກເບິ່ງບໍລະ ..” ຂ້ອຍເຮັດຕາຂຽວໃສ່ອ້າຍກັບໄປ
“ຕານ..ບັກຊາຍຖືກຍິງຫວະ”
“ອືມ ນອນຢູ່ຫ້ອງພັກຟື້ນແຕ່ຍັງບໍ່ຮູ້ສຶກໂຕເລີຍ”
“ອ້າຍບໍ່ໄດ້ເປັນຄົນເຮັດໄດ໋”
“ອືມ ຮູ້ແລ້ວ..ເອະ ຕາມ ສາຍສ້ອຍອ້າຍໄປໃສ” ຕາມຈັບເບິ່ງທີ່ຄໍໂຕເອງແລະບໍ່ເຫັນສາຍຄໍນັ້ນ
“ສົງໄສ ພວກນັ້ນມັນດຶງໄປຕອນທີ່ມີເລື່ອງກັນ”
“ມີເລື່ອງ ຕອນໃດ”
“ມື້ທີ່ອ້າຍກົ້້ມໜ້າຍ່າງເຂົ້າບ້ານຫັ້ນລະ ກ່ອນໜ້ານັ້ນ2ມື້ ອ້າຍໄປຫາຂໍ້ມູນຢູ່ແຖວເຮືອນຊົງຝລັ່ງເກົ່າ ລະຈັກມີແກ໊ງອັນຕະພານມາແຕ່ໃສບໍ່ຮູ້ໄລ່ຕີອ້າຍ ຕອນທີ່ແລ່ນໜີສົງໄສມັນດຶງໄປໄດ້”
ຂ້ອຍພະຍາຍາມລຽງເຫດການທີ່ອ້າຍຂ້ອຍເລົ່າກັບການທີ່ຊາຍຖືກຍິງ ມັນມີສ່ວນທີ່ກ່ຽວຂ້ອງກັນກໍ່ຄືມື້ທີ່ອ້າຍຂ້ອຍຖືກດືງສາຍສ້ອຍກັບຊາຍຖືກຍິງ ແລະປະກອບກັບອາການໝັ້ນໃຈສຸດໆຂອງກາຍທີ່ວ່າອ້າຍຂ້ອຍເປັນຄົນຍິງຊາຍ ໂອຍຍ ແຮງຄິດແຮງສັບສົນ ຄົນດຽວທີ່ຂ້ອຍຄິດອອກວ່າໜ້າຈະຢູ່ເບຶ້ອງຫຼັງແມ່ນພູຜາ ແຕ່ຂ້ອຍບໍ່ມີຫຼັກຖານເລີຍ ນອກຈາກຊາຍຈະຟື້ນຂື້ນມາແລະບອກຄວາມຈິງທັງໝົດ.
ທຸກສາຍຕາແນມມາເບິ່ງຂ້ອຍເມື່ອຂ້ອຍບຸກເຂົ້າມາຫ້ອງພັກຟື່້ນທີ່ຊາຍນອນຢູ່ໃນມື້ຕໍ່ມາ
“ນໍ້າຕານ” ສຽງຕິນ່າທີ່ຈັດດອກໄມ້ເທິງຫົວຕຽງຊາຍຫັນມາທັກ
“ຊາຍຟື້ນລະ”
“ຫື ຍັງບໍ່ຟື້ນງ່າຍດອກ ລູກປືນໃກ້ຫົວໃຈປານນັ້ນ” ສຽງກະແທກແດກດັນຂອງກາຍນັ້ນເອງ
“ກາຍເຈົ້າຍັງບໍ່ລົ້ມເລີກຄວາມຄິດທີ່ວ່າອ້າຂ້ອຍຍິງຊາຍອີກຫວະ”
“ຮຶ..” ກາຍຈົກຫຍັງບາງຢ່າງອອກມາຈາກຖົງສົ້່ງ “ສໍ່ານີ້ພໍບໍທີ່ຂ້ອຍຈະເວົ້າວ່າອ້າຍເຈົ້າເຮັດ” ເປັນຄືທີ່ຄິດໄວ້ເລີຍວ່າເລື່ອງທີ່ອ້າຍຂ້ອຍຖືກແກ໊ງໄລ່ຕີມັນຕ້ອງບໍ່ແມ່ນເລື່ອງບັງເອີນ ແຕ່ມັນເປັນການຈົງໃຈໃຫ້ຊາຍຖືກຍິງໂດຍທີ່ໃຊ້ອ້າຍຂ້ອຍມາເປັນຄົນຮັບບາບ ແຕ່ແມ່ນໃຜລະຊິເຮັດແນວນັ້ນ
“ຂ້ອຍບໍ່ຮູ້ເດີວ່າສາຍສ້ອຍອ້າຍຂ້ອຍມັນໄປຢູ່ບ່ອນທີ່ຊາຍຖືກຍິງໄດ້ຈັ່ງໄດ໋ ແຕ່ມັນເປັນການສ້າງສະຖານະການໃຫ້ອ້າຍຂ້ອຍຮັບຜິດແທນ”
“ໂອໂຫ ແກ້ໂຕໄດ້ນໍ້າຂຸ່ນໆເລີຍ ສ້ອຍນີ້ມັນບໍ່ໄດ້ຕົກຢູ່ແຖວນັ້ນໄດ໋ ແຕ່ບັກຊາຍເປັນກໍາສ້ອຍເສັ້ນນີ້ໄວ້ໃນມືເລີຍ”
“ຂ້ອຍຊິເວົ້າຈັ່ງໄດເຈົ້າຈຶ່ງຊິເຊື່ອນິ”
“ບໍ່ຕ້ອງເວົ້າຫຍັງດອກ ຈັ່ງໃດອ້າຍເຈົ້າຕ້ອງຮັບຜິດ ຖ້າບັກຊາຍມັນບໍ່ຟື້ນຂຶ້ນມາ ອ້າຍເຈົ້າເຈິໜັກກວ່າເກົ່າອີກ”
“ໜວກຫູເວີຍ” ເຮີຍ ບໍ່ແມ່ນຂ້ອຍໄດ໋
“ອ້າຍຊາຍຕື່ນແລ້ວ” ນ່າເວົ້າຂຶ້ນດ້ວຍຄວາມດີໃຈ ກາຍເຊົາຖຽງກັບຂ້ອຍແລ້ວແລ່ນໄປທີ່ຕຽງຂອງຊາຍພ້ອມກັບເຈ
“ຊາຍ ມືງຟື້ນແລ້ວ..ຊາຍ” ເຈຮ້ອງຂຶ້ນພ້ອມກັບສັ່ນແຂນຜູ້ເປັນໝູ່ດ້ວຍຄວາມດີໃຈ
“ເອີ..ກູຟື້ນແລ້ວ ຟື້ນແຕ່ດົນແລ້ວອີກ ລະກູຫຼັບໄປຈົນ2ຄົນຜົວເມຍນີ້ມາຖຽງກັນແລະກູເລີຍຕື່ນ”
“ອ້າຍຊາຍຟື້ນຕອນໄດ໋ລະເປັນຫຍັງນ່າບໍ່ຮູ້”
“ຕອນນັ້ນເຫັນນ່າຫຼັບຢູ່ອ້າຍກະເລີຍບໍ່ຢາກກວນ” ຊາຍລະສາຍຕາຈາກຕິນ່າແລ້ວຫັນມາຫາກາຍ “ມຶງມີຫຍັງຊິຖາມກູບໍ”
“ໃຜຍິງມຶງ” ກາຍຖາມສຽງລຽບແຕ່ຂ້ອຍຄິດວ່າພາຍໃນໃຈລາວຄົນຈະຫວັ່ນໆຢູ່ບໍ່ນ້ອຍ
“ບັກພູຜາ”
“ຫະ?? ມຶງເວົ້າຜິດເວົ້າໃໝ່ໄດ້ໄດ໋ຊາຍ”
“ບັກພູຜາ” ຊາຍຍໍ້າຄໍາເກົ່າ
“ແລ້ວສາຍຄໍຊື່ບັກຕາມ ມັນ”
“ຢຸດ ມຶງໄປນັ່ງໄປ ໄປນັ່ງລະກູຊິເລົ່າ ກາຍມຶງນິໃຈຮ້ອນຫຼືໂງ່ຫວະ”
“ບັກຊາຍ”
“ຢຸດ ນໍ້າຕານຢູ່ຟັງກ່ອນເດີ”
“ແນ່ນອນຊາຍ” ຂ້ອຍຢືນກອດເອິກແນມເບິ່ງໜ້າກາຍດ້ວຍໄຊຊະນະທີ່ເໜືອກວ່າ
“ທີ່ຈິງຄົນທີ່ມັນຈະຍິງບໍ່ແມ່ນກູ ແຕ່ເປັນມຶງບັກກາຍ ມື້ນັ້ນຕອນ 5ໂມງແລງມີຄົນມາສຽບຈົດໝາຍໄວ້ໜ້າຮ້ານກູ ກູເປີດອ່ານ ລະມັນເປັນຈົດໝາຍນັດມຶງອອກໄປເຈິຢູ່ຮ່ອມຫຼັງວັດອິນແປງມັນລົງທ້າຍຊື່ ຫົວໜ້າແກ໊ງວິກມາສຄ ຕອນນັ້ັ້ນມຶງຄາເສັງຢູ່ໂຮງຮຽນ ກູໃຈຮ້ອນເລີຍອອກໄປແທນມຶງ ແຕ່ກະບໍ່ເຫັນວ່າມີໃຜຢູ່ ຈົນເກີດເຫດການທີ່ບັງເອີນສຸດໆຂຶ້ນ ກູເຫັນບັກຕາມມັນແລ່ນໜີຜູ້ຊາຍປະມານ3ຄົນມາ ແຕ່ກະບໍ່ຫວິດ ມັນຖືກດຶງສາຍຄໍ ກູເຫັນກະເລີຍເລັ່ງລົດເຂົ້າໄປຊ່ວຍ ພວກໂຈນມັນເຜີຕອນທີ່ໄດ້ຍິນສຽງກູເລັ່ງລົດ ບັກຕາມມັນເລີຍໃຊ້ໂອກາດນັ້ນແລ່ນໜີ ແລະຄາດການວ່າມັນບໍ່ຮູ້ອີກວ່າກູແມ່ນໃຜ ເພາະໃສ່ໝວກກັນນັອກຢູ່ ກູຂັບລົດໄປດຶງເອົາສາຍຄໍຈາກມືພວກມັນມາຄືນໄດ້ ແຕ່ຄາເຮັດເທ້ຢູ່ ພວກມັນເລີຍຈົກປືນອອກມາຍິງກູ ເປັນການຍິງທີ່ແມ້ນໂຄດໃນໄລຍະໄກ ກູລົ້ມລົງລະມັນເປີດໝວກອອກ ລະກູເລີຍຮູ້ວ່າມັນແມ່ນບັກພູຜາ ມັນເປັນມືປຶນທີ່ຍິງແມ້ນໂຄດໆ ສຽດຫົວໃຈກູໄປເກືອບ5ເຊັນ ມັນຄົງຈະຄິດວ່າກູຕາຍແລ້ວ ແຕ່ກູຍັງບໍ່ຢາກເຊື່ອວ່າກູລອດມາໄດ້ຈັ່ງໄດ໋”
“ບັກພູຜາຫັ້ນໄດ໋” ກາຍກໍາກໍາປັ້ນພ້ອມກັບໃຊ້ຄວາມຄິດ
“ກາຍ ມື້ທີ່ນໍ້າຕານນອນສະຫຼົບຢູ່ໜ້າເຮືອນມຶງ” ເຈເວົ້າເລື່ອງນີ້ຂຶ້ນມາໃນທັນທີ “ມັນອາດຈະ” ກາຍໄດ້ຍິນປະໂຫຍກນັ້ນແລ້ວແນມໜ້າມາຫາຂ້ອຍ ດ້ວຍສາຍຕາທີ່ຕົກໃຈກຶ່ງອ້ອນວອນ
“ແລະມື້ນັ້ນຂ້ອຍກະໄດ້ຮູ້່ວ່າເຈົ້າໄປຖ້າລັດຕີອ້າຍຂ້ອຍຮອດໜ້າບ້ານ” ຂ້ອຍເວົ້າປະໂຫຍກທີ່ອັດອັ້ນອອກມາ
“ນໍ້າຕານ ຂ້ອຍ..”
“ບັກກາຍເອີຍ ບັກບ້າ” ໝູ່ທັງ2ຄົນຂອງກາຍເວົ້໊າອອກມາພ້ອມກັນ ຂ້ອຍຄິດວ່າສິ່ງທີ່ຂ້ອຍຢາກຮູ້ມັນກະຈ່າງໝົດແລ້ວ ຂ້ອຍກະບໍ່ມີເຫດຜົນຫຍັງຕ້ອງຢູ່ ອີກຢ່າງຂ້ອຍຕ້ອງກັບໄປເບິ່ງອ້າຍຂ້ອຍ ລາວຈະອອກຈາກໂຮງໝໍໃນອີກ2ມື້
“ຊາຍ ເຊົາໄວໆເດີ ຂອບໃຈທີ່ໄຂຂໍ້ສົງໄສໃຫ້” ພໍຈົບປະໂຫຍກນັ້ນຂ້ອຍກໍ່ຫັນຫຼັງແລ້ວຍ່າງອອກຈາກຫ້ອງພັກຟື້ນຂອງຊາຍ
“ນໍ້າຕານ ດ໋ຽວ” ສຽງທີ່ຂ້ອຍຄຸ້ນເຄີຍ ພ້ອມກັບສຽງຍ່າງທີ່ຕາມຫຼັງມາ ຂ້ອຍບໍ່ສາມາດຢຸດການກ້າວຍ່າງໄດ້ ສະໝອງມັນບອກໃຫ້ຍ່າງຕໍ່ໄປ ຍ່າງອອກໄປໃຫ້ໄກ ຈາກຜູ້ຊາຍທີ່ອັນຕະລາຍຄົນນີ້ ພາບທີ່ລາວຕີອ້າຍຂ້ອຍມັນແລ່ນວົນໄປວົນມາຊໍ້າໆ ຈາກການຍ່າງປ່ຽນມາເປັນການແລ່ນທັນທີ ຂ້ອຍຍັງບໍ່ພ້ອມທີ່ຈະລົມຫຍັງກັບລາວທັງນັ້ນ ກາຍຂ້ອຍບໍ່ອາດຈະໄວ້ໃຈເຈົ້້າໄດ້ອີກແລ້ວ.
“ລະວັງເດີ” ຂ້ອຍປະຄອງອ້າຍຂ້ອຍໃຫ້ຍ່າງເຂົ້້າບ້ານ ໝໍໃຫ້ມາພັກຜ່ອນຢູ່ບ້ານໄດ້ແຕ່ວ່າອ້າຍຂ້ອຍຍັງເຮັດອໍເຊາະເຈັບຢູ່ ຍ້ອນມີພະຍາບານພິເສດຄືເອື້ອຍແອນມາດູແລໃຫ້
“ເອື້ອຍແອນ ຕານຝາກຕາມແນ່ເດີ ໄປເຂົ້າຫ້ອງນໍ້າກ່ອນແປັບໜຶ່ງ” ທີ່ຈິງມັນເປັນແຜນຂອງຂ້ອຍເອງແຫຼະ ເຖິງວ່າເອຶ້ອຍແອນຈະມາເຝົ້າໄຂ້ ແຕ່2ຄົນນີ້ຍັງເວົ້າກັນບໍ່ໄດ້ຮອດ10ປະໂຫຍກຊໍ້າ ເຮີ...
ຫຼັງຈາກມື້ທີ່ອ້າຍຂ້ອຍຖືກກາຍຕີຈົນສາຫັດ ພໍ່ກັບແມ່ຂ້ອຍກໍ່ຮ້ອນຮົນແລະພະຍາຍາມາດູແລອ້າຍກັບຂ້ອຍຢ່າງໃກ້ຊິດ ຂ້ອຍເຫັນແມ່ຂ້ອຍໄຫ້ເປັນຄັ້ງທໍາອິດໃນຊີວິດ ນັ້ນເຮັດໃຫ້ຂ້ອຍບໍ່ສະບາຍໃຈເລີຍ ຂ້ອຍບໍ່ສາມາດຈະຢູ່ເສີຍໄດ້ ຈົນເລົ່າເລື່ອງທັງໝົດໃຫ້ແມ່ຟັງ ແຕ່ເລື່ອງທີ່ຂ້ອຍບໍ່ເລົ່າແມ່ນຂ້ອຍຄົບກັບກາຍ ປະໂຫຍກໜຶ່ງທີ່ເຮັດໃຫ້ຂ້ອຍກືນບໍ່ເຂົ້າ ຄາຍບໍ່ອອກແມ່ນ
“ຜູ້ຊາຍຄົນນີ້ ຈິດໃຈເຮັດດ້ວຍຫຍັງລູກ ແມ່ບໍ່ມີວັນໃຫ້ອະໄພຄົນທີ່ເຮັດໃຫ້ອ້າຍເຈົ້າເປັນແບບນີ້ເດັດຂາດ ຕານຟັງແມ່ເດີລູກ ຢ່າເຂົ້າໃກ້ຜູ້ຊາຍແບບນີ້ເດັດຂາດ ແມ່ຈະເສຍໃຈທີ່ສຸດຖ້າລູກຂອງແມ່ທັງ2ຄົນເປັນຫຍັງໄປ” ສຽງສະອື້ນນັ້ນຍັງດັງກ້ອງໃນຫູຂ້ອຍ ກາຍເລື່ອງຂອງເຮົາມັນອາດຈະເດີນທາງມາເຖິງຕອນຈົບແລ້ວກະໄດ້.
ກ່ອນທີ່ເຮົາ ຈະຈາກກັນໄປແສນໄກ ກ່ອນທີ່ໃຈຈະໝົດຫົນທາງໄປຕໍ່
ສຽງເອື້ນເຂົ້າໂທລະສັບດັງຂຶ້ນ ຂ້ອຍຈັບໂທລະສັບຂຶ້ນມາດ້ວຍໃຈທີ່ສັ່ນ ຖ້າຫາກເປັນກາຍໂທມາອີກ ຂ້ອຍຈະເຮັດຈັ່ງໄດ໋ດີ ແຕ່ຊື່ທີ່ປະກົດເທິງໜ້າຈໍແມ່ນຕິນ່າ ຈຶ່ງເຮັດໃຫ້ຂ້ອຍຟ້າວຮັບທັນທີ.
“ຈັ່ງໄດ໋”
(ອອກມາຫາແນ່ແມ)
“ຢູ່ໃສ”
(ຢູ່ຮ້ານກະແລມໜ້າໂຮງໝໍ)
“ມີວຽກຫຍັງຫວະ ມຶງລົມກູຕອນນີ້ກະໄດ້ໄດ໋ ບໍ່ຢາກອອກໄປນອກນະຢ້ານຕາມເປັນຫຍັງມາ”
(ອ້າຍມືງຢູ່ເຮືອນ ປອດໄພແລ້ວ ແຕ່ກູນິບໍ່ປອດໄພ)
“ມຶງເປັນຫຍັງ”
(ອອກມາກ່ອນ ຫາກຊິຮູ້ດອກ)
“ເອີໆ ດ໋ຽວກູອອກໄປ”
ຂ້ອຍຈັບກະແຈລົດແລ້ວຂັບໄປຮ້ານກະແລມທີ່ຕິນ່າເວົ້າທັນທີ
“ສະບາຍດີ ຄູສະຕໍຣີ ເລື່ອງເຢັນໆ ຍິນດີຕ້ອນຮັບ” ຂ້ອຍບໍ່ສົນໃຈທີ່ຈະແນມເບິ່ງໜ້າພະນັກງານຮັບຕ້ອນດ້ວຍຊໍ້າ ເພາະຂ້ອຍຕົກໃຈຄົນທີ່ຢືນຢູ່ຕໍ່ໜ້າພີ້ຫຼາຍກວ່າ ກ່ອນທີ່ຂ້ອຍຈະໄດ້ເວົ້າຫຍັງ ແຂນຂອງຂ້ອຍກໍ່ຖືກດຶງອອກຈາກຮ້ານໄປກ່ອນ ແລະບໍ່ພໍ10ນາທີ ຂ້ອຍກໍ່ມາຢືນຢູ່ຫ້ອງຮັບແຂກຂອງເຮືອນກາຍໃນທີ່ສຸດ
“ຕີຂ້ອຍແມ” ປະໂຫຍກທໍາອິດທີ່ອອກຈາກປາກກາຍ ຂ້ອຍເງີຍໜ້າເບິ່ງເຂົາພ້ອມກັບແວວຕາທີ່ບໍ່ເຂົ້າໃຈ
“ຂ້ອຍຍອມທຸກຢ່າງເພື່ອຈະໄຖ່ໂທດກັບສິ່ງທີ່ຂ້ອຍໄດ້ເຮັດລົງໄປ” ຂ້ອຍບໍ່ຮູ້ຈະເວົ້າຫຍັງອອກມາໄດ້ອີກ ມີແຕ່ນໍ້າຕາທີ່ມັນກຽມພ້ອມທີ່ຈະໄຫຼຢູ່ຕະຫຼອດເວລາ ຂ້ອຍກຶນລູກທີ່ມັນຄາຄໍລົງໄປແລ້ວຫັນຫຼັງກັບ
“ຢ່າຈາກຂ້ອຍໄປ” ປະໂຫຍກນັ້ນເຮັດໃຫ້ຂ້ອຍຢຸດ ແລະເມື່ອຂ້ອຍຫັນມາກໍ່ເຫັນວ່າກາຍກໍາລົງຄຸເຂົ່າຢູ່
“ເຈົ້າເຄີຍບອກຂ້ອຍວ່າ ຢ່າໃຫ້ຂ້ອຍໃຫ້ອະໄພເຈົ້າ ຖ້າຫາກເຈົ້າເຮັດຫຍັງຜິດລົງໄປແມ່ນແຕ່ຄັ້ງດຽວ,ກາຍຖ້າມື້ນີ້ຂ້ອຍຈະຍ່າງຈາກເຈົ້າໄປ ຂ້ອຍຢາກໃຫ້ເຈົ້າຮູ້ໄວ້ວ່າບໍ່ແມ່ນຍ້ອນຄໍາໆນັ້ນທີ່ເຈົ້າສັນຍາກັບຂ້ອຍ ແຕ່ມັນຍ້ອນຂ້ອຍເອງທີ່ໃຈບໍ່ກ້າພໍ ທີ່ຈະຢືນຢູ່ຂ້າງເຈົ້າໄດ້ອີກຕໍ່ໄປ ຂ້ອຍຫວາດລະແວງຢູ່ຕະຫຼອດເວລາຂ້ອຍຢ້ານມື້ໜຶ່ງຄົນທີ່ຂ້ອຍຮັກຈະເປັນອັນຕະລາຍອີກ ຂ້ອຍຢ້ານການສູນເສຍທັງປວງ ຂ້ອຍຂໍໂທດທີ່ຂ້ອຍມັນຂີ້ຂາດຕາຂາວ ຂ້ອຍຜິດເອງ ຂ້ອຍຂໍໂທດ”
“ຂ້ອຍເຂົ້າໃຈແລ້ວ ເຂົ້າໃຈທຸກຢ່າງແລ້ວ” ນໍ້າຕາທີ່ຕົກລົງປຽກພື້ນພົມຂອງກາຍເຮັດໃຫ້ຂ້ອຍຕ້ອງຫັນໜ້າໜີ
“ຂ້ອຍຈະບໍ່ລືມເຈົ້າເລີຍ ຂ້ອຍສັນຍາ” ຂ້ອຍກ້າວອອກຈາກເຮືອນຂອງກາຍ ພ້ອມກັບຮ່າງກາຍທີ່ເມື່ອຍເຕັມທີ່ ໃນທີ່ສຸດມື້ທີ່ຂ້ອຍຄິດໄວ້ມັນກະມາເຖິງ ຂ້ອຍບໍ່ສາມາດຈະຢູ່ກັບກາຍໄດ້ດ້ວຍເຫດຜົນທີ່ເວົ້າໄປ ມັນແມ່ນຄວາມຈິງທຸກຢ່າງ ຂ້ອຍບໍ່ສາມາດລືມເຫດການທີ່ໂຫດຮ້າຍທີ່ເກີດກັບຂ້ອຍໄດ້ ຂ້ອຍບໍ່ສາມາດລົບສຽງຮ້ອງໄຫ້ຂອງແມ່ຂ້ອຍໄປໄດ້ ຂ້ອຍຈຶ່ງເລືອກທີ່ຈະເຈັບປວດພຽງຄັ້ງດຽວ ຄັ້ງດຽວເທົ່ານັ້ນ.
ແສງໄຟຈາກລົດໃຫຍ່ສ່ອງເຂົ້າໃສ່ຕາຂ້ອຍຈົນເຮັດໃຫ້ຂ້ອຍເງີຍໜ້າຂຶ້ນມາຈາກການຮ້ອງໄຫ້ ແລະລົດຄັນນັ້ນກໍ່ມາຈອດຂ້າງໆຂ້ອຍ ແວ່ນລົດຄ່ອຍໆເລື່ອນລົງ.
“ພູຜາ”
“ຂຶ້ນລົດ”
“ບໍ່” ຂ້ອຍເລີ່ມອອກແລ່ນທັນທີ ແຕ່ພູຜາກໍ່ລົງມາຈາກລົດແລ້ວແລ່ນນໍາຂ້ອຍມາຈົນຈັບຂ້ອຍໄວ້ໄດ້
“ຊ່ວຍແນ່ ໃຜກະໄດ້ຊ່ວຍແນ່” ຂ້ອຍພະຍາຍາມຮ້ອງຂໍຄວາມຊ່ວຍເຫຼືອ ແຕ່ຕອນນີ້ມັນກະຂ້ອນຂ້າງຄໍ່າແລະບໍ່ຄ່ອຍຈະມີລົດທຽວທາງໝູ່ບ້ານຈັດສັນແບບນີ້.
“ນໍ້າຕານ” ສຽງກາຍເຮັດໃຫ້ຂ້ອຍຫັນກັບໄປ
“ກາຍ ຊ່ວຍແນ່”
“ບັກສັດເອີຍ ມຶງຢ່າຫວັງວ່າຊິເປັນພະເອກອີກເລີຍ” ພູຜາລາກຂ້ອຍຂຶ້ນລົດ ກ່ອນທີ່ກາຍຈະແລ່ນມາຫາທັນ ພູຜາເລັ່ງລົດໄປທາງໜ້າດ້ວຍຄວາມໄວເພື່ອຫວັງຈະຕໍາກາຍ ແຕ່ກາຍກໍ່ຫຼົບທັນ ແຕ່ລົ້ມໃສ່ຮົ້ວບ້ານຂ້າງໆ ພູຜາຂັບລົດອອກໄປສູ່ທາງໃຫຍ່ເປັນທີ່ຮຽບຮ້ອຍ
“ພູຜາເຈົ້າຈັບຂ້ອຍມາເຮັດຫຍັງອີກ”
“ຂ້ອຍບໍ່ໄດ້ຕັ້ງໃຈຈະຈັບເຈົ້າດອກສາວນ້ອຍ ແຕ່ມັນບັງເອີນ”
“ບັງເອີນ ໝາຍຄວາມວ່າແນວໃດ”
“ເຈົ້າຫັນຫຼັງກັບໄປເບິ່ງຫັ້ນ ນັ້ນແມ່ນລົດບັກເຈ ເຈົ້າເບິ່ງແມ ວ່າແຕ່ມັນຮູ້ວ່າຂ້ອຍເປັນຄົນຍິງບັກຊາຍມັນກະສັ່ງຄົນມາຈັດການຂ້ອຍທັນທີ ລະຕອນນີ້ບັກເຈມັນໄລ່ຕີຂ້ອຍຢູ່ ແຕ່ບໍ່ຄິດວ່າຊິໂຊກດີເຈິໂຕປະກັນສໍາຄັນ ເອົາວະ ໃນຄວາມໂຊກຮ້າຍມັນກະຍັງພໍມີຫວັງຢູ່”
“ພູຜາ ເຈົ້າໄປຫາຕໍາຫຼວດສາ ຖ້າເຈົ້າໄປກາຍກະຈະເຮັດຫຍັງເຈົ້າບໍ່ໄດ້ ຖ້າເຈົ້າໄປຫາຕໍາຫຼວດຢ່າງນ້ອຍເຈົ້າກະປອດໄພ ອາດຈະແຄ່ຕິດຄຸກແປັບດຽວເພາະຊາຍກະຍັງບໍ່ຕາຍ ເຈົ້າຍັງພໍມີຫວັງໄດ໋ ດີກວ່າຈະສ່ຽງຢູ່ຈັ່ງຊີ້” ຂ້ອຍພະຍາຍາມໂນ້ມນ້າວຈິດໃຈພູຜາ.
“ຮະຮະ..ຖ້າຂ້ອຍມອບໂຕມັນກະບໍ່ມ່ວນຕີ ຈັ່ງໄດ໋ ບັກກາຍມັນກະຕ້ອງຊົດໃຊ້ໃນສິ່ງທີ່ມັນເຮັດ”
“ພູຜາ”
“ຫຸບປາກ ຂ້ອຍຕ້ອງການສະມາທິໃນການຂັບລົດ” ຂ້ອຍຫັນໄປເບິ່ງລົດເຈທີ່ໄລ່ຕາມຫຼັງມາຕິດໆ ແລະທໍາທ່າວ່າຈະແຊງຂຶ້ນມາໄດ້ອີກ ຂ້ອຍຫຼັບຕາໄວ້ ຍ້ອນຄວາມໄວຂອງລົດທີ່ພູຜາຂັບ ແຕ່ລົດຂອງເຈກໍ່ໄວກວ່າ ລາວພາລົດຂັບມາຈອດທຽບກັບລົດພູຜາ ແຕ່ພູຜາຕັດສິນໃຈຈອດລົດທັນທີ ຈົນຫົວຂ້ອຍໄປຕໍາກັບຄອນໂຊນໜ້າລົດ ຂ້ອຍບໍ່ທັນທີ່ຈະຕັ້ງໂຕ ພູຜາກໍ່ລາກຂ້ອຍລົງຈາກລົດພ້ອມກັບມີດເຫຼັ້ມໜຶ່ງທີ່ຈໍ່ຢູ່ຄໍຂ້ອຍ ວິນາທີ່ນັ້ນນໍ້າຕາຂ້ອຍໄຫຼລົງມາທັນທີ ພູຜາດຶງຂ້ອຍເຂົ້າຂ້າງທາງ
“ພູຜາໃຈເຢັນ ມີຫຍັງລົມກັນໄດ້” ເຈທີ່ຈອດລົດແລ່ນລົງມາເກ້ຍກ່ອມ ພ້ອມກັບການທີ່ແລ່ນເຂົ້າມາທັນທີ
“ມຶງຢຸດຢູ່ຫັ້ນບັກກາຍ ຖ້າມຶງເຂົ້າມາ ນໍ້າຕານໄດ້ຕາຍສົມໃຈ”
“ບັກພູຜາ ມຶງ” ກາຍເຮັດຈະແລ່ນເຂົ້່າມາໃສ່ແຕ່ເຈດຶງໄວ້ທັນ
“ພູຜາ ເຈົ້າຄົງບໍ່ຄິດທີ່ຈະຂ້າຂ້ອຍດອກແມ່ນບໍ”
“ມັນກະບໍ່ແນ່ ຖ້າບັກກາຍມັນຍັງຈອງຫອງແບບນີ້ຢູ່”
“ມຶງຕ້ອງກາຍຫຍັງມຶງບອກກູມາແມ” ກາຍຮ້ອງມາໃສ່ດ້ວຍຄວາມເຫຼືອໃຈ “ຂໍຢ່າງດຽວມຶງປ່ອຍນໍ້າຕານມາ ຢ່າເຮັດຫຍັງນໍ້າຕານເລີຍ”
“ຮະໆ ໜ້າສົມເພດ ຂອງເຫຼືອກູມືງຍັງຢາກໄດ້ນໍ ກູຊິບອກໃຫ້ ຄົນທີ່ໂທໄປຫາມືງຄືນນັ້ນກະກູນິແຫຼະກູຊິບອກໃຫ້ວ່ານໍ້າຕານເປັນເມຍກູແລ້ວ”
“ມຶງ..ບັກຊາດໝາ”
“ເຮິ ບໍ່ໄດ້ຕ່າງຫຍັງນໍາມຶງດອກ ..” ພູຜາຍັງແຂງຂໍ້ “ແລະມື້ນີ້ກູກະຊິລະລຶກຄວາມຫຼັງກັບນໍ້າຕານອີກ2ຕໍ່ ເອົາໃຫ້ໜໍາໃຈໄປເລີຍ” ພູຜາກົ້ມລົງມາຫອມແກ້ມຂ້ອຍຢ່າງບ້າຄັ້ງ
“ບັກພູຜາ ມຶງປ່ອຍນໍ້າຕານດຽວນີ້ ກູຍອມແລ້ວ” ກາຍຄຸເຂົ່າລົງຟຸດບາດ “ກູຍອມທຸກຢ່າງແລ້ວ ມຶງປ່ອຍນໍ້າຕານແມ ມຶງຢາກໃຫ້ກູເຮັດຫຍັງກູເຮັດໃຫ້ທຸກຢ່າງເລີຍ”
“ກາຍ” ເຈພະຍາຍາມດຶງໂຕກາຍຂຶ້ນ
“ດີ ..ກູຢາກໄດ້ຍິນຄໍານີ້ແຫຼະ ;;ສິ່ງທີ່ກູຢາກໄດ້ແມ່ນຕາຂອງມຶງທັງ2ຂ້າງ ແລກກັບນໍ້າຕານ” ຂ້ອຍເບີກຕາກວ້າງທັນທີ ເຈແລະກາຍກະຕົກໃຈບໍ່ແພ້ກັນ
“ພວກມຶງຟັງບໍ່ຜິດດອກ ມຶງຈື່ອ້າຍກູໄດ້ບໍ ມຶງຈື່ໄດ້ບໍວ່າມຶງເຮັດຫຍັງລົງໄປ3ເດືອນກ່ອນ ມຶງທໍາຮ້າຍອ້າຍກູຈົນຕາລາວບອດ ຕອນນີ້ລາວບໍ່ສາມາດຈະແນມເຫັນໜ້າຄົນທີ່ລາວຮັກໄດ້ອີກຕໍ່ໄປແລ້ວ ນ້ອງກູທີ່ມຶງຖິ້ມໄປຈົນເຮັດໃຫ້ເຂົາບໍ່ເປັນຜູ້ເປັນຄົນ ມຶງທໍາລາຍຄົນທີ່ກູຮັກທີ່ສຸດໃນຊີວິດກູໃຫ້ຕາຍທັງເປັນ”
“ບັກທ້ອງຟ້າ ຫົວໜ້າແກ໋ງວິກມາສຄ” ກາຍເອີ່ຍຊື່ນັ້ນອອກມາ
“ຂອບໃຈທີ່ມຶງຍັງຈື່ໄດ້ ວ່າຈັ່ງໄດ໋ ຖ້າມຶງບໍ່ຕົກລົງກູຊິເອົາຕານໍ້າຕານໄປແທນ”
“ກູຕົກລົງ” ກາຍຕອບທັນທີ
“ກາຍຢ່າ..ຢ່າເຮັດແບບນັ້ນ” ຂ້ອຍຮ້ອງອອກມາພ້ອມກັບນໍ້າຕາ
“ດີ..ມື້ອື່ນມຶງໄປເຈິກູຢູ່ໂຮງໝໍ8ໂມງເຊົ້າ”
“ກາຍຢ່າໄດ໋” ຂ້ອຍແກວ່ງຫົວໃຫ້ກາຍ ຢ່າເຮັດແບບນັ້ນ
“ມັນເປັນທາງດຽວທີ່ຂ້ອຍຈະຈົບເລື່ອງທຸກຢ່າງໄດ້ ກູຕົກລົງແລ້ວ ມຶງປ່ອຍໂຕນໍ້າຕານໄດ້ແລ້ວ”
“ເຮີຍ..ບາດມຶງຄິດຊິຕຸກຕິກມາເດ ກູຕ້ອງເອົານໍ້າຕານໄປກ່ອນ ຈົນກວ່າກູຈະແນ່ໃຈ ໄປຂຶ້ນລົດ” ພູຜາລາກຂ້ອຍຂຶ້ນລົດໂດຍທີ່ຍັງມີມີດຈໍ່ຢູ່ທີ່ຄໍ ຂ້ອຍເຮັດຕາມການຄວບຄຸມຂອງພູຜາທຸກຢ່າງ ໂດຍທີ່ຍັງແນມເບິ່ງອາການບໍ່ສະບາຍໃຈຂອງກາຍຢູ່.
“ຢ່າເຮັດຫຍັງນໍ້າຕານເດີ ກູຂໍຮ້ອງ ຢ່າເຮັດຫຍັງລາວ” ປະໂຫຍກສຸດທ້າຍຈາກປາກກາຍກ່ອນທີ່ປະຕູລົດຈະຖືກປິດ