ຂຽນເມື່ອ: ຕ.ລ.. 12, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ອັນນີ້ກໍ່ມາຈາກ http://www.watavignon.org/home/php/110427142853.php ຄືກັນ ເພາະຂ້າພະເຈົ້າເຫັນວ່າ
ມີຄວາມໝາຍເລິກເຊິ່ງ ແລະ ສາມາດໃຫ້ປະໂຫຍດໄດ້ບໍ່ຫຼາຍກໍ່ໜ້ອຍ ເລີຍຢາກໃຫ້ເພື່ອນໆພັນລາວໄດ້ອ່ານ ໃນຫົວຂໍ້ທີ່ວ່າ:
“ໄປງານສົບພົບທັມມະ Posted: 04/27/2011
ທະຫະຣາ ຈະ ມະຫັນຕາ ຈະ ເຍພາລາ ເຍຈະ ປັນດິຕາ ສັບເພມັດຈຸ ວະສັງຍັນຕິ ສັບເພມັດຈຸ ປະຣາຍະນາ ເຊິ່ງຈະແປເປັນສຳນວນກະວີໃຫ້ເຂົ້າໃຈງ່າຍ ມີໃຈຄວາມວ່າ: “ທັງຄົນໜຸ່ມແກ່ເຖົ້າເຂົ້າສັງຂານ ທີ່ສຸດແນ່ນອນກໍຕ້ອງອັນຕະຣະທານກາຍເປັນຜີ, ທັງຄົນໂງ່ຄົນສະຫຼາດນັກປາດແລະເມທີ, ທັງທຸກຍາກໄຮ້ຮັ່ງມີຫຼືເສດຖີ ກໍຕ້ອງເຂົ້າໂລງຜີ ດ້ວຍກັນເສກສັນດຽວ”. ເພາະຫຍັງ ? ກໍເພາະວ່າ “ອັນຄວາມຕາຍ ເປັນສະຫາຍເພື່ອນສະໜິດ, ມີຊີວິດຄວນກຽມພ້ອມເພື່ອອຳລາ ທ່ານທັງຫຼາຍຈົ່ງ ພຽນພ່ຳພາວະນາ, ເປັນມົນຕາ ເພື່ອກີດກັ້ນ ແລະກັນລືມ. ໃນອະພິນຫະປັດຈະເວກຂະນະສູດ ພຣະພຸດທະອົງຊົງຕັດເຕືອນໃຫ້ບຸກຄົນທັງຫຼາຍ ພິຈາລະນາເພື່ອບໍ່ໃຫ້ປາໝາດເນື່ອງໆ ຫ້າປະການວ່າ: “ໜຶ່ງເຮົາໜີແກ່ບໍ່ໄດ້, ສອງເຮົາໜີເຈັບໄຂ້ບໍ່ພົ້ນ, ສາມໝົດທຸກຄົນຈັກຕ້ອງຕາຍ, ສີ່ສັບພະສິ່ງທັງຫຼາຍ ຫຼືຄົນຮັກຕ້ອງຈາກຈິງ, ຫ້າສັບພະສິ່ງໃນໂລກລ້ວນ ຍ່ອມເປັນໄປຕາມວັດຕະຈັກຂອງກັມ. ສິ່ງທັງຫຼາຍທີ່ກ່າວນັ້ນ ເປັນສິ່ງມະນຸດຕ້ອງກຳນົດຈົດຈຳໄວ້ເນື່ອງໆ ເພື່ອເຕືອນສະຕິໄວ້ ເພື່ອໃຫ້ຕົນບໍ່ພາດພັ້ງ ໄປທຳຄວາມຊົ່ວ ສ້າງແຕ່ຄວາມດີ ທັງໝົດທີ່ກ່າວນັ້ນມັນເປັນບ້ວງແຫ່ງວັດຕະ ຄືກຳມະວັດຕະ, ເພາະກຳມະວັດຕະນີ້ແລ້ວ ມັນເຮັດໃຫ້ມະນຸດຕ້ອງພົບກັບຂອງ ໔ ປະການໃນ ໕ ຢ່າງທີ່ກ່າວແລ້ວ, ສິ່ງທັງຫ້າຢ່າງມັນເກີດຂຶ້ນຈຶ່ງ ເຮັດໃຫ້ມີການວຽນວາຍຕາຍເກີດ ອັນໃດເຮັດໃຫ້ວຽນວາຍຕາຍເກີດ ອັນນັ້ນກໍຄືກິເລດ ຜູ້ຕັດກິເລດໄດ້ກໍສິ້ນກຳ ກໍຄືພົ້ນຈາກວັຕ ຕະ ຫຼືຕັດວັຕຕະໄດ້ໂດຍສິ້ນເຊີງ. ເມື່ອທຸກຊີວິດຈຳຕ້ອງປະສົບພົບພໍ້ກັບຄວາມຕາຍເຊັ່ນນີ້ ຈຶ່ງບໍ່ຄວນປາໝາດມົວເມົາໃນຊິວີດ ຮີບຫາທາງແກ້ໄຂ ກຽມຕົວກຽມໃຈໃຫ້ພ້ອມ ຊັກຊ້ອມໄວ້ໃຫ້ດີ ຈະບໍ່ເສັຍທີພາດທ່າ ໃນເມື່ອຄວາມຕາຍເຂົ້າມາເຖິງ ຕ້ອງກຽມສະບຽງ ຄືຄຸນນະທຳ ສິນທັມ ພໍ່າຄວາມດີ ເປັນເຂົ້າໄຖ່ເຂົ້າຖົງໄປສຳປາລະຍະພົບ ຄືພົບເບື້ອງໜ້າໃຫ້ພຽບພ້ອມ ດັ່ງກັບສຳນວນບູຮານກ່າວໄວ້ວ່າ “ກຽມຕົວກໍຕາຍ, ກຽມກາຍກ່ອນແຕ່ງງານກຽມແຫຼ່ງນ້ຳລຳທານກ່ອນແຫ້ງແລ້ງ, ກຽມເຂົ້າຂອງເງິນແດງກ່ອນອອກເດີນທາງ”. ອັນໃດກໍຕາມ ຫາກບໍ່ກຽມຕົວກ່ອນໃຫ້ສົມບູນບໍລິບູນແລ້ວ ກໍຈະເກີດຄວາມຫຍຸ້ງຍາກສັບສົນແທບທັງນັ້ນ ເຊັ່ນຕົວຢ່າງ “ນັກກິລາ ບໍ່ກຽມຕົວກ່ອນແຂ່ງຂັນກິລາ, ຄົນຢາກມີເງິນຄ່າດອງແຫວນໝັ້ນ ບໍ່ກຽມເງິນຊື້, ທະຫານບໍ່ກຽມສັບພາວຸດກ່ອນຈະອອກຮົບ, ນັກຮຽນນັກ ສຶກສາບໍ່ກຽມວິຊາກ່ອນເຂົ້າສອບເສງ”. ຈະໄປແຂ່ງຂັນ, ຈະໄປບໍ່ຂໍໝັ້ນສາວ, ຈະອອກສູ້ຮົບ ແລະຈະສອບເສງ ຢ່າງໃດຢ່າງໜຶ່ງ ມີແຕ່ເສັຍກັບເສັຍຫາຄວາມສຳເລັດບໍ່ໄດ້ແນ່ນອນ. ຫາກຈະຂະຫຍາຍຄວາມຕໍ່ໄປອີກ “ພໍ່ຄ້າບໍ່ກຽມຕົວອອກໄປຄ້າຂາຍ, ທະນາຍຄວາມບໍ່ກຽມຕົວອອກວ່າຄວາມໃນສານ, ລັດຖະການບໍ່ກຽວຕົວກ່ອນຈະທຳໜ້າທີ່, ຊາວນາບໍ່ກຽມຕົວກ່ອນປັກດຳນາແລ້ງ ນາປິ, ຜົວເມັຍບໍ່ກຽມຕົວກ່ອນຈະມີລູກ” ລອງຄິດເບິ່ງວ່າ ຄວາມເສັຍຫາຍຈະມີຫຼາຍກວ່າການໄດ້ ຫຼືດີຈະຫຼາຍກວ່າຮ້າຍໄດ້ບໍ ?. ນີ້ຄືການກະກຽມໃນການປະຕິບັດພັນທະກິດໃນໂລກນີ້ ເຖິງເປັນໄປຕາມກຳຕາມໜ້າທີ່ ແກ່ກໍຕ້ອງໄດ້ກຽມຕົວ ແຕ່ຄວາມຕາຍນີ້ເຖິງເປັນໄປຕາມກຳ ແຕ່ມັນກໍຍິ່ງກວ່າກຳທີ່ເປັນໄປຕາມໜ້າທີ່ ເພາະມັນເປັນສິ່ງທີ່ມະນຸດຕ້ອງປະສົບ, ເປັນຫົນທາງທີ່ຕ້ອງໄປ ແລະເປັນທາງສາຍປ່ຽວໂດດດ່ຽວເອກາສາດ້ວຍ ບໍ່ມີໃຜຈະໄປປະດັບປະຄອງ ຄອຍຊ່ວຍ ເຫຼືອເກື້ອກູນ ເໝືອນຕອນເຮົາຍັງມີຊີວິດຢູ່ ສິ່ງທີ່ຕິດຕ້ອຍຫ້ອຍຕາມ ຄອຍຊ່ວຍເຫຼືອເກື້ອກູນເຮົາໄດ້ກໍເຫັນແຕ່ບຸນກຸສົນ ຫາກເຮົາບໍ່ກຽມຕົວໄວ້ກ່ອນແລ້ວ ບຸນກຸສົນທີ່ ໃດຈະໄປຊ່ວຍເຫຼືອເຮົາ ມີແຕ່ບາບອະກຸສົນເທົ່ານັ້ນ ຈະດຶງເຮົາໄປທີ່ຕ່ຳຈຶ່ງກ່າວວ່າ: ບຸນກຸສົນທີ່ເຮົາສ້າງສະສົມເປັນນິດຈະການ, ຈະຕິດຕາມຕົວທ່ານໄປທຸກທີ່ທຸກສະຖານ, ເປັນເໝືອນຊັບສິນສະບຽງອາຫານ ການເດີນທາງ, ບໍ່ອ້າງວ່າງເໝືອນມີມິດຕິດຕາມຕົນ. ເພາະສະນັ້ນບຸນກຸສົນ ເປັນສົມບັດແທ້ ທີ່ມະນຸດຄວນໄຄວ່ຄວ້າສະແຫວງຫາ ມາໄວ້ປະດັບຕົນ ເຊັ່ນວ່າ. “ບຸນກຸສົນເປັນສົມບັດແທ້, ເຖິງຄາວຕາຍກາຍດັບບໍ່ດັບຫາຍ, ຈະເປັນສິ່ງສະຖິດ ສະໜິດ ແໜ້ນແທນຮ່າງກາຍ, ເຖິງຄາວຕາຍ ຊື່ຍັງຢູ່ ເຊີດຊູຄຸນ. ດ້ວຍເຫດນັ້ນ, ທ່ານທັງຫຼາຍ ຈຶ່ງຕ້ອງໝັ່ນສ້າງຄວາມດີໄວ້ໃຫ້ພ້ອມ, ການສ້າງບຸນກຸສົນນີ້ ເຮົາສ້າງເອງ ເຮັດເອງ ຈະຫວັງເພິ່ງຄົນອື່ນນັ້ນບໍ່ໄດ້ ສົມດັ່ງກອນທີ່ອາຕະມາປະພັນໄວ້ ດັ່ງນີ້: ວັດຖຸຂອງເຄື່ອງໃຊ້ ໃນໂລກເມືອງມະນຸດ, ເງິນໂກດກືກອງຫຼາຍ ເພິ່ງກັນກະພໍໄດ້, ອັນວ່າຄວາມດີນັ້ນ ເຖິງມີໃນໂລກບິແບ່ງກັນບໍ່ໄດ້ ໃຜສ້າງຍ່ອມມີ, ບາບກໍເປັນດັ່ງນີ້ ສະເໝີດັ່ງບຸນຍະກຳ, ໃຜຫາກທຳກຳໜັກບາບກໍຕາມຕິດຕື້, ຕີນມືທັງກາຍນັ້ນ ຂອງໃຊ້ສັນຫຼາຍຫຼາກ, ແບ່ງປັນກັນຊ່ວງໃຊ້ ຍາມຮ້ອນເຫືອດຫາຍ, ຄວາມຕາຍໃຜຫ່ອນຫາມຫອບຫິ້ວ ສິນຊັບໄປນຳ ບໍ່ໄດ້ແລ້ວ, ເງິນໂກດກືກອງຫຼາຍ ເອົາໄປນຳບໍ່ມີໄດ້ລົດລາງໂຮງເຮືອນຮ້ານ ຫໍຫຼວງຕຶກໃຫຍ່, ກະບະເກັ່ງຄັນໃຫຍ່ເຫຼື້ອມ ຍັງບໍ່ໄດ້ແກ່ໃສ່ໂລງ ທ່ານເອີຍ, ອັດຕາຕົນທີ່ບອກໄວ້ ອາໄສເພິ່ງຕົນເອງ, ໃຜຫາກມີປັນຍາ ຈົ່ງພິຈານວິໄຈແຈ້ງ, ອັດຕາຄົນຄວນຄົ້ນ ຄົນເອົາໃຫ້ຮູ້ເຫດ ເພື່ອໃຫ້ສົມມາດແມ້ງ ເຫັນແຈ້ງແຫ່ງຕົນ, ຍາມຕາຍຕາຍມອດມ້ຽນ ອັດຕາແຈບໝົດສິດ, ສິ່ງຂອງມີພຽງໃດ ກໍເອົາໄປບໍ່ມີໄດ້, ໝູ່ກອງຜົວເມັຍນັ້ນ ຈະຫາມໂລງນຳສົ່ງ, ໄປຮອດພຽງປ່າຊ້າ ເຫຼືອນັ້ນແມ່ນຕົນເອງ, ອັນນີ້ບົງບອກໃຫ້ ເຫັນເຫດແຫ່ງອັດຕາ, ການທີ່ເຄີຍທຳການ ບາບບຸນຈັ່ງໃດແທ້, ຊົ່ວດີຈັກຕາມຕື້ ອັດ ຕາຕົນຄົນປະກອບ, ບໍ່ມີໃຜແບ່ງໃຫ້ ໃຜສ້າງກໍຮັບເອງ ທ່ານເອີຍ.
ເພາະເຮົາຮູ້ແທ້ແນ່ນອນວ່າ ສັງຂານທັງຫຼາຍບໍ່ທ່ຽງສົມກັບ ພຣະປາລີວວ່າ: “ອະນິຊຈາ ວະຕະ ສັງຂາຣາ ອຸປາທະວະຍະທັມມິໂນ, ອຸປັຊຊິຕະວາ ນິຣຸຊຊັນຕິ ເຕສັງ ວູປະສະໂມ ສຸໂຂ, ແປໄດ້ວ່າ “ອະນິຈຈາ ວະຕະ ສັງຂາຣາ : ສັງຂານທັງຫຼາຍບໍ່ທ່ຽງໜໍ, ອຸປາທະວະຍະທັມມິໂນ : ມີອັນເກີດຂຶ້ນ ແລະເສື່ອມໄປເປັນທັມມດາ, ອຸປັຊຊິ ຕະວາ ນິຣຸຊຊັນຕິ : ບັງເກີດຂຶ້ນແລ້ວຍ່ອມດັບໄປ, ເຕສັງ ວູປະສະໂມ ສຸໂຂ : ການເຂົ້າໄປລະງັບສັງຂານເຫຼົ່ານັ້ນໄດ້ ຍ່ອມເປັນຄວາມສຸກ. ບົດສູດມົນທຸກບົດ ເປັນຄຳສອນຂອງສົມເດັດພຣະສຳມາສຳພຸດທະເຈົ້າທັງສິ້ນ, ຖ້າເຮົາສູດໄດ້ເຂົ້າໃຈພ້ອມ ໃນຂະນະທີ່ເຮົາສູດ ຫຼືໄດ້ຍິນໄດ້ຟັງ ຮູ້ຊຶ້ງເຊິ່ງຄຳແປແລະຄວາມໝາຍຂອງຄຳແປນັ້ນ, ກໍຈະກໍ່ໃຫ້ເກີດປັນຍາ ມີປະໂຫຍດຫຼາຍ ຄືເປັນວິປັດສະນາຍານ ໄປດ້ວຍ, ຖ້າສູດຫຼືຟັງບໍ່ຮູ້ເລື່ອງ ກໍໄດ້ແຕ່ສມາທິ(ສະມະຖະ)ແລະຍານ ຄືຄວາມສະຫງົບຈິດໃຈເທົ່ານັ້ນ, ສະນັ້ນເຮົາເຫັນວ່າ ພຣະສົງເຮົາໄຫວ້ ພຣະເຊົ້າ ໄຫວ້ພຣະເດິກ ໄຫວ້ພຣະແລງນັ້ນ ເປັນການອົບຮົມສະ ມະຖະກຳມັດຖານ, ການນັ່ງສະມາທິເຂົ້າຊານ ກໍເປັນວິປັດສະນາກຳມັດຖານ ພຣະສົງກໍມີໜ້າທີ່ ອົບຮົມສະມັດຖະ ແລະວິປັດສະນາ ເຊິ່ງຮຽກວ່າ ວິປັດສະນາທຸລະ ແລະວຽກຄັນຖະທຸລະ ກໍຄືການສຶກສາພັດທະນາ ແລະປົກຄອງຄະນະສົງ. ໃນບົດສູດບັງສະກຸນຕາຍ ທີ່ຍົກຂຶ້ນມາ ເຊິ່ງມີບົດຕົ້ນວ່າ “ອະນິດຈາ ວະຕະສັງຂາຣາ” ນັ້ນມີຄຳວ່າ ສັງຂານ ແລະການລະງັບສັງຂານ, ທີ່ນີ້ເຮົາມາສຶກສາ ຄວາມໝາຍຂອງຄຳວ່າສັງຂານ ແລະການລະງັບສັງຂານ, ສັງຂານໝາຍເຖິງຫຍັງ ແລະການລະງັບສັງ ຂານຄືຫຍັງ ? ສັງຂານນັ້ນ ຄື ຂັນທັງ ໕ ອັນໄດ້ແກ່ (ຮູບ-ເວທະນາ-ສັນຍາ-ສັງຂານ-ວິນຍານ), ເປັນສັງຂະຕະ ຫຼືສັງຂະຕະທັມ ໝາຍເຖິງສິ່ງທີ່ຖືກປັດໄຈປຸງແຕ່ ສິ່ງທີ່ເກີດຈາກເຫດປັດໄຈ ເປັນທັງຮູບທຳ, ນາມະທຳ, ສະພາບທີ່ປຸງແຕ່ງໃຫ້ດີຫຼືຊົ່ວ ກົງກັບສັງຂານຂັນ ໃນຂັນ ໕. ສະພາບປຸງແຕ່ງຊີວິດ ຄືກາຍະສັງຂານ(ປຸງແຕ່ງທາງກາຍ ຫຼືລົມຫາຍໃຈເຂົ້າ-ອອກ) ວະຈີສັງຂານ (ປຸງແຕ່ງທາງວາຈາ ຄືວິຕົກ “ວິຈານ” ວິຈາຣະນະ) ຈິຕຕະສັງຂານ(ປຸງແຕ່ງທາງໃຈ ຄື ສັນຍາ ແລະເວທະນາ). ສັງຂາລະທຸກ ທຸກເພາະເປັນສັງຂານ ຄື ເພາະເປັນສະພາບອັນຖືປັດໄຈປຸງແຕ່ງຂຶ້ນ ຈຶ່ງຕ້ອງຜັນແປໄປຕາມເຫດ-ປັດໄຈ ເປັນສະ ພາບອັນປັດໄຈບີບຄັ້ນ ຂັດແຍ້ງ ຄົງທົນຢູ່ບໍ່ໄດ້. ສັງຂາລະໂລກ ໂລກຄືສັງຂານ ໄດ້ແກ່ຊຸມນຸມແຫ່ງສັງຂານທັງປວງ ອັນຕ້ອງເປັນໄປຕາມທຳມະດາ ຫຼືທຳມະຊາດຂອງເຫດ-ປັດໄຈ. ການລະງັບສັງຂານ ຄື ການລະງັບ ຫຼືດັບຄວາມຄິດປຸງແຕ່ງເຫຼົ່ານີ້ສາໂດຍສິ້ນເຊິງ (ເຄື່ອງມືໃນການທີ່ຈະລະງັບສິ່ງເຫຼົ່ານັ້ນ ຄືວາງກັບປົງ) ປົງວາງໂດຍການໃຊ້ຫຼັກພິຈາລະນາວ່າ. ສັບເພ ສັງຂາຣາ ອະນິດຈາ : ສິ່ງທັງຫຼາຍເປັນຂອງບໍ່ທ່ຽງ, ສັບເພ ສັງຂາຣາ ທຸກຂາ : ສິ່ງທັງຫຼາຍເປັນທຸກ, ສັບເພ ທັມມາ ອະ ນັດຕາ : ທຳທັງຫຼາຍ ບໍ່ແມ່ນຕົວຕົນ (ຫຼືໄຮ້ຕົວຕົນ), ອາຕະມາກໍປະ ພັນເປັນກອນ ເພື່ອອະທິບາຍເພີ່ມຕື່ມຕໍ່ພຣະປາລີ ທີ່ຍົກມານັ້ນ ດັ່ງນີ້ “ສັບພະສິ່ງໃນໂລກລ້ວນ ມີມາກອະນັນນັບ, ຫາກຮູ້ທັນປ່ອຍວາງ ຍ່ອມກະເສີມກະສັນແທ້, ຈິດກໍສຸຂີລົ້ນ ໃຈບານເບີຍເບີກ, ຄວາມທຸກຫາຍເຫດແຫ້ງ ຄວາມສຸກແຈ້ງຢູ່ກະເສີມ, ສັບພະສິ່ງຫຼາກລ້ວນ, ມວນມາກເກີດແລ້ວດັບ, ບໍ່ມີໃຜບັງຄັບທຸກອັນໃຫ້ຄົງໄດ້, ທຸກອັນມວນມີລົ້ນ “ອະນັດຕາ” ຫາຮູບ ບໍ່ມີແລ້ວ, ຄວາມຄົງຢູ່ທີ່ຢືດໝັ້ນ ກໍສູນສ້ຽງບໍ່ເຫຼືອ, ຄວາມຢືດໝັ້ນມາກລົ້ນ ໃຈກໍໝົ່ນບໍ່ກະເສີມ, ຄວາມທຸກວຽນວົນກັບ, ທັບປັນຍາໃຫ້ຕັນຕຶ້ງ, ໃຈກໍກາຍເປັນເສົ້າ ໃຈບໍ່ທັນທຽບເທົ່າ, ຄວາມທຸກຫຼາຍມັນກໍໍ່ກາຍເປັນເສົ້າ ຄວາມອຸກເອົ້າກໍເຂົ້າແທນ, ຍືດໝັ້ນລົດຄ່ອຍຄ້ອຍ ໜ້ອຍນິດຕາມຈັງຫວະ, ຄວາມທຸກຄາກໍຫຼຸດລົດ ເສື່ອມລົງປົງໄດ້, ຄວາມທາລຸນໃຈບໍ່ມາໄກ້ ປັນຍາໃສຮູ້ກະຈ່າງ, ການປ່ອຍວາງເພີ່ມຂຶ້ນເລື້ອຍ ຄວາມທຸກແທ້ກໍເຫືອດຫາຍ, ຄວາມທຸກໃນໂລກນີ້ ບໍ່ທຽມເທົ່າກັບທຸກໃຈ ດອກນາທຸກກາຍພໍພຽງຍາມ ອາດບັນ ເທົາລົງໄດ້, ທຸກທາງໃຈເໝືອນໄຟໄໝ້ສຸມຊວງໃນມັນດັບຍາກ, ການປ່ອຍວາງເທົ່ານັ້ນ ເປັນຢາແກ້ທຸກໃຈ, ຈົ່ງປ່ອຍວາງໃຫ້ໄດ້ ເຫັນຊ່ອງທາງສຸກມີ, ທານສີນພາວະນານຶກ ສ້າງກຸສົນເລີງເລື້ອຍ, ອະໄພທານນຳພ້ອມ ພົມວິຫານກໍໍ່ກຳເນີດ, ຈິດເມດຕາພ່ຳພ້ອມກຸສົນເພີ່ມເປັນຍອດຄົນ, ທັມປະຫານຄວາມທຸກນັ້ນ ຄືອະຣິຍະສັດທັງສີ່, ຄັນທຸກມີເກີດຂຶ້ນ ຈົ່ງຫາຕົ້ນເຫດແຫ່ງມັນ, ພ້ອມວິທີການດັບທຸກນັ້ນ ຈຶ່ງຊິເຫັນທາງສຸກແທ້, ມັກທັງແປດເປັນທຳແກ້ ໃຫ້ເຮົາຮູ້ປ່ອງເດີນ, ທາງແປດເສັ້ນບອກແຈ້ງເຫັນປ່ອງທາງທຽວ, ອະໂຫສິກຳທຳບຸນນຳ ໃຫ້ຄົບສາມສະເໝີດ້າມ, ການປ່ອຍວາງລົງໄວ້ ໂລກີຍະທຳເປັນທີ່ທ່ອງ, ໂລກຸດຕະຣະທຳເປັນບ່ອນມຸ້ງ ທາງສຸກແທ້ແມ່ນນິບພານ ທ່ານເອີຍ. ແຕ່ສິ່ງທີ່ຢາກຈະໃຫ້ເຂົ້າໃຈ ແລະມີຄວາມເຫັນເປັນອັນດຽວກັນກໍຄື ການໄປງານສົບ ເຮົາຈະໄດ້ຫຍັງຈາກງານສົບນັ້ນ ເຊິ່ງມີສິ່ງທີ່ຄວນພິຈາລະນາຢູ່ ໔ ຢ່າງ ດັ່ງນີ້. ໑. ໄປງານສົບ ເພື່ອໃຫ້ພົບສັດຈະທຳ. ໒. ໄປງານສົບນຳນ້ຳໃຈມາສະແດງ ໃຫ້ແກ່ຜູ້ຕາຍແລະຍາດພີ່ນ້ອງ. ໓. ໄປງານສົບ ໄປສວຍໂອກາດທຳບຸນ ເພີ່ມຄວາມດີໃຫ້ແກ່ຊີວິດຕົນ. ໔. ໄງານສົບໄປຊ່ວຍກັນຮັກສາພັດທະນາຈາຮີດອັນດີງານຂອງຊາດ ຂອງພຸດທະສາສະໜາໄວ້. ຂໍ້ທີ່ວ່າ ໄປງານສົບ ເພື່ອໃຫ້ພົບສັດຈະທຳນັ້ນ ໝາຍຄວາມວ່າ ປົກກະຕິເຮົາບໍ່ໄດ້ນຶກເຖິງ ຄວາມຕາຍເທົ່າໃດ ເພາະມີສິ່ງອື່ນມາເຮັດໃຫ້ເຮົາຕ້ອງຄິດຫຼາຍກວ່າ ມົວສົນລະວົນຢູ່ກັບການທຳມາຫາກິນ ລ້ຽງປາກລ້ຽງທ້ອງ ລ້ຽງລູກລ້ຽງຫຼານ ທຳໜ້າທີ່ການງານ ເພື່ອປະດັບກຽດ ສັກສີ ຍົດຖາບັນດາສັກ ຮຽກວ່າໃຊ້ເວລາສ່ວນໃຫຍ່ເພື່ອກິນ, ກາມ, ກຽດ.ເມື່ອມີງານສົບ ເຮົາກໍຈະໄດ້ພົບວ່າ ໂອ….ຄວາມຕາຍນັ້ນມີຈິງ ເມື່ອເຮົາຮູ້ສິ່ງນີ້ ອາດບັນເທົາຄວາມຢືດໝັ້ນຖືໝັ້ນລົງໄດ້, ເມື່ອຄວາມຕາຍມາມາເຖິງ ມີຍົດກໍຕ້ອງຖິ້ມຍົດ, ມີກຽດຕ້ອງຖິ້ມກຽດ, ມີຊັບສົບບັດພັດສະຖານ ມີລູກ ຜົວ ເມັຍ ກໍບໍ່ສາມາດທີ່ເປັນເຈົ້າຂອງຢຶດຄອງເປັນຂອງຕົນໄດ້ ແລະອື່ນໆ. ຂໍ້ທີ່ວ່າ ນຳນ້ຳໃຈມາສະແດງ ໃຫ້ແກ່ຜູ້ຕາຍ ແລະຍາດພີ່ນ້ອງ, ໝາຍເຖິງວ່າ ເຮົາຄວນຈະສະແດງນໍ້າໃຈໃຫ້ກັນແລະກັນ ທ່ານກ່າວວ່າ ການສະແດງນ້ຳໃຈໃຫ້ກັນ ແລະກັນມີ ໔ ສະຖານ ຄື. ໑. ຍາມທຸກຈົນ, ໒. ຍາມຈາກພາກໄປໄກ, ໓, ຍາມເຈັບໄຂໄດ້ພະຍາດ, ແລະ ໔. ແລະຍາມຕາຍ, ສະຖານທັງສີ່ທີ່ເກີດຂຶ້ນແລ້ວ ຄົນເຮົາຄວນສະແດງນ້ຳໃຈ ໃຫ້ກັນ ແລະກັນໃຫ້ຫຼາຍໆ. ຂໍ້ທີ່ວ່າສວຍໂອກາດທຳບຸນ ເພີ່ມຄວາມດີໃຫ້ແກ່ຊີວິດຕົນ, ໝາຍເຖິງວ່າ ການທຳບຸນອຸທິດສົ່ງຜົນຫາຜູ້ຕາຍນັ້ນມີການໃຫ້ທານ, ການຮັກສາສີນ ແລະການຟັງທຳ ຈະເລີນພາວະນາ, ການທີ່ເຮົາທຳເພື່ອຜູ້ຕາຍກໍຈິງ ແຕ່ຜົນທີ່ໄດ້ເຕັມສ່ວນບໍລະບວນກໍແມ່ນເຮົາ ເປັນຜູ້ທຳເອງເຮັດເອງ, ເຮົາມາງານສົບ ກໍມາເຮັດບຸນເຮົາໄດ້ສະຫຼະຊັບທຳທານ, ໄດ້ສະຫງົບກາຍ ວາຈາ ແລະໄດ້ຟັງທັມ ຊື່ວ່າການເຮັດບຸນເພື່ອເຮົາເອງດ້ວຍ. ຂໍ້ທີ່ວ່າ ການຮັກສາພັດທະນາ ຈາຮີດອັນດີງານຂອງຊາດ ຂອງພຸດທະສາສນາໄວ້, ຂໍ້ນີ້ເຮົາຈະເຫັນໄດ້ຈະແຈ້ງວ່າງານຊານະປະກິດສົບຂອງໃຜໆກໍຕາມ ຈະເປັນຄົນຮັ່ງມີເປັນດີ ທຸກຈົນທົນແຄ້ນ ຫຼືເຈົ້າຄົນນາຍຄົນ ກໍຕ້ອງໄດ້ເຮັດງານສົບແບບດຽວກັນໝົດ ຊາວລາວເປັນຊາວພຸດ ກໍໄດ້ທຳແບບພຸດທະສາສະໜາ ແລະມີພຣະສົງນຳໜ້າທັງນັ້ນ, ນອກຈາກນັ້ນ ຍັງມີພິທີກຳອື່ນໆອີກທີ່ເກີດຂຶ້ນໃນງານສົບ ທີ່ເປັນວັດທະທຳ ປະເພນີທາງວັດຖຸ ປະເພນີວັດທະນະທຳທາງຈິດໃຈ ກໍມີຫຼາຍຢ່າງ ບໍ່ວ່າຊິເປັນການເຄົາລົບ ນອບນ້ອມ ຊ່ວຍເຫຼືອເກື້ອກູນ ການມີເມດຕາ ກາລຸນາ ແລະຫວັງໃຫ້ຄົນອື່ນພົ້ນທຸກ ແລະອື່ນໆ. ໃນທີ່ສຸດແຫ່ງພຣະສັດທຳມະເທດສະໜານີ້ ຂໍອ່ວຍພອນ ໃຫ້ ເຈົ້າພາບສັດທາ ຈົ່ງປະສົບພົບພໍ້ແຕ່ຄວາມສຸກ ຄວາມຈະເລີນ ມີອາຍຸ ວັນນະ ສຸຂະ ພະລະ ທຸກທີພາລາຕີການ ດັ່ງຮັບປະທານມາ ກໍສົມ ຄວນແກ່ການເວລາ ນິດຖີຕາ.
|
ຂຽນເມື່ອ: ຕ.ລ.. 12, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຫລັກທັມທີ່ເປັນໄຕຣລັກມາພິຈາຣະນາ ທ່ານຫມາຍວ່າຕ້ອງໄດ້ສືກສາຈາກໃສກ່ອນ ຈື່ງປະຕິບັດວິປັດສະນາຍານ?Posted: 08/18/2010 ຄຳວ່າໄຕຣລັກໃນທີ່ນີ້ທ່ານກໍຄົງຈະຮູ້ແລ້ວ ນັ້ນຄື ທຸກຂັງ, ອະນິຈຈັງ, ອານັຕຕາ ສວ່ນໃຫຍ່ຄົນເຮົາຈະຮູ້ຄວາມໝາຍແຕ່ທຳໃຈບໍ່ໄດ້ເມື່ອເວລາມັນເກີດກັບຕົນເອງ ຖ້າຢາກເຮັດໄດ້ກໍ່ຕ້ອງພິຈາຣະນາຢູ່ເລື້ອຍໆ. ວິທີການພິຈາຣະນາຕ້ອງນ້ອມໃຈໄປກັບການສະພາວະທັມທີ່ເກີດຂື້ນກັບເຮົາ ເຊັ່ນ: ເວລາມີທຸກເກີດຂື້ນ ຈະເປັນທຸກທາງກາຍ ຫລືທາງໃຈກໍ່ຕາມ ກໍ່ໃຫ້ຮູ້ວ່າອັນນັ້ນຄືທຸກ ຄົນເຮົາທຸກຄົນມີທຸກ ຈະບໍ່ລວ່ງພົ້ນຄວາມທຸກໄປໄດ້ ຖ້າເຮົາພິຈາຣະນາຢູ່ແບບນັ້ນ ເຮົາກໍ່ສາມາດປ່ອຍວາງໄດ້ເທື່ອລະນ້ອຍ ແລະ ຕໍ່ໄປກໍ່ຈະຢູ່ກັບຄວາມທຸກໂດຍບໍ່ທຸກ. ພຣະພຸດທະເຈົ້າສອນຄວາມທຸກແກ່ສັພພະສັດທັງຫລາຍ ເພື່ອໃຫ້ຮູ້ທຸກແລ້ວ ຫາວິທີທາງດັບທຸກ. ເລື່ອງທຸກຖ້າບຸກຄົນໃດບໍ່ໄດ້ພິຈາຣະນາໃຫ້ເຫັນຄວາມເປັນຈິງ ເວລາເກີດຂື້ນກັບຕົນ ຍາກຈະຮັບໄດ້ ເຊັ່ນທຸກເພາະການພັດພາກຈາກຂອງຮັກຂອງຫວງ, ທຸກເພາະຄວາມຫິວ, ຄວາມຕິສິນນິນທາ…. ເວລານັ່ງສະມາທິ ຖ້າເຮົາປວດແຂ່ງປວດຂາ ອັນນັ້ນ ແລະ ຄືທຸກຂ໌ ແລະ ເປັນສິ່ງທີ່ທຸກຄົນຫ້າມບໍ່ໄດ້ ຄຳວ່າຫ້າມບໍ່ໄດ້ ກໍ່ຄືມັນປ່ຽນແປງໄປຕາມທຳມະຊາດຂອງມັນ(ເປັນອະນິຈຈັງ) ຢູ່ເໜືອການບັງຄັບ ແຕ່ເຮົາບໍ່ຄ່ອຍເຫັນຍ້ອນອິຣະຍະບົດບັງ(ການເຄື່ອນໄຫວມາບັງ) ເປັນຫຍັງຈິ່ງວ່າອິຍະບົດມາບັງ. ເວລາເຮົານັ່ງໄປດົນແລ້ວປ່ຽນອິຣິຍະບົດຄືຍ່າງ ເວລາຍ່າງໄປດົນຮູ້ສືກເມື່ອຍແລ້ວພັກຜ່ອນ ຖ້າບໍ່ພັກຜ່ອນກໍ່ຈະເຫັນຄວາມທຸກ ແຕ່ຄົນສວ່ນໃຫຍ່ຖ້າເຫັນທຸກແບບນີ້ຈະວ່າເປັນເລື່ອງທຳມະດາ ແຕ່ນີ້ແຫລະຄືພື້ນຖານຂອງການພິຈາຣະນາຄວາມທຸກ. ສວ່ນຄຳວ່າ ອະນັຕຕາ ຄືຄວາມບໍ່ມີຕົວຕົນ ເຊັ່ນຮ່າງກາຍຂອງເຮົາ ເປັນພຽງການປະຊຸມກັນຂອງທາດສີ່ ຂັນທັງຫ້າ ຖ້າແຍກອອກເປັນອັນລະຢ່າງກໍ່ບໍ່ມີອັນໃດທີ່ເປັນເຮົາປຽບເໝືອນກວຽນທີ່ປະກອບດວ້ຍເພົາ, ກົງ…ຖ້າແຍກອອກຈາກກັນເປັນສິ້ນສວ່ນກໍ່ບໍ່ເອີ້ນວ່າກວຽນ.
ແຕ່ນັ້ນເປັນພຽງນິຍາມ, ໃນເວລາປະຕິບັດທັມ ເຮົາຈະເຫັນໄດ້ຕອນທີ່ເຮົານັ່ງ ເວລາເຈັບຂາ ນັ້ນຄືທຸກຂະເວທະນາ ແລ້ວພິຈາຣະນາໃນໃຈຮູ້ວ່ານັ້ນຄືຄວາມທຸກ. ເວລາສະເຫວຍອາລົມສຸກເກີດຂື້ນ ອີກບໍ່ດົນອາລົມນັ້ນກໍ່ປ່ຽນໄປ ເປັນອາລົມອື່ນເຊັ່ນອຸເປກຂາວາງເສີຍມາແທນ ກໍ່ຮູ້ວ່ານັ້ນຄືອາການຂອງອະນິຈຈັງ ຄືອາລົມເຮົາບໍ່ຄົງທີ່ ປ່ຽນໄປຕາມສະພາວະ ສວ່ນອາການຂອງອະນັຕຕາຄືສິ່ງທີ່ບໍ່ມີຕົວຕົນ ເຊັ່ນຈິຕຂອງເຮົາເປັນຕົວຮັບຮູ້ອາການຕ່າງໆ ຈິຕກໍ່ຢູ່ແຕ່ຈິຕ ເປັນຜູ້ໄປຮັບຮູ້ອາລົມເຊັ່ນເວທະນາສຸກ ທຸກ ວາງເສີຍ ເປັນຄົນລະອັນກັນ ຖ້າແຍກອອກໄດ້ກໍ່ຈະຮູ້ອະນັຕຕາ. ຮ່າງກາຍທີ່ຄື່ນໄຫວໄປມານີ້ ເປັນຮູບ ສວ່ນຈິຕທີ່ໄປຮັບຮູ້ອາການເຄື່ອນໄຫວນັ້ນ(ຈິຕເປັນນາມ).
ສວ່ນໃຫຍ່ເວລານັ່ງສະມາທິ ນັກປະຕິບັດບໍ່ຄ່ອຍພິຈາຣະນາໄຕຣລັກເພາະວ່າເປັນທີ່ຮັບຮູ້ຢູ່ແລ້ວ ເວັ້ນເສຍແຕ່ວ່າ ເຫດການມັນເກີດຂື້ນກັບເຮົາໃນຊີວິດ ເຊັ່ນເມື່ອເຮົາປະສົບຄວາມທຸກ ແລ້ວພິຈາຣະນາວ່າບໍ່ມີໃຜລວ່ງພົ້ນຄວາມທຸກໄດ້ ເພື່ອລະງັບຄວາມທຸກໂສກທີ່ຈະເກີດຂື້ນ.
ບາງອາຈານຈະສອນວ່າ ເວລາໃຈສະຫງົບດີແລ້ວໃຫ້ຍົກຈິຕທີ່ສະຫົງບນັ້ນມາພິຈາຣະນາກາຍໃຫ້ເຫັນຄວາມເປັນອະນິຈຈັງ ເຊັ່ນພິຈາຣະນາອາການ ໓໒ ທາດສີ່ ຂັນທ໌ ໕ ພຽງແຕ່ກຳໜົດໃຫ້ເຮົາຄຸ້ນເຄີຍ ໃຫ້ເກີດປັນຍາ. ທີ່ຈິງແລ້ວບໍ່ຈຳເປັນກຳໜົດກໍ່ໄດ້ ເພາະເມື່ອຈິຕເປັນສະມາທິ ກໍ່ໃຫ້ຮູ້ວ່າເປັນສະມາທິກໍ່ພໍ ຖ້າໄປພິຈາຣະນາໃນເວລານັ່ງສະມາທິກໍ່ໝາຍຄວາມວ່າຕອນນັ້ນ ເຮົາເອົາຈິຕໄປຄິດ.
ກ່ຽວກັບການປຸງແຕ່ງ ເປັນອາການຂອງຈິຕທີ່ຄິດຕື່ມໄປເລື້ອຍໆ ໂດຍຜ່ານຂະບວນການຂອງການກະທົບທາງອາຍະຕະນະພາຍໃນພາຍນອກ ເຊັ່ນ ເວລາຕາເຫັນຮູບ ອາການເຫັນເກີດຈາກຈັກສຸວິນຍານ(ຕາ) ບັນທຶກພາບ ສົ່ງຕໍ່ເຂົ້າໄປຫາໃຈ ແລ້ວແປເປັນຄວາມໝາຍອອກມາວ່າຮູບທີ່ເຫັນງາມຫລືບໍ່ງາມ ເມື່ອແປຄວາມແລ້ວ ອາການຂອງສັນຍາ(ຕົວຈົດຈຳ)ກໍ່ຈະປ່ຽນເປັນອາການຂອງມັກຫລືບໍ່ມັກ ຖ້າຮູບງາມກໍ່ມັກ ເຫັນແລ້ວພໍໃຈ ເປັນສຸກ ຄວາມຮູ້ສຶກເປັນສຸກນີ້ເປັນອາການຂອງເວທະນາ(ຖ້າຢາກໄດ້ແລ້ວບໍ່ໄດ້ເປັນທຸກ ກໍ່ເປັນທຸກຂະເວທະນາ) ເມື່ອເຫັນຮູບແລ້ວສັນຍາທີ່ເປັນຕົວພາໃຫ້ໄດ້. ອາການທີ່ຄິດຕື່ມຕໍ່ໄປເຊັ່ນຢາກຄອບຄອງໃນສິ່ງທີ່ເຫັນ, ສ້າງຈິນຕະນະການໄປວ່າຖ້າໄດ້ມາຕ້ອງເປັນແນວນັ້ນແນວນີ້ ນີ້ຄືອາການຂອງສັງຂາຣຄືຈິຕທີ່ປຸງແຕ່ງ. ໂດຍຜ່ານຂະບວນການຂອງການກະທົບກັນຂອງອາຍະຕະນະພາຍໃນ ແລະ ນອກ ແລະ ຂະບວນການທາງຂັນຫ້ານີ້ເອງເຮັດໃຫ້ຄົນສ້າງພົບ ສ້າງຊາດບໍ່ຮູ້ຈຸດຈົບ. ສະນັ້ນ, ເວລາປະຕິບັດທັມເຮົາຈິ່ງຄວນກຳໜົດ ເຊັ່ນເມື່ອເຫັນ ກໍ່ໃຫ້ກຳໜົດທັນວ່າເຫັນໜໍ, ໄດ້ຍິນກໍ່ໃຫ້ກຳໜົດໄດ້ຍິນໜໍ….. ເພື່ອເພີກອາການຕ່າງໆທີ່ຈະເກີດຂື້ນຕໍ່ໄປ ການກຳໜົດທັນເທື່ອໜຶ່ງ ເປັນການຕັດພົບຕັດຊາດໄດ້ເຈັດຊາດ..
ສຳຫລັບວິປັສສນາຍານນັ້ນ ຈະເກີດຂື້ນໄດ້ກໍ່ຕໍ່ເມື່ອສະມາທິເຮົາຕັ້ງໝັ້ນ ຜູ້ປະຕິບັດສາມາດເອົາຊະນະນິວອນທັງຫ້າໄດ້ແລ້ວ ວິປັສສນາຍານກໍ່ຈະເກີດຂື້ນຕາມຂັ້ນຕອນ ຕາມກຳລັງຂອງສະມາທິ ແລະ ໝັ້ນຄົງຂອງສະຕິ ຈະບໍ່ແມ່ນອາການກຳໜົດພິຈາຣະນາເອົາ. ເລື່ອງແບບນີ້ ຜູ້ປະຕິບັດຈະສຳຜັດເອງ ເພາະວ່າບໍ່ແມ່ນຄຳບອກໃຫ້ພິຈາຣະນາ. ຈະຂໍຍົກຕົວຢ່າງຂອງອາການໄຕຣລັກທີ່ເກີດໃນວິປັສສນາຍານ ເຊັ່ນເວລານັ່ງໄປດົນໆອຳນາດສະມາທິກໍ່ໃຫ້ເກີດສະພາວະທັມຕ່າງໆໃນຮ່າງກາຍ ແລະ ໃຈ ເວລາເດີນຈົງກົມ ຈາກວັນທຳອິດທີ່ປະຕິບັດ ທີ່ຮູ້ສຶກວ່າຮ່າງກາຍນີ້ໜັກ ດົນມາແລ້ວກາຍເປັນເບົາຂື້ນເລື້ອຍໆຈົນປະກົດວ່າເໝືອນຈະປິວໄດ້ ເພິ່ນເອີ້ນວ່າອາການປິຕິ, ນັ່ງຢູ່ກໍ່ມີນ້ຳຕາໄຫລອອກມາ, ອາການຂົນລຸກ, ແມ່ນແຕ່ນັ່ງຫລັບຕາຢູ່ກໍ່ປະກົດວ່າຕົນໂຕເຮົາສູງຂື້ນສູງຂື້ນ ແລະ ບາງທີກໍ່ນ້ອຍລົງ ໂຍບລົງ. ອາການນັ່ງຫລັບຕາໂດຍຕົວຕັ້ງຊື່ແຕ່ແລ້ວກໍ່ເຫັນໃນສະມາທິຊັດເຈນວ່າຕົວເຮົາກົ້ມລົງຈົນຊິຈຳພື້ນ(ແຕ່ໃນຄວາມເປັນຈິງ ຖ້າມີຄົນໄປເຫັນເຮົາຕອນນັ້ນ ເຂົາຈະເຫັນຕົວເຮົາເອ່ນໄປຂ້າງຫລັງ ເຊີ່ງກົງກັນຂ້າມກັບຄວາມເປັນຈິງກັບສິ່ງທີ່ເຮົາເຫັນ) ນີ້ຄືອາການຂອງວິປັສສນາຍານຮູບແບບຕ່າງໆທີ່ເກີດຂື້ນ. ສຳຫລັບວິປັສສນາຍານນີ້ນຶກເອົາເອງບໍ່ໄດ້ ແລະ ທ່ານຕ້ອງສຳຜັດດວ້ຍຕົນເອງຈິ່ງຈະຮູ້ອາການ ບອກໃຫ້ຟັງກໍ່ຍັງງົງ ແລະ ບໍ່ເຊື່ອ ສະນັ້ນເພິ່ນຈິ່ງມັກເວົ້າວ່າ ມັນເປັນປັຈຈັຕຕັງ ຄືເປັນສິ່ງທີ່ຮູ້ໄດ້ສະເພາະຕົນ.
ບົດນີ້ ຂ້າພະເຈົ້າໄດ້ໄປກັອບມາໃຫ້ຜູ້ທີ່ສົນໃຈພຣະທັມຄຳສອນຂອງອົງພຣະສີຣັຕຕະນະໄຕຣ ( ພຣະພຸທເຈົ້າ ) ທີ່ຖືກແປ ແລະ ອະທິບາຍ ຢູ່ທີ່ http://www.watavignon.org/home/php/100818020145.php
|
ຂຽນເມື່ອ: ສ.ຫ.. 5, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຄູບາອາຈານທັງຫຼາຍ ແລະ ພໍ່ແມ່ຜູ້ປົກຄອງ ໃຜກໍ່ເຄີຍສັ່ງສອນໃຫ້ລູກຫຼານຕົນເອງເປັນຄົນຮູ້ຈັກຄິດ, ຮູ້ຈັກບຸນຄຸນຂອງພໍ່ແມ່
ເຮົາທຸກຄົນເກີດມາໄດ້ກໍ່ຍ້ອນມີພໍ່, ແມ່. ບໍ່ແມ່ນເທວະດາ ພະອິນພະພົມເສກສັນປັ້ນແຕ່ງຄົນທີ່ເກີດຂຶ້ມມາກໍ່ມີທັງຄົນດີ ແລະ ຄົນຊົ່ວ.
ໃຜໆກໍ່ຢາກໃຫ້ລູກເກີດມາເປັນຄົນດີ, ແຂງແຮງ, ສະຫຼາດ ສາມາດເປັນທີ່ເພິ່ງຂອງພໍ່ແມ່ໄດ້. ແຕ່ມັນກໍ່ເປັນພຽງຄວາມໄຝ່ຝັນ
ເມື່ອໜຶ່ງຊີວິດເກີດຂຶ້ນມາ ສັນຊາດຕະຍານ ກໍ່ເປັນພຽງສັດຕົວໜຶ່ງ ແຕ່ຄົນເຮົາໄດ້ອົບຮົມບົ່ມສອນດ້ວຍຄວາມດີ ລ້ຽງດ້ວຍຄວາມຮັກ
ຄວາມແຕກຕ່າງຂອງບ່ອນທີ່ເກີດ ຖານະທີ່ເປັນ ສະພາບແວດລ້ອມສັງຄົມ ຍ່ອມຈະມີຜົນກະທົບຕໍ່ຄວາມຮັບຮູ້ ສ້າງຄວາມຄິດ
ໃຫ້ຊີວິດຕ້ອງເລືອກເດີນຕາມເສັ້ນທາງຂອງມັນເອງ ພໍ່ແມ່ເປັນແບບໜຶ່ງ ລູກເກີດມາກໍ່ເປັນອີກແບບໜຶ່ງ
ຂ້ອຍຮູ້ສຶກວ່າ ເມື່ອຂ້ອຍເກີດມາ ຂ້ອຍຄືຜົນຂອງກຳທີ່ພໍ່ແມ່ກໍ່ຂຶ້ນ ຂ້ອຍເປັນຄົນດີ ກໍ່ໝາຍຄວາມວ່າພໍ່ແມ່ກໍ່ໄດ້ສ້າງກຳດີ
ຖ້າຂ້ອຍເປັນຄົນຊົ່ວກໍ່ເໝືອນພໍ່ແມ່ຂ້ອຍໄດ້ສ້າງກຳບໍ່ດີ ຄວນຄິດພິຈາລະນາເບິ່ງວ່າ ຈະສ້າງຫຍັງ ຈະເຮັດຫຍັງເພື່ອພໍ່ ແລະ ແມ່
ຄວາມຮັກຂອງພໍ່ແມ່ທີ່ມີຕໍ່ລູກທຸກຄົນ ບໍ່ເທົ້າກັນແນ່ນອນ ນັ້ນກໍ່ຍ້ອນລູກທຸກຄົນເກີດມາບໍ່ຄືກັນ ທັງໃນດ້ານຮູບຮ່າງໜ້າຕາ
ຈິດໃຈ ແມ່ນແຕກຕ່າງ ຂ້ອຍຄິດໃນໃຈວ່າ ຂ້ອຍຢູ່ເພື່ອໃຜ ຂ້ອຍກໍ່ພົບຄຳຕອບວ່າ ຢູ່ເພື່ອຕົນເອງ
ການທີ່ພໍ່ແມ່ຂອງເຮົາຈະມີຖານະຍາກຈົນ ຫຼື ຮັ່ງມີ ຂ້ອຍຄິດວ່າບໍ່ໄດ້ເສຍໃຈ ບໍ່ໄດ້ພາກພູມໃຈ
ເພາະຄົນເຮົາເລືອກເກີດບໍ່ໄດ້. ບາງຄົນຄິດແນ່ນອນ ຄວາມຮູ້ສຶກທີ່ບໍ່ເພິງພໍໃຈ ທີ່ຕົນເອງເກີດມາໃນຄອບຄົວ
ທີ່ມີຖານະຍາກຈົນ ສ່ວນຄົນທີ່ເກີດໃນຖານະຮັ່ງມີກໍ່ມັກຈະອວດອົ່ງທະນົງຕົວສະເໝີ
ແຕ່ບາງຄົນກໍ່ຄິດວ່າ ບໍ່ຢາກຈະໄດ້ຊັບສົມບັດຈາພໍ່ແມ່ແຕ່ໜ້ອຍດຽວ ເພາະເຂົາຢາກຈະສ້າງດ້ວຍຄວາມສາມາດຂອງຕົນເອງ
ທຸກຄົນເກີດມາລ້ວນມີອຸປະສັກຂອງຕົນເອງ ບໍ່ວ່າຈະເກີດໃນຖານະໃດກໍ່ຕາມ ແຕ່ບໍ່ຄວນຖິ້ມຄວາມຜິດໄປທີ່ພໍ່ແມ່
ບໍ່ມີໃຜຢາກໃຫ້ລູກຕົນເອງເກີດມາທຸກ ພໍ່ແມ່ເປັນຜູ້ປະເສີດກໍ່ວ່າໄດ້ ຫຼື ຈະເວົ້າວ່າ ພໍ່ແມ່ເປັນຜູ້ສ້າງບາບເວນໃຫ້ເຮົາກໍ່ວ່າໄດ້
ເພາະເຂົາຄືຜູ້ສ້າງເຮົາມາ ທຸກສິ່ງທີ່ເປັນເລືອດເນື້ອຂອງເຮົາ ໄດ້ມາຈາກພໍ່ແມ່ ມີແຕ່ຈິດ ຫຼື ອັນທີ່ເປັນຄວາມຄິດຂອງເຮົາທີ່ເປັນ
ໂຕເຮົາແທ້ໆ ຂ້ອບໍ່ຈັຍກສິວ່າກະເລີຍວ່າໂຕເຮົາ ຄວາມຈິງແລ້ວ ຈິດບໍ່ມີຕົວຕົນ ມັນໄດ້ສິງຢູ່ໃນຮ່າງຄີງຂອງເຮົາເທົ່ານັ້ນ
ອາໄສຮ່າງກາຍເປັນພາຫະນະ ຂ້ອຍບໍ່ຮູ້ວ່າ ເມື່ອຮ່າງກາຍຂອງເຮົາຕາຍ ຈິດຂອງເຮົາຈະຍັງຄົງຢູ່ໄດ້ຫຼືບໍ່ ເພາະຂ້ອຍກໍ່ບໍ່ເຄີຍຕາຍ
ຂ້ອຍຄິດວ່າມັນຈະຕ້ອງດັບໄປພ້ອມຮ່າງຄີງເຮົານັ້ນລະ ສ່ວນທີ່ເຂົາວ່າ ເມື່ອຄົນເຮົາຕາຍໄປແລ້ວ ວິນຍານຈະຖືກຍົມມະບານ
ມານຳເອົາໄປຕັດສິນບາບບຸນຄຸນໂທດທີ່ເຮົາເຄີຍກໍ່ຍາມເປັນຄົນນັ້ນ ຂ້ອຍຄິດວ່າເປັນພຽງວິທີການສັ່ງສອນຈິດໃຈຄົນໃຫ້ມີຄວາມ
ຢ້ານກົວທີ່ຈະກະທຳຄວາມຊົ່ວ ແຕ່ເວນ, ບາບ, ບຸນ, ຄຸນ, ໂທດ ແມ່ນມີຈິງໃນໂລກມະນຸດເຮົານີ້ລະ ຈຸດຈົບສຸດທ້າຍຄືຄວາມຕາຍ
ແຕ່ຜົນກຳທີ່ເຮົາກໍ່ບໍ່ໄດ້ຕາຍໄປນຳ ຄືດັ່ງທີ່ພໍ່ແມ່ສ້າງເຮົາມາ ເມື່ອພໍ່ແມ່ຕາຍຈາກໄປ ເຮົາກໍ່ຍັງຄົງຢູ່ໄດ້. ການກະທຳຂອງເຮົາ
ຄວນຄິດຕຶກຕອງໃຫ້ດີ ເຮົາເຮັດຫຍັງລົງໄປ ຈະມີຜົນດີ ຜົນຮ້າຍຕໍ່ໃຜແດ່ ແລະ ມັນຈະຄົງຢູ່ດົນປານໃດ ບາງຄົນຄິດວ່າ
ເຂົາຕາຍກະຢ່າ ແຕ່ຕ້ອງເຮັດໃຫ້ຜູ້ອື່ນເດືອດຮ້ອນນຳ ເພາະເຂົາມີຄວາມຄຽດແຄ້ນ ມີວຄາມອິດສາ ມີຄູ່ອາຄາດບາດໝາງ
ຄືດັ່ງທີ່ມີການວາງລະເບີດສະຫຼະຊີບ ຜູ້ເຄາຮ້າຍນຳເຫດການ ມີທັງຄົນບໍລິສຸດທີ່ບໍ່ກ່ຽວຂ້ອງກໍ່ມີ ຖືວ່າເປັນຜູ້ທີ່ໄດ້ຮັບຜົນກຳ
ທີ່ຕົນເອງບໍ່ໄດ້ກໍ່ ຄົນທີ່ຕາຍບໍ່ມີຫຍັງແລ້ວ ແຕ່ຄົນທີ່ບາດເຈັບ ຄົນພິການ ກາຍເປັນຜູ້ທີ່ໄດ້ຮັບຄວາມທຸກທໍລະມານ ຫຼື ໄດ້ຮັບເວນ
ເຖິງຈະຮູ້ພຽງໃດກໍ່ຕາມ ບາງຄົນກໍ່ຕັ້ງພາໂລເຮັດ ກໍ່ບາບກໍ່ເວນ ຫຼື ກະທຳຄວາມຊົ່ວຕໍ່ຄົນອື່ນບໍ່ເລີກບໍ່ແລ້ວ ແລະ ມັນກະຍັງລອຍນວນ
ຜູ້ໄດ້ຮັບຜົນສະທ້ອນກໍ່ຄິດຢາກໃຫ້ມັນຖືກໂທດ ແຕ່ມັນກໍ່ບໍ່ຖືກ, ຄິດຢາກໃຫ້ມັນຕາຍ ແຕ່ມັນກໍ່ບໍ່ຕາຍ ຕາບໃດທີ່ຄົນເຮົາຍັງຫວັງໄດ້
ຫວັງດີແກ່ຕົນເອງ ຄົນຊົ່ວກໍ່ຍັງຄົງມີຢູ່ ຄືດັ່ງທີ່ເຂົາເຄີຍວ່າ ຈົນຕໍ່ຈົນ ບໍ່ມີທາງອອກ ຍ່ອມເຮັດໄດ້ທຸກຢ່າງ ອັນນີ້ມີແທ້
“ທີ່ຂຽນມາລ້ວນມາຈາກຄວາມຄິດຂອງຂ້ອຍ ຖ້າຫາກມັນຜິດ ຫຼື ແຕະຕ້ອງເຖິງຈິດໃຈ ກໍ່ຂໍອະໄພດ້ວຍ”
|
ຂຽນເມື່ອ: ກ.ລ.. 26, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ທັມມະ
ຢູ່ກາງນີ້ລະດີ
ຜ່ານການດຳລົງຊີວິດອັນເປັນເວລານານພໍສົມຄວນ ທ່ານຮູ້ສຶກແນວໃດ
ແມ່ນຫຍັງຄືໂຊກດີຂອງທ່ານ ແມ່ນຫັຍງຄືໂຊກຮ້າຍຂອງທ່ານ
ທ່ານເພິງພໍໃຈກັບຄວາມໂຊກດີ ແລະ ບໍ່ມັກຄວາມໂຊກຮ້າຍ
ທຸກສິ່ງຢ່າງເກີດໄດ້ດັບໄດ້ ເປັນທຳມະຊາດ
ໃນວັນໜຶ່ງທີ່ທ່ານເຕີມນ້ຳມັນໃສ່ລົດ ໃນມື້ນັ້ນນ້ຳມັນລົດຂອງທ່ານຄ່ອຍໆເຫີຍໄປ
ເງິນທີ່ທ່ານຫາມາໄດ້ໃນໜຶ່ງວັນ ທ່ານກໍ່ມີເງິນທີ່ຕ້ອງຈ່າຍອອກໄປໃນວັນຄືກັນ
ຂະໜາດວ່າທ່ານຫາຍໃຈເຂົ້າຍັງຕ້ອງຫາຍໃຈອອກ
ໜຶ່ງວັນມີຫຼາຍຊີວິດ ແລະ ຫຼາຍສິ່ງຫຼາຍຢ່າງເກີດມາ ແລະ ໜຶ່ງວັນກໍ່ມີຫຼາຍຊີວິດ ແລະ ຫຼາຍສິ່ງຫຼາຍຢ່າງຖືກດັບມອດຫຼືຖືກທຳລາຍ
ວິທະຍາສາດທີ່ກ້າວໜ້າ ສາມາດສ້າງສິ່ງທີ່ແຂງແກ່ນທົນທານ ແຕ່ຫຼັງຈາກມື້ສ້າງມັນກໍ່ເລີ່ມເກົ່າແກ່ ແລະ ພຸພັງລົງເລື້ອຍໆ
ພັງລັງແຮງອັນມະຫາສານຂອງນ້ຳ ທີ່ໄຫຼກັດເຊາະ ດິນ, ຫີນຢູ່ບ່ອນສູງ ລົງສູ່ຫ້ວຍນ້ຳ ພັດພາໃຫ້ເກີດມີເກາະດອນຕ່າງໆຕາມແມ່ນ້ຳ ແລະ ແຄມທະເລ
ສາຍລົມແລະຄວາມແຫ້ງແລ້ງທີ່ເຮັດຜາຫີນແກ່ນຜຸພັງ ຍັງກໍ່ໃຫ້ເກີດມີທະເລຊາຍອັນກວ້າງໃຫຍ່
ໂລກມີແຮງເຂົ້າສູນ ແລະ ກໍ່ມີແຮງໜີສູນ
ແລະ ຫຼາຍໆສິ່ງຫຼາຍໆຢ່າງທີ່ພັນລະນາບໍ່ຖ້ວນ
ເວົ້າລວມແລ້ວມີແຮງທີ່ກໍ່ໃຫ້ເກີດເປັນ ແລະ ມີແຮງທີ່ເຮັດໃຫ້ຫາຍໄປ
ສອງດ້ານນີ້ເປັນຂະບວນການປ່ຽນແປງຂອງທຳມະຊາດ
ບໍ່ມີອຳນາດໃດເໜືອກວ່າ
ຖ້າຄົນເຮົາມີແຕ່ເກີດ ບໍ່ມີຕາຍ ໂລກນີ້ຈະກາຍເປັນມະນຸດໄປໝົດ
ຂະບວນການປ່ຽນແປງທາດປະກອບຂອງໂລກໄດ້ເຮັດໃຫ້ເກີດມີສິ່ງທີ່ມີີວິດ ແລະ ບໍ່ມີຊີວິດ
ແຕ່ໂດຍລວມແລ້ວມັນກໍ່ເປັນອັນດຽວກັນ ພຽງແຕ່ມັນປ່ຽນໄປເປັນຮູບອື່ນຊື່ໆ
|
|
|