ຊອກຫາ:
ຊອກຫາແບບລະອຽດ
ໜ້າທຳອິດ
ສົ່ງບັດເຊີນ
ໄດອາຣີ່
ແບບສຳຫຼວດ
ອັລບັ້ມພາບ
ຄລິບ
ເວັບບອດ
ເກມ
ລິ້ງ
ອື່ນໆ...
ກຸ່ມ
ສະໝັກສະມາຊິກ
ລັອກອິນ
ເລື່ອງງ່າຍໆ ທີ່ຜູ້ຊາຍຄວນຮູ້
ຂຽນເມື່ອ: ມິ.ຖ.. 14, 2010 | ມີ
32 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ຄວາມຮັກ
ການທີ່ຜູ້ຍິງໂທຫາຕະຫລອດ ແລະ ມັກຖາມວ່າ ຢູ່ໃສ, ຢູ່ກັບໃຜ ຮູ້ບໍ່ວ່າເຂົາເປັນຫ່ວງເຈົ້າ ຜູ້ຊາຍຫລາຍຄົນອາດຮູ້ສຶກເບື່ອ,ລຳຄານ ແຕ່ຮູ້ບໍ່ວ່າທີ່ຈີງແລ້ວ ເຂົາບໍ່ຢາກໂທໄປລົບກວນເຈົ້າດອກ ເຂົາພຽງແຕ່ເປັນຫ່ວງ ຢາກຮູ້ຈັກຄວາມເປັນຢູ່ຂອງເຈົ້າເທົ່ານັ້ນເອງ ຜູ້ຊາຍຄວນເຂົ້າໃຈແດ່.
ການທີ່ເຂົາຫືງ ຜູ້ຊາຍຢ່າຄິດລຳຄານເລີຍ ທີ່ເຂົາຫືງກໍເພາະເປັນການກະທຳທີ່ບອກວ່າ ເຂົາຮັກເຈົ້າຫລາຍທີ່ສຸດ ເຂົາຮູ້ດີວ່ານິໄສເຈົ້າຊູ້ ເປັນເລື່ອງປົກກະຕິຂອງຜູ້ຊາຍທຸກໆຄົນຢູ່ແລ້ວ ແຕ່ຢ່າງນ້ອຍ ຖ້າຜູ້ຊາຍມີແມ່ນຢູ່ແລ້ວ ກໍ່ຄວນຈະລົດນ້ອຍລົງແດ່ ຫ້າມເອົານິໄສທີ່ເຮັດກັບແຟນເຈົ້າໄປເຮັດກັບຍິງຄົນອື່ນເດັດຂາດ ຮູ້ບໍ່ວ່າຖ້າຜູ້ຍິງຮູ້ເຂົາຈະເສຍໃຈຫລາຍປານໃດ.
ຖ້າຜູ້ຍິງມີປັນຫາຜູ້ຊາຍຄວນຮັບຟັງເຂົາແດ່ຮູ້ບໍ່ ຢ່າຄິດວ່າບໍ່ແມ່ນເລື່ອງຂອງໂຕເອງແລ້ວບໍ່ຢາກຮູ້ ການທີ່ເຂົາເອົາປັນຫາມາບອກເຈົ້າ ນັ້ນສະແດງເຖີງຄວາມໄວ້ໃຈທີ່ເຂົາມີຕໍ່ເຈົ້າຮູ້ບໍ່ ເຖີງວ່າປັນຫາຂອງເຂົານັ້ນ ເຈົ້າຈະຊ່ວຍໄດ້ຫລືບໍ່ໄດ້ກໍ່ຕາມ ຢ່າງນ້ອຍເຈົ້າຄວນເວົ້າປອບໃຈເຂົາແດ່ ເຮັດໃຫ້ເຂົາຮູ້ສຶກດີ ຢ່າງນ້ອຍເຈົ້າກະເຮັດໃຫ້ເຂົົາຮູ້ສຶກວ່າຍັງມີເຈົ້າຢູ່ຂ້າງສະເໝີ.
ຢ່າປ່ອຍໃຫ້ເຂົາຮູ້ສຶກວ່າເຈົ້າປ່ຽນໄປ ພຽງເພາະເຈົ້າບໍ່ມີເວລາວ່າງໃຫ້ກັບເຂົາເທົ່ານັ້ນຢ່າງນ້ອຍ ຖ້າເຈົ້າບໍ່ວ່າງກໍ່ໜ້າຈະບອກເຂົາກ່ອນ ເຂົາບໍ່ຕ້ອງເປັນຫ່ວງເຈົ້າຫລາຍເກີນໄປວ່າຕອນນີ້້ເຈົ້າເປັນຫຍັງຫລືບໍ່ ບໍ່ສະບາຍຫລື ຢູ່ກັບຜູ້ຍິງອື່ນ ຜູ້ຊາຍຄວນຮູ້ໄວ້ວ່າໂລກປະຈຳຕົວຂອງຜູ້ຍິງຄືໂລກຄິດຫລາຍນີ້ແຫລະ ຖ້າບໍ່ຮີບບອກໃຫ້ເຂົາເຂົ້າໃຈ ເຂົາຈະຄິດໄປໄດ້ໄກແສນໄກເລີຍຊິບອກໃຫ້.
<!--Session data-->
ກັບໄປໄດອາຣີ່ຂອງ ສາວປາກລາຍ ປາກລາຍ ປາກລາຍ
ແຈ້ງເນື້ອຫາບໍ່ເໝາະສົມ
ຄຳເຫັນ (
32
)
ທ່ານແນ່ໃຈບໍ່ວ່າຈະລຶບຄຳເຫັນນີ້ຖິ້ມ?
ສາວປາກລາຍ ປາກລາຍ ປາກລາຍ
ເບິ່ງທັງໝົດ
ອ່ານຄືນຫຼັງ
2010
(1)
ໝວດໝູ່
ຄວາມຮັກ
(1)
Punlao.com
©2008-2020 Punlao.com
ບໍລິຈາກ
|
ລົງໂຄສະນາ
|
ທີມງານ
|
ກ່ຽວກັບພັນລາວ
|
ຕິດຕໍ່ທີມງານ
|
ຂໍ້ກຳນົດບໍລິການ
|
ຊ່ວຍເຫຼືອ