ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 12, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຫລັກທັມທີ່ເປັນໄຕຣລັກມາພິຈາຣະນາ ທ່ານຫມາຍວ່າຕ້ອງໄດ້ສືກສາຈາກໃສກ່ອນ ຈື່ງປະຕິບັດວິປັດສະນາຍານ?

Posted: 08/18/2010

ຄຳວ່າໄຕຣລັກໃນທີ່ນີ້ທ່ານກໍຄົງຈະຮູ້ແລ້ວ ນັ້ນຄື ທຸກຂັງ, ອະນິຈຈັງ, ອານັຕຕາ ສວ່ນໃຫຍ່ຄົນເຮົາຈະຮູ້ຄວາມໝາຍແຕ່ທຳໃຈບໍ່ໄດ້ເມື່ອເວລາມັນເກີດກັບຕົນເອງ ຖ້າຢາກເຮັດໄດ້ກໍ່ຕ້ອງພິຈາຣະນາຢູ່ເລື້ອຍໆ. ວິທີການພິຈາຣະນາຕ້ອງນ້ອມໃຈໄປກັບການສະພາວະທັມທີ່ເກີດຂື້ນກັບເຮົາ ເຊັ່ນ: ເວລາມີທຸກເກີດຂື້ນ ຈະເປັນທຸກທາງກາຍ ຫລືທາງໃຈກໍ່ຕາມ ກໍ່ໃຫ້ຮູ້ວ່າອັນນັ້ນຄືທຸກ ຄົນເຮົາທຸກຄົນມີທຸກ ຈະບໍ່ລວ່ງພົ້ນຄວາມທຸກໄປໄດ້ ຖ້າເຮົາພິຈາຣະນາຢູ່ແບບນັ້ນ ເຮົາກໍ່ສາມາດປ່ອຍວາງໄດ້ເທື່ອລະນ້ອຍ ແລະ ຕໍ່ໄປກໍ່ຈະຢູ່ກັບຄວາມທຸກໂດຍບໍ່ທຸກ. ພຣະພຸດທະເຈົ້າສອນຄວາມທຸກແກ່ສັພພະສັດທັງຫລາຍ ເພື່ອໃຫ້ຮູ້ທຸກແລ້ວ ຫາວິທີທາງດັບທຸກ. ເລື່ອງທຸກຖ້າບຸກຄົນໃດບໍ່ໄດ້ພິຈາຣະນາໃຫ້ເຫັນຄວາມເປັນຈິງ ເວລາເກີດຂື້ນກັບຕົນ ຍາກຈະຮັບໄດ້ ເຊັ່ນທຸກເພາະການພັດພາກຈາກຂອງຮັກຂອງຫວງ, ທຸກເພາະຄວາມຫິວ, ຄວາມຕິສິນນິນທາ….
ເວລານັ່ງສະມາທິ ຖ້າເຮົາປວດແຂ່ງປວດຂາ ອັນນັ້ນ ແລະ ຄືທຸກຂ໌ ແລະ ເປັນສິ່ງທີ່ທຸກຄົນຫ້າມບໍ່ໄດ້ ຄຳວ່າຫ້າມບໍ່ໄດ້ ກໍ່ຄືມັນປ່ຽນແປງໄປຕາມທຳມະຊາດຂອງມັນ(ເປັນອະນິຈຈັງ) ຢູ່ເໜືອການບັງຄັບ ແຕ່ເຮົາບໍ່ຄ່ອຍເຫັນຍ້ອນອິຣະຍະບົດບັງ(ການເຄື່ອນໄຫວມາບັງ) ເປັນຫຍັງຈິ່ງວ່າອິຍະບົດມາບັງ. ເວລາເຮົານັ່ງໄປດົນແລ້ວປ່ຽນອິຣິຍະບົດຄືຍ່າງ ເວລາຍ່າງໄປດົນຮູ້ສືກເມື່ອຍແລ້ວພັກຜ່ອນ ຖ້າບໍ່ພັກຜ່ອນກໍ່ຈະເຫັນຄວາມທຸກ ແຕ່ຄົນສວ່ນໃຫຍ່ຖ້າເຫັນທຸກແບບນີ້ຈະວ່າເປັນເລື່ອງທຳມະດາ ແຕ່ນີ້ແຫລະຄືພື້ນຖານຂອງການພິຈາຣະນາຄວາມທຸກ. ສວ່ນຄຳວ່າ ອະນັຕຕາ ຄືຄວາມບໍ່ມີຕົວຕົນ ເຊັ່ນຮ່າງກາຍຂອງເຮົາ ເປັນພຽງການປະຊຸມກັນຂອງທາດສີ່ ຂັນທັງຫ້າ ຖ້າແຍກອອກເປັນອັນລະຢ່າງກໍ່ບໍ່ມີອັນໃດທີ່ເປັນເຮົາປຽບເໝືອນກວຽນທີ່ປະກອບດວ້ຍເພົາ, ກົງ…ຖ້າແຍກອອກຈາກກັນເປັນສິ້ນສວ່ນກໍ່ບໍ່ເອີ້ນວ່າກວຽນ.

ແຕ່ນັ້ນເປັນພຽງນິຍາມ, ໃນເວລາປະຕິບັດທັມ ເຮົາຈະເຫັນໄດ້ຕອນທີ່ເຮົານັ່ງ ເວລາເຈັບຂາ ນັ້ນຄືທຸກຂະເວທະນາ ແລ້ວພິຈາຣະນາໃນໃຈຮູ້ວ່ານັ້ນຄືຄວາມທຸກ. ເວລາສະເຫວຍອາລົມສຸກເກີດຂື້ນ ອີກບໍ່ດົນອາລົມນັ້ນກໍ່ປ່ຽນໄປ ເປັນອາລົມອື່ນເຊັ່ນອຸເປກຂາວາງເສີຍມາແທນ ກໍ່ຮູ້ວ່ານັ້ນຄືອາການຂອງອະນິຈຈັງ ຄືອາລົມເຮົາບໍ່ຄົງທີ່ ປ່ຽນໄປຕາມສະພາວະ ສວ່ນອາການຂອງອະນັຕຕາຄືສິ່ງທີ່ບໍ່ມີຕົວຕົນ ເຊັ່ນຈິຕຂອງເຮົາເປັນຕົວຮັບຮູ້ອາການຕ່າງໆ ຈິຕກໍ່ຢູ່ແຕ່ຈິຕ ເປັນຜູ້ໄປຮັບຮູ້ອາລົມເຊັ່ນເວທະນາສຸກ ທຸກ ວາງເສີຍ ເປັນຄົນລະອັນກັນ ຖ້າແຍກອອກໄດ້ກໍ່ຈະຮູ້ອະນັຕຕາ. ຮ່າງກາຍທີ່ຄື່ນໄຫວໄປມານີ້ ເປັນຮູບ ສວ່ນຈິຕທີ່ໄປຮັບຮູ້ອາການເຄື່ອນໄຫວນັ້ນ(ຈິຕເປັນນາມ).

ສວ່ນໃຫຍ່ເວລານັ່ງສະມາທິ ນັກປະຕິບັດບໍ່ຄ່ອຍພິຈາຣະນາໄຕຣລັກເພາະວ່າເປັນທີ່ຮັບຮູ້ຢູ່ແລ້ວ ເວັ້ນເສຍແຕ່ວ່າ ເຫດການມັນເກີດຂື້ນກັບເຮົາໃນຊີວິດ ເຊັ່ນເມື່ອເຮົາປະສົບຄວາມທຸກ ແລ້ວພິຈາຣະນາວ່າບໍ່ມີໃຜລວ່ງພົ້ນຄວາມທຸກໄດ້ ເພື່ອລະງັບຄວາມທຸກໂສກທີ່ຈະເກີດຂື້ນ.

ບາງອາຈານຈະສອນວ່າ ເວລາໃຈສະຫງົບດີແລ້ວໃຫ້ຍົກຈິຕທີ່ສະຫົງບນັ້ນມາພິຈາຣະນາກາຍໃຫ້ເຫັນຄວາມເປັນອະນິຈຈັງ ເຊັ່ນພິຈາຣະນາອາການ ໓໒ ທາດສີ່ ຂັນທ໌ ໕ ພຽງແຕ່ກຳໜົດໃຫ້ເຮົາຄຸ້ນເຄີຍ ໃຫ້ເກີດປັນຍາ. ທີ່ຈິງແລ້ວບໍ່ຈຳເປັນກຳໜົດກໍ່ໄດ້ ເພາະເມື່ອຈິຕເປັນສະມາທິ ກໍ່ໃຫ້ຮູ້ວ່າເປັນສະມາທິກໍ່ພໍ ຖ້າໄປພິຈາຣະນາໃນເວລານັ່ງສະມາທິກໍ່ໝາຍຄວາມວ່າຕອນນັ້ນ ເຮົາເອົາຈິຕໄປຄິດ.

ກ່ຽວກັບການປຸງແຕ່ງ ເປັນອາການຂອງຈິຕທີ່ຄິດຕື່ມໄປເລື້ອຍໆ ໂດຍຜ່ານຂະບວນການຂອງການກະທົບທາງອາຍະຕະນະພາຍໃນພາຍນອກ ເຊັ່ນ ເວລາຕາເຫັນຮູບ ອາການເຫັນເກີດຈາກຈັກສຸວິນຍານ(ຕາ) ບັນທຶກພາບ ສົ່ງຕໍ່ເຂົ້າໄປຫາໃຈ ແລ້ວແປເປັນຄວາມໝາຍອອກມາວ່າຮູບທີ່ເຫັນງາມຫລືບໍ່ງາມ ເມື່ອແປຄວາມແລ້ວ ອາການຂອງສັນຍາ(ຕົວຈົດຈຳ)ກໍ່ຈະປ່ຽນເປັນອາການຂອງມັກຫລືບໍ່ມັກ ຖ້າຮູບງາມກໍ່ມັກ ເຫັນແລ້ວພໍໃຈ ເປັນສຸກ ຄວາມຮູ້ສຶກເປັນສຸກນີ້ເປັນອາການຂອງເວທະນາ(ຖ້າຢາກໄດ້ແລ້ວບໍ່ໄດ້ເປັນທຸກ ກໍ່ເປັນທຸກຂະເວທະນາ) ເມື່ອເຫັນຮູບແລ້ວສັນຍາທີ່ເປັນຕົວພາໃຫ້ໄດ້. ອາການທີ່ຄິດຕື່ມຕໍ່ໄປເຊັ່ນຢາກຄອບຄອງໃນສິ່ງທີ່ເຫັນ, ສ້າງຈິນຕະນະການໄປວ່າຖ້າໄດ້ມາຕ້ອງເປັນແນວນັ້ນແນວນີ້ ນີ້ຄືອາການຂອງສັງຂາຣຄືຈິຕທີ່ປຸງແຕ່ງ. ໂດຍຜ່ານຂະບວນການຂອງການກະທົບກັນຂອງອາຍະຕະນະພາຍໃນ ແລະ ນອກ ແລະ ຂະບວນການທາງຂັນຫ້ານີ້ເອງເຮັດໃຫ້ຄົນສ້າງພົບ ສ້າງຊາດບໍ່ຮູ້ຈຸດຈົບ. ສະນັ້ນ, ເວລາປະຕິບັດທັມເຮົາຈິ່ງຄວນກຳໜົດ ເຊັ່ນເມື່ອເຫັນ ກໍ່ໃຫ້ກຳໜົດທັນວ່າເຫັນໜໍ, ໄດ້ຍິນກໍ່ໃຫ້ກຳໜົດໄດ້ຍິນໜໍ….. ເພື່ອເພີກອາການຕ່າງໆທີ່ຈະເກີດຂື້ນຕໍ່ໄປ ການກຳໜົດທັນເທື່ອໜຶ່ງ ເປັນການຕັດພົບຕັດຊາດໄດ້ເຈັດຊາດ..

ສຳຫລັບວິປັສສນາຍານນັ້ນ ຈະເກີດຂື້ນໄດ້ກໍ່ຕໍ່ເມື່ອສະມາທິເຮົາຕັ້ງໝັ້ນ ຜູ້ປະຕິບັດສາມາດເອົາຊະນະນິວອນທັງຫ້າໄດ້ແລ້ວ ວິປັສສນາຍານກໍ່ຈະເກີດຂື້ນຕາມຂັ້ນຕອນ ຕາມກຳລັງຂອງສະມາທິ ແລະ ໝັ້ນຄົງຂອງສະຕິ ຈະບໍ່ແມ່ນອາການກຳໜົດພິຈາຣະນາເອົາ. ເລື່ອງແບບນີ້ ຜູ້ປະຕິບັດຈະສຳຜັດເອງ ເພາະວ່າບໍ່ແມ່ນຄຳບອກໃຫ້ພິຈາຣະນາ. ຈະຂໍຍົກຕົວຢ່າງຂອງອາການໄຕຣລັກທີ່ເກີດໃນວິປັສສນາຍານ ເຊັ່ນເວລານັ່ງໄປດົນໆອຳນາດສະມາທິກໍ່ໃຫ້ເກີດສະພາວະທັມຕ່າງໆໃນຮ່າງກາຍ ແລະ ໃຈ ເວລາເດີນຈົງກົມ ຈາກວັນທຳອິດທີ່ປະຕິບັດ ທີ່ຮູ້ສຶກວ່າຮ່າງກາຍນີ້ໜັກ ດົນມາແລ້ວກາຍເປັນເບົາຂື້ນເລື້ອຍໆຈົນປະກົດວ່າເໝືອນຈະປິວໄດ້ ເພິ່ນເອີ້ນວ່າອາການປິຕິ, ນັ່ງຢູ່ກໍ່ມີນ້ຳຕາໄຫລອອກມາ, ອາການຂົນລຸກ, ແມ່ນແຕ່ນັ່ງຫລັບຕາຢູ່ກໍ່ປະກົດວ່າຕົນໂຕເຮົາສູງຂື້ນສູງຂື້ນ ແລະ ບາງທີກໍ່ນ້ອຍລົງ ໂຍບລົງ. ອາການນັ່ງຫລັບຕາໂດຍຕົວຕັ້ງຊື່ແຕ່ແລ້ວກໍ່ເຫັນໃນສະມາທິຊັດເຈນວ່າຕົວເຮົາກົ້ມລົງຈົນຊິຈຳພື້ນ(ແຕ່ໃນຄວາມເປັນຈິງ ຖ້າມີຄົນໄປເຫັນເຮົາຕອນນັ້ນ ເຂົາຈະເຫັນຕົວເຮົາເອ່ນໄປຂ້າງຫລັງ ເຊີ່ງກົງກັນຂ້າມກັບຄວາມເປັນຈິງກັບສິ່ງທີ່ເຮົາເຫັນ) ນີ້ຄືອາການຂອງວິປັສສນາຍານຮູບແບບຕ່າງໆທີ່ເກີດຂື້ນ. ສຳຫລັບວິປັສສນາຍານນີ້ນຶກເອົາເອງບໍ່ໄດ້ ແລະ ທ່ານຕ້ອງສຳຜັດດວ້ຍຕົນເອງຈິ່ງຈະຮູ້ອາການ ບອກໃຫ້ຟັງກໍ່ຍັງງົງ ແລະ ບໍ່ເຊື່ອ ສະນັ້ນເພິ່ນຈິ່ງມັກເວົ້າວ່າ ມັນເປັນປັຈຈັຕຕັງ ຄືເປັນສິ່ງທີ່ຮູ້ໄດ້ສະເພາະຕົນ.

ບົດນີ້ ຂ້າພະເຈົ້າໄດ້ໄປກັອບມາໃຫ້ຜູ້ທີ່ສົນໃຈພຣະທັມຄຳສອນຂອງອົງພຣະສີຣັຕຕະນະໄຕຣ ( ພຣະພຸທເຈົ້າ ) ທີ່ຖືກແປ ແລະ ອະທິບາຍ ຢູ່ທີ່

http://www.watavignon.org/home/php/100818020145.php

 

Delicious Digg Fark Twitter