ພູຜາຂັບລົດມາເປັນເວລາເກືອບ30ນາທີ ຂ້ອຍທີ່ຖືກເອົາຜ້າອັດຕາມາຕະຫຼອດທາງບໍ່ຮູ້ເລີຍວ່າໂຕເອງຈະຕົກຢູ່ໃນຊະຕາກໍາໄດ໋(ອອກແນວລັນທົດໜ໋ອຍໜຶ່ງ) ໃນທີ່ສຸດລົດກໍ່ດັບລົງ ພ້ອມກັບຜ້າມັດຕາທີ່ຖືກແກ້ອອກ. ພູຜາມັດຂ້ອຍກັບຕັ່ງຄືເກົ່າບໍ່ມີຜິດ ມັນນິຍາຍໄວລຸ້ນຫຼືໜັງຊິງຮັກຫັກສະຫວາດນິຫະ ງົງ.
“ຫິວບໍ” ພູຜາຖາມຂ້ອຍ
“ຫິວ” ແນວບໍ່ໄດ້ກິນຫຍັງມາແຕ່ທ່ຽງພຸ້ນນໍ
“ໄດ້ ດ໋ຽວໄປເອົາມາໃຫ້” ບໍ່ພໍສິບນາທີພູຜາກໍ່ກັບມາພ້ອມຈານສະປາເກັດຕີ້ຈານໜຶ່ງ ລາວວາງຈານລົງແລ້ວຍ່າງມາແກ້ເຊືອກທີ່ມັດແຂນຂ້ອຍອອກ.
“ຂ້ອຍບໍ່ຢາກເຮັດກັບເຈົ້າຄືນັກໂທດເລີຍ ແຕ່ມັນຈໍາເປັນ ຖ້າບໍ່ມີເຈົ້າບັກກາຍກໍ່ບໍ່ມີວັນຍອມຂ້ອຍ” ຂ້ອຍວາງຈານສະປາເກັດຕີ້ລົງບ່ອນເກົ່າຫຼັງຈາກທີ່ກິນໄປໄດ້2-3ຄໍາ
“ພູຜາ ທາງອອກທີ່ດີກວ່ານີ້ກະມີໄດ໋ ມັນຍັງບໍ່ສາຍເກີນໄປດອກ ຢ່າໃຫ້ໃຜຕ້ອງມາເຈັບປວດກັບເລື່ອງນີ້ອີກເລີຍ” ຂ້ອຍເບີ່ງເລິກເຂົ້າໄປໃນດວງຕາຂອງພູຜາ ເພື່ອເປັນການອ້ອນວອນ
“ມັນບໍ່ມີຫຍັງດີໄປກວ່າການທີ່ຂ້ອຍແກ້ແຄ້ນໃຫ້ອ້າຍຂ້ອຍໄດ້ດອກ ບັກກາຍມັນຕ້ອງໄດ້ຮັບບົດຮຽນທີ່ມັນເປັນຄົນກໍ່ ເຈົ້າບໍ່ຮູ້ດອກວ່າຫຼັງຈາກມື້ນັ້ນມື້ທີ່ອ້າຍຂ້ອຍຖືກຕີບາດເຈັບສາຫັດ ມື້ນັ້ນເປັນມື້ທີ່ທຸກຢ່າງໃນຊີວິດຂ້ອຍພັງທະລາຍ ຂ້ອຍມີກັນຢູ່ແຄ່3ຄົນອ້າຍນ້ອງ ແຕ່ບັກກາຍມັນກະມາທໍາລາຍໂດຍການຖິ້ມສາຍນໍ້າໄປ ຈົນນ້ອງຂ້ອຍມັນຕ້ອງເປັນບ້າເກືອບຂ້າໂຕຕາຍ” ນໍ້າຕາຂອງພູຜາໄຫຼອອກມາໃນທີ່ສຸດ ສາຍນໍ້າ ສາຍນໍ້າ ນ້ອງພູຜາ
“ອ້າຍເຈົ້າເປັນຫົວໜ້າແກ໋ງ ວິກມາສຄ ຫວະ” ຂ້ອຍຈື່ຕອນກ່ອນທີ່ກາຍຈະບອກໃຫ້ຂ້ອຍຫ່າງຈາກລາວຍ້ອນວ່າ ມີຄົນມາລັກລອບທໍາຮ້າຍລາວ ແລະຄາດວ່າຈະແມ່ນແກ໋ງວິກມາສຄ ທີ່ກາຍຈັດການໄປຈົນນອນໂຮງໝໍເກືອບ2ອາທິດເພາະຂະເຈົ້າເຂົ້າໃຈຜິດວ່າກາຍເປັນຄົນຫັກອົກນ້ອງສາວຂະເຈົ້າແຕ່ທີ່ຈິງແລ້ວເປັນອາເຈທີ່ເຮັດ ແຕ່ກາຍບໍ່ຮູ້ເລີຍຕີໄປເພື່ອປ້ອງກັນໂຕ ແມ່ນແລ້ວ ຖ້າທຸກຄົນຍັງຈື່ໄດ້ ຈົນມາຮອດຕອນນີ້ພູຜາຍັງຄິດວ່າກາຍເປັນຄົນເຮັດໃຫ້ສາຍນໍ້າເສຍໃຈອີກຫວະ
“ຖືກຕ້ອງ..ບັກກາຍໃຊ້ແກ້ວເບຍຟາດຫົວລາວຈົນແຕກ ຍັງບໍ່ພໍເສດແກ້ວຟົ້ງເຂົ້າຕາທັງ2ຂ້າງ ຈົນເຮັດໃຫ້ອ້າຍຂ້ອຍຕາບອດ ຫຼັງຈາກມື້ນັ້ນມາ ຄອບຄົວທີ່ອົບອຸ່ນຂອງຂ້ອຍກໍ່ມີແຕ່ນໍ້າຕາ ເຈົ້າຮູ້ບໍ ຂ້ອຍສັນຍາກັບໂຕເອງມາຕະຫຼອດວ່າຂ້ອຍຈະບໍ່ມີວັນເປັນຫົວໜ້າແກ໊ງອັນຕະພານທໍາຮ້າຍຄົນອື່ນເດັດຂາດ ຂ້ອຍຈະຮຽນໃຫ້ຈົບເພື່ອມາດູແລນ້ອງຂ້ອຍເອງ ແຕ່ຊະຕາຄົງຈະບໍ່ໄດ້ກໍານົດໃຫ້ຊີວິດຂ້ອຍເປັນຢ່າງທີ່ຂ້ອຍຝັນ ຍ້ອນວ່າບັກກາຍ ມັນກົດດັນໃຫ້ຂ້ອຍຕ້ອງກັບມາຈັບປືນອີກຄັ້ງ”
“ສະແດງວ່າລົດກາຍທີ່ຖືກຂູດ,ລູກນ້ອງທີ່ຖືກຕີບາດເຈັບ ເປັນຝີມືເຈົ້າທັງໝົດເລີຍ”
“ອືມ..ຂ້ອຍຈໍາຕ້ອງດູແລຄົນຂອງອ້າຍຂ້ອຍຕໍ່ເພື່ອຮັກສາສະຖານະພາບແກ໋ງໄວ້ແລະລໍຄອຍວັນທີ່ຈະໄດ້ແກ້ແຄ້ນບັກກາຍ ແຕ່ມື້ນັ້ນມັນພັດບໍ່ມາແຕ່ຄົນທີ່ອອກມາພັດແມ່ນບັກຊາຍ ແຖມມັນຍັງດວງດີບໍ່ຕາຍອີກຕ່າງຫາກ”
“ເຈົ້າ ..ຈິດໃຈເຈົ້າມັນກະບໍ່ຕ່າງຫຍັງໄປຈາກກາຍເລີຍ ເຈົ້າບອກວ່າເຂົາຈິດໃຈອໍາມະຫິດແຕ່ເຈົ້າກະເຮັດຄືກັນ”
“ມັນບັງຄັບໃຫ້ຂ້ອຍຕ້ອງເຮັດ ຖ້າຈະໂທດໃຜມັນຕ້ອງໂທດໂຕມັນເອງ ເຈົ້າຍອມຮັບສະທ້ອນນໍ້າຕານວ່າ ມັນຈະຕ້ອງຊົດໃຊ້”
“ແຕ່ກາຍ..ກາຍກໍາລັງຈະໄດ້ເປັນໝໍ ເຂົາຕ້ອງການຕາທີ່ຈະຊ່ວຍເຫຼືອຄົນອື່ນຕໍ່ໄປ ຂ້ອຍບໍ່ຍອມໃຫ້ເຈົ້າເອົາສີ່ງໆນັ້ນໄປຈາກລາວເດັດຂາດ ພູຜາ” ຂ້ອຍເວົ້າພ້ອມກັບໄປຈັບມືພູຜາຂຶ້ນມາກຸມໄວ້ “ຂ້ອຍສັນຍາວ່າຂ້ອຍຈະຫາດວງຕາທີ່ດີທີ່ສຸດມາໃຫ້ອ້າຍເຈົ້າ ຢ່າເອົາຕາກາຍໄປເລີຍໜາ ຂ້ອຍຂໍຮ້ອງ” ພູຜາຟິດແຂນອອກແລ້ວຫັນໜ້າໜີ
“ເຈົ້າເສຍນໍ້າຕາໃຫ້ມັນ ເຈົ້າປົກປ້ອງມັນ ທັງໆທີ່ມັນທໍາຮ້າຍອ້າຍເຈົ້າ ນໍ້າຕານຂ້ອຍບໍ່ເຂົ້າໃຈເລີຍ ຂ້ອຍນິ ຂ້ອຍກະຮັກເຈົ້າບໍ່ນ້ອຍໄປກວ່າມັນເປັນຫຍັງເຈົ້າບໍ່ເຄີຍເຫັນ” ພູຜາເວົ້າພ້ອມກັບຍ່າງໃກ້ເຂົ້າມາເລື້ອຍໆຈົນຂ້ອຍຕ້ອງຖອຍໜີ
“ຂ້ອຍສາມາດເບິ່ງແຍງເຈົ້າໄດ້ ແລະຊີວິດເຈົ້າຈະບໍ່ຕົກຢູ່ໃນອັນຕະລາຍແບບນີ້ອີກ” ພູຜາກົ້ມໜ້າລົງມາຈູບຂ້ອຍແຕ່ຂ້ອຍກໍ່ຫັນໜ້າໜີທັນທີ ແລະລາວກໍ່ຢຸດໄວ້ພຽງເທົ່ານັ້ນດ້ວຍທ່າທາງທີ່ຊຶງ
“ຂ້ອຍບໍ່ສາມາດຮັກໃຜໄດ້ອີກແລ້ວ ຂ້ອຍຂໍໂທດ”
“ຮ້ວຍໂວຍຍຍຍ” ພູຜາໃຊ້ກໍາປັ້ນຊັດຝາດ້ານຫຼັງຂ້ອຍເຕັມແຮງ ຂ້ອຍຫຼັບຕາລົງດ້ວຍຄວາມຕົກໃຈ ທໍາອິດຄິດວ່າມັນຊິຊົກຂ້ອຍສະແລ້ວ ສະຫຍອງ.
ແສງແດດສ່ອງເຂົ້າມາໃສ່ຕາຂ້ອຍໃນຕອນເຊົ້າຂ້ອຍຮູ້ສຶກຫິວນໍ້າຢ່າງແຮງແລະກຽມທີ່ຈະລຸກໄປກິນນໍ້າແຕ່ພົບວ່າຂ້ອຍກ້າວຂາບໍ່ໄດ້ເລີຍ ເມື່ອກົົ້ມລົງເບິ່ງໂຕເອງອີກເທື່ອໜຶ່ງກໍ່ເຫັນວ່າ ແຂນກັບຂາຖືກມັດໄວ້ເປັນທີ່ຮຽບຮ້ອຍເໝືອນເດີມເດະ..ຂ້ອຍແນມເບິ່ງໂມງທີ່ແຂວນຢູ່ຝາ 8ໂມງເຄີ່ງ ..ພູຜານັດກາຍໄວ້ 8ໂມງ ບໍ່ໄດ້ການແລ້ວ
“ພູຜາ ພູຜາ” ຂ້ອຍຮ້ອງອອກໄປນອກເພື່ອວ່າຈະມີຄົນໄດ້ຍິນແຕ່ກໍ່ວ່າງເປົ່າ ກາຍ ຂໍໃຫ້ທຸກຢ່າງຜ່ານພົ້ນໄປດ້ວຍດີ
ທີ່ໂຮງໝໍ ຈິດເມດຕາ
“ມາກົງເວລາດີນິ” ສຽງພູຜາດັງກ້ອງຢູ່ຫ້ອງໂຖງຂ້ອງໂຮງໝໍ ເມື່ອເຫັນວ່າກາຍມາຕາມນັດ
“ກູເວົ້າຄໍາໃດຄໍານັ້ນ” ກາຍຖອດແວ່ນຕາກັນແດດອອກເພື່ອປະເຊີນໜ້າກັບພູຜາໂດຍກົງ
“ເຊີນ” ພູຜາພາກາຍເຂົ້າມາໃນຫ້ອງທ່ານໝໍທີ່ເປັນຜູ້ດູແລເຄສຂອງທ້ອງຟ້າ
“ທ່ານໝໍ ນີ້ແມ່ນຜູ້ທີ່ຈະມາບໍລິຈາກຕາໃຫ້ອ້າຍຂອງຂ້ອຍ” ພູຜາແນະນໍາກາຍໃຫ້ໝໍຮູ້ຈັກ
“ອືມ..ຍັງໜຸ່ມຢູ່ເລີຍ ເປັນຫຍັງຈຶ່ງຢາກບໍລິຈາກຕາໃຫ້ທ້ອງຟ້າລະ” ກາຍຫັນໄປແນມເບິ່ງໜ້າພູຜາທັນທີ
“ຍ້ອນວ່າ ອ້າຍຂອງພູຜາເປັນຜູ້ມີບຸນຄຸນກັບຫຼານ ເຖິງຕອນທີ່ເພິ່ນເດືອດຮ້ອນເຮົາກໍ່ຕ້ອງຕອບແທນ” ຄໍາຕອບຂອງກາຍຄົງຈະເຮັດໃຫ້ພູຜາພໍໃຈເປັນຢ່າງຍິ່ງ ໃນທີ່ສຸດກາຍກໍ່ຍອມເຊັນໃບມອບດວງຕາໃຫ້ທ້ອງຟ້າກ່ອນທີ່ການຜ່າຕັດຈະເກີດຂຶ້ນ.
“ພູຜາ” ຫຼັງຈາກທີ່ອອກມາຈາກຫ້ອງໝໍ ກາຍກໍ່ເອີ້ນພູຜາໄວ້
“ແມ່ນຫຍັງ”
“ກູຢາກຮູ້ວ່ານໍ້າຕານປອດໄພບໍ ລະເປັນຫຍັງກູຍອມເຊັນສັນຍາແລ້ວມືງຍັງບໍ່ປ່ອຍນໍ້າຕານອີກ”
“ຫຶ ນໍ້າຕານປອດໄພດີ ສ່ວນເລື່ອງປ່ອຍໂຕຫັ້ນ ກູຈະປ່ອຍກໍ່ຕໍ່ເມື່ອການຜ່າຕັດສິ້ນສຸດລົງ”
“ບໍ່ໄດ້ໄດ໋ ..ພໍ່ແມ່ລາວຈະວ່າແນວໃດ ລູກສາວຂະເຈົ້າຫາຍໂຕໄປແບບນັ້ນ ການຜ່າຕັດຈະເລີ່ມມຶ້ໃດກະບໍ່ຮູ້ເລີຍ ກູບໍ່ມີວັນຜິດສັນຍາດອກ ມຶງປ່ອຍນໍ້າຕານໄດ້ແລ້ວ” ກາຍຍ່າງເຂົ້າໄປດຶງຄໍເສື້ອພູຜາຢ່າງແຮງ
“ມຶງຮູ້ບໍ ຄວາມສຸກອີກຢ່າງໜຶ່ງຂອງກູກະຄືຕອນເຫັນມຶງຊິເປັນຊິຕາຍນີ້ແຫຼະ” ພູຜາເອົາມືກາຍອອກຈາກຄໍເສຶ້ອແລ້ວຍ່າງອອກຈາກໂຮງໝໍໄປ.
ທັນທີທີ່ພູຜາຫວິດສາຍຕາໄປ ກາຍກໍຍົກໂທລະສັບຂຶ້ນມາແລະກົດໂທຫາອາເຈທັນທີ
(ຮາໂຫຼ)
“ເຈ ກູມີເລື່ອງໃຫ້ຊ່ວຍ ມາຫາຢູ່ໂຮງໝໍແນ່”
(ໄດ້ດ໋ຽວອອກໄປ)
ກາຍ,ຊາຍ ແລະອາເຈ ມາລວມໂຕກັນໃນຫ້ອງພັກຟື້ນທີ່ຊາຍນອນຢູ່
“ບັກພູຜາບໍ່ຍອມປ່ອຍໂຕນໍ້າຕານອອກມາກ່ອນຈົນກວ່າການຜ່າຕັດຈະສໍາເລັດ” ກາຍເລີ່ມເປີດປະເດັນ
“ແນວນີ້ ມຶງກະມີສິດຈະຕາບອດແທ້ຕິ” ເຈສົມທົບ
“ເຮີຍ ກາຍມັນບໍ່ເກີນໄປເບາະຫວະ”
“ຖ້າກູບໍ່ຍອມນໍ້າຕານກະຈະຕົກຢູ່ໃນອັນຕະລາຍ ເຊິ່ງກູແນມບໍ່ເຫັນທາງເລີຍ ແນ່ນອນວ່າຕໍາຫຼວດຊ່ວຍຫຍັງກູບໍ່ໄດ້ເພາະມັນອາດຈະສາວໄຍໄປຮອດຄະດີຕ່າງໆນານາທີ່ກູເຄີຍກໍ່ທັງໃນກົດໝາຍແລະນອກກົດໝາຍ”
“ໝາຍຄວາມວ່າມຶງຕ້ອງຍອມໃຫ້ມີການຜ່າຕັດເກີດຂຶ້ນ” ຊາຍເປັນຄົນຖາມ
“ການຜ່າຕັດຈະມີໃນອີກ2ອາທິດ ແຕ່ບໍ່ແມ່ນຢູ່ລາວແນ່ນອນ ເພາະອາໝໍບອກກູວ່າລາວບໍ່ສາມາດຜ່າຕັດປ່ຽນດວງຕາໄດ້ ນັ້ນໝາຍເຖິງກູຕ້ອງໄດ້ບິນໄປປະເທດໃດປະເທດໜຶ່ງກັບບັກພູຜາໃນໄວໆນີ້ ກູບໍ່ມີເວລາແລ້ວ ເຈ”
“ກາຍເອີຍ ກູຊາບຊຶ້ງໃນຄວາມຮັກທີ່ມຶງມີຕໍ່ນໍ້າຕານອີຫຼີສ່ຽວ” ເຈຕົບບ່າກາຍເປັນການປອບຂວັນ
“ເຈ ມຶງຕ້ອງນໍາບັກພູຜາໄປບ່ອນທີ່ມັນຂັງນໍ້າຕານໄວ້” ກາຍເວົ້າຕໍ່
“ອືມ..ກູວ່າກະດີ..ຫະ,ມຶງວ່າຫຍັງເກາະ” ເຈຕົກໃຈທັນທີ
“ກູຢາກໃຫ້ມືງນໍາບັກພູຜາໄປ ແລ້ວໄປຊ່ວຍນໍ້າຕານອອກມາ”
“ກູວ່າລະນະ ມຶງນີ້ໄດ໋ຊິຍອມງ່າຍໆ”
“ກູໄປໃສບໍ່ໄດ້ ເພາະບັກພູຜາມັນສັ່ງຄົນໄປເຝົ້າໜ້າບ້ານກູເປັນທີ່ຮຽບຮ້ອຍແລ້ວ ກູບໍ່ເຄີຍຮູ້ສຶກສົມເພດໂຕເອງທໍ່ນີ້ມາກ່ອນ,ສະນັ້ນມືງເປັນທີ່ເພິ່ງດຽວຂອງກູ”
“ເລື່ອງນັ້ນບໍ່ມີປັນຫາດອກ ທີ່ມຶງມາຕົກຢູ່ໃນສະພາບນີ້ສ່ວນໜຶ່ງກະຍ້ອນກູ ຖ້າກູບໍ່ທໍາຮ້າຍສາຍນໍ້າ”
“ເອີນະ ຢ່າມັນເທາະ”
“ກູເດ” ຊາຍຫັນມາຖາມກາຍ
“ຊາຍ ມຶງໂອເຄດີແລ້ວແມ່ນບໍ”
“ພ້ອມລຸຍເຕັມທີ”
“ເຜື່ອກັນໄວ້ຖ້າວ່າແຜນບັກເຈແຕກ ກູຢາກໃຫ້ມຶງໄປເອົາໂຕບັກທ້ອງຟ້າອອກມາຈາກຫ້ອງຄົນເຈັບເພື່ອເປັນໂຕປະກັນ”
“ບັກນີ້ ມຶງກຽມແຜນມາປານນີ້ພິຫວະ”
“ນິ້ເປັນວິທີເລັ່ງລັດແລ້ວ ຈັ່ງໄດ໋ກູກະຕ້ອງສ່ຽງ ເຖິງກູຈະຮັກນໍ້າຕານຈົນບໍ່ສາມາດເຫັນລາວເປັນຫຍັງໄດ້ ແຕ່ກູກະຫ່ວງຄວາມຮູ້ສຶກຂອງພໍ່ແມ່ກູກ່ອນ ກູເປັນລູກຄົນດຽວຖ້າກູຕາບອດໄປ ມັນຄົງຈະບໍ່ເປັນຜົນດີແນ່ນອນ ຢ່າງນ້ອຍກະຕ້ອງລອງ”
“ອືມ..”
“ແຍກຍ້າຍກັນໄດ້ ກູຕ້ອງກັບບ້ານແລ້ວ ຝາກແນ່ເດີເຈ ຊາຍ”
“ມຶງໄປເຮັດໃບອອກໂຮງໝໍໃຫ້ກູດຽວນີ້ເລີຍ ໄປ” ຊາຍລຸກຈາກຕຽງນອນແລ້ວເປີດຕູ້ເສື້ອຜ້າທັນທີ
“ໄດ້ ໄປເດີ”
ມື້ຕໍ່ມາ ທີ່ໂຮງໝໍຈິດເມດຕາ
“ໝໍນັດຄິວຜ່າຕັັດຕາໃຫ້ທ້ອງຟ້າໄດ້ລະຫວະ”
“ໄດ້ແລ້ວ ອີກ2ອາທິດ ທີ່ອາເມລິກາ”
“ອີກ2ອາທິດ ມັນດົນໄປບໍໝໍ”
“ມັນເປັນຄິວທີ່ໄວທີ່ສຸດແລ້ວ”
ພູຜາຍ່າງອອກຈາກໂຮງໝໍພ້ອມກັບໃຊ້ຄວາມຄິດ ລາວຂັບລົດກັບໄປຫານໍ້າຕານທີ່ເຮືອນທີ່ລາວຂັງໄວ້ ໂດຍທີ່ບໍ່ຮູ້ເລີຍວ່າ ມີອາເຈນໍາໄປຢູ່ ຈົນມາຮອດບ້ານໃນທີ່ສຸດ
“ພູຜາ ຍັງບໍ່ໄດ້ຜ່າຕັດແມ່ນບໍ ຂ້ອຍບອກໃຫ້ເອົາຕາຂ້ອຍໄປແທນກະໄດ້ ບໍ່ໄດ້ຍິນຫວະ” ສຽງນໍ້າຕານດັງຂຶ້ນທັນທີເມຶ້ອເຫັນພູຜາຍ່າງເຂົ້າໄປໃນບ້ານ ນາງເວົ້າແບບນີ້ມາເປັນຮອບທີ່ຮ້ອຍແລ້ວ ແຕ່ພູຜາກໍ່ບໍ່ຟັງເລີຍ
“ຂ້ອຍຈະມາບອກວ່າ ຂ້ອຍຈະເດີນທາງໄປຜ່າຕັດຢູ່ອາເມລິກາ ເຈົ້າອາດຈະຕ້ອງໄດ້ຢູ່ນີ້ເປັນ2ອາທິດ ຫວັງວ່າຄົງຈະບໍ່ດົນເກີນໄປ”
“ອາເມລິກາ ..”
“ຂ້ອຍຕ້ອງອອກໄປເກັບກະເປົ່໋າກ່ອນ”
“ເກັບກະເປົ໋າ ແມ່ນຫຍັງຕ້ອງເກັບມື້ນີ້”
“ຂ້ອຍຈະເດີນທາງຕອນແລງນີ້ ຂ້ອຍມີລາງສັງຫອນບໍ່ດີບາງຢ່າງ ໄປເດີ”
“ພູຜາເຈົ້າຈະຖິ້ມຂ້ອຍໄວ້ນີ້ຮອດ2ອາທີດບໍ່ໄດ້ໄດ໋ ພໍ່ແມ່ຂ້ອຍເດ” ແລ້ວພູຜາກໍ່ຍ່າງອອກໄປ
ເຕິ້ງ ສຽງຢັນປະຕູດັງເຮັດໃຫ້ນໍ້າຕານສະດຸ້ງຕື່ນ
“ອາເຈ”
“ຂ້ອຍເອງ”
“ເຈົ້າມາໄດ້ຈັ່ງໄດ໋”
“ຂັບລົດນໍາມັນມາ ບໍ່ມີເວລາລະ ອອກໄປກ່ອນລະຄ່ອຍອະທິບາຍ” ອາເຈພະຍາຍາມແກ້ເຊືອກທີ່ມັດມືນໍ້າຕານໄວ້
“ມັນບໍ່ງ່າຍປານນັ້ນດອກ ບັກເຈ” ທັງ2ຕົກໃຈເມື່ອເຫັນພູຜາຍ້ອນກັບມາພ້ອມກັບລູກນ້ອງອີກ3ຄົນ “ຈັບມັນມັດໄວ້”
ແຕ່ອາເຈບໍ່ຍອມງ່າຍໆ ຈຶ່ງມີການຕໍ່ສູ້ກັນຂຶ້ນ ແຕ່ແຮງດຽວຄົງຈະສູ້ຫຼາຍໆຄົນບໍ່ໄດ້ ອາເຈ ຈຶ່ງຕ້ອງຍອມຈໍານົນຕໍ່ສະພາບຮ່າງກາຍທີ່ສູ້ບໍ່ໄຫວ
“ພໍໄດ້ແລ້ວ ພູຜາ ເຈົ້າຊິຕີລາວໃຫ້ຕາຍເລີຍຫວະ”
“ບັກກາຍ ຢູ່ດີໆມັນບໍ່ມັກ ຫາເລື່ອງໃຫ້ໝູ່ເດືອດຮ້ອນ ມັນມັກຈັ່ງຊີ້ກະໄດ້ດ໋ຽວກູຈັດໃຫ້”
ທີ່ເຮຶອນຂອງກາຍ
“ຮາໂຫຼ” ກາຍຮ້ອນຮົນຮັບໂທລະສັບທັນທີ ເມື່ອເຫັນວ່າເປັນອາເຈໂທເຂົ້າມາ
(ບັກກາຍ)
“ພູຜາ”
(ເອີກູເອງ..ມືງນີແສບອີ່ຫຼີນໍ ໃຫ້ບັກເຈນໍາກູຍັງບໍ່ພໍ ມຶງຍັງໃຫ້ບັກຊາຍມາເອົາໂຕອ້າຍກູໄປອີກ ມຶງເຮັດແນວນີ້ ມຶງຢາກໃຫ້ນໍ້າຕານຕາຍແມ່ນບໍ)
“ບັກຊາຍ”
(ຕອນນີ້ມັນເຂົ້າໄອຊີຢູ່ຄືນແລ້ວ ຢາກຮູ້ບໍວ່າເປັນຫຍັງ ມຶງກະຂ້ຽວມາເບິ່ງທະແມ)
ກາຍຈັບກະແຈລົດຂັບອອກໄປໂຮງໝໍທັນທີ ພ້ອມກັບມີລູກນ້ອງຂອງພູຜານໍາມາພ້ອມ
“ນ່າ”
“ກາຍ ອ້າຍຊາຍຖືກຟາດລົງບ່ອນແຜເກົ່າເລີຍ..ລາວຈະເປັນຫຍັງບໍ ຮຶກໆ”
“ບໍ່ເປັນຫຍັງດອກ ຊາຍມັນຕ້ອງປອດໄພ ເດ ໝໍອອກມາແລ້ວ”
“ໝໍ ອ້າຍຊາຍເປັນຈັ່ງໄດ໋”
“ປອດໄພແລ້ວ ເຂົ້າໄປຢ້ຽມຄົນໄຂ້ໄດ້”
“ຂອບໃຈໝໍ”
ກາຍຍ່າງເຂົ້າໄປເບິ່ງຜູ້ເປັນໝູ່ດ້ວຍຮ່າງກາຍທີ່ໝົດແຮງ ລາວບໍ່ຢາກເຊື່ອເລີຍວ່າແຜນທຸກຢ່າງຈະລົ້ມເຫຼວລົງແບບນີ້
“ຊາຍ ກູຂໍໂທດ ກູບໍໜ້າໃຫ້ມຶງມາເປັນແບບນີ້ເລີຍ”
“ເຮີຍ ບໍ່ເປັນຫຍັງດອກ ທີ່ກູລົ້ມລົງໄປຍ້ອນ ສາຍນໍ້າເອົາໄມ້ມາຕີລົງບ່ອນກູຖືກຍິງຊື່ໆກະເລີຍຕ້ອງຟຸບລົງໄປແບບນັ້ນ”
“ສາຍນໍ້າ”
“ອຶມ..ກູບໍ່ຮູ້ວ່າສາຍນໍ້າຢູ່ໃນຫ້ອງນອນຂອງບັກຟ້າ ຕອນທີ່ຈະເອົາໂຕມັນອອກມາ ກະມີໄມ້ມາຟາດລົງຫຼັງກູເບິດແຮງ ຫັນໄປກະເຈິສາຍນໍ້າ ນາງມີອາການຫວາດຜະຫວາແຕ່ກະຢາກປົກປ້ອງອ້າຍ ກູເຫັນລະບໍ່ສາມາດຈະເຮັດຫຍັງນາງໄດ້ ກະເລີຍຖືກນາງຟາດລົງໃສ່ໜ້າເອີກອີກຈັກເທື່ອບຸ ຈື່ບໍ່ໄດ້ ຈັກແຕ່ກູຟຸບລົງໄປເລີຍ”
“.....”
“ເຮີຍກາຍ ກູຍັງບໍ່ຕາຍເວີຍ ວ່າແຕ່ບັກເຈເດ”
“ມັນຖືກຈັບຢູ່ກັບນໍ້າຕານ ກູໝົດທາງໄປແລ້ວຊາຍ”
“ເຮີຍ ໃຈເຢັນອີກ2ອາທິດພຸ້ນນະ ກ່ອນຈະຜ່າຕັດ”
ຕິດໆ ຕິດໆ
ກາຍເປີດເບິ່ງຄລິບວິດີໂອທີ່ພູຜາສົ່ງມາ
“ກາຍແມ່ນຫຍັງ” ຊາຍເຫັນສີໜ້່າກາຍບໍ່ດີຈຶ່ງຖາມຂຶ້ນ
“ນໍ້າຕານ” ຕິນ່າເອີ່ຍຊື່ນໍ້າຕານພ້ອມກັບເອົາມືອັດປາກ “ອ້າຍກາຍ ນໍ້າຕານ”
ກາຍກໍາໂທລະສັບໄວ້ແໜ້ນ ພ້ອມກັບຄວາມເຈັບປວດທີ່ມັນຖາໂຖມເຂົ້າມາເມື່ອເຫັນຜູ້ເປັນໝູ່ແລະຄົນຮັກຖືກລຸມຕີຈົນເລືອດຖ້ວມແບບນັ້ນ ໃນໃຈກໍ່ຮ້ອງດ່າຄົນທີ່ເຮັດແບບນີ້
“ກູຍອມແລ້ວຊາຍ ກູຍອມມັນແລ້ວ ກູບໍ່ສາມາດຈະເຫັນໃຜເຈັບປວດຍ້ອນກູໄດ້ອີກແລ້ວ” ກາຍກົດໂທລະສັບຫາພູຜາທັນທີທີ່ຄິດໄດ້
“ກູຍອມແລ້ວ ມຶງຢ່າເຮັດຫຍັງນໍ້າຕານອີກໄດ້ບໍ”
(ມຶງໄປມ້ຽນເຄື່ອງແລ້ວອອກມາເດີ່ນຍົນຕອນ 8ໂມງ)
“ອຶມ”
“ກາຍ ແມ່ບໍ່ຍອມໃຫ້ລູກໄປເດັດຂາດ” ແມ່ກາຍພະຍາຍາມດຶງມືລູກຊາຍໄວ້ກ່ອນທີ່ລາວຈະຂຶ້ນລົດໄປສະໜາມບິນ
“ກາຍລູກຄິດດີແລ້ວຫວະ” ພໍ່ກາຍຖາມດ້ວຍຄວາມສຸຂຸມ
“ມັນເປັນທາງດຽວທີ່ຈະຍຸດຕິເລື່ອງທຸກຢ່າງໄດ້ ມັນອາດຈະເປັນສິ່ງທີ່ກາຍຕ້ອງຊົດໃຊ້ກະໄດ້ ພໍ່ກາຍຂໍໂທດ ທີ່ບໍ່ສາມາດສືບທອດພໍ່ໄດ້”
“ພໍ່ເຄົາລົບໃນການຕັດສິນໃຈຂອງລູກ ເຊື່ອໝັ້ນໄວ້ ທາງອອກທີ່ດີມີສະເໝີລູກ” ກາຍກອດແມ່ໄວ້ແໜ້ນກ່ອນທີ່ຈະອອກຈາກເຮືອນໄປ.