ຕອນມໍ່ໆປີໃໝ່ ໄດ້ພັກຢູ່ເຮືອນ ໄດ້ເບິ່ງໂທລະທັດ ເຫັນໂຄສະນາຂອງເກົາຫຼີ ອອກຊ່ອງ Arirang ທຳອິດເຂົາສາຍພາບສົງຄາມຫວ່າງຊຸມປີ 1950 ແລ້ວຂຶ້ນຄຳເຫັນຂອງສະຫະປະຊາຊາດທີ່ວ່າ ອີກ 100 ປີ ປະເທດນີ້ກໍບໍ່ມີທາງຟື້ນໂຕໄດ້, ຈາກນັ້ນຈຶ່ງສາຍພາບເກົາຫຼີປັດຈຸບັນ ແລ້ວຂຶ້ນຂໍ້ຄວາມວ່າ ເຮົາບໍ່ແມ່ນຂໍທານ ດຽວນີ້ເຮົາຄືຜູ່ໃຫ້ຂອງໂລກ (We are worldwide giver)
ເບິ່ງແລ້ວມັນເຈັບຈີດໆໃນໃຈ ຈັ່ງໃດບໍ່ຮູ້
ແມ່ນແທ້ ຂ້ອຍກໍເປັນຄົນທີ່ກິນເງິນເດືອນນຳຕ່າງປະເທດ, ໄທບ້ານໄທເມືອງເອີ້ນຂ້ອຍຢ່າງໂກ້ໆວ່າ ພະນັກງານໂຄງການຕ່າງປະເທດ ໝູ່ຫຼາຍຄົນຍັງອິດສາຂ້ອຍຊ້ຳ ແຕ່ສຳລັບຂ້ອຍ ແຮ່ງເຮັດວຽກນີ້ດົນປານໃດ ມັນແຮ່ງຄືວ່າຂ້ອຍກຳລັງເຮັດບາງຢ່າງຜິດພາດ.
ຫົວໜ້າຄົນຕ່າງປະເທດຂອງຂ້ອຍມັກຈົ່ມເລື້ອຍໆວ່າ “ບັນດາໂຄງການຊ່ອຍເຫຼືອທັງຫຼາຍ ມີປະສິດຖິພາບຕ່ຳສຸດໆ” ຂ້ອຍມັກຖາມລາວຄືນວ່າ “ຊັ້ນເຮັດໆຫຍັງ?” ລາວຈະຫາຍໃຈໃຫຍ່ແຮງໆບາດໜຶ່ງ ແລ້ວຕອບຄືນວ່າ “ສຳລັບລັດຖະບານແລະນາຍທຶນປະເທດຂ້ອຍຫັ້ນ ເຂົາໄດ້ກຳໄລເຕັມໆຢູ່ແລ້ວ ເຈົ້າກໍຮູ້… ແຕ່ພວກເຮົາຜູ່ເອົາເງິນເຂົາເຈົ້າມາ ແລະຢາກຊ່ອຍພັດທະນາປະເທດນີ້ແທ້ໆຫັ້ນຕິ ຄືຈັ່ງວ່າເງິນທີ່ຈ່າຍໄປບໍ່ມີປະໂຫຍດເລີຍ.”
ເປັນທີ່ຮູ້ກັນດີຢູ່ແລ້ວວ່າ ບັນດາໂຄງການຊ່ອຍເຫຼືອທັງຫຼາຍ ເນື້ອແທ້ແລ້ວກໍແມ່ນ “ການຊື້ຈ້າງຢ່າງມີກຽດ” ຂອງບັນດາປະເທດທີ່ໃຫ້ການຊ່ອຍເຫຼືອນັ້ນເອງ. ສຳປະທານໄມ້, ບໍ່ແຮ່, ທີ່ດິນ ແລະຊັບພະຍາກອນທຳມະຊາດອື່ນໆ ລ້ວນໃຫ້ກຳໄລມະຫາສານ ແກ່ບັນດາປະເທດທີ່ໃຫ້ການຊ່ອຍເຫຼືອ ເຮັດໃຫ້ລັດຖະບານແລະນາຍທຶນຂອງບັນດາປະເທດທີ່ໃຫ້ການຊ່ອຍເຫຼືອທັງຫຼາຍ ບໍ່ຈຳເປັນຕ້ອງຄຳນຶງເຖິງປະສິດຖິພາບຂອງເງິນຊ່ອຍເຫຼືອເລີຍ ພຽງແຕ່ເປັນເຄື່ອງມືຊ່ອຍສ້າງພາບລັກທີ່ດີໃຫ້ຕົນເອງກໍພໍແລ້ວ ເງິນຊ່ອຍເຫຼືອໃຊ້ກຸ້ມຄ່າບໍ່ ຫຼືຈະຮົ່ວໄປໃສແດ່ ກໍຢ່າມັນເທາະ.
ຂະໜາດເງິນທີ່ World Bank ແລະ UNESCO ອະນຸມັດໃຫ້ ຫວ່າງທ້າຍປີ 2010 ເພື່ອໃຊ້ໃນໂຄງການຕ່າງໆ ເພື່ອບັນລຸເປົ້າໝາຍ ການສຶກສາເພື່ອທຸກຄົນ (Education for All) ຍັງຖືກຄົນຕ່າງປະເທດທີ່ເຮັດວຽກໃນວົງການນີ້ ຕັ້ງຊື່ຫຼິ້ນໃຫ້ວ່າ “ເງິນສຳລັບໂຄງການ LEXUS for All (offices)”. ຕ່າງປະເທດມັນຮູ້ປານນັ້ນ ມັນກໍຍັງໃຫ້ເງິນມາ ກໍຄົງຍ້ອນເຫດຜົນທີ່ກ່າວໄວ້ຂ້າງເທິງນັ້ນລະ.
ອັນໜຶ່ງທີ່ໜ້າສັງເກດ ຫຼັງຈາກເລາະໆລ່ອງໆແຕ່ເໜືອຮອດໃຕ້ ກໍຄື ຍິ່ງເຂດທີ່ມີໂຄງການຊ່ອຍເຫຼືອຫຼາຍເທົ່າໃດ ຄຸນນະພາບ (ໂດຍສະເພາະການສຶກສາ) ຍິ່ງຕ່ຳທໍ່ນັ້ນ ມັນເກີດຫຍັງຂຶ້ນນໍ? ແລະໃນທາງກົງກັນຂ້າມ ບ່ອນທີ່ມີຜູ່ມາຊ່ອຍເຫຼືອເຈົ້າດຽວ ຫຼືບໍ່ມີເລີຍ ເຂົາພັດສາມາດຫາວິທີທາງພັດທະນາຕົນເອງ ແບບເຮັດໃຫ້ຫົວໜ້າຄົນຕ່າງດ້າວຂອງຂ້ອຍອ້າປາກຄ້າງມາແລ້ວ.
ອີກດ້ານໜຶ່ງ ບ່ອນທີ່ມີການຊ່ອຍເຫຼືອຫຼາຍ ເມື່ອເຮົາເບິ່ງດ້ວຍຕາເປົ່າຄືຈັ່ງວ່າເຂົາມີພ້ອມທຸກຢ່າງ ແຕ່ເມື່ອຖາມວ່າຍັງມີຄວາມຕ້ອງການຫຍັງອີກບໍ່? ພັດມີຂໍ້ສະເໜີຢາກໄດ້ນັ້ນນີ້ ຈົນຈົດບໍ່ທັນ ສ່ວນບ່ອນທີ່ການຊ່ອຍເຫຼືອໜ້ອຍ ພັດຕອບວ່າ “ຢາກໃຫ້ລົງມາຢ້ຽມມາຢາມກັນແດ່”. ເວລາຖາມວ່າຢາກຈະເຮັດຫຍັງຕໍ່ໄປ? ບ່ອນທີ່ການຊ່ອຍເຫຼືອໜ້ອຍມັກຕອບວ່າ “ຈະຫາວິທີທາງເພື່ອໃຫ້…” ໃນຂະນະທີ່ບ່ອນໄດ້ຮັບການຊ່ອຍເຫຼືອຫຼາຍມັກຕອບວ່າ “ຢາກສະເໜີຂໍ…”
ຂໍຍົກຕົວຢ່າງເລັກໜ້ອຍເພື່ອໃຫ້ເຫັນພາບທີ່ແຈ້ງຕື່ມ
ຕອນທີ່ລົງໄດ້ທີ່ລົງໄປເຮັດວຽກຢູ່ທາງໃຕ້ ຫວ່າງເດືອນ 11-12 ໄດ້ພົບພໍ້ 3 ໂຮງຮຽນ ແບບຢ່າງ
ໂຮງຮຽນທີ 1: ຫາກໍປຸກອາຄານຫຼັງໃໝ່ ໂດຍທຶນຊ່ອຍເຫຼືອຂອງຜູ່ຫຼັກຜູ່ໃຫຍ່ໃນບ້ານເມືອງ ມີໂຄງການຂອງຕ່າງປະເທດເຂົ້າມາໃຫ້ການຊ່ອຍເຫຼືອສົມຄວນ ທັງປຶ້ມອ່ານເສີມ, ເຝິກຄູກິດຈະກຳ, ສຸຂະພາບ… ເມື່ອຖືກຖາມວ່າ ຍັງຢາກໄດ້ຫຍັງອີກບໍ່ ຄຳຕອບແມ່ນ “ຢາກຂໍໃຫ້ປຸກຫ້ອງສະໝຸດໃຫ້”. ກັບຄຳຖາມວ່າ ຢາກເຮັດຫຍັງຕໍ່ໄປ? ຄຳຕອບແມ່ນ “…” ຂ້ອຍຄົງຈະບໍ່ຄຽດ ຖ້າໂຮງຮຽນນີ້ບໍ່ມີຕູ້ໃສ່ປຶ້ມຫວ່າງໆທີ່ພໍຈະໃສ່ປຶ້ມໄດ້ອີກກວ່າ 200 ຫົວ ກັບຫ້ອງຂະໜາດໃຫຍ່ກວ່າຫໍສະໝຸດແຂວງຫຼວງພະບາງ ທີ່ມີໂຕະອຳນວຍການ 1 ໜ່ວຍ ກັບ ເປັນບ່ອນຊຸມຕຳຂອງນາຍຄູ (ເປັນຫຍັງບໍ່ເອົາຫ້ອງນັ້ນເຮັດຫ້ອງອ່ານເດ໋)
ໂຮງຮຽນທີ 2: ຢູ່ຄົນລະເມືອງກັບບ່ອນທີ 1. ບ່ອນນີ້ໄດ້ທຶນຈາກຫຼາຍໂຄງການ ທັງຍີ່ປຸ່ນ, ຟະລັ່ງ, ອາເມລິກາ., ທັງປຸກໂຮງຮຽນ, ສິ່ງແວດລ້ອມໃນໂຮງຮຽນ, ຮຽນຮ່ວມ, ກິດຈະກຳເສີມ… ພິເສດ ແມ່ນໂຄງການຂອງຟະລັ່ງ ປຸກຫ້ອງສະໝຸດໃຫ້ ແລ້ວຍັງຈ້າງຜູຸ່ດູແລຫ້ອງສະໝຸດແລະເຮັດກິດຈະກຳເສີມໃຫ້ອີກ 1 ຄົນ. ແຕ່ປາກົດວ່າ ເດັກໃນໂຮງຮຽນອ່ານໜັງສືບໍ່ຕົກ ຮອດວ່າ ປ.5 ຍັງອ່ານເກືອບບໍ່ໄດ້. ຢູ່ນີ້ ທາງໂຮງຮຽນແກ້ວ່າມີເດັກ “ພິເສດ” ມາຮຽນຮ່ວມ ເຮັດໃຫ້ຍັງມີບັນຫາໃນການສອນຂອງຄູ ຄຶດວ່າເມື່ອຄູມີປະສົບການຫຼາຍຂຶ້ນກໍຈະແກ້ໄດ້. ກັບຄຳຖາມວ່າຢາກໄດ້ຫຍັງຕື່ມ ເພິ່ນວ່າ “ຢາກໄດ້ປຶ້ມອ່ານຕື່ມ ແລະຂໍທຶນສຳລັບຈ້າງຜູ່ເຮັດກິດຈະກຳແລະດູແລຫ້ອງສະໝຸດຕໍ່ (ປີໜ້າໂຄງການຟະລັ່ງຊິໝົດແລ້ວ)” ແລະ ຢາກເຮັດຫຍັງຕໍ່ໄປ ຄຳຕອບແມ່ນ “ຢາກສະເໜີຂໍການເຝິກອົບຮົມ ຢາກຮູ້ວິທີເຮັດໃຫ້ເດັກນ້ອຍອ່ານໜັງສືໄດ້ດີນີ້ແລ້ວ”. ອັນນີ້ຍັງພໍຟັງແດ່ ແຕ່ກໍຍັງເປັນຕາ…ຢູ່.
ໂຮງຮຽນທີ 3: ຢູ່ເມືອງດຽວກັບບ່ອນທີ 2. ບ່ອນນີ້ໄດ້ຮັບປຶ້ມອ່ານແລະການເຝິກອົບຮົມ ຕັ້ງແຕ່ ປີ 2006 ຈາກໂຄງການໜຶ່ງຂອງຍີ່ປຸ່ນ (ໂຮງຮຽນທີ 1 ກໍໄດ້) ນອກນັ້ນກໍມີແຕ່ໂຄງການຂ້າແມ່ທ້ອງຂອງກະຊວງສຶກສາ (ເງິນ UNICEF) ແຕ່ຢູ່ນີ້ ໂຮງຮຽນສາມາດສ້າງຫ້ອງອ່ານຂອງໂຕເອງ ໂດຍເຮັດຕູ້ໃສ່ປຶ້ມແບບ Home Made ກັບອາໃສຫ້ອງການຄູ ທັງສາມາດໃຫ້ບໍລິການເດັກນ້ອຍເຕັມທີ່ ຈົນເດັກຫ້ອງ ປ.3 ຍັງອ່ານໜັງສືຖ້ອງ (ກວ່າເດັກວຽງຈັນ). ກັບສອງຄຳຖາມຂ້າງເທິງ ເຂົາບອກວ່າ “ຢາກໃຫ້ໝັ່ນມາຢາມກັນແດ່ ເຫັນວ່າຢູ່ໄກກະໃຫ້ມາອົບອຸ່ນກັນແດ່” ແລະ “ຈະປັບປຸງຕູ້ປຶ້ມໃຫ້ຖືກຕາມຫຼັກການທີ່ທາງໂຄງການແນະນຳ (ໃນຄວາມຈິງມີແຕ່ວ່າຊັ້ນວາງປຶ້ມອ່າວແຄບ ເຮັດໃຫ້ວາງປຶ້ມຫົວໃຫຍ່ບໍ່ໄດ້ຊື່ໆ)” ເທື່ອນີ້ນິ ສະອື້ນເພາະດີໃຈ ທີ່ໄດ້ພິສູດວ່າບໍ່ຕ້ອງຖ້າຕ່າງດ້າວມາຊ່ອຍ ເຂົາກໍຍັງເຮັດໄດ້.
ອີກຕົວຢ່າງໜຶ່ງແມ່ນຂໍ້ສະເໜີຈາກພະນັກງານຂັ້ນແຂວງແລະເມືອງ., ບ່ອນທີ່ມີໂຄງການຫຼາຍຢູ່ແລ້ວມັກສະເໜີຂໍພາຫະນະ, ຂໍເງິນນ້ຳມັນ, ຂໍອັດຕາເພື່ອລົງຕິດຕາມວຽກ (ໂຕເອງຂີ່ວີໂກ້ໄປຕີກອຟ) ຂະນະທີ່ອີກແຂວງໜຶ່ງເວົ້າວ່າ “ເຮົາຕ້ອງການເຮັດ 1, 2, 3, 4… ຕອນນີ້ ພວກເຮົາມີເງື່ອນໄຂແບບນີ້ແລ້ວ ສະຫາຍມີຫຍັງປະກອບສ່ວນ ຖ້າຢາກໄປເບິ່ງກ່ອນ ເຮົາຈະພາໄປເບິ່ງ” (ໄດ້ໃຈແທ້ໆ)
ເວົ້າແທ້ ສິ່ງທີ່ເຮັດໃຫ້ຂ້ອຍຍັງເຮັດວຽກນີ້ຕໍ່ໄປ ແມ່ນການທີ່ວຽກທີ່ຂ້ອຍເຮັດຢູ່ ເຮັດໃຫ້ຂ້ອຍມີເງື່ອນໄຂ “ປະກອບສ່ວນ” ນຳຜູ່ທີ່ເຂົາຢາກເຮັດວຽກ ຢາກໄດ້ວຽກ ແລະຢາກພັດທະນາທ້ອງຖິ່ນຂອງເຂົາ.
ຢາກໃຫ້ເຮົາລອງຄຶດເບິ່ງນຳກັນວ່າ ປະເທດລາວອຸດົມສົມບູນປານນີ້ ຄົນລາວເຮົາສະຫຼາດ ມີຄວາມສາມາດ ແລະເປັນຄົນມີກຽດ ຈົນມີຄຳເວົ້າປຽບທຽບວ່າ “ລາວຕາຍຍ້ອນກຽດ” ແລ້ວເປັນຫຍັງເຮົາບໍ່ເຮັດໃຫ້ໄດ້ຄືເກົາຫຼີ (ຕອນນີ້ເຫັນເດັກນ້ອຍບ້າເກົາຫຼີ ບໍ່ບ້າເລື່ອງນີ້ນຳເບາະ?) ລຶບຄຳເວົ້າປະໝາດຂອງຕ່າງຊາດໂດຍການ ປ່ຽນຈາກການເປັນຜູ່ຂໍ ເປັນຜູ່ສ້າງ ແລະເປັນຜູ່ໃຫ້ ແບບທີ່ຫຼາຍບ່ອນເຮັດໄດ້ມາແລ້ວ (ບ່ອນທີ່ມີການຊ່ອຍເຫຼືອໜ້ອຍ) ແລະອີກຫຼາຍພາກສ່ວນນ້ອຍໆໃນສັງຄົມທີ່ພວມພະຍາຍາມເຮັດຢູ່ (ຂໍໂທດທີ່ອອກຊື່ບໍ່ໄດ້ ຢ້ານຄຳວິຈານຈະກະທົບເຖິງພວກທ່ານ)
ຮອດມື້ນັ້ນ ຂ້ອຍຈະດີໃຈທີ່ບໍ່ມີວຽກເຮັດ ເພາະໂຄງການຊ່ອຍເຫຼືອຈາກຕ່າງຊາດ ບໍ່ຈຳເປັນສຳລັບບ້ານຂ້ອຍແລ້ວ
ຂອບໃຈທີ່ອົດສາອ່ານຄວາມຈົ່ມຂອງຂ້ອຍຈົນສຸດ.
ຈົ່ງບ້າ ເກົາຫຼີ ແບບທີ່ ເກົາຫຼີ ເປັນ.