2ອາທິດຕໍ່ມາທີ່ສະຫະລັດອາເມລິກາ
“ການຜ່າຕັດຜ່ານພົ້ນໄປໄດ້ດ້ວຍດີ ອີກ2ມຶ້ ກໍ່ເປີດຕາຄົນໄຂ້ໄດ້ແລ້ວ” ໝໍທີ່ດູແລການຜ່າຕັດຂອງທ້ອງຟ້າຍ່າງອອກຈາກຫ້ອງຜ່າຕັດມາບອກພູຜາ
“ຂອບໃຈຫຼາຍໆ”
ທີ່ປະເທດລາວ
“ເຈົ້າ ເຂົ້າໃຈແລ້ວເຈົ້າ” ລູກນ້ອງຂອງພູຜາວາງສາຍ ແລ້ວຍ່າງມາຫາຂ້ອຍກັບອາເຈ
“ໃຜ” ອາເຈຖາມ
“ພວກເຈົ້າໄດ້ເປັນອິດສະຫຼະແລ້ວ ອ້າຍພູຜາບອກວ່າ ການຜ່າຕັດເສັດສິ້ນສໍາເລັດໄດ້ດ້ວຍດີ” ປະໂຫຍກນັ້ນເຮັດໃຫ້ນໍ້າຕາຂ້ອຍໄຫຼອອກມາອີກຄັ້ງ ກາຍເຈົ້າ..ເຈົ້າເຮັດຫຍັງລົງໄປ
“ນໍ້າຕານ ປະ ກັບ” ເມື່ອຂ້ອຍຖືກປ່ອຍໂຕໃຫ້ເປັນອິດສະຫຼະ ເຈກໍ່ປະຄອງຂ້ອຍໄປຂຶ້ນລົດ
ເຈມາສົ່ງຂ້ອຍທີ່ເຮືອນຢ່າງປອດໄພ ພ້ອມກັບຄອບຄົວທີ່ຢຶນຖ້າຮັບ ແມ່ ແມ່ຈ່ອຍລົງໄປແມ່ນບໍນີ້ບໍ່ໜ້າເລີຍ
“ຂອບໃຈເດີເຈ”
“ອືມ ..ໄປລະເດີ”
ຂ້ອຍຍ່າງເຂົ້າໄປຫາແມ່ດ້ວຍຄວາມຄິດຮອດສຸດຫົວໃຈ ພ້ອມກັບເອົາຄວາມເຈັບປວດທີ່ມີທັງໝົດເຂົ້າສູ່ອ້ອມກອດນັ້ນ
“ລູກ ເບິດທຸກເບິກໂສກຈັກເທື່ອໜຶ່ງນໍ” ແມ່ຂ້ອຍລູບຫົວຂ້ອຍເບົາໆ ເປັນການປອບໂຍນ.
2ອາທິດຕໍ່ມາ
“ນໍ້າຕານ” ສຽງເອື້ອຍແອນເອື້ນຂ້ອຍ
“ໂດຍ”
“ກາຍກັບມາແຕ່ອາເມລິກາລະໄດ໋”
ປະໂຫຍກນັ້ນພາຂ້ອຍມາຢືນຢູ່ເຮືອນລາວທັນທີ
“ສະບາຍດີແມ່ ກາຍຢູ່ບໍ” ຂ້ອຍຖາມສະບາຍດີແມ່ກາຍທີ່ເພິ່ນກໍາລັງຢືນຫົດຕົ້ນໄມ້ຢູ່ໜ້າບ້ານ
“ຢູ່ສວນຫຼັງບ້ານລູກ” ຂ້ອຍແລ່ນໄປຫຼັງບ້ານທັນທີ ຂ້ອຍຖ້າມື້ນີ້ມາດົນແລ້ວກາຍ ເຈົ້າໃຈດໍາເຖິງຂະໜາດນີ້ພິຫວະ
ເມື່ອຂ້ອຍຍ່າງມາຮອດສວນຫຼັງບ້ານ ແຜ່ນຫຼັງຂອງຜູ້ຊາຍຄົນໜຶ່ງທີ່ກໍາລັງຢືນຈົກຖົງສົ້ງຢູ່ເຮັດໃຫ້ນໍ້າຕາຂ້ອຍໄຫຼລົງມາປານເຂຶ່ອນແຕກ ຂ້ອຍບໍ່ລໍຊ້າທີ່ຈະແລ່ນເຂົ້າໄປກອດກາຍຈາກດ້ານຫຼັງ ກາຍສະດຸ້ງຕື່ນເລັກນ້ອຍ ແລ້ວລາວກໍ່ຄ່ອຍໆຫັນກັບມາ. ກາຍຍັງມີຜ້າສີຂາວພັນອ້ອມຕາຢູ່ ຂ້ອຍໃຊ້ມືທີ່ສັ່ນໆຂອງຂ້ອຍລູບໄປທີ່ຕາດວງນັ້ນ ຂ້ອຍຍິ່ງກົດນໍ້າຕາໄວ້ບໍ່ຢູ່..
“ເຈົ້າ” ສຽງທີ່ຂ້ອຍຢາກໄດ້ຍິນມາຕະຫຼອດດັງອອກມາແລ້ວ ຂ້ອຍຈັບມືລາວຂຶ້ນມາບາຍໜ້າຂ້ອຍ
“ຂ້ອຍເອງກາຍ ນໍ້າຕານ”
“ຂ້ອຍຮູ້ແລ້ວ ເຈົ້າ ຍັງຄືເກົ່າບໍ່ປ່ຽນເລີຍນໍ້າຕານ”
“ເຈົ້າຮູ້ໄດ້ຈັ່ງໄດ໋ ເຈົ້າແນມບໍ່ເຫັນຂ້ອຍຊໍ້າ”
“ຂ້ອຍສໍາຜັດໄດ້” ຄໍາເວົ້ານັ້ນເຮັດໃຫ້ຂ້ອຍຍິ້ມອອກມາທັງນໍ້າຕາ
“ກາຍ ເຈົ້າໃຈດໍາຫຼາຍເຈົ້າຮູ້ບໍ ເຈົ້າມາແລ້ວບໍ່ຍອມໂທຫາຂ້ອຍເລີຍ ຖ້າຂ້ອຍບໍ່ຮູ້ຈາກເອຶ້ອຍແອນລະຂ້ອຍຊິຮູ້ໄດ້ຈັ່ງໄດ໋
“ນໍ້າຕານ”
“ເຈັບຫຼາຍບໍ ມາຂ້ອຍຊິເປົ່າໃຫ້ເດີ” ຂ້ອຍເຢັ່ງປາຍຕີນຂຶ້ນເພືອຈະເປົ່າໃຫ້ກາຍຕາມທີ່ເວົ້າ
“ນໍ້າຕານ ເຮົາບໍ່ເປັນຄືເກົ່າແລ້ວ” ຂ້ອຍຍັງຢືນຢູ່ແບບນັ້ນ ແຕ່ໃຈຂ້ອຍມັນກັບເຕັ້ນແຮງຜິດປັກກະຕິ ພາວະນາໃຫ້ກາຍບໍ່ເວົ້າຫຍັງແບບນັ້ນອອກມາ
“ເຈົ້າຫມາຍຄວາມວ່າ?” ກາຍຫັນຫຼັງໃຫ້ຂ້ອຍທັນທີ
“ເຈົ້າບໍ່ເຫັນຫວະວ່າຕອນນີ້ ຂ້ອຍບໍ່ແມ່ນຄົນທີ່ປັກກະຕິ ບໍ່ແມ່ນຄົນທີ່ຈະສາມາດດູແລເຈົ້າໄດ້ອີກ” ນໍ້າຕາຂ້ອຍໄຫຼອອກມາທັນທີ ຂ້ອຍວ່າແລ້ວວ່າກາຍຕ້ອງເວົ້າແບບນີ້ ຂ້ອຍຍ່າງເຂົ້າໄປກອດກາຍໄວ້ແໜ້ນອີກຄັ້ງ ພ້ອມກັບນໍ້າຕາທີ່ໄຫຼບໍ່ຢຸດ
“ຂ້ອຍບໍ່ແຄເລື່ອງນັ້ນຢູ່ແລ້ວເຈົ້າກະໜ້າຈະຮູ້ດີກາຍ ເລື່ອງທຸກຢ່າງມັນຈົບລົງແລ້ວ ແຕ່ນີ້ຕໍ່ໄປ ເຮົາຈະດູແລເຊິ່ງກັນແລະກັນ ອີກບໍ່ດົນກະຕ້ອງງມີຄົນມາບໍລິຈາກຕາແລະເຈົ້າກະຈະກັບມາແນມເຫັນຄືເກົ່າ”
“ຍອມຮັບຄວາມຈິງສະນໍ້າຕານ ຂ້ອຍບໍ່ສາມາດກັບໄປເຮັດໃຫ້ຊີວິດເຈົ້າທຸກທໍລະມານໄດ້ອີກແລ້ວ ຂ້ອຍເປັນຄົນບໍ່ດີ ຂ້ອຍບໍ່ຄູ່ຄວນກັບເຈົ້າດອກ ກັບໄປສະ”
“ກາຍ ບໍ່ ຂ້ອຍບໍ່ໄປໃສທັງນັ້ນ ຂ້ອຍບໍ່ແຄເຈົ້າຮູ້ບໍ ຂ້ອຍຮັບໄດ້ທຸກຢ່າງ ເຈົ້າບໍ່ເຂົ້າໃຈຫວະ”
“ແຕ່ຂ້ອຍຮັບບໍ່ໄດ້” ຂ້ອຍອຶ້ງໄປກັບປະໂຫຍກນັ້ັ້ນ
“ເຈົ້າຕັ້ງໃຈຟັງຂ້ອຍໃຫ້ດີເດີ ຂ້ອຍບໍ່ສາມາດກັບໄປຫາເຈົ້າໄດ້ອີກ ບໍ່ແມ່ນແຕ່ເຈົ້າທີ່ເຈັບເພາະຂ້ອຍມາຫຼາຍແຕ່ຂ້ອຍເຈັບຫຼາຍຄືກັນ ຂ້ອຍເສຍດວງຕາຂ້ອຍໄປແລ້ວ ແລະຂ້ອຍບໍ່ອາດສາມາດຈະລືມເຫດການທີ່ທໍລະມານນີ້ໄດ້ ຂ້ອຍມັນເຫັນແກ່ໂຕທີ່ໂທດວ່າເປັນຄວາມຜິດຂອງເຈົ້າແຕ່ມັນກະແມ່ນແມ່ນບໍລະ ຖ້າຂ້ອຍບໍ່ຄິດທີ່ຈະປັກປ້ອງເຈົ້າ ຂ້ອຍຄົງຈະບໍ່ເສຍຕາຂ້ອຍຄູ່ນີ້ໄປ ເຮົາ2ຄົນ ຢູ່ນໍາກັນບໍ່ໄດ້ດອກນໍ້າຕານ ກັບໄປສະ” ຮ່າງກາຍຂ້ອຍເລີ່ມອ່ອນແຮງ ອ້ອມແຂນທີ່ກອດນກາຍໄວ້ຕົກລົງມາທັນທີ ພ້ອມກັບການກ້າວຖອຍຫຼັງອອກມາ ແມ່ນຕິນໍ ຂ້ອຍໜ້າຈະຮູ້ດີ ວ່າຂ້ອຍເອງທີ່ເຮັດໃຫ້ເຂົາສູນເສຍສິ່ງທີ່ມີຄ່າທີ່ສຸດໃນຊີວິດໄປ ຂ້ອຍນີ້ມັນເຫັນແກ່ໂຕອີ່ຫຼີໄດ້ ເຮັດໃຫ້ເຂົາເຈັບເຖິງຂະໜາດນີ້ຍັງມາກ້າຮຽກຮ້ອງຄວາມຮັກຈາກເຂົາອີກ
“ດູແລໂຕເອງເດີ ຂ້ອຍໄປກ່ອນ ຮຶກ” ຂ້ອຍແລ່ນອອກມາຈາກສະຖານທີ່ແຫ່ງນັ້ນໂດຍທີ່ບໍ່ຄິດຫຍັງ ສະໝອງຂ້ອຍມັນຫວ່າງເປົ່າໄປໝົດ ແມນແຕ່ແມ່ຂອງກາຍທີຂ້ອຍແລ່ນກາຍມາຂ້ອຍຍັງບໍ່ລາຈັກຄໍາ ບໍ່ເຄີຍມີເທື່ອໃດທີ່ຂ້ອຍເຈັບປວກເທົ່າເທື່ອນີ້ເລີຍ.
“ກາຍ” ສຽງແມ່ຂອງກາຍຍ່າງເຂົ້າມາຫາທີ່ສວນຫຼັງບ້ານ
“ແມ່ ນໍ້າຕານໄປແລ້ວແມ່ນບໍ”
“ອືມ ທ່າທາງບໍ່ດີເລີຍລູກ ແມ່ເປັນຫ່ວງອີ່ຫຼີ” ກາຍເວົ້າພ້ອມກັບແກະຜ້າຂາວທີ່ພັນຕາອອກ
“ມັນເປັນສິ່ງທີ່ດີທີ່ສຸດສິ່ງດຽວທີ່ກາຍຈະມອບໃຫ້ນໍ້າຕານໄດ້ ກາຍບໍ່ຢາກເຫັນລາວເຈັບຊໍ້າໆຍ້ອນຜູ້ຊາຍຄືກາຍອີກ”
“ຖ້າລູກຄິດດີແລ້ວ ແມ່ກະບໍ່ຫ້າມ ແລ້ວເລື່ອງຍ້າຍໄປຮຽນຢູ່ອາເມລິກາຈະວ່າແນວໃດລະລູກ”
“ກາຍຈະເດີນທາງອາທິດໜ້າ”
ທຸກຄົນຄົງຢາກຈະຮູ້ແມ່ນບໍວ່າເກີດຫຍັງຂຶ້ນ ເປັນຫຍັງຂ້ອຍຈຶ່ງກັບມາໃນສະພາບຄົບ32ທຸກປະການ ເພາະວ່າຂ້ອຍບໍ່ໄດ້ຜ່າຕັດປ່ຽນຕາໃຫ້ທ້ອງຟ້າດອກ ພໍໄປຮອດໂຮງໝໍທີ່ອາເມລິກາ ກ່ອນມື້ຈະຜ່າຕັດຂ້ອຍເຂົ້າໄປຫາທ້ອງຟ້າຢູ່ຫ້ອງຜູ້ປ່ວຍ ຂ້ອຍໄປຂໍໂທດໃນເລື່ອງທີ່ຂ້ອຍເຮັດໃຫ້ມັນຕ້ອງຕາບອດ ບໍ່ໜ້າເຊື່ອວ່າທ້ອງຟ້າມັນຈະປ່ຽນໄປໄດ້ເຖິງຂະໜາດນີ້ ມັນບອກວ່າຂໍພຽງແຕ່ໃຫ້ມັນກັບມາເຫັນຄົນທີ່ມັນຮັກອີກຄັ້ງມັນກະບໍ່ຂໍຫຍັງອີກ ພໍໄດ້ຍິນປະໂຫຍກນັ້ນ ຂ້ອຍກໍ່ບອກໃຫ້ພໍ່ຂ້ອຍໂທຕິດຕໍ່ດວງຕາຄູ່ໃໝ່ໃຫ້ທ້ອງຟ້າ ເພາະຢູ່ອາເມລິກາມັນຄົງຈະຫາຄົນບໍລິຈາກໄດ້ບໍຍາກ ທໍາອິດພູຜາມັນຈະບໍ່ຍອມຢ່າງດຽວ ແຕ່ຂ້ອຍພະຍາຍາມ ແລະຍື່ນຂໍ້ສະເໜີໃຫ້ວ່າ ຄ່າຮັກສາທຸກຢ່າງຂ້ອຍຈະເປັນຄົນອອກ ດູແລຈົນທ້ອງຟ້າຈະເຊົາ ແລະປິ່ນປົວສາຍນໍ້າໃຫ້ເຊົາຈາກການປ່ວຍທາງຈິດທີ່ອາເມລິກາ ເພາະວ່າໝໍຢູ່ນັ້ນເກັ່ງ ສາຍນໍ້າຕ້ອງເຊົາແນ່ນອນ ພູຜາຈຶ່ງຍອມທີ່ຈະບໍ່ເອົາດວງຕາຂອງຂ້ອຍ ຂ້ອຍກະເລີຍລອດຕາຍໄປ ຖ້າຂ້ອຍເສຍດວງຕາຄູ່ນີ້ໄປແລະພໍ່ກັບແມ່ຂ້ອຍຈະຢູ່ຈັ່ງໄດ໋ລະ. ນີ້ກະແມ່ນເລື່ອງລາວທັງໝົດທີ່ເກີດຂຶ້ນຕອນຢູ່ອາເມລິກາ ແລະຕອນນີ້ ຂ້ອຍຕັດສິນໃຈ ຮຽນແພດຕໍ່ໃຫ້ຈົບທີ່ອາເມລິກາ ພ້ອມກັບດູແລຄອບຄົວຂອງພູຜາຕາມທີ່ສັນຍາໄວ້ຈົນກວ່າຈະໝົດພັນທະ.ນໍ້າຕານ ເຈົ້າຈະເປັນຄົນທີ່ຂ້ອຍຄິດຮອດຕະຫຼອດໄປຈົນລົມຫາຍໃຈສຸດທ້າຍ ອາດຈະຖືກຄືທີ່ພໍ່ເຈົ້າບອກ ວ່າຂ້ອຍບໍ່ສາມາດຈະເປັນຄົນຮັກທີ່ດີຂອງເຈົ້າໄດ້ ເພາະຂ້ອຍມັນຫາສ້າງແຕ່ເລືອງ ຂ້ອຍຈຶ່ງເລືອກທີ່ຈະຖອຍອອກມາດີກວ່າ.
5ປີຜ່ານໄປ
ໃນທີ່ສຸດມື້ນີ້ກະມາເຖິງ ມື້ທີ່ຂ້ອຍໄດ້ເປັນໝໍສົມໃຈ
“ນໍ້າຕານມາຖ່າຍຮູບມາລູກ” ຂ້ອຍຍ່າງມາຖ່າຍຮູບກັບພໍແມ່
“ດີໃຈນໍາເດີລູກ”
“ໂດຍ ຍ້ອນມີແມ່ກັບພໍ່ເປັນກໍາລັງໃຈທີ່ດີ ນໍ້າຕານຈັ່ງມີມື້ນີ້ໄດ້”
“ນໍ້າຕານ” ຂ້ອຍຫັນໄປຫາສຽງທີ່ເອີ້ນ ຕິນ່າຫອບຊໍ່ດອກໄມ້ສີຂາວສົດໃສມາໃຫ້ ເອະ ແຕ່ວ່າມື້ນີ້ເງົາຕາມໂຕມັນໄປໃສ
“ດີໃຈນໍາເດີສ່ຽວ ໃນທີ່ສຸດກະມີມື້ນີ້ນໍາໝູ່”
“ອະແນ່ນອນຢູ່ແລ້ວ ແລ້ວນີ້ຊາຍໄປໃສ ປົກກະຕິ ໂຕນີບໍ່ໄດ້ຫ່າງກັນເລີຍໄດ໋”
“ອໍ ອ້າຍຊາຍບອກວ່າຈະໄປຮັບໝູ່ທີ່ກັບມາຈາກຕ່າງປະເທດນະ” ໃຈຂ້ອຍເຕັ້ນແຮງຂຶ້ນມາທັນທີ ນີ້ຂ້ອຍຍັງຫວັງໃນໃຈແມ່ນບໍວ່າຄົນຜູ້ນັ້ນອາດຈະແມ່ນກາຍ ຕະຫຼອດເວລາ5ປີທີ່ຜ່ານມາ ຂ້ອຍບໍ່ສາມາດລືມຜູ້ຊາຍຄົນນີ້ໄດ້ເລີຍ ພາບທຸກຢ່າງມັນຍັງຊັດເຈນ ກາຍຂ້ອຍຄິດຮອດເຈົ້າ
“ນໍ້າຕານ”
“ຫະ ຫະ”
“ຖ່າຍຮູບ”
“ອືມ” ກາຍຖ້າມື້ນີ້ເຮົາຍັງເປັນຄືເກົ່າເຈົ້າກະຄົງຈະມາຢືນບ່ອນນີ້ຂ້າງໆຂ້ອຍ ຂ້ອຍເຮັດສໍາເລັດລະເດີ
“ຍິ້ມເດີ 1 2 3 ແຊະ”
“ເຢຢຢຢ”
3ເດືອນຕໍ່ມາ
“ເອື້ອຍໜິງຍາມຫວະມື້ນີ້” ຕອນນີ້ເປັນເວລາ4ໂມງ ຂ້ອຍຍ່າງອອກຈາກຫ້ອງກວດພະຍາດພ້ອມກັບຖອດເສື້ອກາວມາຫ້ອຍໄວ້ ຄົນເຈັບຫຼາຍກະດໍ້ ຍັງບໍ່ໄດ້ກິນຮອດເຂົ້າຊໍ້າ
“ໂດຍຍາມ ທ່ານໝໍຈະກັບເລີຍຫວະ”
“ອືມ ຫິວເຂົ້າຈະຕາຍແລ້ວນີ້”
“ໂດຍໆ ໄປສະ ດ່ຽວຈະມີຫົວງູຫົວພະຍານາກແຖວນີ້ມາແຫ້ນອີກ” ທີ່ເອື້ອຍໜິງເວົ້າເຖິງຢູ່ນັ້ນແມ່ນທ່ານໝໍອາວຸໂສຄົນໜຶ່ງທີ່ເປັນຫົວໜ້າພະແນກທີ່ຂ້ອຍເຮັດວຽກຢູ່ລາວມັກມາກ້ຽວກອດຂ້ອຍຕະຫຼອດ ເວົ້າມາລະຂົນລຸກ
“ນ້ານ ບໍ່ທັນສຸດຄວາມ” ເອື້ອຍໜິງເຫັນລາວຍ່າງມາກະເຮັດໜ້າເຊັງທັນທີ
“ໝໍນໍ້າຕານ”
“ໂດຍອາຈານ” ຂ້ອຍຕອບໄປຕາມມາລະຍາດ
“ອາຈານ ອາເຈີນຫຍັງເກາະ ບອກວ່າໃຫ້ເອີ້ນອ້າຍ”
“ອາຈານມີວຽກຫຍັງກັບນໍ້າຕານຫວະ”
“ອ້າຍວ່າຈະຊວນໄປກິນເຂົ້າ ນໍ້າຕານຫວ່າງບໍ”
“ບໍ່ຫວ່າງ ນໍ້າຕານມີວຽກໄປຕໍ່”
“ຫວະ ໃຫ້ອ້າຍພາໄປບໍ”
“ໂອຍຍຍຍ ບໍ່ກັບໄປກິນເຂົ້າກັບລູກກັບເມຍບໍນໍ ຄໍ່າປານນີ້ລະ” ສຽງເອື້ອຍໜິງເວົ້າຂຶ້ນ ຂ້ອຍອົມຍິ້ມແລະຍົກໂປ້ໃຫ້ລາວ
“ເອີ..ຖ້າບໍເວົ້າກະບໍ່ມີໃຜວ່າປາກກືກດອກເດີ ພະຍາບານ”
“ຊັ້ນ ນໍ້າຕານໄປກ່ອນເດີ ອາຈານກະຟ້າວກັບໄປຫາພັນລະເມຍທີ່ຖ້າກິນເຂົ້າຢູ່ບ້ານໄດ້ແລ້ວ ໄປເດີເອື້ອຍໜິງ”
“ໃຫ້ໄວ” ຂ້ອຍຈັບກະເປົ໋າແລ້ວອອກມາຈາກຫ້ອງນັ້ນ
“ນໍ້າຕານ ນໍ້າຕານ..”
“ທ່ານໝໍ...”
ເຮີ..ກາຍ ຊີວິດຂ້ອຍຕອນນີ້ກະວຸ້ນວາຍຈັ່ງຊີ້ແຫຼະ ແຕ່ກະມ່ວນດີ ເຈົ້າເດເປັນແນວໃດຍັງສະບາຍດີຢູ່ບໍ ຈັ່ງແມ່ນຂ້ອຍຄິດຮອດເຈົ້າ.